ໝາກຜົນການເລືອກຕັ້ງຢູ່ເກຼັກ: ຜູ້ດີໃຈ, ຄົນເປັນຫ່ວງ



ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ພັກ​ຊີ​ຣີ​ຢາ​ຝ່ານ​ຊ້າຍ​ຢູ່ເກຼັກສາ​ມາ​ດ​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ກ່ອນ​ກຳ​ນົດ ຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 25/1. ສິ່ງນີ້​ແມ່ນ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ເລ​ື່ອງ​ການ​ນຳ​ພັກ​ຊ​ີ​ຣີ​ຢາ, ທ່ານ Alexis Tsipras ກາຍ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ ເກຼັກ ແລະ ກໍ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2, ມີ​ພັກ​ຝ່າຍ​ຊ້າຍ​ໄດ້​ຂຶ້ນ​ກຳ​ອຳ​ນາດ​ຢູ່​ປະ​ເທດນີ້. ກົງ​ກັນ​ຂ້າມ​ກັບ​ຄວາມ​ພູມ​ໃຈ​ຂອງ​ຊາວ ເກຼັກ, ຫຼາຍ​ປະ​ເທດ EU ພວມ​ສະ​ແດງ​ຄວາມ​ເປັນ​ຫ່ວງ ເມື່ອພັກ​ຊີ​ຣີ​ຢາ ແມ່ນ​ພັກ​ຄັດ​ຄ້ານ​ນະ​ໂຍ​ບາຍ​ຮັດ​ເຂັມ​ຄັດ​ຂອງ EU ແຕ່​ດົນ​ນານ​ມາ​ແລ້ວ.

 

ໝາກຜົນການເລືອກຕັ້ງຢູ່ເກຼັກ: ຜູ້ດີໃຈ, ຄົນເປັນຫ່ວງ - ảnh 1
ພັກ​ຊີ​ຣີຢາຍາດ​ໄດ້ໄຊ​ຊະ​ນະ​ຢ່າງ​ຂາດ​ຂັ້ນ​

   ໝາກ​ຜົນ​ການ​ເລືອກ​ຕັ້ງຢ່າງ​ເປັນ​ທາງ​ການ​ໂດຍ​ກະ​ຊວງ​ພາຍ​ໃນ ເກຼັກ ປະ​ກາດ​ເມື່ອ​ວັນ​ທີ 26/1 ໄດ້​ຢັ້ງ​ຢືນ​ໄຊ​ຊະ​ນະ​ຢ່າງ​ຂາດ​ຂັ້ນ​ຂອງ ພັກ​ຊີ​ຣີຢາ. ຕາມນັ້ນ​ແລ້ວ, ພັກ​ນີ້​ໄດ້​ຮັບ​ໄຊ​ຊະ​ນະ​ດ້ວຍ 36,37% ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ, ເທົາ່​ກັບ 149/ 300 ທີ່​ນັ່ງ​ໃນ​ສະ​ພາ​ແຫ່ງ​ຊາດ ເກຼັກ. ໝາກ​ຜົນ​ນ​ີ້ໄດ້ລື່ນ​ກາຍ​ຢ່າງ​ຂາດ​ຂັ້ນ​ເມື່ອ​ທຽບ​ໃສ່​ພັກ​ປະ​ຊາ​ທິ​ປະ​ໄຕໃໝ່ ND ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Antonis Samaras ຂະ​ນະ​ທີ່​ຍາດ​ໄດ້​ພຽງ 76 ທີ່​ນັ່ງ​ເທົ່າ​ນັ້ນ.

    ໂຄງ​ການ​ຫາ​ສຽງ​ເລື່ອກ​ຕັ້ງ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ຜູ້​ປ່ອນ​ບັດ.

    ໄຊ​ຊະ​ນະ​ຂອງ ພັກ​ຊີ​ຣີຢາບໍ່​ເຮັດ​ໃຫ້​ຜູ້​ຄົນ​ທັງຫຼາຍ​ຕົກ​ສະ​ເງີ້ ເພາະ​ຜົນ​ຂອງ​ການ​ຢັ່ງ​ຫາງ​ສຽງຫຼາຍ​ຄັ້ງກ່ອນນັ້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ນີ້​ຍາມ​ໃດ​​ກໍຍາດ​ໄດ້​ບັດ​ສະ​ໜັບ​ສະ​ໜູນ​ຈາກ​ຜູ້​ປ່ອນ​ບັດ​ສູງກວ່າເມື່ອ​ທຽບ​ໃສ່​ພັກ​ອື່ນໆ. ສາຍ​ເຫດ​ແມ່ນ​ ໂຄງ​ການ​ຫາ​ສຽງ​ເລື່ອກ​ຕັ້ງ​ຂອງພັກ​ຊີ​ຣີຢາ ສອດ​ຄ່ອງ​ກັບ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ຜູ້​ປ່ອນ​ບັດຊາວ ເກຼັກ, ຂະ​ນະ​ທີ່​ໄດ້​ຢືນ​ຢັນ​ຍົກ​ເລີກນະ​ໂຍ​ບາຍ​ຮັດ​ເຂັມ​ຄັດ, ຢຸດ​ການຫຼຸດ​ຜ່ອນ​ເງິນ​ເດືອນ ແລະ ໃຊ້​ຈາຍ​ສ່ວນ​ລວມ, ຢຸດ​ຕິ​ການ​ສໍ້​ລາດ​ບັງຫຼວງ. ຄວາມ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ເຖິງວ່າ​ເສດ​ຖະ​ກິດ ເກຼັກ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ໄດ້​ຮັບ​ການ​ປົວ​ແປງ, ແຕ່​ຍ້ອນນະ​ໂຍ​ບາຍ​ຮັດ​ເຂັມ​ຄັດ, ດັ່ງ​ນັ້ນ, 25% ຈຳ​ນວນ​ພົນ​ລະ​ເມືອງ​ຍັງ​ຄົງ​ຖືກວ່າງ​ງານ, ຫຼາຍໆ​ຄົນ​ຕົກ​ຢູ່​ໃນ​ສະາ​ພບ​ທຸກ​ຍາກ. ດັ່ງ​ນັ້ນ, ເບິ່ງ​ຄື​ວ່າ ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບໍ່​ໜ້ອຍ​ໄດ້ຫຼົງ​ລືມ​ຄຸນ​ຄ່າ​ຂອງ​ບັນ​ດາ​ບ້ວງ​ເງິນ​ຊ່ວຍ​ກູ້​ສາ​ກົນ ແລະ ຫັນ​ໄປ​ສູ່​ການ​ປ່ນ​ບັດ​ໃຫ້ ພັກ​ຊີ​ຣີຢາ.

    ໂດຍ​ກຳ​ແໜ້ນ​ດ້ານ​ຈິດ​ຕະ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ, ດັ່ງ​ນັ້ນ​ໃນ​ບົດ​ກ່າວ​ປາ​ໄສ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢູ່​ນະ​ຄອນຫຼວງ​ອາ​ແທນ​ເມື່ອ​ວັນ​ທີ 26/1, ການ​ນຳພັກ​ຊີ​ຣີຢາ, ທ່ານ Alexis Tsipras ໄດ້​ໃຫ້​ຄຳ​ໝັ້ນ​ໝາຍ​ຄືນ​ໃໝ່ ຈະ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ ແລະ ປະ​ເທດ​ຊາດເກຼັກ. ກ່ອນນັ້ນ, ພາຍຫຼັງ​ໄດ້​ຮັບ​ຊາບໝາກ​ຜົນ​ການ​ເລືອກ​ຕັ້ງ, ພັກ​ຊີ​ຣີຢາ ໄດ້​ຖະ​ແຫຼງວ່າ : ນັບ​ແຕ່​ວັນ​ທີ 26/1, ເກຼັກຢຸດ​ຕິ ນະ​ໂຍ​ບາຍ​ຮັດ​ເຂັມ​ຄັດ​ຊຶ່ງ​ປະ​ເທດນີ້​ໄດ້​ປະ​ຕິ​ບັດ​ໃນ 5 ປີ​ທີ່​ຜ່ານ​ມາຕາ​ມ​ການ​ຮຽກ​ຮ້ອງ​ຂອງ​ບັນ​ດາ​ເຈົ້າ​ໜີ້​ສາ​ກົນ​ເພື່ອ​ແລກ​ເອົາ​ໂຄງ​ການ​ຊ່ວຍ​ກູ້​ດ້ານ​ເສດ​ຖະ​ກ​ິດ, ພ້ອມ​ກັນ​ນັ້ນ, ອາ​ແທນ ໄດ້​ຍົກ​ອອກ​ແຜນ​ການ​ປະ​ຕິ​ຮູບ, ລົງ​ທຶນ ແລະ ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ຕົນ​ເອງ.

   ເອີ​ລົບ​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ.

   ເຖິງວ່າ​ໄດ້​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ເຖິງ​ການ​ນຳ ພັກ​ຊີ​ຣີຢາ​ກໍ​ຕາມ, ແຕ່​ຕໍ່​ໜ້າ​ບັນ​ດາ​ຄຳ​ຖະ​ແຫຼງ​ທີ່​ໄປ​ຝືນ​ກັບ​ຂໍ້​ຕົກ​ລົງ​ກັບ​ບັນ​ດາ​ເຈົ້າ​ໜີ້, ຫຼາຍ​ປະ​ເທດ​ໃນ EU ກໍ​ບໍ່​ລືມ​ຢືນ​ຢັນ​ທັດ​ສະ​ນະ​ຂອງ ເກຼັກ ແມ່ນ​ຕ້ອງ​ປະ​ຕິ​ບັດ​ຄຳ​ໝັ້ນ​ໝາຍ​ຮັດ​ເຂັມ​ຄັດ. ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ ປາ​ຖະ​ໜາ​ວ່າ ລັດ​ຖະ​ບານ​ໃໝ່​ຂອງ ເກຼັກ ຈະ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາກັບ​ບັນ​ດາ​ເຈົ້າ​ໜີ້​ສາ​ກົນ. ສ່ວນ​ນາ​ຍົກ​ລັດ​ຖະ​ມົນ​ແຟງ​ລັງ ຢືນ​ຢັນ​ວ່າ ປະ​ເທດ​ຂອງ​ທ່ານ​ຈະ​ຄັດ​ຄ້ານ​ຂໍ້​ສະ​ເໜີ​ລົບ​ລ້າງ​ໜີ້​ສິນ​ສ່ວນ​ໜຶ່ງ​ໃຫ້​ແກ່ ເກຼັກ, ແຕ່​ຍັງ​ເນັ້ນ​ໜັກ​ວ​່​າ ແຟງ​ລັງ ພ້ອມ​ແລ້ວ​ທີ່​ຈະ​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕາ ແລະ ຕໍ່​ກຳນົດ​ເວ​ລາຊຳ​ລະ​ໜີ້​ສິນ​ໃຫ້​ແກ່​ອາ​ແທນ.

      ໝາກ​ຜົນ​ການ​ເລືອກ​ຕັ້ງຢູ່ ເກຼັກ ຍັງ​ເຮັດ​ໃຫ້​ເອີ​ລົບ​ເພີ່ມຄວາມ​ເປັນ​ຫວ່ງກັງ​ວົນ​ທາງ​ດ້ານ​ການ​ເມືອງ. ນັ້ນ​ແມ່ນ​ການ​ກະ​ທົບ​ຢ່າງ​ເປັນ​ຂະ​ບວນ​ຈາກ​ໄຊ​ຊະ​ນະ​ຂອງ​ພັກ​ຝ່າຍ​ຊ້າຍ ​ຊີ​ຣີຢາ. ໄຊ​ຊະ​ນະ​ຈາກ​ພັກ​ຄັດ​ຄ້ານນະ​ໂຍ​ບາຍ​ຮັດ​ເຂັມ​ຄັດ ຈະ​ຕໍ່​ພະ​ລັງ​ແຮງ​ໃຫ້​ພັກ​ອື່ນໆ​ຊຶ່ງ​ເດີນ​ຕາມ​ແນວ​ທາງ​ເຊັ່ນ​ດຽວ​ກັນ​ຢູ່​ເອີ​ລົບ, ຍົກ​ຕົວ​ຢ່າງ​ຄື​ພັກ Podemos , ປະ​ຈຸ​ບັນ​ພວມ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ແກ​ດຶງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ແອ​ດສ​ະປາຍ ຄັດ​ຄ້ານ ນະ​ໂຍ​ບາຍ​ຮັດ​ເຂັມ​ຄັດ​ຊ​ຶ່ງ​ລັດ​ຖະ​ບານ​ຂອງ​ພວກເຂົາພວມ​ນຳ​ໃຊ້​ເພື່ອ​ຮັບ​ມື​ກັບ​ການ​ຊຸດ​ໂຊມ​ດ້ານ​ເສດ​ຖະ​ກິດ.

   ໝາກ​ຜົນ​ການ​ເລືອກ​ຕັ້ງຢູ່ ເກຼັກ, ເຖິງວ່າ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ​ກໍ​ຕາມ, ແຕ່​ກໍ​ໄດ້​ວາງ​ອອກ​ສິ່ງ​ທ້າ​ທາຍບໍ່​ໜ້ອຍ​ທີ່​ມີ​ຕໍ່​ພັກ​ກຳ​ອຳ​ນາດ ແລະ ນັບ​ທັງ​ກັບ EU. ອະ​ນາ​ຄົດ​ຂອງ ເກຼັກ ຄື​ແນວ​ໃດ ກໍ​ເປັນ​ການ​ຍາກ​ເມື່ອ​ໃຫ້​ຄຳ​ຢັ້ງ​ຢືນ. ຕໍ່​ໜ້າ​ບັນ​ດາ​ການ​ຜັນ​ແປ​ທີ່​ຍາກ​ຈະ​ຄາດ​ຄະ​ເນ​ໄວ້​ລວງ​ໜ້ານີ້​ຢູ່ ເກຼັກ ນັ້ນ, ການ​ກະ​ທຳ​ທຸກ​ຢ່າງ​ຢູ່​ອາ​ແທນ​ໃນ​ປະ​ຈຸ​ບັນ​ພວມ​ໄດ້​ຮັບ​ການ​ຕິດ​ຕາມ​ລະ​ອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ