ຊຸມ​ວັນ​ເດືອນ​ກໍ​ລະ​ກົດ​ຢູ່ເຂດ​ສຸ​ສານ ຮ່າງ​ເຢືອງ, ໂກນ​ດ໋າວ

(VOVWORLD) -  ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຮ່າງເຢືອງ (ເຂດພິເສດ ໂກນດ໋າວແມ່ນບ່ອນຝັງສົບຂອງນັກຮົບປະຕິວັດນັບພັນຄົນ ທີ່ຈົງຮັກພັກດີໄດ້ເສຍສະຫຼະຊີວິດຢ່າງອົງອາດກ້າຫານເພື່ອເອກະລາດເສລີພາບຂອງປະເທດຊາດໃນຊຸມວັນເດືອນກໍລະກົດນີ້ຜູ້ຄົນຢູ່ທຸກແຖບຖິ່ນໃນທົ່ວປະເທດໄດ້ຫຼັ່ງໄຫຼມາຢ່າງຄັບຄາໜາແໜ້ ນກວ່າປົກກະຕິເພື່ອອາໄລຫາສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສສະຫຼະຊີວິດເພື່ອຊາດ.
ຊຸມ​ວັນ​ເດືອນ​ກໍ​ລະ​ກົດ​ຢູ່ເຂດ​ສຸ​ສານ ຮ່າງ​ເຢືອງ, ໂກນ​ດ໋າວ - ảnh 1ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ ຮ່າງເຢືອງ 

ເຂດສຸສານ ຮ່າງເຢືອງ ໃນປັດຈຸບັນ ໄດ້ແບ່ງອອກເປັນ 4 ເຂດ A,B,C,D ດ້ວຍຈຳນວນຂຸມຝັງສົບກວ່າ 1922 ຂຸມ. ໃນນັ້ນ ມີ 714 ຂຸມຂອງນັກຮົບທີ່ຮູ້ຊື່ນາມສະກຸນ ແລະ ບ້ານເກີດ, ສ່ວນຍັງເຫຼືອແມ່ນຂອງນັກຮົບນິລະນາມ. ໃນນັ້ນ ມີຂຸມຝັງສົບຂອງນັກຮົບ 14 ຄົນ ທີ່ພັກ, ລັດ ຫວຽດນາມ ໄດ້ມອບນາມມະຍົດອັນສູງສົ່ງ ເຊິ່ງແມ່ນວິລະຊົນກຳລັງປະກອບອາວຸດ ປະຊາຊົນ”.

ນັ້ນແມ່ນການແບ່ງປັນຂອງເອື້ອຍ ຟ້າມໂດະຮວ່າງຢຸງ, ຜູ້ບັນຍາຍແນະນຳຂອງເຂດອະນຸສອນສະຖານພິເສດລະດັບຊາດ ໂກນດ໋າວ.ເອື້ອຍໃຫ້ຮູ້ວ່າ ເຂດສຸສານ ຮວ່າງເຢືອງ ເປີດປະຕູຕ້ອນຮັບແຂກຈາກທົ່ວທຸກສາລະທິດໝົດມື້. ບັນດາເລື່ອງລາວກ່ຽວກັບເຈດຈຳນົງອົງອາດກ້າແກ່ນ, ນ້ຳໃຈຈົ່ງຮັກພັກດີຂອງບັນດານັກຮົບປະຕິວັດຫວຽດນາມ ໄດ້ເຮັດໃຫ້ແຂກທ່ອງທ່ຽວຫຼາຍຄົນເກີດຄວາມຮູ້ສຶກສະເທື່ອນໃຈເມື່ອມາຢາມແຫ່ງນີ້. 

        ຮອດຕອນຄ່ຳ, ຢູ່ເຂດສຸສານແຫ່ງນີ້ ມີທຽນນັບພັນອັນໄດ້ໄຕ້ຂຶ້ນ, ມີແສງສະຫວ່າງແຈ້ງຢູ່ກ້ອງແຖວຕົ້ນສົນແກ່, ເພື່ອອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ. ອ້າຍ ຫງວຽນວັນຕວັນ, ມາຈາກແຂວງ ຫວິງລອງ ແບ່ງປັນວ່າ:

        ຂ້າພະເຈົ້າມີຄວາມນັບຖືບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດທີ່ສຸດ. ຈຸດປະສົງທຳອິດທີ່ຂ້າພະເຈົ້າມາທີ່ນີ້ແມ່ນເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນ. ດ້ວຍນ້ຳໃຈຮັກຊາດຢ່າງເຕັມລົ້ນ, ລຸ້ນພໍ່ລຸ້ນອ້າຍໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກ ແລະ ສິ່ງທ້າທາຍນາໆປະການ, ມີຫຼາຍຄົນໄດ້ເສຍຊີວິດ ເພື່ອແລກເອົາສັນຕິພາບມາໃຫ້ປະເທດຊາດ ຫວຽດນາມ. ນັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດນີ້ໄດ້ມີບຸນຄຸນຕໍ່ລຸ້ນຄົນປັດຈຸບັນເປັນທີ່ສຸດ”.

ຊຸມ​ວັນ​ເດືອນ​ກໍ​ລະ​ກົດ​ຢູ່ເຂດ​ສຸ​ສານ ຮ່າງ​ເຢືອງ, ໂກນ​ດ໋າວ - ảnh 2ຄະນະນັກທ່ອງທ່ຽວຮັບຟັງການບັນລະຍາຍຢູ່ສຸສານ ຮ່າງເຢືອງ

   ເຂດສຸສານ ຮ່າງເຢືອງ ບໍ່ພຽງແຕ່ເປັນບ່ອນຝັງສົບຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດເທົ່ານັ້ນ ຫາກຍັງເປັນບົດເພງອະມະຕະຂອງສົງຄາມຍາດເອົາເອກະລາດອີກດ້ວຍ. 

        ເມື່ອມາທີ່ນີ້, ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ພັກຜ່ອນຢ່ອນອາລົມເທົ່ານັ້ນ, ຫາກຍັງເປັນວິວັດການທາງຈິດວິນຍານ ແລະ ວິວັດການສົ່ງແຮງບັນດານໃຈອີກດ້ວຍ. ມີເພື່ອນໜຸ່ມຫຼາຍຄົນ. ໂດຍສະເພາະແມ່ນຄົນລຸ້ນໜຸ່ມ ເມື່ອມານີ້ ຈະຄຳນຶງໄດ້ວ່າ ມີຊີວິດຢູ່ເພື່ອອຸທິດສ່ວນ. ສ່ວນຜູ້ທີ່ມີອາຍຸສູງ ຄືໄດ້ຫວນຄືນຄວາມຊົງຈຳຂອງດິນແດນແຫ່ງນີ້. ໂດຍມາຢາມ ໂກນດ໋າວ ເປັນຫຼາຍຄັ້ງ, ແຕ່ໃນແຕ່ລະຄັ້ງທີ່ມາເກາະສັກສິດນີ້, ນັກຮົບເກົ່າ ປ້າ ຫວູທິຖຳ ລ້ວນແຕ່ມີຄວາມຮູ້ສຶກທີ່ບໍ່ຄືກັນ.  ເດືອນກໍລະກົດ ເຊິ່ງແມ່ນເດືອນອາໄລຫາ, ສະແດງຄວາມຮູ້ບຸນຄຸນ, ຍິ່ງເຮັດໃຫ້ປ້າມີຄວາມຮູ້ສຶກທີ່ພິເສດກວ່າ. ປ້າແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ:

        “ຂ້າພະເຈົ້າຢາກໄປທົ່ວເຂດນີ້, ໄປຢາມຂຸມຝັງສົບຂອງນັກຮົບວິລະຊົນ ຫວທິເຊົາ ແລະ ບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ຢູ່ທີ່ນີ້ ມີນັກຮົບຫຼາຍຄົນໄດ້ເສຍສະຫຼະຊີວິດແຕ່ຄາວຍັງໜຸ່ມແໜ້ນ. ຫຼັງຈາກນັ້ນ, ຂ້າພະເຈົ້າກໍໄປຢາມຄຸກແຫ່ງຕ່າງໆຄືນ. ຂ້າພະເຈົ້າຢາກໄປແຕ່ລະບ່ອນເພື່ອຮັບຟັງກາບັນຍາຍແນະນຳທຸກບ່ອນ. ຂ້າພະເຈົ້າມານີ້ແລ້ວ ແຕ່ກໍຍັງຢາກມາອີກ. ຕື້ນຕັນໃຈຫຼາຍ ແລະ ມີຄວາມເອກອ້າງທະນົງໃຈຕໍ່ລຸ້ນພໍ່ລຸ້ນອ້າຍຂອງເຮົາທີ່ສຸດ”.

        ເອື້ອຍ ຟ້າມໂດະຮວ່າງຢຸງ, ຜູ້ບັນຍາຍແນະນຳຢູ່ເຂດອະນຸສອນສະຖານພິເສດລະດັບຊາດ ໂກນດ໋າວ, ແບ່ງປັນວ່າ:

        ເດືອນກໍລະກົດນີ້ແມ່ນເດືອນສະແດງຄວາມຮູ້ບຸນຄຸນ, ບໍ່ພຽງແຕ່ມີບັນດາສ່ວນບຸກຄົນເທົ່ານັ້ນ ຫາກຍັງມີຫຼາຍໝູ່ຄະນະກໍໄດ້ມາທີ່ນີ້ເພື່ອສະແດງຄວາມຮູ້ບຸນຄຸນເຊັ່ນດຽວກັນ. ຈຳນວນແຂກມາຢາມກໍເພີ່ມຂຶ້ນຢ່າງກະໂດດຂັ້ນ”.

        ໃນຊຸມວັນເດືອນ ກໍລະກົດ ຢູ່ເຂດສຸສານ ຮ່າງເຢືອງ, ໄດ້ບັນທຶກບັນດາຮອຍຍ່າງແບບເບົາໆຂອງແຂກທ່ອງທ່ຽວ, ຢາດນ້ຳຕາຂອງພໍ່ແມ່ພີ່ນ້ອງມາຈາກທົ່ວທຸກສາລະທິດ…ອັນໄດ້ສ້າງບັນຍາກາດທີ່ເຄັ່ງຂຶມ, ສັກສິດ ແລະ ເຕັມໄປດ້ວຍອາລົມຈິດ ຄວາມຮັກແພງເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບ ແລະ ຄວາມຜາສຸກ, ເພື່ອຄວາມຄົງຕົວຂອງຊາດ./.


ຕອບກັບ

ຂ່າວ/ບົດ​ອື່ນ