(VOVWORLD) - ວັນທີ 30 ເມສາ 1975, ຂ່າວຫວຽດນາມ ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບນັ້ນປະຊາຊົນທົ່ວໂລກໄດ້ຮູ້ຈັກເຖິງຄັ້ງທຳອິດໂດຍຜ່ານຄື້ນການກະຈາຍສຽງບັນດາພາສາຕ່າງປະເທດ ຂອງ ວິທະຍຸກະຈາຍສຽງ ຫວຽດນາມ. ຫຼັງຈາກນັ້ນ 50 ປີ, ບັນດາຜູ້ເຮັດວຽກງານກະຈາຍສຽງບັນດາພາສາຕ່າງປະເທດນັ້ນ ກໍ່ໄດ້ສົ່ງຕໍ່ບັນຍາກາດທີ່ຟົດຟື້ນ, ເອກອ້າງທະນົງໃຈໃນວັນບຸນໃຫຍ່ຂອງປະເທດ ໄປຍັງໂລກ ແລະ ແຜ່ກະຈາຍອອກສູ່ຂະບວນກັບເພື່ອນມິດສາກົນກ່ຽວກັບສານທີ່ວ່າ “ປະເທດຫວຽດນາມ ເປັນໜຶ່ງດຽວ, ຊາດ ຫວຽດນາມ ເປັນໜຶ່ງດຽວ”.
ທ່ານ ຈິ້ງຫຶວຕວັນ, ອະດີດ ໂຄສົກ ພາກພາສາອັງກິດ VOV5. (ພາບ:VOV5/Mai Phương) |
ຕອນເຊົ້າວັນທີ 30 ເມສາ, ຂ້າພະເຈົ້າ ແລະ ທ່ານນາງ ຈິ້ງທິເງາະ ໄດ້ເດີນທາງແຕ່ ຖະໜົນກວານຊື້ ໄປຍັງ ບ່າຈ້ຽວເພື່ອອັດສຽງລາຍການພາກພາສາອັງກິດອອກອາກາດຕອນເວລາ 17 ໂມງ. ພວມອ່ານຂ່າວປະຈຳວັນ, ຢູ່ພາຍນອກທຸກຄົນກໍ່ຢຸດ ແລະ ມິດໝົດ, ແຈ້ງໃຫ້ກັນຊາບຂ່າວຄາວທີ່ຫາກໍ່ໄດ້ຮັບວ່າ ໄຊງ່ອນໄດ້ຮັບການປົດປ່ອຍແລ້ວ. ທຸກໆຄົນປະວຽກງານກຳລັງເຮັດໝົດ, ແລ່ນອອກໄປນອກ ກອດກັນໄຫ້, ຍິ້ມຫົວມີຄວາມສຸກຫຼາຍ.
ໂດຍມີຄວາມເປັນກຽດແມ່ນໜຶ່ງໃນ ນັກຂ່າວ 2 ຄົນທີ່ເຂົ້າຮ່ວມການອ່ານພາກຂ່າວໄຊຊະນະດ້ວຍພາສາອັງກິດໃນຄື້ນກະຈາຍສຽງບັນດາພາສາຕ່າງປະເທດໃນວັນທີ 30 ເມສາ 1975 ແມ່ນຄວາມຊົງຈຳທີ່ບໍ່ອາດຫຼົງລືມໄດ້ສຳລັບທ່ານ ຈິ້ງຮຶວຕວນ (ຈິ້ງລື) ເຊິ່ງແມ່ນອະດີດນັກຂ່າວພາສາອັງກິດ, ລາຍການກະຈາຍສຽງບັນດາພາສາຕ່າງປະເທດ ຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV5). ໃນຈຸດເວລານັ້ນ, ມີພະນັກງານ, ນັກຂ່າວເຕົ້າໂຮມເປັນຈຳນວນຫຼາຍຢູ່ສຳນັກງານຂອງ VOV5 ຢູ່ເຮືອນເລກທີ 45 ຖະໜົນບ່າຈ້ຽວ ຮ່າໂນ້ຍ, ເພື່ອຟັງຂ່າວໄຊຊະນະໂດຍທີ່ສະໜາມຮົບສົ່ງມາ.
ພາຍຫຼັງຮັບຂ່າວໄຊຊະນະ, ບັນດາບັນນາທິການ, ນັກຂ່າວ ຜູ້ອ່ານຂ່າວໄດ້ຮ້ອງໂຮສະແດງຄວາມດີໃຈ, ຄວາມສຸກ, ບັນດານັກຊ່ຽວຊານຕ່າງປະເທດພວມເຮັດວຽກຢູ່ ພະແນກກໍ່ຮູ້ສຶກປິຕິຊົມຊື່ນ, ຈັບມືກອດບັນດາບັນນາທິການຢູ່ອ້ອມຂ້າງ.
ໃນຈຸດເວລານັ້ນ, ຢູ່ກຸຍບາ, ຂ່າວໄຊຊະນະໃນວັນທີ 30 ເມສາ ກໍ່ໄດ້ທ່ານນາງ Joan Gandini (ຊາວ ອີຕາລີ) ແລະ ທ່ານ Robert David Cohen (ຊາວ ອາເມລິກາ) ເຊິ່ງແມ່ນຄູ່ງານສອງຄົນຂອງ ພະແນນກະຈາຍສຽງບັນດາພາສາຕ່າງປະເທດ ອ່ານໃນວິທະຍຸກະຈາຍສຽງ ສາກົນ La Havana, ກຸຍບາ.
ຄົບຮອບ 50 ປີ, ວັນທີ 30 ເມສາ 2025 ເຊິ່ງແມ່ນວັນບຸນໃຫຍ່ຂອງປະເທດຊາດ ພັດດຳເນີນຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ. ເພື່ອກະກຽມໃຫ້ແກ່ບັ້ນໂຄສະນາເຜີຍແຜ່ພິເສດກ່ຽວກັບວັນບຸນໃຫຍ່ຄັ້ງນີ້, ແຕ່ຊຸມເດືອນກ່ອນ, ຄະນະກະຈາຍສຽງບັນດາພາສາຕ່າງປະເທດ ໄດ້ຂຶ້ນແຜນການຢ່າງລະອຽດດ້ວຍບັນດາວຽກງານຕ່າງໆເພື່ອມອບໃຫ້ແຕ່ລະພາກສ່ວນ. ມີນັກຂ່າວ, ບັນນາທິການ ກ່ວາ 100 ຄົນໃນພະແນກໄດ້ພ້ອມກັນເຂົ້າຮ່ວມການຜະລິດບັນດາລາຍການ, ຂ່າວຄາວ, ບົດຂຽນເພື່ອຮັບໃຊ້ວັນບຸນໃຫຍ່ນີ້.
ນັກຂ່າວ ດັ້ງມາຍເຟືອງ (ເບຶ້ອງຂວາ) ກັບເພື່ອນຮ່ວມງານ. (ພາບ: VOV5/Lệ Chi) |
ຢູ່ລາຍການພາກພາສາອັງກິດກໍ່ຄືບັນດາລາຍການພາກພາສາຕ່າງໆຄື: ຝລັ່ງ, ລັດເຊຍ, ແອັດສະປາຍ, ເຢຍລະມັນ, ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ໄທ, ອິນໂດເນເຊຍ, ລາວ, ກຳປູເຈຍ ແລະ ລາຍການພາສາ ຫວຽດນາມ ບັນດາບັນນາທິການແປພາສາ ພວມເລັ່ງລັດ ຮັບຂ່າວ, ແປຂ່າວ. ບັນດານັກຊ່ຽວຊານຮຽບຮຽງກວດແກ້ກໍ່ໄດ້ກວດບົດຢ່າງລະອຽດ. ໃນຫ້ອງອັດສຽງ, ບັນຍາກາດເຮັດວຽກກໍ່ຮີບດ່ວນທີ່ສຸດ… ເພື່ອຮັບປະກັນ 13 ລາຍການໄດ້ອອກອາກາດ ແລະ ເອົາລົງເວັບໄຊ vovworld.vn ດ້ວຍບັນດາຂ່າວຄາວທີ່ຊັດເຈນ, ຖືກຕ້ອງ, ໄວ ແລະ ດຶງດູດໃຈທີ່ສຸດກ່ຽວກັບບັນຍາກາດຂອງວັນບຸນທ້ອນໂຮມປະເທດຊາດເປັນເອກະພາບ. ນັກຂ່າວ ດັ້ງມາຍເຟືອງ, ຮອງຫົວໜ້າລາຍການກະຈາຍສຽງພາກພາສາອັງກິດ ໃຫ້ຮູ້ວ່າ:
ຢູ່ລາຍການພາກພາສາອັງກິດ, ການເຮັດຂ່າວ, ບົດຕາມເຫດການ ພວກຂ້າພະເຈົ້າໄດ້ສັບຊ້ອນບັນນາທິການ ແລະ ຜູ້ກວດບົດຂ່າວ ເພື່ອໃຫ້ບັນດາເນື້ອໃນທີ່ເອົາລົງໃນເວັບໄຊ vovworld.vn ໄດ້ຮັບປະກັນຖືກຕ້ອງຕາມການໂຄສະນາເຜີຍແຜ່. ການ ເຮັດຂ່າວ ແລະ ສ້າງລາຍການພິເສດໃຫ້ແກ່ວັນທີ 30 ເມສາ, ພວກຂ້າພະເຈົ້າກໍ່ມານະພະຍາມເຮັດໃຫ້ສຳເລັດໄປແຕ່ລະຂັ້ນຕອນ, ໝາຍຄວາມວ່າ ຖ້າວ່າມີຂ່າວ ກໍ່ມີຄົນກວດບົດ, ພາຍຫຼັງ ຊ່ຽວຊານຕ່າງປະເທດ, ຊ່ຽວຊານຫວຽດນາມກວດຮຽບຮຽງແລ້ວ ຈະເອົາໄປອ່ານເລີຍ.
ດ້ວຍວຽກງານທີ່ຮີບເຮັ່ງ, ນັກຂ່າວ, ບັນນາທິການໝົດທຸກຄົນຢູ່ ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດລ້ວນແຕ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ດ້ວຍຄວາມປາດຖະຫນາຢາກສົ່ງບັນຍາກາດອັນສະຫງ່າອົງອາດຂອງຊຸມມື້ວັນບຸນທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບມາໄປຍັງເພື່ອນມິດສາກົນ, ແລະ ຜູ້ຟັງຢູ່ 5 ທະວີບ.
ນັກຂ່າວ ຫງວຽນຮົ່ງເວິນ, ຫົວຫນ້າ ຫ້ອງຂຽນຂ່າວບົດ, ພາກສ່ວນຜະລິດລາຍການ . (ພາບ:VOV5/Lệ Chi) |
ນອກຈາກຂ່າວ, ບົດປະຈຳວັນແລ້ວ, VOV5 ກໍ່ໄດ້ກະກຽມບັນດາລາຍການກະຈາຍສຽງພິເສດໃນວັນທີ 30 ເມສາ. ນັກຂ່າວ ຫງວຽນຮົ່ງເວິນ, ຫົວຫນ້າ ຫ້ອງຂຽນຂ່າວບົດ, ພາກສ່ວນຜະລິດລາຍການ ແບ່ງປັນວ່າ:
“ໃນວັນທີ 30 ເມສາ, ພວກຂ້າພະເຈົ້າໄດ້ຜະລິດເນື້ອໃນກະຈາຍສຽງພິເສດ ດ້ວຍຫົວຂໍ້: “ເສັ້ນທາງຍາດເອົາສັນຕິພາບ”. ເນື້ອໃນແມ່ນສອດຄ່ອງກັບແງ່ມມູມໂຄສະນາການຕ່າງປະເທດ, ສະແດງໃຫ້ເຫັນຊາດ ຫວຽດນາມ ຮັກຫອມສັນຕິພາບ. ທົ່ວປະເທດຊາດສາມັກຄີກັນ ເປັນຈິດຫນຶ່ງໃຈດຽວຕໍ່ສູ້ເພື່ອສັນຕິພາບ. ແລະ ກໍ່ໃນວັນທີ 30 ເມສາ, ພວກຂ້າພະເຈົ້າໄດ້ອັບເດດ ການສວນສະຫນາມ, ເດີນຂະບວນ ຕາມຊ່ວງເວລາເພື່ອໃຫ້ຍາມໃດກໍ່ມີຂ່າວຫລ້າສຸດໃນຊ່ອງກະຈາຍສຽງ ແລະ ໃນຫນ້າເວັບຂອງພະແນກ”
ບໍ່ພຽງແຕ່ອອກອາກາດບັນດາລາຍນັ້ນ, ບັນດາເນື້ອໃນຂອງຂ່າວ, ບົດກໍ່ໄດ້ເອົາລົງຢ່າງທັນການຜ່ານຫນ້າເວັບ vovworld.vn. ນາງ ຫງວຽນເລ້ຈິ, ບັນນາທິການເນື້ອໃນ ດິຈິຕອນ ລາຍການພາກພາສາຫວຽດ ຮັບໃຊ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຊາວຕ່າງປະເທດຮູ້ພາສາຫວຽດ ໃຫ້ຮູ້ວ່າ.
“ຖັນແຖວພະນັກງານສ້າງ Digital content ພວກຂ້າພະເຈົ້າ ຍາມໃດກໍ່ກຽມພ້ອມເພື່ອສົ່ງເນື້ອໃນດີສຸດ ຫລ້າສຸດກ່ຽວກັບການສວນສະຫນາມ, ເດີນຂະບວນ ເນື່ອງໃນໂອກາດ ສະເຫລີມສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບຜ່ານຫນ້າເວັບ. ຕອນເຊົ້າວັນທີ 30 ເມສາ ພວກຂ້າພະເຈົ້າຈະເອົາລາຍການຖ່າຍທອດສົດລົງໃນຫນ້າເວັບ ກໍ່ຄືອັບເດດບັນດາຮູບພາບ,clip ກ່ຽວກັບເຫດການຕ່າງໆຂອງວັນບຸນ.”
50 ປີກ່ອນນີ້, ບັນດາຜູ້ເຮັດວຽກງານກະຈາຍສຽງບັນດາລາຍການພາສາຕ່າງປະເທດ ມີຄວາມເອກອ້າງທະນົງໃຈເມື່ອເປັນຜູ້ທຳອິດລາຍງານຂ່າວໄຊຊະນະໄປຍັງໂລກຜ່ານຄື້ນກະຈາຍສຽງແລະ ປະຈຸບັນ ຫລັງຈາກນັ້ນ 50 ປີ, ບັນດານັກຂ່າວ, ບັນນາທິການ ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ ມີຄວາມຫ້າວຫັນ... ແຜ່ກະຈາຍບັນຍາກາດຂອງວັນບຸນທ້ອນໂຮມປະເທດຊາດເປັນເອກະພາບ, ປຸກລຸກ ແລະ ຊຸກຍູ້ອະນາຄົດ, ສົ່ງສານທີ່ວ່າ “ປະເທດຫວຽດນາມ ເປັນຫນຶ່ງດຽວ, ຊາດ ຫວຽດນາມ ເປັນຫນຶ່ງດຽວ”, ທັງຊາດເປັນເອກະພາບ ເປັນຈິດຫນຶ່ງໃຈດຽວ, ໝັ້ນແກ່ນກ້າວຂຶ້ນສັງກາດໃຫມ່ດ ສັງກາດຫັນຄວາມຄາດຫວັງກ່ຽວກັບປະເທດ ຫວຽດນາມ ສັນຕິພາບ, ເຊື່ອມໂຍງ ແລະ ພັດທະນາ ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງວັດທະນາຖາວອນໃຫ້ປະກົດຜົນເປັນຈິງ.