ໄລຍະໃໝ່ໃນການພົວພັນລະຫວ່າງອາເມລິກາ-ກູບາ

ໄລ​ຍະ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ-ກູ​ບາພວມ​ມີ​ບັນ​ດາ​ບາດ​ກ້າວ​ເດີນ​ທີ່​ຕັ້ງ​ໜ້າ​, ແນ​ໃສ່ຟື້ນ​ຟູ​ການ​ພົວ​ພັນ​ທາງ​ການ​ທູດ​ທີ່​ຖືກ​ຕັດ​ຕອນ​ນັບ​ແຕ່​ປີ 1961. ພາຍຫຼັງ​ທີ່​ມີ​ການ​ຈັບ​ມື​ຄັ້ງ​ປະ​ຫວັດ​ສາດ​ຢູ່​ທີ່​ງານ​ສົບ​ອະ​ດີດ​ປະ​ທາ​ນາທິ​ບໍ​ດີອາ​ຟະ​ລິ​ກາ​ໃຕ້ Nelson Mendela ເມື່ອ​ເດືອນ 12/2013 ນັ້ນ, ການ​ພົບ​ປະ​ຄັ້ງ​ນີ້​ລະ​ຫວ່າງ​ການ​ນຳ 2 ທ່ານ​ທີ່ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ເທດ​ທະ​ວີບອາ​ເມ​ລິ​ກາ ຊຶ່ງ​ດຳ​ເນີນ​ໃນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ​ຢູ່ Panama ໄດ້​ຮັບ​ຖື​ວ່າ ແມ່ນ​ສັນ​ຍາ​ລັກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ, ເປັນ​ຂີດ​ໝາຍ​ແຫ່ງຄວາມຕັດ​ສິນ​ໃຈ​ເປີດ​ໄລ​ຍະ​ໃໝ່​ລະ​ຫວ່າງ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງຢູ່​ທະ​ວີບ​ອາ​ເມ​ລິ​ກາ​ລາ​ຕິນ.

 

ໄລຍະໃໝ່ໃນການພົວພັນລະຫວ່າງອາເມລິກາ-ກູບາ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barak Obama  ແລະ ປະ​ທານ ກູ​ບາ Raul Castro ໄດ້​ຈັບ​ມື​ກັນຢູ່​ປາ​ນາ​ມາ​ເມື່ອ​ວັນ​ທີ 11/4.

     ວັນ​ທີ 11/4, ຕໍ່​ໜ້າ​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ສ.ປ.ຊ Ban Ki Moon ແລະ ບັນ​ດາ​ການ​ນຳ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ ອາ​ເມ​ລິ​ກາ​ລາ​ຕິນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barak Obama  ແລະ ປະ​ທານ ກູ​ບາ Raul Castro ໄດ້​ຈັບ​ມື​ກັນ ແລະ ແລກ​ປ່ຽນ​ເປັນ​ເວ​ລາ​ສັ້ນ ກ່ອນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ເທດ​ທະ​ວີບອາ​ເມ​ລິ​ກາຄັ້ງ​ທີ 7. ນີ້​ແມ່ນ​ການ​ພົບ​ປະ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ລະ​ຫວ່າງວໍ​ຊິງ​ຕັນ ແລະ ລາ​ຮາ​ວານ.

     ການ​ພົບ​ປະ​ຄັ້ງ​ປະ​ຫວັດ​ສາດ.

   ກ່ອນ​ທີ່​ດຳ​ເນີນ​ການ​ພົບ​ປະ​ຄັ້ງ​ນີ້, ທັງ​ວໍ​ຊິງ​ຕັນ ແລະ ລາ​ຮາ​ວານ ກໍ​ລ້ວນ​ແຕ່​ສົ່ງ​ສານ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ເລື່ອງ​ກຽມ​ພ້ອມ​ປຶກ​ສາ​ຫາ​ລື​ທຸກໆ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ​ບົນ​ຈິດ​ໃຈ​ເຄົ​າ​ລົບ​ຄວາມ​ແຕກ​ຕ່າງ​ກັນ​ຂອງ​ກັນ , ຍຶດ​ໝັ້ນປະ​ຕິ​ບັດ ແລະ ມີ​ເຈດ​ຕະ​ນາ​ດີ. ໃນ​ການ​ແລກ​ປ່ຽນ​ທາງ​ໂທ​ລະ​ສັບ​ກ່ອນ​ທີ່​ໄປ​ຮອດ Panama, ປະ​ທານ ກູ​ບາ Raul Castro ຢືນ​ຢັນ​ວ່າ ທ່ານ​ກຽມ​ພ້ອມ​ປຶກ​ສາ​ຫາ​ລື​ບາງ​ບັນ​ຫາ​ທີ່ກໍ່​ຄວາມ​ໂຕ້​ຖຽງ​ກັນ ຊຶ່ງ​ລວ​ມ​ທັງ​ສິດ​ທິ​ມະ​ນຸດ ແລະ ເສ​ລີ​ພາບ​ທາງສື່ມວນ​ຊົນ. ໃນ​ຂະ​ນະ​ນັ້ນ, ຜູ້​ນຳ​ທຳ​ນຽບ​ຂາວ​ ກໍ​ຢືນ​ຢັນ​ຢ່າງ​ແນ່ນອນ​ວ່າ ໄລ​ຍະ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາກັບ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໄດ້​ຖືກ​ໄຂ​ຂຶ້ນ ແລະ ຊຸມ​ວັນ​ເດືອນ​ປີ​ທີ່​ອາ​ເມ​ລິ​ກາ​ໄດ້​ແຊກ​ແຊງ​ຢ່າງ​ເສ​ລີ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂ​ອງ​ປະ​ເທດນີ້​ໄດ້​ຜ່ານ​ພົ້ນ​ໄປ. ເຖິງວ່າ ໄດ້​ຍອມ​ຮັບ​ວ່າ ຍັງ​ມີ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ ແລະ ການ​ຫັນ​ການ​ພົວ​ພັນ​ທາງ​ການ​ທູດ​ເປັນ​ປົກ​ກະ​ຕິ​ຈະ​ເສຍ​ເວ​ລາຫຼາຍ ກໍ​ຕາມ, ແຕ່​ການ​ນຳ 2 ປະ​ເທດ​ຕ່າງ​ກໍ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງວຽກ​ງານສ້າງ ການ​ພົວ​ພັນ​ທາງ​ການ​ທູດ​ເປັນ​ປົກ​ກະ​ຕິຄືນ​ໃໝ່ ຈະ​ນຳ​ມາ​ເຊິ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ທີ່​ດີ​ໃຫ້​ແກ່​ທັງ 2 ຝ່າຍ. ຊ້ຳ​ບໍ​ໜຳ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barak Obama ຍັງ​ຍອມ​ຮັບ​ວ່າ ຄວາມບໍ່​ລົງ​ລອຍ​ກັນ ແມ່ນ​ເລື່ອງ​ທຳ​ມະ​ດາ, ​ເພາະ​ສິ່ງນີ້ໄດ້​ເກີດ​ຂຶ້ນ​ນັບ​ທັງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ປະ​ເທດ​ພັນ​ທະ​ມິດ​ທີ່​ໃກ້​ຊິດ.

     ສາຍ​ພົວ​ພັນ​ທີ່ອົບ​ອຸ່ນລະ​ຫວ່າງ​ການ​ນຳອາ​ເມ​ລິ​ກາ​ ແລະ ກູ​ບາ ໃນ​ທັນ​ທີ່​ໄດ້​ຮັບ​ຄວາມ​ຊົມ​ເຊ​ີຍ​ຢ່າງ​ແຂງ​ແຮງ​ຈາກ​ປະ​ຊາ​ຄົມ​ໂລກ. ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ສ.ປ.ຊ Ban Ki Moon ໄດ້​ເນັ້ນ​ໜັກ​ວ່າ ການ​ມີ​ໜ້າ​ຂອງປະ​ທານ ກູ​ບາ Raul Castro​ຢູ່​ທີ່ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ເທດ​ທະ​ວີບອາ​ເມ​ລິ​ກາພາຍຫຼັງ​ 21 ປີບໍ່​ເຂົ້າ​ຮ່ວມ​ຢ່າງ​ລຽນ​ຕິດ ກໍ​ແມ່ນ​​ຄວາມຄ່ອງ​ຄອຍ​ຂອງຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ. ສ່ວນ​ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ Nicolas Maduro ກໍ​ໄດ້​ພັນ​ລະ​ນາ​ເລື່ອງ​ກູ​ບາ​ມີ​ໜ້າ​ຢູ່​ປາ​ນາ​ມາ​ວ່າ ແມ່ນ​ຜົນ​ງານ​ທີ່​ໃຫຍ່ຫຼວງ​ທີ່​ສຸດ​ຂອງອາ​ເມ​ລິ​ກາ​ລາ​ຕິນ ແລະ ເຂດ​ກາ​ຣີ​ເບ.

     ຕ້ອງ​ການ​ມີ​ເວ​ລາ​ຕື່ມ​ອີກ​ໃຫ້​ແກ່​ການ​ສ້າງ​ການ​ພົວ​ພັນ​​ທາງ​ການ​ທູດຮອບ​ດ້ານລະ​ຫວ່າງ​ອາ​ເມ​ລິ​ກາ-ກູ​ບາຄືນ​ໃໝ່

    ຄວາມ​ຈິງ, ນັບ​ແຕ່​ເວ​ລາ​ຍົກ​ອອກ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຫຍັບ​ມໍ່​ເຂົ້າ​ກັບ ກູ​ບາເມື່ອ​ປີ​ກາຍນີ້, ອາ​ເມ​ລິ​ກາ​ໄດ້​ຍົກ​ເລີກ​ຂໍ້​ຄວາມ​ຈຳ​ກັດຫຼາຍ​ຢ່າງ​ທີ່​ມີຕໍ່​ກູ​ບາ. ກ່ອນ​ອື່ນ​ໝົດ​ແມ່ນ​ການ​ລົບ​ລ້າງ​ບັນ​ດາ​ຮົ້ວ​ກີດ​ຂວາງ​ໃນ​ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ, ຄືຫຼຸດ​ຜ່ອນ​ຂໍ້​ຄວາມ​ຈ​ຳ​ກັດ​ສຳ​ລັບ​ຊາວ​ອາ​ເມ​ລິ​ກາ​ເມື່ອ​ໄປ​ທ່ຽວ​ທ່ຽວ​ຢູ່​ກູ​ບາ, ກໍ​ຄື​ອະ​ນຸ​ຍາດ​ໃຫ້​ພົນ​ລະ​ເມືອງ​ອາ​ເມ​ລິ​ກາ​ໄດ້​ນຳ​ໃຊ້​ບັດ​ບໍ​ລິ​ການ​ທະ​ນາ​ຄ​ານ​ເມື່ອ​ເຂົ້າ​ທ່ອງ​ທ່ຽວ​ຢູ່​ກູ​ບາ ແລະ ໄດ້​ຊື້​ສິນ​ຄ້າ​ໃຊ້​ສອຍ​ເສຍ​ພາ​ສີ​ຈຳ​ໜ່າຍ​ພິ​ເສດ​ເມືອ​ບ້ານ​ເຊັ່ນ​ຢາ​ສູບຫຼື​ເຫຼົ້າ​. ການ​ແລກ​ປ່ຽນ​ການ​ຄ້າ​ໃນ​ບັນ​ດາ​ຂົງ​ເຂດ​ສຳ​ຄັນ​ຄື ໂທ​ລະ​ຄົມ​ ກໍ​ຖືກວໍ​ຊິງ​ຕັນ​ເປີດ​ກ້​ວາງ. ເດືອນ 2 /2015, ຂໍ້​ຕົກ​ລົງ​ສະ​ບັບ​ໜຶ່ງ​ໄດ້​ຮັບ​ການ​ລົງ​ນາມ​ກ່ຽວ​ກັບການ​ສ້າງ​ການ​ຕິດ​ຕໍ່​ສື່ສານ​ທາງ​ໂທ​ລະ​ສັບໂດຍ​ກົງ​ລະ​ຫວ່າງ 2 ປະ​ເທດ. ຮອດ​ທ້າຍ​ເດືອນ 3/2015, ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ ກໍ​ໄດ້​ຍົກ​ເລີກ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ສຳ​ລັບ​ປະ​ມານ 60 ບໍ​ລິ​ສັດ​ ແລະ ສ່ວ​ນ​ບຸກ​ຄົນທີ່​ທຳ​ມາ​ຄ້າ​ຂາຍ​ກັບ​ກູ​ບາ. ບັນ​ດາ​ວິ​ສາ​ຫະ​ກິດ​ອາ​ເມ​ລ​ິ​ກາ ກໍ​ໄດ້​ຮັບ​ອະ​ນຸ​ຍາດ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ເອ​ກະ​ຊົນ​ຢູ່​ກູ​ບາ. 2 ຝ່າຍ​ກໍ​ພວມ​ສົ່ງ​ເສີມ​ການ​ເປີດ​ສະ​ຖານ​ທູດ​ປະ​ຈຳ​ປະ​ເທດ​ຂອງ​ກັນຢູ່​ນະ​ຄອນຫຼວງ​ແຕ່​ລະ​ປະ​ເທດ.

    ແຕ​່​ສິ່ງ​ກິດ​ຂວາງຢ່າງ​ໃຫຍ່ຫຼວງ​ທີ່​ສຸດ​ໃນ​ວິ​ວັດ​​ທະ​ນາການ​ຫັນ​ການ​ພົວ​ພັນ​ທາງ​ການ​ທູດລະ​ຫວ່າງ​ອາ​ເມ​ລິ​ກາ-ກູ​ບາ​ເປັນ​ປົກ​ກະ​ຕິ ພັດ​ບໍ່​ນອນ​ໃນ​ບັນ​ຫາ​ການ​ຄ້າຫຼື​ທ່ອງ​ທ່ຽວ​ເທົ່າ​ນັ້ນ, ບັນ​ຫາ​ທີ່​ເປັນ​ໄລກອນແມ່ນ​ລາ​ຮາ​ວານ​ໃນ​ປະ​ຈຸ​ບັນ, ຍັງ​ຄົງ​ຖືກ​ອາ​ເມ​ລິ​ກາ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ອຸ​ປະ​ຖຳ​ໄພ​ກໍ່​ການ​ຮ້າຍ​ນັບ​ແຕ່​ປີ 1982 ແລະ ສິ່ງນີ້​ໄດ້​ກາຍ​ເປັນ​ສິ່ງ​ກີດ​ຂວາງ​ໃຫຍ່ຫຼວງ​ທີ່​ມີ​ຕໍ່​ການ ຫັນ​ການ​ພົວ​ພັນ​ທາງ​ການ​ທູດລະ​ຫວ່າງ​ອາ​ເມ​ລິ​ກາ-ກູ​ບາ​ເປັນ​ປົກ​ກະ​ຕິ. ເຖິງວ່າ​ປະ​ຈຸ​ບັນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barak Obama ໄດ້​ເຫັນ​ດີ​ກັບ​ຂໍ້​ສະ​ເໜີ​ຂອງ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ແມ່ນ​ນຳ​ກູ​ບາ​ພົ້ນ​ອອກ​ຈາກ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ອຸ​ປະ​ຖຳ​ໄພ​ກໍ່​ການ​ຮ້າຍ, ແຕ່​ສິດ​ຕັດ​ສິນ​ພັດ​ຂຶ້ນ​ກັບ​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ແລະ ອຳ​ນາດ​ການ​ປົກ​ຄອງ​ຂອງທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barak Obama ​ຈະມີ​ເວ​ລາ 45 ວັນ​ເພື່ອ​ຄ່ອຍ​ຖ້າ​ຄຳ​ຕັດ​ສິນ​ສຸດ​ທ້າຍ. ແຕ່​ຕາມ​ວົງການ​ນັກ​ໄຈ້​ແຍກ​ໃຫ້​ຂໍ້​ສັງ​ເກດ​ວ່າ ຈະ​ນັບ​ມື້​ນັບ​ມີ​ສຽງ​ສະ​ໜັບ​ສະ​ໜູນ​ຕື່ມ​ອີກຕໍ່​ການ​ປົວ​ແປງ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ-ກູ​ບາ .

   ຕໍ່​ໜ້າ​ຄວາມ​ຈິງນີ້, ເຖິງ​ເວ​ລາ​ແລ້ວ​ທີ່​ອາ​ເມ​ລິ​ກາ​ເຫັນ​ວ່າ ຕ້ອງ​ປ່ຽນ​ແປງ​ນະ​ໂຍ​ບາຍ​ຂອງ​ຕົນ. 2 ຝ່າຍ​ຄວນມີ​ເວ​ລາ​ຕື່ມ​ອີກ​ໃຫ້​ແກ່​ບັນ​ດາ​ບາດ​ກ້າວ​ເດີນ​ຕໍ່​ໄປ ແລະ ການ​ພົບ​ປະ​ຄັ້ງ​ປະ​ຫວັດ​ສາດ​ລະ​ຫວ່າງ​ການ​ນຳອາ​ເມ​ລິ​ກາ​-ກູ​ບາ ເຖິງວ່າ​ມີ​ລັກ​ສະ​ນ​ະ​ເປັນ​ສັນ​ຍາ​ລັກ​ກໍ​ຕາມ, ແຕ່​ກໍ​ສາ​ມາດ​ເຮັດ​ໃຫ້​ຫາ​ງສຽງປາ​ຖະ​ໜາ​ກ່ຽວ​ກັບ​ໜ້າ​ປະ​ຫວັດ​ສາດ​ໃໝ່​ຖືກ​ໄຂ​ຂຶ້ນ​ໃນ​ການ​ພົ​ວ​ພັນ​ລະ​ຫວ່າງ 2 ປະ​ເທດ​ພາກ​ພື້ນອາ​ເມ​ລິ​ກາ​ລາ​ຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ