ພາກທີ 1: ຄວາມສະຫງົບສຸກໄດ້ກັບຄືນມາຢ່າງແທ້ຈິງ
ພໍ່ແມ່ປະຊາຊົນຕາແສງ ບັກອາຍເຕີຍ, ແຂວງ ແຄັງຮວ່າເຂົ້າຮ່ວມພິທີມອບ - ຮັບເຮືອນຫຼັງໃໝ່ |
ໃນຊຸມວັນທຳອິດຂອງເດືອນມັງກອນ 2026, ຢູ່ທົ່ວເຂດໃຈກາງທີ່ຖືກໄພນ້ຳຖ້ວມຄືແຂວງດັກລັກແລະແຄັງຮວ່າ, ບັນຍາກາດເບີກບານມ່ວນຊື່ນປານມີບຸນ. ບໍ່ມີສຽງນ້ຳຊຸນ້ຳແກ່ງຫຼືດິນເຊາະເຈື່ອນອີກແລ້ວ, ແທນທີ່ນັ້ນແມ່ນຄວາມສຸກຢ່າງລົ້ນເຫຼືອໃນພິທີມອບ - ຮັບເຮືອນຫຼັງໃໝ່ທີ່ກວ້າງຂວາງງາມຕາ. ເຂົ້າຮ່ວມພິທີມອບ - ຮັບ, ທ່ານພັນເອກຮວ່າງງອກແທັງ, ຮອງກຳມະການການເມືອງເຫຼົ່າຮົບດັກກົງໄດ້ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ:
ທ່ານພັນເອກຮວ່າງງອກແທັງ, ຮອງກຳມະການການເມືອງເຫຼົ່າຮົບດັກກົງແບ່ງປັນໃນພິທີມອບ - ຮັບ |
“ເຮືອນຫຼັງໃໝ່ແຕ່ລະຫຼັງທີ່ໄດ້ຮັບການເປີດສະຫຼອງນໍາໃຊ້ນີ້ບໍ່ພຽງແຕ່ແມ່ນຊາຍຄາເພື່ອກັນແດດ, ບັງຝົນເທົ່ານັ້ນຫາກຍັງເປັນສັນຍາລັກທີ່ມີຊີວິດຊີວາຂອງນ້ຳໃຈທະຫານປະຊາຊົນ, ຂອງການແບ່ງປັນອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນໃນຍາມປະສົບກັບຄວາມຫຍຸ້ງຍາກ. ນັ້ນແມ່ນບ່ອນເພິ່ງອາໄສເພື່ອໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈດຳລົງຊີວິດເປັນປົກກະຕິ, ບືນຕົວຂຶ້ນອອກແຮງງານທຳການຜະລິດ”.
ສຳລັບປະຊາຊົນຢູ່ທີ່ນີ້, ເຮືອນຫຼັງໃໝ່ບໍ່ພຽງແຕ່ແມ່ນຫີນຈີ່ດິນຂໍຫາກຍັງແມ່ນສິ່ງມະຫັດສະຈັນ. ເພາະວ່າບໍ່ອາດມີໃຜຄິດວ່າພາຍຫຼັງໄພນ້ຳຖ້ວມຄັ້ງປະຫວັດສາດທີ່ພັດຖະຫຼົ່ມເຮືອນຊານບ້ານຊ່ອງ ແລະເຄື່ອງຂອງໄປທັງໝົດນັ້ນ, ມີພຽງແຕ່ໃນເວລາອັນສັ້ນໆຫຼັງຈາກນັ້ນ, ຄອບຄົວເຂົາກໍໄດ້ຢູ່ໃນເຮືອນຫຼັງໃໝ່ແລ້ວ. ລຸງຫງວຽນຫືວຈູງ, ປະຊາຊົນຢູ່ບ້ານຝູຟອງ, ຕາແສງຮວ່າທິ້ງ, ແຂວງດັກລັງ, ເວົ້າດ້ວຍຄວາມເອກອ້າງທະນົງໃຈວ່ານັບແຕ່ນີ້ໄປຖ້າເກີດມີນ້ຳຖ້ວມ, ລຸງພຽງແຕ່ປີນຂຶ້ນເທິງຖ້ານເຮືອນກໍປອດໄພແລ້ວ:
“ຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈແລ້ວ, ບໍ່ຕ້ອງຄິດຈະແລ່ນໜີໄປໃສອີກ. ເມື່ອມີນ້ຳຖ້ວມ, ຂ້າພະເຈົ້າຈະປີນຂຶ້ນເທິງຖ້ານເຮືອນນັ້ນ. ຂອບໃຈພັກ, ລັດແລະທະຫານທີ່ສຸດ. ທະຫານດັກກົງໄດ້ປະກອບເຫື່ອແຮງຫຼາຍທີ່ສຸດເພື່ອໃຫ້ຄອບຄົວຂ້າພະເຈົ້າໄດ້ຢູ່ໃນເຮືອນຫຼັງໃໝ່ທີ່ງາມຕາ”.
ມືສັ່ນໆແຂວນໃບຢັ້ງຢືນປະເທດຊາດຈາລຶກຄຸນງາມຄວາມດີຂອງຄອບຄົວທີ່ມີນັກຮົບເສຍສະຫຼະຊີວິດເພື່ອຊາດ 5 ຄົນແລະແມ່ຫວຽດນາມວິລະຊົນ 2 ຄົນຂຶ້ນຝາເຮືອນຫຼັງໃໝ່, ລຸງຫງວຽນວັນເບແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ:
“ເມື່ອໄດ້ຢູ່ໃນເຮືອນຫຼັງໃໝ່ນີ້, ຜົວເມຍຂ້າພະເຈົ້າກໍລະດົມໃຈລູກຫຼານປະຕິບັດແນວທາງ, ແຜນນະໂຍບາຍ, ກົດໝາຍຂອງລັດພ້ອມທັງເສີມຂະຫຍາຍມູນເຊື້ອຄອບຄົວ, ເປັນແບບຢ່າງໃຫ້ລູກຫຼານຮ່ຳຮຽນຕາມ”.
ອ້າຍນ້ອງທະຫານໂອ້ລົມກັບພໍ່ແມ່ປະຊາຊົນໃນເຮືອນຫຼັງໃໝ່ |
ສ່ວນສຳລັບຄອບຄົວອ້າຍ Chamalea Chuong(ຈາມາແລ ເຈືອງ), ຊາວເຜົ່າຣາລາຍ, ຢູ່ຕາແສງບັກອາຍເຕີຍ, ແຂວງແຄັງຮວ່າແລ້ວ, ບຸນປີໃໝ່ປີນີ້ໄດ້ນຳຄວາມຝັນທີ່ເປັນຈິງມາໃຫ້. ທັງ 6 ຄົນໃນຄອບຄົວອ້າຍແທນທີ່ຈະຕ້ອງບຽດກັນນອນໃນເຮືອນຮົ່ວເພມີພຽງແຕ່ 8 ແມັດ, ປັດຈຸບັນ, ທັງຄອບຄົວໄດ້ຢູ່ໃນເຮືອນຫຼັງໃໝ່ທີ່ກວ້າງຂວາງດ້ວຍຄວາມຍາວເຖິງ 14 ແມັດ. ອ້າຍຄາດກະວ່າ:
“ຂ້າພະເຈົ້າຈະຊື້ເຄື່ອງຂອງເພື່ອສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ພ້ອມກັບລູກໆຢູ່ເຮືອນຢ່າງຄົບໜ້າຄົບຕາ. ຍ້ອນມີການຊ່ວຍເຫຼືອຈາກທະຫານ, ຂ້າພະເຈົ້າຈຶ່ງໄດ້ຢູ່ໃນເຮືອນຫຼັງໃໝ່, ຂ້າພະເຈົ້າດີໃຈຫຼາຍ. ຂອບໃຈທະຫານຫຼາຍໆ”.
ຄວາມສະຫງົບສຸກໄດ້ປະກົດຂຶ້ນຢ່າງແທ້ຈິງເມື່ອປ້າຫງວຽນທິຕ໊າມ, ຜູ້ທີ່ເຄີຍຄິດວ່າຕົນເອງຈະມີຊີວິດນຳເຮືອນຕູບຈົນຮອດຍາມສຸດລົມຫາຍໃຈ, ແຕ່ດຽວນີ້ປ້າພວມປິຕິຊົມຊື່ນອວດອ້າງເຮືອນຫຼັງໃໝ່ທີ່ກວ້າງຂວາງງາມຕາ.
“ຂ້າພະເຈົ້າດີໃຈຈົນເວົ້າບໍ່ອອກສຽງ. ໃນເຮືອນຫຼັງໃໝ່ຂອງຕົນ, ດຽວນີ້, ເຄື່ອງຂອງກໍຄົບໝົດແລ້ວ, ທະຫານກໍຊື້ເຄື່ອງໃຫ້ໃໝ່. ດີໃຈຫຼາຍ ຍາດພີ່ນ້ອງຜູ້ໃດກໍມາຫຼີ້ນມາຢາມເຮືອນ. ຍ້ອນມີການຊ່ວຍເຫຼືອຈາກທະຫານ, ຈາກລັດຖະບານຂ້າພະເຈົ້າຈຶ່ງໄດ້ຕ້ອນຮັບບຸນປີໃໝ່ສາກົນໃນເຮືອນຫຼັງໃໝ່ນີ້”.
ເຮືອນຫຼັງໃໝ່ໄດ້ຮັບການກໍ່ສ້າງສຳເລັດກ່ອນບຸນເຕັດ |
ຄວາມເປັນຫ່ວງກັງວົນຕໍ່ກັບການແລ່ນເອົາຕົວລອດຈາກນ້ຳຖ້ວມໃນຍາມກາງຄືນ, ກັບຊຸມວັນທີ່ທັງຫິວທັງໜາວໄດ້ຢຸດໄວ້ຢູ່ນອກປະຕູແລ້ວເພື່ອປ່ຽນບ່ອນໃຫ້ແກ່ຄວາມຫວັງແລະການຟື້ນຕົວ. ບັນດາປະຕູຂອງເຮືອນຫຼັງໃໝ່ໄດ້ເປີດຕ້ອນຮັບເອົາແສງແດດອ່ອນໆຂອງລະດູບານໃໝ່. ຄວາມສະຫງົບສຸກໄດ້ກັບມາຢ່າງແທ້ຈິງແລ້ວ, ເຊິ່ງໝັ້ນແກ່ນ ແລະອົບອຸ່ນກວ່າເວລາໃດໝົດ./.
ພາກທີ 2: ນ້ຳຖ້ວມໜັກຜ່ານໄປ,ນ້ຳໃຈເພື່ອນມະນຸດເພີ່ມຂຶ້ນ
ຢູ່ເບື້ອງຫຼັງບັນດາຮອຍຍິ້ມທີ່ສົດຊື່ນໃນເຮືອນຫຼັງໃໝ່, ເບື້ອງຫຼັງຄວາມຕັດສິນໃຈຢ່າງເຂັ້ມແຂງຂອງນັກຮົບກອງທັບປະຊາຊົນຫວຽດນາມແມ່ນບັນດາຄວາມຊົງຈຳທີ່ບໍ່ອາດລືມໄດ້ໃນຊຸມວັນ “ພາຍຸຊ້ອນພາຍຸ”, “ນ້ຳຖ້ວມຊ້ອນນ້ຳຖ້ວມ”. ເພື່ອມີຄວາມເຂົ້າໃຈແຈ້ງວ່າເປັນຫຍັງ ດິນຈີ່ແຕ່ລະກ້ອນທີ່ໄດ້ກໍ່ຂຶ້ນພັດເຕັມໄປດ້ວຍນ້ຳຈິດມິດໃຈຄືແນວນັ້ນ, ພວກເຮົາພ້ອມກັນຫວນຄືນເວລາ, ກັບຄືນສູ່ຊຸມວັນໃນເດືອນພະຈິກ 2025, ເຊິ່ງເປັນຈຸດເວລາທີ່ຄວາມເປັນແລະຄວາມຕາຍຫ່າງກັນພຽງແຕ່ຄືບດຽວ.
ຫວນຄືນຊຸມວັນໃນເດືອນພະຈິກ 2025, ຢູ່ເຂດດິນແດນພາກກາງແລະເຕີຍງວຽນໄດ້ຖືກຜົນກະທົບຢ່າງໜັກໜ່ວງຈາກນ້ຳຖ້ວມຄັ້ງໃຫຍ່ໃນປະຫວັດສາດແບບບໍ່ເຄີຍມີມາກ່ອນ. ນ້ຳຍຶ່ງຂຶ້ນສູງແບບກະທັນຫັນ, ມີບາງບ່ອນສູງເຖິງ 3 ແມັດ, ຖ້ວມຫຼັງຄາເຮືອນນັບພັນຫຼັງ. ປ້າຫງວຽນທິຕ໊າມ, ເກີດປີ 1950, ຢູ່ຕາແສງຮວ່າທິ້ງຜະຫວາດຜະຫວາຄິດຄືນເຖິງຈຸດເວລາທີ່ນ້ຳຍຶ່ງຂຶ້ນວູ່ໆໃນຍາມຄ່ຳຄືນ:
“ຕອນເກີດນ້ຳຖ້ວມ 3 ມື້ 3 ຄືນເມື່ອຂ້າພະເຈົ້າກັບມາເບິ່ງກໍເຫັນວ່າເປ່ເພພັງທະລາຍໄປໝົດ, ບໍ່ເຫຼືອຫຍັງເລີຍ. ຂ້າພະເຈົ້າຄິດວ່າເຮົາຄືຊິບໍ່ມີບ່ອນກັ້ງແດດບັງຝົນອີກແລ້ວ. ເຄື່ອງໃຊ້ສອຍພາຍໃນເຮືອນກໍຖືກພັດໄຫຼໄປໝົດ, ບໍ່ເຫຼືອຫຍັງຈັກຢ່າງ”.
ປ້າດັ້ງທິຢຽນຢູ່ບ້ານຝູຟອງ, ຕາແສງຮວ່າທິ້ງ, ຍັງສັ່ນຢູ່ເມື່ອເວົ້າຄືນເລື່ອງຄ່ຳຄືນມື້ນັ້ນ |
|
ສ່ວນປ້າດັ້ງທິຢຽນຢູ່ບ້ານຝູຟອງ, ຕາແສງຮວ່າທິ້ງ, ຍັງສັ່ນຢູ່ເມື່ອເວົ້າຄືນເລື່ອງຄ່ຳຄືນມື້ນັ້ນ:
“ນ້ຳຍຶ່ງຂຶ້ນໄວຫຼາຍ, ຂ້າພະເຈົ້າຕ້ອງຈັບເອົາຄານເຮືອນເພື່ອໂຫນຕົວຂຶ້ນ ແຕ່ກໍຖືກຕົກລົງໃນກະແສນ້ຳທີ່ພວມໄຫຼຊຸແຮງ. ຕອນແລງຂອງມື້ຕໍ່ມາເຂົາເຈົ້າກໍຂີ່ເຮືອກາໂນມາກູ້ຊ່ວຍຂ້າພະເຈົ້າ. ຂ້າພະເຈົ້າຕ້ອງນອນໂຮງໝໍເຄິ່ງເດືອນເພາະວ່າຖືກບາດເຈັບພາຍນອກ. ຕອນນັ້ນ, ເຮືອນຊານ, ງົວຄວາຍ, ເປັດໄກ່ກໍຕາຍໝົດ. ຂ້າພະເຈົ້າເສົ້າໃຈຈົນບໍ່ຢາກມີຊີວິດຕໍ່ອີກແລ້ວ”.
ໄພພິບັດຂອງພາຍຸລູກທີ 11 ແລະ 12ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຈາກແຂວງຮ່າຕິງໄປຮອດແຂວງດັກລັກຫວຽດນາມ. ມີເຮືອນປະມານ 1.900 ຫຼັງຖືກຫັກພັງໝົດທັງຫຼັງແລະມີກວ່າ 184.000 ຫຼັງຖືກນ້ຳຖ້ວມໜັກ.
ຕໍ່ກັບສະພາບທີ່ຫຍຸ້ງຍາກຂອງປະຊາຊົນນັ້ນ, ວັນທີ 30 ພະຈິກ 2025, ນາຍົກລັດຖະມົນຕີຫວຽດນາມໄດ້ປຸກລະດົມ “ບັ້ນຮົບກວາງຈູງ” ດ້ວຍຄວາມປາດຖະໜາແມ່ນປຸກສ້າງເຮືອນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນເຂດຖືກນ້ຳຖ້ວມນັ້ນຢ່າງຮີບດ່ວນ. ທະຫານດັກກົງທີ່ລຶ້ງເຄີຍກັບສະໜາມຮົບ, ປັດຈຸບັນໄດ້ກາຍເປັນຊ່າງກໍ່ສ້າງທີ່ເປັນມືອາຊີບ.
ໃນສະໜາມກໍ່ສ້າງຢູ່ຕາແສງຮວ່າທິ້ງ, ໃນຊຸມວັນທ້າຍປີຈະບໍ່ມີວັນພັກ. ບັນດານັກຮົບເຮັດວຽກດ້ວຍຈິດໃຈ “ຝົນບໍ່ພັກ, ວຽກບໍ່ຢຸດ”, ເພີ່ມກະຜຽນເຮັດທັງຕອນກາງຄືນເພື່ອໃຫ້ທັນກັບລະດັບຄວາມຄືບໜ້າ. ທ່ານຮ້ອຍຕີຮວ່າງເລງອກແອັງພ້ອມດ້ວຍໝູ່ຮ່ວມກົມກອງໄດ້ກີ້ງເກືອກຢູ່ບໍລິເວນທີ່ມີພູມສັນຖານອັນຫຍຸ້ງຍາກທີ່ສຸດ.
“ພວກຂ້າພະເຈົ້າຍາມໃດກໍເສີມຂະຫຍາຍຄວາມຮັບຜິດຊອບສູງສຸດເພື່ອປຸກສ້າງເຮືອນຢູ່ໃຫ້ແກ່ປະຊາຊົນໄດ້ກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິໄວທີ່ສຸດ. ໃນເຮືອນຈຳນວນ 18 ຫຼັງໂດຍກົມກອງຮັບຜິດຊອບນັ້ນ, ມີເຮືອນຫຼາຍຫຼັງປະສົບກັບຄວາມຫຍຸ້ງຍາກໃນການຂົນສົ່ງວັດສະດຸກໍ່ສ້າງ. ສະນັ້ນ, ຂ້າພະເຈົ້າກັບໝູ່ຮ່ວມກົມກອງຕ້ອງຫາມ, ຕ້ອງແບກວັດສະດຸເຂົ້າໄປຍັງຈຸດກໍ່ສ້າງ”.
ຮູບພາບບັນດາອ້າຍທະຫານທີ່ລຳບາກພາຍໃຕ້ອາກາດໜາວບວກກັບຝົນຕົກ, ແລ້ວແບກດິນຈີ່ແຕ່ລະກ້ອນ, ຊີມັງແຕ່ລະເປົາ, ຜ່ານຂຸມບວກຕົມເພື່ອກໍ່ສ້າງເຮືອນນັ້ນໄດ້ເຮັດໃຫ້ພໍ່ແມ່ປະຊາຊົນຮັກແພງຄືກັບອ້າຍນ້ອງຄີງໃນຄອບຄົວຂອງຕົນ. ເອື້ອຍຫງວຽນທິມິງຢູ່ຕາແສງຮວ່າທິ້ງເລົ່າສູ່ຟັງວ່າເອື້ອຍພ້ອມດ້ວຍພໍ່ແມ່ປະຊາຊົນໄດ້ຕົ້ມເຂົ້າປຽກເຂົ້າ, ມີນ້ຳຊາເປັນປະຈຳເພື່ອເພີ່ມກຳລັງໃຫ້ແກ່ບັນດານັກຮົບເຮັດວຽກຕອນກາງຄືນ:
“ເມື່ອພວກອ້າຍກໍ່ສ້າງເຮືອນສຳເລັດແລະມອບສົ່ງໃຫ້ກົມກອງ, ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ. ເພາະວ່າໃນໄລຍະທີ່ພວກອ້າຍເຄື່ອນໄຫວຢູ່ນີ້, ນ້ຳໃຈທະຫານປະຊາຊົນແມ່ນສະໜິດພັນພັນກັນຢ່າງໜຽວແໜ້ນທີ່ສຸດ. ເມື່ອຄິດເຖິງເລື່ອງພວກອ້າຍທະຫານສຳເລັດໜ້າທີ່ແລ້ວຈະບໍ່ໄດ້ຢູ່ນີ້ອີກ ຂ້າພະເຈົ້າກໍຮູ້ສຶກສະເທືອນໃຈທີ່ສຸດ”.
ພໍ່ແມ່ປະຊາຊົນດີໃຈເມື່ອໄດ້ຮັບເຮືອນຫຼັງໃໝ່ |
|
ຄວາມຜູກພັນລະຫວ່າງທະຫານແລະປະຊາຊົນຄືດັ່ງສາຍໃຍແຫ່ງເລືອດເນື້ອ, ຊ່ວຍໃຫ້ບັນດາຊາຍຄາເຮືອນໄດ້ຮັບການກໍ່ສ້າງຂຶ້ນດ້ວຍຄວາມຮັກແພງໄວກວ່າກຳນົດເວລາທີ່ໄດ້ວາງອອກ. ພໍ່ແມ່ປະຊາຊົນເຂດຖືກຜົນກະທົບຈາກໄພພິບັດທຳມະຊາດເຂົ້າໃຈວ່າ: ເຖິງວ່າໄພພິບັດທຳມະຊາດຈະຮ້າຍແຮງຂະໜາດໃດ, ເຂົາເຈົ້າກໍບໍ່ຖືກປະໄວ້ຢູ່ເບື້ອງຫຼັງ. ເມື່ອເຮືອນຫຼັງໃໝ່ໄດ້ຮັບການປຸກສ້າງສຳເລັດກໍແມ່ນຈຸດເວລາທີ່ຄວາມກັງວົນຂອງປີພະຍຸລົມແຮງນັ້ນ ໄດ້ຢຸດໄວ້ຢ່າງເປັນທາງການ, ແທນທີ່ນັ້ນແມ່ນຄວາມອົບອຸ່ນລະຫວ່າງຄົນກັບຄົນແລະຄວາມຫວັງຕໍ່ລະດູບານໃໝ່ທີ່ພວມວຽນມາ.
ລະດູບານໃໝ່ຢູ່ເຂດຊາຍແດນ - ນ້ຳໃຈທີ່ອົບອຸ່ນລະຫວ່າງກອງທັບ ແລະ ປະຊາຊົນ.
ຢູ່ເຂດຊາຍແດນຂອງປະເທດຊາດ ລະດູບານໃໝ່ກໍ່ໄດດ້ວຽນມາສູ່ພໍ່ແມ່ພີ່ນ້ອງ, ຄູອາຈານ ແລະ ພວກນ້ອງນັກຮຽນຢູ່ຕາແສງ ສິນເມິ່ນ ແຂວງ ຕວຽນກວາງ ຜ່ານລາຍການ “ແມ່ຍິ່ງກອງທັບ ຮ່ວມເດີນທາງພ້ອມກັບແມ່ຍິງຊາຍແດນ”.
ຢູ່ແຫ່ງນີ້ໃນທ່າມກາງນ້ຳໝອກກົ້ວປົກຄຸມໄປທົ່ວ ແລະ ເສັ້ນທາງຄ້ອຍທີ່ທຸລະກັນດານ, ນ້ຳໃຈລະຫວ່າງກອງທັບ ແລະ ປະຊາຊົນພວມບານສະພັງຕາມແບບພິເສດທີ່ສຸດ. - ໂດຍຜ່ານເສັ້ນທາງຄ້ອຍຄົດງໍ ແລະ ດິນເຊາະເຈື່ອນ, ເບື້ອງໜຶ່ງແມ່ນຜາຫີນສູງຊັນ, ສ່ວນເບື້ອງໜຶ່ງແມ່ນເຫວເລິກ. ຕາແສງ ສິນເມິ່ນ ແຂວງ ຕວຽນກວາງ ໄດ້ຕ້ອນຮັບພວກຂ້າພະເຈົ້າ ດ້ວຍອາກາດໜາວຈັດຢູ່ເຂດຕອນເໜືອສຸດຂອງປະເທດຊາດ ຢູ່ແຫ່ງນີ້ອັດຕາສ່ວນຄອບຄົວທຸກຍາກຍັງຢູ່ໃນຈຳນວນກວ່າ 50%.
ພິທີເປີດນໍາໃຊ້ກິດຈະກໍາໜຶ່ງຂອງໂຮງຮຽນ ປະຖົມກິນນອນຊົນເຜົ່າ ນັ່ນສິນ |
|
ໃນທ່າມກາງຄວາມຫຍຸ້ງຍາກລຳບາກເຫຼົ່ານີ້ ໂຮງຮຽນປະຖົມກິນນອນຊົນເຜົ່າ ນັ່ນສິນ ໄດ້ປາກົດຂຶ້ນປຽບເໝືອນຈຸດທີ່ສະຫວ່າງສະໄຫວ ນຳຄວາມຮູ້ພູມປັນຍາ ແລະ ຄວາມເຊື່ອໝັ້ນ ແລະ ໂອກາດຮ່ຳຮຽນມາສູ່ເດັກນ້ອຍເຂດພູສູງ. ແຕ່ເມື່ອເຫັນປະຈັກຕາພວກນ້ອງນ້ອຍລະຫຼິ້ນ ໃນສະພາບທີ່ທຸກຍາກຂາດເຂີນ, ພວກອ້າຍທະຫານໃນກອງທັບປະຊາຊົນ ຫວຽດນາມ ກໍ່ມີຄວາມເປັນຫວ່ງທີ່ສຸດ. ເພື່ອເປັນການກັນແດດກັນຝົນໃຫ້ພວກນ້ອງນັກຮຽນ, ຫຼັງຄາຢູ່ເດີ່ນໂຮງຮຽນແຫ່ງສາຍຈິດສາຍໃຈ ໄດ້ຮັບການຜັນຂະຫຍາຍກໍ່ສ້າງ ແລະ ໄດ້ເປີດນຳໃຊ້ປຽບເໝືອນຂອງຂັວນທີ່ແທດຈິງໃຫ້ແກ່ພວກນ້ອງນັກຮຽນຢູ່ເຂດພູສູງ. ພັນເອກ ຫງວຽນທິທູຮ່ຽນ ຫົວໜ້າຄະນະແມ່ຍິງກອງທັບ ກົມໃຫຍ່ການເມືອງກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ:
“ລາຍການໄດ້ນຳຄວາມຮັກແພງ, ຄວາມຮັບຜິດຊອບ ແລະ ການແບ່ງປັນຢ່າງຈິງໃຈ ດ້ວຍບັນດາການເຄື່ອນໄຫວທີ່ແທດຈິງຄື ເຮັດຫຼັງຄາກັນແດດຢູ່ເດີ່ນໂຮງຮຽນໃຫ້ແກ່ພວກກກນ້ອງນັກຮຽນໄດ້ລະຫຼິ້ນ ມ່ວນຊື່ນບໍ່ຖືກຜົນສະສະທ້ອນຈາກອາກາດພາຍຫຼັງຊົ່ວໂມງຮຽນ”
ພວກນ້ອງນັກຮຽນດີໃຈເມື່ອໄດ້ຮັບການຊ່ວຍເຫຼືອຈາກທະຫານ |
|
ອ້າຍຄູ ຫງວຽນວັນຫຽບ ຫົວໜ້າອຳນວຍການໂຮງຮຽນ ໃຫ້ຮູ້ວ່າ ສົກຮຽນ 2025 -2026 ໂຮງຮຽນມີນັກຮຽນ 364 ຄົນ ເຊິ່ງ 100% ແມ່ນຊາວເຜົ່າສ່ວນໜ້ອຍ. ອ້າຍຄູ ຫຽບ ໃຫ້ຮູ້ວ່າ:
“ພື້ນຖານດ້ານວັດຖຸຢູ່ທີ່ນີ້ຍັງທຸກຍາກຂາດເຂີນທີ່ສຸດ. ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກທຸກຂັ້ນ, ພິເສດແມ່ນລາຍການແມ່ຍິງກອງທັບຮ່ວມເດີ່ນທາງພ້ອມກັບແມ່ຍິງເຂດຊາຍແດນ, ພໍ່ແມ່ພີ່ນ້ອງ ແລະ ໂຮງຮຽນມີຄວາມພາກພູມໃຈທີ່ສຸດ. ປັດຈຸບັນໄດ້ມີຫຼັງຄາກັນແດດ ກັນຝົນຢູ່ເດີ່ນໂຮງຮຽນ, ມີໂທລະທັດໃໝ່ ເພື່ອໃຫ້ພວກນ້ອງເຂົ້າເຖິງເຕັກໂນໂລຊີ, ພວກຂ້າພະເຈົ້າມີຄວາມໝັ້ນໃຈທີ່ສຸດ”
ໃນທ່າມກາງອາກາດໜາວຍາມຕົ້ນປີຢູ່ເຂດພູສູງ, ຮູບພາບທີ່ຕື້ນຕັນໃຈທີ່ສຸດ ແມ່ນພວກພະນັກງານຍິງ, ນັກຮົບກຳລັງທະຫານພິເສດ ແລະ ພວກແມ່ປ້າຈາກເຂດທົ່ງພຽງ ໄດ້ນຳເອົາເຄື່ອງນຸ່ງມາໃຫ້ພວກນ້ອງນັກຮຽນ. ນ້ອງ ຫຼີທິຮວ່າຍ ນັກຮຽນຫ້ອງ ມໍ1 ໃຫ້ຮູ້ວ່າ:
“ລູກກໍ່ດີໃຈ, ເອກອ້າງທະນົງໃຈ ແລະ ມີຄວາມສຸກທີ່ສຸດ. ຂອງຂວັນນີ້ພິເສດສຳລັບລູກ. ລູກໝັ້ນໝາຍຈະຮຽນວິຊາເລກໃຫ້ດີ ແລະ ໃນອະນາຄົດຢາກກາຍເປັນເອື້ອຍຄູ ເພື່ອຊ່ວວຍພໍ່ແມ່ ແລະ ໜູ່ບ້ານ”.
ໃນທ່າມກາງເຂດພູຜາປ່າໄມ້ສີຂຽວຂອງເຄື່ອງນຸ່ງອ້າຍທະຫານ ໄດ້ປະສານພ້ອມກັບສີສັນຫຼາກຫຼາຍຂອງບັນດາຊຸດເສື້ອຍາວໃໝ່ ຂອງພວກນັກຮຽນ. ນີ້ແມ່ນຂອງຂັວນທີ່ເປັນເອກະລັກ ເຊິ່ງຄະນະປະຕິບັດງານໄດ້ສະຫງວນສະເພາະໃຫ້ພວກເອື້ອຍຄູ ພວມສຸມຈິດສຸມໃຈຕໍ່ນັກຮຽນຢູ່ແຫ່ງນີ້. ເອື້ອຍຄູ ຮວ່າງທິຮວ່ຽນ ສອນຫ້ອງ ປໍ3 ເປີດເຜີຍວ່າ:
“ຊຸດເສື້ອຍາວບໍ່ພຽງແຕ່ແມ່ນສັນຍາລັກຂອງແມ່ຍິງ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນຂອງຂັວນທີ່ມີຄວາມໝາຍທີ່ສຸດ ສຳລັບອ້າຍເອື້ອຍຄູພວກນ້ອງ. ມັນໄດ້ສະແດງໃຫ້ເຫັນນ້ຳໃຈຄວາມຮັກແພງຢ່າງໃຫຍ່ຫຼວງ ຂອງພວກອ້າຍ ພວກເອື້ອຍຢູ່ເຂດທົ່ງພຽງສະຫງວນໃຫ້ແກ່ພວກນ້ອງຢູ່ເຂດຊາຍແດນ”.
ພໍ່ແມ່ປະຊາຊົນຕາແສງ ສິນເມິ່ນ ຮັບຂອງຂວັນຈາກໂຄງການ |
ພ້ອມກັບການສຶກສາ, ລາຍການແມ່ຍິງກອງທັບ ຮ່ວມເດີນທາງພ້ອມກັບແມ່ຍິງເຂດຊາຍແດນ ຍັງເອົາໃຈໃສ່ສ້າງພື້ນຖານການດຳລົງຊີວິດຢ່າງໝັ້ນແກ່ ໂດຍຜ່ານການກໍ່ສ້າງ ແລະ ມອບຂອງຂັວນໜູນຊ່ວຍການດຳລົງຊີວິດ ລວມມູນຄ່າເກືອບ 1,2 ຕື້ດົ່ງ. ໃນນັ້ນເຮືອນ 10 ຫຼັງ ໄດ້ຖືກມອບໃຫ້ບັນດາຄອບຄົວແມ່ຍິງທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ພັນເອກ ຕະຮົງກວາງ ຫົວໜ້າການເມືອງເຫຼົ່າຮົບທະການພິເສດ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ໄປຮອດແຫ່ງທີ່ຫຍຸ້ງຍາກທີ່ສຸດຢູ່ເຂດຊາຍແດນຂອງປະເທດຊາດ ເພື່ອປະຕິບັດໂຄງການນີ້. ການເບິ່ງແຍງໃຫ້ແກ່ແມ່ຍິງ ເດັກນ້ອຍຢູ່ເຂດຊາຍແດນບໍ່ພຽງແຕ່ແມ່ນ້ຳໃຈຄວາມຮັກແພງ ລະຫວ່າງກອງທັບ ແລະ ປະຊາຊົນເທົ່ານັ້ນ ຫາກຍັງແມ່ນການສ້າງທ່າສະໜາມນ້ຳໃຈປະຊາຊົນທີ່ໝັ້ນຄົງໝັກແໝ້ນເພື່ອປົກປັກຮັກສາປະເທດຊາດໃນສະພາບການໃໝ່"
ເມື່ອຄວາມເປັນຫ່ວງໄດ້ຢຸດລົງຢູ່ທາງຫຼັງບານປະຕູ, ພວກເຮົາພວມພ້ອມກັນກ້າວເຂົ້າສູ່ສັງກາດໃໝ່ ສັງກາດບຸກບືນຂອງຊາດ ດ້ວຍຄວາມເຊື່ອໝັ້ນບໍ່ມີໃຜຖືກຕົກຢູ່ເບື້ອງຫຼັງ.