ຖາຍງວຽນ ນຳ​ໜ້າການ​ສ້າງ​ແຫຼ່ງ​​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດີ​ຈີ​ຕອນ

(VOVWORLD) -ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ວິວັດການຫັນເປັນດີຈີຕອນພວມດຳເນີນໄປຢ່າງແຮງ, ການພັດທະນາແຫຼ່ງຊັບພະຍາກອນມະນຸດດີຈີຕອນທີ່ມີຄຸນນະພາບສູງກາຍເປັນຄຳຮຽກຮ້ອງຕ້ອງການທີ່ຈຳເປັນຂອງບັນດາທ້ອງຖິ່ນ. ດ້ວຍກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງກ່ຽວກັບອຸດສາຫະກຳເຕັກໂນໂລຢີສູງ ແລະ ທີ່ຕັ້ງບົດບາດແມ່ນໜຶ່ງໃນບັນດາສູນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫຍ່ທີ່ສຸດໃນທົ່ວປະເທດ, ຖາຍງວຽນ ພວມນຳໜ້າໃນການສ້າງແຫຼ່ງຊັບພະຍາກອນມະນຸດດີຈີຕອນຮັບໃຊ້ໃນຂົງເຂດເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ (AI), ຜ່ານນັ້ນ, ກໍປະກອບສ່ວນນຳ ຫວຽດນາມ ຫຍັບເຂົ້າລະບົບມູນຄ່າທົ່ວໂລກຂອງຂະແໜງເຕັກໂນໂລຢີສູງຢ່າງເລິກເຊິ່ງກວ່າ.
ຖາຍງວຽນ ນຳ​ໜ້າການ​ສ້າງ​ແຫຼ່ງ​​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດີ​ຈີ​ຕອນ - ảnh 1ນັກຮຽນມະຫາວິທະຍາໄລເຕັກນິກອຸດສາຫະກຳ ຖາຍງວຽນ ໄດ້ປະຕິບັດຕົວຈິງ ໄປຄຽງຄູ່ກັບການຮຽນທິດສະດີ (ພາບ: ໂຮງຮຽນມະຫາວິທະຍາໄລ ຖາຍງວຽນ)

ເພື່ອຫັນແຜນນະໂຍບາຍພັດທະນາແຫຼ່ງຊັບພະຍາກອນມະນຸດອຸດສາຫະກຳເຄິ່ງຊັກນຳໄຟຟ້າຮອດປີ 2030, ການກຳນົດທິດຮອດປີ 2050 ເປັນລະອຽດນັ້ນ, ນາຍົກລັດຖະມົນຕີ ໄດ້ອະນຸມັດຜ່ານມະຫາວິທະຍາໄລ ຖາຍງວຽນ ແມ່ນ 1 ໃນ 18 ຮາກຖານການສຶກສາມະຫາວິທະຍາໄລລັດທີ່ໄດ້ຮັບການບຸລິມະສິດ, ພິຈາລະນາການລົງທຶນຫ້ອງທົດລອງເຄິ່ງຊັກນຳໄຟຟ້າຂັ້ນຮາກຖານເພື່ອຮັບໃຊ້ການບຳລຸງສ້າງຊັບພະຍາກອນມະນຸດຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ. ໂດຍຜັນຂະຫຍາຍແຜນນະໂຍບາຍຂອງພັກ, ລັດ ແລະ ທ່າອ່ຽງພັດທະນາຂອງຂະແໜງອຸດສາຫະກຳເຕັກໂນໂລຢີສູງນີ້, ນັບແຕ່ສົກຮຽນ 2024 – 2025, ໂຮງຮຽນມະຫາວິທະຍາໄລ ຖາຍງວຽນ 3 ແຫ່ງ ລວມມີ: ມະຫາວິທະຍາໄລເຕັກນິກ - ອຸດສາຫະກຳ; ມະຫາວິທະຍາໄລອຸດສາຫະກຳຂໍ້ມູນຂ່າວສານ ແລະ ການສື່ສານ; ມະຫາວິທະຍາໄລວິທະຍາສາດ ໄດ້ເປີດຫຼາຍຂະແໜງວິຊາບຳລຸງສ້າງໃໝ່ຮັບໃຊ້ຂະແໜງເຄິ່ງຊັກນຳໄຟຟ້າ ແລະ ແຜງວົງຈອນ. ທ່ານ ຮສ.ປອ ໂງຍືຄວາ, ປະທານສະພາມະຫາວິທະຍາໄລເຕັກນິກ - ອຸດສາຫະກຳ, ໃຫ້ຮູ້ວ່າ:

“ໃນບັນດາຊຸດຮຽນເບື້ອງຕົ້ນ, ທາງໂຮງຮຽນຄາດຄະເນວ່າ ຈະສ້າງຫຼັກສູດ 3 + 2 ໃຫ້ສົມບູນແບບ, ໝາຍຄວາມວ່າ 3 ປີທຳອິດ ຈະຮຽນກ່ຽວກັບຄວາມຮູ້ພື້ນຖານຢູ່ໂຮງຮຽນ, 2 ປີຕໍ່ໄປຈະລົງເລິກວິຊາສະເພາະຢູ່ ໄຕ້ຫວັນ. ໄລຍະເບື້ອງຕົ້ນ, ພວກຂ້າພະເຈົ້າຕ້ອງພັດທະນາແຫຼ່ງກຳລັງເພື່ອໃຫ້ນັກສຶກສາມີເງື່ອນໄຂຮ່ຳຮຽນໃນສະພາບແວດລ້ອມຕົວຈິງຂອງບັນດາມະຫາວິທະຍາໄລທີ່ກ້າວໜ້າຢູ່ຕ່າງປະເທດ”.

ຖາຍງວຽນ ນຳ​ໜ້າການ​ສ້າງ​ແຫຼ່ງ​​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດີ​ຈີ​ຕອນ - ảnh 2ທ່ານ ຮສ.ປອ ໂງຍືຄວາ, ປະທານສະພາມະຫາວິທະຍາໄລເຕັກນິກ - ອຸດສາຫະກຳ
(ພາບ: ມະຫາວິທະຍາໄລ ຖາຍງວຽນ)

ປັດຈຸບັນ, ໄປຄຽງຄູ່ກັບການບຳລຸງສ້າງນັກສຶກສາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າມາໄດ້ 2 ປີ, ມະຫາວິທະຍາໄລ ຖາຍງວຽນ ພວມສືບຕໍ່ລົງທຶນພື້ນຖານໂຄງລ່າງໃຫ້ແກ່ບັນດາໂຮງຮຽນສາຂາອື່ນເພື່ອກຽມພ້ອມໃຫ້ແກ່ວິຊາສະເພາະໂດຍຄູອາຈານທີ່ມາຈາກບັນດາປະເທດຄູ່ຮ່ວມມືມາສິດສອນ, ພ້ອມດຽວກັນນັ້ນ, ກໍຊ່ວຍໃຫ້ນັກສຶກສາມີເງື່ອນໄຂຮຽນດ້ວຍຕົນເອງ, ຄົ້ນຄວ້າດ້ວຍຕົນເອງ. ທ່ານ ຮສ.ປອ ຟຸ່ງຈູງເຫງັຍ, ອະທິການບໍດີ ມະຫາວິທະຍາໄລເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ, ມະຫາວິທະຍາໄລ ຖາຍງວຽນ, ໃຫ້ຮູ້ວ່າ:

“ດ້ວຍຈຸດທີ່ເປັນເອກະລັກ ແລະ ທ່າແຮງຄືເຕັກໂນໂລຢີຂໍ້ມູນຂ່າວສານ, ທາງໂຮງຮຽນ ຈະສຸມໃສ່ລົງເລິກເຂົ້າການອອກແບບແຜງວົງຈອນ. ໃນນັ້ນ, ນັກສຶກສາໄດ້ຮຽນທິດສະດີ ແລະ ປະຕິບັດຕົວຈິງໃນບັນດາເຄື່ອງມືຊອັບແວ ເພື່ອອອກແບບພື້ນຖານແຜງວົງຈອນ. ໂຮງຮຽນໄດ້ສົມທົບ, ຮ່ວມສຳພັນກັບບັນດາຮາກຖານການສຶກສາ, ສະຖາບັນຄົ້ນຄວ້າ, ພິເສດແມ່ນບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອມີການໜູນຊ່ວຍເພີ່ມເຕີມກ່ຽວກັບພື້ນຖານໂຄງລ່າງ”.

ຮູບແບບບຳລຸງສ້າງວິຊາສະເພະກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ, ເຕັກໂນໂລຢີເຄິ່ງຊັກນຳໄຟຟ້າພວມໄດ້ຮັບການຜັນຂະຫຍາຍຢູ່ມະຫາວິທະຍາໄລ ຖາຍງວຽນ ບໍ່ພຽງແຕ່ຊ່ວຍນັກສຶກສາໄດ້ເຂົ້າເຖິງເຕັກໂນໂລຢີທັນສະໄໝ, ເຊິ່ງຍັງເປີດທິດທາງການຮ່ວມມືສາກົນຢ່າງເລິກເຊິ່ງກວ້າງຂວາງໃນການບຳລຸງສ້າງຂະແໜງການເຊິ່ງຊັກນຳໄຟຟ້າ.  ມີຫຼາຍຄູ່ຮ່ວມມືຢູ່ພາຍໃນ ແລະ ຕ່າງປະເທດ ກໍໄດ້ຮ່ວມເດີນທາງພ້ອມກັບມະຫາວິທະຍາໄລ ຖາຍງວຽນ ເພື່ອສ້າງຫຼັກສູດບຳລຸງສ້າງທີ່ບັນລຸມາດຖານສາກົນ.

ຖາຍງວຽນ ນຳ​ໜ້າການ​ສ້າງ​ແຫຼ່ງ​​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດີ​ຈີ​ຕອນ - ảnh 3ທ່ານ ຮສຈ. ປອ. ຟຸ່ງຈູງເຫງັຍ - ຜູ້ອຳນວຍການໂຮງຮຽນມະຫາວິທະຍາໄລອຸດສາຫະກຳຂໍ້ມູນຂ່າວສານ ແລະ ສື່ມວນຊົນ (ພາບ:ມະຫາວິທະຍາໄລ ຖາຍງວຽນ)

ໃນລະດັບຍຸດທະສາດ, ແຂວງ ຖາຍງວຽນ ໄດ້ປະກາດໃຊ້ແຜນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຮັບໃຊ້ອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດຮອດປີ 2030. ຕາມແຜນການນີ້, ທາງແຂວງສູ້ຊົນບຳລຸງສ້າງ ແຮງງານ4500 ຄົນໃນບັນດາຂະແໜງການອາຊີບຮັບໃຊ້ອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ປັນຍາປະດິດ; ໃນນັ້ນ ລະດັບວິຊາສະເພາະຂັ້ນປະລິນຍາຕີ, ຫຼັງປະລິນຍາຕີ ມີ 2.000 ຄົນ; ລະດັບວິຊາສະເພາະຂັ້ນຊັ້ນສູງ 500 ຄົນ ແລະ ລະດັບວິຊາສະເພາະຊັ້ນກາງ ກວ່າ 2.000 ຄົນ. ຄະນະກຳມະການປະຊາຊົນແຂວງ ຢັ້ງຢືນຈຸດສຸມແມ່ນ “ຍູ້ແຮງການຮ່ວມມືລະຫວ່າງບັນດາຮາກຖານການສຶກສາ ແລະ ວິສາຫະກິດ, ສ້າງກົນໄກນະໂຍບາຍໜູນຊ່ວຍການບຳລຸງສ້າງຊັບພະຍາກອນມະນຸດ, ເພີ່ມທະວີການໝູນໃຊ້ປັນຍາປະດິດໃນການສຶກສາ - ບຳລຸງສ້າງ”. ນີ້ໄດ້ຮັບຖືວ່າແມ່ນບາດກ້າວຍຸດທະສາດເພື່ອແນໃສ່ສ້າງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງຂອງຂະແໜງເຕັກໂນໂລຢີສູງໃນອະນາຄົດ. ທ່ານ ຮສ.ປອ ຮວ່າງວັນຮຸ່ງ, ອະທິການບໍດີມະຫາວິທະຍາໄລ ຖາຍງວຽນ, ເນັ້ນໜັກວ່າ:

“ມະຫາວິທະຍາໄລ ຖາຍງວຽນ ໄດ້ລົງທຶນແຫຼ່ງລາຍຈ່າຍໃຫຍ່ສຸດ ເພື່ອສ້າງບັນດາຫ້ອງທົດລອງ, ຫໍສະໝຸດຫັນເປັນດີຈີຕອນ, ລະບົບນິເວດດີຈີຕອນ ແລະ ພື້ນຖານໂຄງລ່າງທັນສະໄໝ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາຕັດສິນໃຈລົງທຶນທຸກແຫຼ່ງກຳລັງເພື່ອໃຫ້ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າໄດ້ຮັບການບຳລຸງສ້າງຢ່າງມີຄຸນນະພາບ, ຕອບສະໜອງຄວາມຕ້ອງການດ້ານຊັບພະຍາກອນມະນຸດໃຫ້ເປັນຢ່າງດີຕາມການກຳນົດທິດຂອງລັດຖະບານຮອດປີ 2030”.

ສຳລັບຄວາມຕ້ອງການຂອງວິສາຫະກິດ, ເຖິງວ່າຂະແໜງເຄິ່ງຊັກນຳໄຟຟ້າຕ້ອງການເວລາກະກຽມແຫຼ່ງຊັບພະຍາກອນມະນຸດໄລຍະຍາວກໍຕາມ, ແຕ່ເປົ້າໝາຍໄລຍະສັ້ນ ກໍຄືໄດ້ຮັບການກຳນົດແລ້ວ. ທ່ານ ຫງວຽນຫວຽດຈິງ, ຜູ້ອຳນວຍການຝ່າຍບໍລິຫານບໍລິສັດ Cognex  ຫວຽດນາມ ຈຳກັດ ປາດຖະໜາວ່າ:

“ເປົ້າໝາຍໄລຍະສັ້ນໃນຕໍ່ໜ້າ, ພວກຂ້າພະເຈົ້າປາດຖະໜາຢາກໃຫ້ບັນດານັກສຶກສາມີທັກສະກ່ຽວກັບ multivision ແລະ ຫຸ່ນຍົນຢ່າງພຽງພໍ. ນີ້ແມ່ນທ່າອ່ຽງຂອງອະນາຄົດ. ດ້ວຍບັນດາທັກສະນີ້, ບັນດານັກສຶກສາຈະມີໂອກາດພັດທະນາພື້ນຖານອຸດສາຫະກຳເຄິ່ງຊັກນຳໄຟຟ້າ ຫວຽດນາມ”.

ໃນອະນາຄົດໃກ້ໆນີ້, ເມື່ອການບຳລຸງສ້າງຊຸດທຳອິດສຳເລັດ, ຖັນແຖວນັກສຶກສາ, ວິສະວະກອນ, ນັກຊ່ຽວຊານໄດ້ຮັບການບຳລຸງສ້າງຢູ່ມະຫາວິທະຍາໄລແຫ່ງຕ່າງໆຂອງ ຖາຍງວຽນ ຈະກາຍເປັນກຳລັງຫຼັກແຫຼ່ງແກ່ນສານ, ປະກອບສ່ວນເຂົ້າໃນລະບົບຕອບສະໜອງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ຫວຽດນາມ. ພ້ອມກັບການລົງທຶນຂອງລັດ ແລະ ການເຂົ້າຮ່ວມຂອງບັນດາກຸ່ມບໍລິສັດເຕັກໂນໂລຢີໃຫຍ່, ຖາຍງວຽນ ມີພື້ນຖານຢ່າງພຽງພໍເພື່ອກາຍເປັນ 1 ໃນບັນດາສູນບຳລຸງສ້າງ, ຄົ້ນຄວ້າ ແລະ ໝູນໃຊ້ເຕັກໂນໂລຢີເຄິ່ງຊັກນຳໄຟຟ້າ, AI ແຖວໜ້າປະເທດ./.

ຕອບກັບ

ຂ່າວ/ບົດ​ອື່ນ