(VOVWORLD) - ນີ້ເປັນຄັ້ງທຳອິດໃນໂລກ, ເປືອກກະທຽມ, ຜະລິດຕະພັນສຳຮອງຊະນິດຕ່າງເບິ່ງຄືວ່າບໍ່ມີຜົນປະໂຫຍດ, ແຕ່ໄດ້ນຳໃຊ້ເປັນແຫຼ່ງພະລັງງານຊີວະພາບທີ່ມີປະສິດທິຜົນ. ຜະລິດຕະພັນທີ່ມີຊື່ວ່າ NIION ແມ່ນໝາກຜົນຂອງການຄົ້ນຄ້ວາທີ່ເຕັມໄປດ້ວຍຄວາມສຸດຈິດສຸດໃຈຂອງກຸ່ມນັກສຶກສາທີ່ມາຈາກມະຫາວິທະຍາໄລຫຼາຍແຫ່ງຢູ່ນະຄອນ ໂຮ່ຈີມິນ ແລະ ການາດາ ລວມມີ: ມະຫາວິທະຍາໄລ ອຸດສາຫະກຳການຄ້າ ນະຄອນ ໂຮ່ຈີມິນ, ມະຫາວິທະຍາໄລ ສັບພະວິຊາ ນະຄອນ ໂຮ່ຈີມິນ, ມະຫາວິທະຍາໄລເສດຖະກິດ, VinUni ແລະ Conestoga College (ການາດາ).
ແທັງຊີວະມວນ (ພາບ: ກຸ່ມສະໜອງ) |
ແທ່ງຊີວະມວນ NIION ໄດ້ຜະລິດຈາກເປືອກກະທຽມປະສົມປະສານກັບ ໄຂຖົ່ວເຫຼືອງ (soy wax), ສາມາດໄໝ້ໄດ້ດົນກ່ວາ, ມີອຸນຫະພູມເປັນປົກກະຕິ ແລະ ພິເສດຫຼຸດຜ່ອນການປ່ອຍທາດ CO₂ ຂຶ້ນເຖິງ 80% ເມື່ອທຽບໃສ່ກັບຖ່ານຫີນ. ບໍ່ພຽງແຕ່ແມ່ນວິທີການພະລັງງານສະອາດ, ຜະລິດຕະພັນນີ້ຍັງນຳມາເຊິ່ງຜົນປະໂຫຍດທີ່ກະໂດດຂັ້ນຫຼາຍຢ່າງກ່ວາອີກ.
ນ້ອງ ດິງວັນນາມ, ນັກສຶກສາ ມະຫາວິທະຍາໄລ ອຸດສາຫະກຳການຄ້າ ນະຄອນ ໂຮ່ຈີມິນ, ຫົວໜ້າກຸ່ມຄົ້ນຄ້ວາ ໃຫ້ຮູ້ວ່າ ແທ່ງອັດຊີວະມວນ CO2 ເຮັດຈາກເປືອກກະທຽມມີສັບພະຄຸນທັງໝົດ 3 ຢ່າງຫຼັກໆແມ່ນ: ເປັນແນວຈູດອ່ອຍໄຟ, ຖ່ານປິ້ງ ແລະ ນຳໃຊ້ໃນການແພດປ້ອງກັນ. ຍິ່ງໄປກ່ວານັ້ນ, ເມື່ອຈູດແລ້ວ ຂີ້ເທົ່າຍັງສາມາດນຳໃຊ້ເປັນປຸ໋ຍອົງຄະທາດ. ນອກຈາກນັ້ນ, ເປືອກຂອງກະທຽມຍັງມີທາດ allicin, ມີຄວາມສາມາດນຳໃຊ້ເພື່ອໄລ່ຍຸງ, ອາດສາມາດນຳໃຊ້ຢູ່ບັນດາທ້ອງຖິ່ນຕ່າງໆເພື່ອຫຼຸດຜ່ອນສະພາບການ ເປັນພະຍາດໄຂ້ເລືອດອອກ.
ນ້ອງເຫັນໄດ້ວ່າ ຜະລິດຕະພັນນີ້ດີຫຼາຍ, ມັນອາດສາມາດນຳໃຊ້ໃນບັນດາກໍລະນີສຸກເສີນຄື: ນ້ຳຖ້ວມ, ບໍ່ມີໄຟ, ບໍ່ມີໂຄມໄຟ, ຜະລິດຕະພັນນີ້ເມື່ອຈູດອາດສາມາດໄລ່ແມງໄມ້, ຫຼຸດຜ່ອນສະພາບການຕິດພະຍາດໄຂ້ເລືອດອອກຫຼາຍສຸດ.
ຈາກແນວຄິດນັ້ນ, ນາມ ໄດ້ຊອກຫາຄູ່ຮ່ວມງານທີ່ມີວິຊາການແຕກຕ່າງກັນຢູ່ບັນດາມະຫາວິທະຍາໄລຢູ່ນະຄອນ ໂຮ່ຈີມິນ, ຍິ່ງໄປກ່ວານັ້ນ ລາວໄດ້ຂໍຄຳເຫັນຈາກຄູອາຈານ, ນຳໃຊ້ບັນດາຫ້ອງທົດລອງເພື່ອຫັນຜະລິດຕະພັນນີ້ໃຫ້ປະກົດຜົນເປັນຈິງ.
ກຸ່ມ ນັກສຶກສາຜະລິດ ແທັງຊີວະມວນ (ພາບ: ກຸ່ມສະໜອງ) |
ຈາກທາດຕ່າງໆໃນເບື້ອງຕົ້ນຄື: ເຫຼົ້າ 90, ຜົງກາວ Litsea, ຂີ້ເຜິ້ງ ແລະ ສຸດທ້າຍແມ່ນ ໄຂຖົ່ວເຫຼືອງ, ກຸ່ມໄດ້ເສຍເວລາປະມານ 3 ເດືອນເພື່ອປັບປຸງແຕ່ລະຈຳນວນຕົວເລກ, ສ່ວນປະກອບແນວໃດໃຫ້ເໝາະສົມທີ່ສຸດ ແລະ ການທົດລອງສຸດທ້າຍໄດ້ປະສົບຜົນສຳເລັດ. ນາມ ແບ່ງປັນວ່າ:
ເມື່ອຈູດໄຟຈະໄໝ້ແຮງກ່ວາ ແລະ ມີກີ່ນຫອມ, ເວລານັ້ນພວກນ້ອງຮູ້ສຶກດີໃຈຫຼາຍຍ້ອນວ່າປະສົບຜົນສຳເລັດແລ້ວ, ບໍ່ຢາກເຊື່ອເລີຍ. ເພື່ອເຮັດໄດ້ຜະລິດຕະພັນຄືແນວນີ້ແມ່ນບໍ່ງ່າຍ.
ທ່ານນາງ ຮ່ວາງທິທວາ, ຫົວໜ້າສູນນະວັດຕະກຳ ແລະ Startup, ມະຫາວິທະຍາໄລອຸດສາຫະກຳການຄ້າ ນະຄອນໂຮ່ຈີມິນ ໄດ້ຕີລາຄາ NIION ແມ່ນໜຶ່ງໃນບັນດາຜະລິດຕະພັນໃໝ່ອ່ຽມ ເຖິງວ່າຢູ່ໃນຕະຫຼາດຂອງໂລກມີແທ່ງແບບນີ້ຫຼາຍແລ້ວ ແຕ່ນີ້ແມ່ນຜະລິດຕະພັນແທ່ງອັດຊີວະມວນຊະນິດທຳອິດທີ່ເຮັດຈາກເປືອກກະທຽມ.
ຊີວະມວນ ນີ້ບໍ່ພຽງແຕ່ມີຜົນປະໂຫຍດຊ່ວຍຫຼຸດຜ່ອນຂີ້ເຫຍື້ອ, ຫຼຸດຜ່ອນການປ່ອຍທາດ CO2, ຫຼຸດຜ່ອນການມົນລະພິດສິ່ງແວດລ້ອມເທົ່ານັ້ນ ຫາກຍັງອາດສາມາດນຳໃຊ້ໃນໂຮງແຮມ, ຮ້ານອາຫານເພື່ອປິ້ງອາຫານແທນຖ່ານ, ໄປຕັ້ງຄ້າຍ, ສາມາດໄລ່ແມງໄມ້. ທ່ານນາງ ທວາ ໃຫ້ຮູ້ວ່າ:
ເມື່ອປຽບທຽບກັບຖ່ານ, ຖ່ານຫີນ ຫຼື ຜະລິດຕະພັນໃນປັດຈຸບັນແລ້ວ ລາຄາຂອງຜະລິດຕະພັນນີ້ແມ່ນດີກ່ວາ. ເຖິງຢ່າງໃດກໍຕາມ, ພວກເພື່ອນຍັງຕ້ອງຄົ້ນຄ້ວາບັນດາພາກສ່ວນຕ່າງໆເພື່ອຮັບສາໄດ້ອຸນຫະພູມສູງ, ຫຼຸດຜ່ອນການປ່ອຍທາດພິດໃຫ້ໄດ້ຫຼາຍທີ່ສຸດ.
ປັດຈຸບັນໃນຕະຫຼາດສົ່ງອອກກໍ່ມີຄວາມສົນໃຈຕໍ່ຜະລິດຕະພັນແນວຈູດອ່ອຍໄຟ. ກຸ່ມຄົ້ນຄ້ວາພວມມຸ່ງໄປເຖິງເປົ້າໝາຍຫັນຜະລິດຕະພັນເປັນການຄ້າຢູ່ລະດັບ 0,6 – 0,7 USD/ກ່ອງ (ລວມມີ 10 ແທ່ງ/ເມັດ, ມີນ້ຳໜັ້ກ 125 ກຼາມ).
ໃນອະນາຄົດ, ເຂົາເຈົ້າວາງເປົ້າໝາຍສ້າງຕັ້ງວິສາຫະກິດ Startup, ເປີດກວ້າງຕະຫຼາດອອກສູ່ສາກົນ ແລະ ສືບຕໍ່ປັບປຸງຜະລິດຕະພັນ, ນັບແຕ່ຮູບແບບຕະຫຼອດຮອດປະສິດທິຜົນໃນການນຳໃຊ້, ນ້ອງ ດິງວັນນາມ ຫົວໜ້າກຸ່ມແບ່ງປັນວ່າ:
ກຸ່ມນ້ອງຕ້ອງປັບປຸງຫຼາຍຢ່າງ ຍົກຕົວຢ່າງຄືເຮັດໃຫ້ຜະລິດຕະພັນນ້ອຍລົງ, ກໍ່ຄືການນຳຜະລິດຕະພັນສຳຜັດກັບຕະຫຼາດສາກົນ. ນັ້ນແມ່ນເປົ້າໝາຍຂອງກຸ່ມ.
ດ້ວຍແນວຄິດເບິ່ງຄືວ່າງ່າຍດາຍແຕ່ເຕັມໄປດ້ວຍຄວາມກ້າຫານ, ຫັນເປືອກກະທຽມກາຍເປັນພະລັງງານສະອາດ, NIION ບໍ່ພຽງແຕ່ແມ່ນຜະລິດຕະພັນເປັນມິດກັບສິ່ງແວດລ້ອມເທົ່ານັ້ນ, ຫາກຍັງແມ່ນຖະແຫຼງການປະດິດຄິດສ້າງທີ່ເຂັ້ມຂົ້ນໄປດ້ວຍຈິດໃຈ Startup ຂອງລຸ້ນໜຸ່ມ ຫວຽດນາມ. ຄວາມແປກໃໝ່ຂອງວັດຖຸດິບ, ລັກສະນະການນຳໃຊ້ຢ່າງມີໄຫວພິບ ແລະ ຄຳໝັ້ນສັນຍາເພື່ອອະນາຄົດສີຂຽວໄດ້ເຮັດໃຫ້ NIION ກາຍເປັນຜະລິດຕະພັນທີ່ດຶງດູດຜູ້ບໍລິໂພກພາຍໃນປະເທດ, ມຸ່ງໄປເຖິງການສົ່ງອອກ.