ພາຍຫຼັງໄດ້ທ້ອນໂຮມປະເທດຊາດເປັນເອກະພາບມາເປັນເວລາ 50 ປີ, ນະຄອນ ໂຮ່ຈີມິນ ໄດ້ກາຍເປັນຈຸດສຸມດ້ານເສດຖະກິດ, ສູນນະວັດຕະກຳຂອງທົ່ວປະເທດ. ບັນດາກິດຈະກຳກໍ່ສ້າງບຸກທະລຸ ໄດ້ສ້າງຂີດໝາຍຍຸກສະໄໝ, ປະກອບສ່ວນປ່ຽນໃໝ່ໂສມໜ້ານະຄອນໃຫ້ນັບມື້ນັບທັນສະໄໝ, ຂະຫຍັນຂັນເຄື່ອນ ແລະ ພັດທະນາ. ບັນດາກິດຈະກຳກໍ່ສ້າງນີ້ ຍັງແມ່ນສັນຍາລັກໃຫ້ແກ່ພະລັງຊີວິດໃໝ່, ໃຫ້ແກ່ຄວາມຄາດຫວັງບືນຕົວຂຶ້ນຢ່າງແຮງຂອງນະຄອນທີ່ໃສ່ຊື່ປະທານ ໂຮ່ຈີມິນ.
ເດືອນ ທັນວາ ປີ 2024, ເສັ້ນທາງລົດໄຟຕົວເມືອງທຳອິດຂອງນະຄອນ ໂຮ່ຈີມິນ ໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ, ສ້າງຂີດໝາຍບາດລ້ຽວປະຫວັດສາດໃນວິວັດການພັດທະນາທາງຄົມມະນາຄົມເຂດຕົວເມືອງທີ່ທັນສະໄໝ.
ໃນພິທີຖະແຫຼງນຳເຂົ້າເຄື່ອນໄຫວຢ່າງເປັນທາງການ, ທ່ານ ບຸຍຊວັນເກື່ອງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ສະແດງຄວາມເອກອ້າງທະນົງໃຈວ່າ:
“ພວກເຮົາໄດ້ເລີ່ມພາກໃໝ່ໃນວິວັດການພັດທະນາ. ປະຊາຊົນນະຄອນ ໂຮ່ຈີມິນ ແຕ່ລະຄົນ ແລະ ແຂກທ່ອງທ່ຽວໄດ້ນຳໃຊ້, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍປະສິດທິຜົນຂອງເສັ້ນທາງລົດໄຟເຂດຕົວເມືອງນີ້ໃຫ້ໄດ້ຫຼາຍທີ່ສຸດ, ເພື່ອໃຫ້ Metro ບໍ່ພຽງແຕ່ແມ່ນຍານພາຫະນະຄົມມະນາຄົມເທົ່ານັ້ນ, ຫາກຍັງແມ່ນສັນຍາລັກ, ແມ່ນຂົວເຊື່ອມຕໍ່ທີ່ເຕັມໄປດ້ວຍວັດທະນະທຳມະນຸດອີກດ້ວຍ. ສາຍ metro ເລກ 1 ຈະກາຍເປັນເຂດສາທາລະນະທີ່ທັນສະໄໝ, ເປັນສ່ວນໜຶ່ງຂອງວັດທະນະທຳເຂດຕົວເມືອງທີ່ຂະຫຍັນຂັນເຄື່ອນ, ມີຊີວິດຊີວາຂອງນະຄອນ”.
ບັນດາຂະບວນລົດໄຟ metro ທັນສະໄໝ, ເຂົ້າຈອດຢູ່ສະຖານນີລົດໄຟຢ່າງຄຶກຄັກໄປພ້ອມກັບຄວາມປິຕິຊົມຊື່ນ ແລະ ຄວາມເອກອ້າງທະນົງໃຈຂອງປະຊາຊົນນະຄອນ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ມີໂອກາດກັບເມືອບ້ານເກີດເມືອງນອນພາຍຫຼັງອາໄສຢູ່ຕ່າງປະເທດມາເປັນເວລາຫຼາຍປີ.
“ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດ. ນີ້ແມ່ນຄວາມປິຕິຊົມຊື່ນຢ່າງໃຫຍ່ຫຼວງຂອງປະຊາຊົນນະຄອນ ເມື່ອນີ້ແມ່ນວິທີການທີ່ມີປະສິດທິຜົນທີ່ສຸດຊ່ວຍຫຼຸດຜ່ອນສະພາບລົດຕິດ. ນັບແຕ່ນີ້ ທາງນະຄອນໄດ້ມີກິດຈະກຳທີ່ມີຂອບຂະໜາດໃຫຍ່ແລ້ວ”.
“ນີ້ແມ່ນການເດີນທາງທີ່ປະຢັດເວລາ ແລະ ບັນລຸປະສິດທິຜົນນັບທັງດ້ານເສດຖະກິດ, ເປີດອອກທິດທາງໃໝ່ໃຫ້ແກ່ການພັດທະນາຂອງນະຄອນ”.
“ຂ້າພະເຈົ້າກໍຄືປະຊາຊົນນະຄອນແມ່ນມີຄວາມເອກອ້າງທະນົງໃຈທີ່ສຸດ, ອາດຖືໄດ້ວ່າ ນີ້ແມ່ນຈຸດເວລາປະຫວັດສາດພາຍຫຼັງ 50 ປີທີ່ນະຄອນໄດ້ຮັບການປົດປ່ອຍ”.
Metro ເລກ 1 ພຽງແຕ່ແມ່ນບາດກ້າວເລີ່ມຕົ້ນ. ແຕ່ບໍ່ຢຸດຢູ່ເທົ່ານັ້ນ, ການເດີນທາງມຸ່ງໄປເຖິງການສ້າງລະບົບຄົມມະນາຄົມທັນສະໄໝ, ຍືນຍົງຢູ່ນະຄອນນີ້ ພວມສືບຕໍ່ດຳເນີນໄປ.
ອາຄານຜູ້ໂດຍສານ T3
(ພາບ: qdnd.vn)
|
ໂດຍໄດ້ເລີ່ມຮັບໃຊ້ແຂກຜູ້ໂດຍສານແຕ່ວັນທີ 19 ເມສາ, ອາຄານຜູ້ໂດຍສານ T3 ທ່າສະຍານອາກາດສາກົນ ເຕີນເຊີນເຍີດ, ແມ່ນອາຄານຜູ້ໂດຍສານທັນສະໄໝທີ່ສຸດຂອງ ຫວຽດນາມ, ໄດ້ຮັບຖືວ່າແມ່ນເປັນສັນຍາລັກ, ແມ່ນສິ່ງພິສູດໃຫ້ເຫັນບັນດາຄວາມມານະພະຍາຍາມ, ຄວາມຄາດຫວັງພິຊິດບັນດາລະດັບສູງໃໝ່ຂອງນະຄອນ ໂຮ່ຈີມິນ ພາຍຫຼັງເຄິ່ງສັດຕະວັດທີ່ໄດ້ທ້ອນໂຮມເປັນເອກະພາບ.
ໂດຍເລີ່ມລົງມືກໍ່ສ້າງແຕ່ເດືອນ ສິງຫາ ປີ 2023, ໄລ່ນັບແຕ່ເວລາເລີ່ມລົງມືກໍ່ສ້າງ ຮອດເວລານຳກິດຈະກຳເຂົ້າຂຸດຄົ້ນ, ໂຄງການ “ກໍ່ສ້າງອາຄານຜູ້ໂດຍສານ T3 - ທ່າອາກາດສະຍານສາກົນ ເຕີນເຊີນເຍິດ”, ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ນຳ, ພຽງແຕ່ໃຊ້ເວລາ 20 ເດືອນ, ສຳເລັດໄວກວ່າເວລາທີ່ໄດ້ວາງອອກ 3 ເດືອນ. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ກຳມະກອນ, ນັກເຕັກນິກນັບພັນຄົນໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທົດສອບຫຼາຍຢ່າງ, ເພື່ອຊ່ວຍຍົກສູງຄຸນນະພາບການດຳລົງຊີວິດໃຫ້ແກ່ທຸກໆຄົນ. ທ່ານ ເຈິ່ນງອັກລອງ, ຮອງຫົວໜ້າຄະນະບໍລິຫານຮ່ວມທຸລະກິດໂຄງການອາຄານຜູ້ໂດຍສານ T3, ແບ່ງປັນວ່າ:
“ມາຮອດຈຸດເວລານີ້, ໂຄງການໄດ້ນຳເຂົ້າໃຊ້ການ ແລະ ທຸກຄົນລ້ວນແຕ່ມີຄວາມເອກອ້າງທະນົງໃຈ. ຂ້າພະເຈົ້າມີຄວາມສຸກທີ່ສຸດເມື່ອໄດ້ປະກອບສ່ວນ ອັນເລັກໆນ້ອຍໆຂອງຕົນເຂົ້າໃນໂຄງການໃຫຍ່ຄືແນວນີ້”.
ມີຫຼາຍໂຄງການຄົມມະນາຄົມພວມຄ່ອຍໆປະກົດຂຶ້ນ, ສ້າງໂສມໜ້າໃໝ່ໃຫ້ແກ່ນະຄອນ ໂຮ່ຈີມິນ ພາຍຫຼັງ 50 ປີທີ່ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານ ຫງວຽນແທັງບິ່ງ, ຮອງຫົວໜ້າສະຖາບັນການວາງແຜນຜັງນະຄອນ ໂຮ່ຈີມິນ, ຢືນຢັນວ່າ:
“ຜ່ານໄລຍະ 50 ປີ, ນະຄອນ ໂຮ່ຈີມິນ ໄດ້ເພີ່ມຈຳນວນປະຊາກອນ, ກໍຄືຂອບຂະໜາດເນື້ອທີ່ຢ່າງບໍ່ຢຸດຢັ້ງ. ບັນດາເຂດອຸດສາຫະກຳໄດ້ສ້າງຕັ້ງຂຶ້ນຕາມທິດພັດທະນາ ຕາເວັນອອກ - ຕາເວັນຕົກ - ທິດໃຕ້ - ທິດເໜືອ. ທາງພາກໃຕ້ ໄຊງ່ອນ ແມ່ນສ້າງເຂດຕົວເມືອງໃໝ່ ດ້ວຍເຂດໃຈກາງແມ່ນ ຟູມີ້ຮືງ. ບັນດາຮາກຖານພື້ນຖານໂຄງລ່າງຄົມມະນາຄົມ, ບັນດາເສັ້ນທາງຜ່ານໃຈກາງ, ເສັ້ນທາງອ້ອມຮອບຕົວເມືອງເລີ່ມປະກົດຂຶ້ນ, ສ້າງການເຊື່ອມຕໍ່, ການພັດທະນາຂະຫຍັນຂັນເຄື່ອນທີ່ບັນລຸຜົນສຳເລັດໃຫ້ແກ່ນະຄອນ”.
ນັບແຕ່ວັນທີ 01 ກໍລະກົດ ຈະມາເຖິງ, ແຂວງ ບິ່ງເຍືອງ ແລະ ບ່າເຣຍ - ຫວູງເຕົ່າ ຈະໂຮມເຂົ້ານະຄອນ ໂຮ່ຈີມິນ ຢ່າງເປັນທາງການ. ນີ້ແມ່ນເງື່ອນໄຂເພື່ອໃຫ້ນະຄອນ ໂຮ່ຈີມິນ ເປີດກວ້າງເຂດພັດທະນາ, ກາຍເປັນເຂດຕົວເມືອງທັນສະໄໝ, ເປັນສູນເສດຖະກິດປະດິດຄິດສ້າງແຖວໜ້າຂອງທົ່ວປະເທດ ແລະ ພາກພື້ນ.