ການ​ທ່ອງ​ທ່ຽວ “​ລົງ​ຕົວ​ຈິງ​ສີ​ຂຽວ - ຕ້ອນ​ຮັບ​ລະ​ດູ​ຮ້ອນ​ທີ່​ມີ​ຄວາມ​ຈັບ​ໃຈ​ຢ່າງ​ແທ້​ຈິງ” ຢູ່ ເກີ່ນ​ເທີ

(VOVWORLD) - ນະຄອນເກີ່ນເທີ ໄດ້ຜັນຂະຫຍາຍຫຼາຍການບໍລິການທ່ອງທ່ຽວລົງຕົວຈິງໃນລະດູຮ້ອນປີ 2025. ພິເສດ, ປີນີ້, ບັນດາບໍລິສັດທ່ອງທ່ຽວ, ວິສາຫະກິດ, ເຂດ, ສະຖຽນທີ່ທ່ອງທ່ຽວສ່ວນຫຼາຍໄດ້ສົມທົບກັນຍູ້ແຮງການທ່ອງທ່ຽວສີຂຽວ, ດ້ວຍທິດນຳທີ່ວ່າ “ການລົງຕົວຈິງສີຂຽວ - ຕ້ອນຮັບລະດູຮ້ອນທີ່ມີຄວາມຈັບໃຈຢ່າງແທ້ຈິງ”.
ການ​ທ່ອງ​ທ່ຽວ “​ລົງ​ຕົວ​ຈິງ​ສີ​ຂຽວ - ຕ້ອນ​ຮັບ​ລະ​ດູ​ຮ້ອນ​ທີ່​ມີ​ຄວາມ​ຈັບ​ໃຈ​ຢ່າງ​ແທ້​ຈິງ” ຢູ່ ເກີ່ນ​ເທີ - ảnh 1ຮູບແບບການທ່ອງທ່ຽວສີຂຽວ ດຶງດູດທັງແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ (ພາບ: VOV)

Key word “ການທ່ອງທ່ຽວ ກົ່ນເຊີນ ເກີ່ນເທີ” ຢືນອັນດັບທີ 4 ໃນ TOP 10 key word ເຊິ່ງຊາວ ຫວຽດນາມ ນິຍົມຊອກຫາຂໍ້ມູນຫຼາຍທີ່ສຸດໃນຂົງເຂດ “ທ່ອງທ່ຽວ” ໂດຍ Google ປະກາດ. 10 ກວ່າປີ ນັບແຕ່ເມື່ອເລີ່ມເຄື່ອນໄຫວໃນປີ 2015, ເຖິງວ່າຈຳນວນແຂກທ່ອງທ່ຽວຫຼາຍ ແຕ່ ກົ່ນເຊີນ ຍັງຮັກສາໄດ້ຄວາມງາມແບບລຽບງ່າຍ ແລະ ສີຂຽວທີ່ເປັນເອກະລັກຂອງເຂດບ້ານນາແມ່ນ້ຳລຳເຊພາກຕາເວັນຕົກ. ເມື່ອມາແຫ່ງນີ້, ແຂກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບທັດຊະນີຍະພາບອັນສວຍສົດງົດງາມ, ໄດ້ຮັບຊົມປາເພື່ອຢ່ອນໃຈ, ຢ້ຽມຊົມສວນໝາກໄມ້ຕາມລະດູການ… 

ໂດຍເປັນຄົນທີ່ໄດ້ຮັບການຮູ້ຈັກກັນດີກັບຮູບແບບລ້ຽງປາໃນກະຊັງ ສົມທົບກັບການຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມ, ທ່ານ ຫຼີວັນບອນ, ເຈົ້າຂອງກະຊັງປາ ໄບບອນ ຢູ່ແມ່ນ້ຳເຮົ້າ ໄດ້ແບ່ງປັນວ່າ ເລື່ອງ ກົ່ນເຊີນ ເປີດປະຕູຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມ ທັງຊ່ວຍໂຄສະນາປາ, ຕົ້ນໄມ້ຫາຍາກຊະນິດຕ່າງໆ,ທັງແນະນຳໃຫ້ແຂກຄົນຮູ້ຈັກເຖິງຮູບແບບທ່ອງທ່ຽວທຳມະຊາດຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ແຫຼ່ງຊັບພະຍາກອນນ້ຳອີກດ້ວຍ.

“ເມື່ອກ່ອນນີ້ ຢູ່ທີ່ນີ້ກໍວ່າງເປົາຫຼາຍ ແຕ່ນັບແຕ່ມື້ເຮັດການທ່ອງທ່ຽວສົມທົບກັບການຮັບຊົມກະຊັງປາ, ສວນໝາກໄມ້, ເຂົ້າໜົມພື້ນເມືອງ, ໂຮມສະເຕ, ຕັ້ງຄ້າຍ, ພັກເຊົ່າຢູ່ດອນ…ມີການບໍລິການຢ່າງຄົບຖ້ວນ ສະນັ້ນ ແຂກທ່ອງທ່ຽວກໍມາຫຼາຍ ແລະ ມາແລ້ວຢາກມາອີກ”.

ການ​ທ່ອງ​ທ່ຽວ “​ລົງ​ຕົວ​ຈິງ​ສີ​ຂຽວ - ຕ້ອນ​ຮັບ​ລະ​ດູ​ຮ້ອນ​ທີ່​ມີ​ຄວາມ​ຈັບ​ໃຈ​ຢ່າງ​ແທ້​ຈິງ” ຢູ່ ເກີ່ນ​ເທີ - ảnh 2ແຂກທ່ອງທ່ຽວໄດ້ລົງຕົວຈິງເຮັດເຂົ້າໜົມພື້ນເມືອງ (ພາບ: VOV)

ຕາມສະພາການທ່ອງທ່ຽວໂລກ ກ່ຽວກັບການຄາດຄະເນທ່າອ່ຽງການທ່ອງທ່ຽວສາກົນແລ້ວ, ລະດູຮ້ອນ 2025 ຮັບຮູ້ຈຳນວນຜູ້ນິຍົມຮູບແບບ “ການທ່ອງທ່ຽວສີຂຽວ”, “ການລົງຕົວຈິງແບບຍືນຍົງ” ແລະ “ຫັນການທ່ອງທ່ຽວເປັນລາຍການມີລັກສະນະສ່ວນບຸກຄົນ ເພີ່ມຂຶ້ນຢ່າງແຮງ. ດັ່ງນັ້ນ, ບັນດາເຂດທ່ອງທ່ຽວ, ບໍລິສັດທ່ອງທ່ຽວຢູ່ນະຄອນ ເກີ່ນເທີ ໄດ້ວາງອອກຫຼາຍໂປຼໂມຊັນໃຫຍ່, ພັດທະນາຫຼາຍລາຍການທ່ອງທ່ຽວ; ສົ່ງເສີມແຂກທ່ອງທ່ຽວພ້ອມກັບປະຊາຊົນ ເກັບແລະຈັດແບ່ງປະເພດຂີ້ເຫຍື້ອຜ່ານຫຼາຍກິດຈະກຳທີ່ມີຄວາມໝາຍ. ທ່ານນາງ ເລດິງມິງທີ, ຜູ້ອຳນວຍການບໍລິສັດ Vietravel ສາຂາ ເກີ່ນເທີ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຢາກສ້າງບັນດາລາຍການເປັນມິດກັບສິ່ງແວດລ້ອມ. ຕົວຢ່າງຄື ພວກຂ້າພະເຈົ້າຫຼຸດຜ່ອນການຖີ້ມຂີ້ເຫຍື້ອອອກສູ່ສິ່ງແວດລ້ອມ, ຫຼື ໃນໄລຍະເດີນທາງ, ພວກຂ້າພະເຈົ້າກໍໂຄສະນາໃຫ້ແຂກທ່ອງທ່ຽວກ່ຽວກັບການປົກປັກຮັກສາທຳມະຊາດ. ໄປຄຽງຄູ່ກັນນັ້ນ, ບັນດາພາຊະນະທີ່ພວກຂ້າພະເຈົ້ານຳໃຊ້ໃນລາຍການທ່ອງທ່ຽວ ຈະຄ່ອຍໆຫັນມານຳໃຊ້ເຄື່ອງທີ່ເປັນມິດກັບສິ່ງແວດລ້ອມ”

ສຳລັບແຂກທ່ອງທ່ຽວ, ອ້າຍຢຸຍເຕິນ, ແຂກທ່ອງທ່ຽວມາຈາກແຂວງ ຊອກຈັງ ແບ່ງປັນວ່າ:

“ໃນລະດູຮ້ອນນີ້ ມີຫຼາຍໂປຼໂມຊັນ, ຂ້າພະເຈົ້າໄດ້ເລືອກພັກຜ່ອນບາງມື້. ຂ້າພະເຈົ້າເຫັນວ່າ ນະໂຍບາຍໂປຼໂມຊັນນີ້ ຈະຊ່ວຍໃຫ້ການທ່ອງທ່ຽວພັດທະນາກວ່າ”.

ທ່ານນາງ ດ່າວທິແທັງຖຸຍ, ຮອງຫົວໜ້າພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວນະຄອນ ເກີ່ນເທີ ໃຫ້ຮູ້ວ່າ ລະດູຮ້ອນແມ່ນຈຸດເວລາທີ່ການທ່ອງທ່ຽວທຳມະຊາດຢູ່ ເກີ່ນເທີ ເວົ້າສະເພາະ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເວົ້າລວມ ມີການເຄື່ອນໄຫວຄຶກຄື້ນທີ່ສຸດ. ເພື່ອເສີມຂະຫຍາຍປະສິດທິຜົນຮ່ວມສຳພັນຮ່ວມມືພັດທະນາການທ່ອງທ່ຽວລະຫວ່າງນະຄອນ ໂຮ່ຈີມິນ ກັບ ກຸ່ມແຂວງ, ນະຄອນ ຢູ່ພາຍໃນເຂດ, ຫວ່າງມໍ່ໍໆມານີ້, ການນຳບັນດາທ້ອງຖິ່ນໄດ້ເຫັນດີພັດທະນາການທ່ອງທ່ຽວ ຕາມທິດສີຂຽວ, ຍືນຍົງ, ພາຍໃຕ້ຫົວຂໍ້ “ການທ່ອງທ່ຽວແບບຍືນຍົງ ແລະ ເປົ້າໝາຍ Net Zero” ໃນ 6 ເດືອນທ້າຍປີ 2025. ທ່ານນາງ ດ່າວທິແທັງຖຸຍ ໃຫ້ຮູ້ວ່າ:

ໂດຍຕອບສະໜອງໂຄງການ, ມີວິສາຫະກິດຫຼາຍແຫ່ງມີວິທີເຮັດຢ່າງມີຫົວຄິດປະດິດສ້າງ, ເຊັ່ນ: ສ້າງເວັບໄຊ, ລາຍການກະຕຸ້ນຄວາມຕ້ອງການ, ລາຍການລົງຕົວຈິງ, ຄາບເຂົ້າກໍມີການປ່ຽນໃໝ່. ຢູ່ບັນດາຮາກຖານພັກເຊົ່າ, ຫຼາຍຫົວໜ່ວຍກໍມີລາຍການຫຼຸດລາຄາ, ຢ່າງໜ້ອຍສຸດແມ່ນ 20 – 30%. ບັນດາວິສາຫະກິດຈັດລາຍການທ່ອງທ່ຽວ, ການຂົນສົ່ງກໍເຊັ່ນດຽວກັນ. ຖ້າໄດ້ຮັບການຮ່ວມໄມ້ຮ່ວມມືຈາກວິສາຫະກິດຄືໃນປັດຈຸບັນ ການທ່ອງທ່ຽວຈະນັບມື້ນັບພັດທະນາຍິ່ງໆຂຶ້ນ”.

ດ້ວຍຫຼາຍໂປຼໂມຊັນທີ່ແທດຈິງ ພ້ອມດ້ວຍກິດຈະກຳລົງຕົວຈິງທີ່ເປັນເອກະລັກຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ການທ່ອງທ່ຽວຍາມລະດູຮ້ອນປີ 2025 ຢູ່ ເກິ່ນເທີ ແນ່ນອນວ່າຈະເປັນກິດຈະກຳທີ່ໜ້າຈັບໃຈສຳລັບແຂກທ່ອງທ່ຽວ./.

ຕອບກັບ

ຂ່າວ/ບົດ​ອື່ນ