ປະ​ຊາ​ຊົນ​ເຂດ​ຊາຍ​ແດນ ຫວຽດ​ນາມ - ຈີນ: ຂົວ​ຕໍ່​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ

(VOVWORLD) - ໃນອາທິດຜ່ານມາ, ໃນຂອບເຂດການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 9 (16  17 ເມສາ), ປະຊາຊົນ ແລະ ເຍົາວະຊົນອະນຸຊົນເຂດຊາຍແດນ ຫວຽດນາມ - ຈີນ ຢູ່ແຂວງ ລ້າງເຊີນ (ຫວຽດນາມ) ແລະ ເຂດປົກຄອງດ້ວຍຕົນເອງຊາວເຜົ່າ ຈວາງ ກວາງຊີ (ຈີນ) ໄດ້ເຂົ້າຮ່ວມຫຼາຍກິດຈະກຳພົບປະແລກປ່ຽນທີ່ມີຄວາມໝາຍ. ບັນດາກິດຈະກຳອັນແທດຈິງນັ້ນ ໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຄວາມສາມັກຄີມິດຕະພາບລະຫວ່າງປະຊາຊົນ ແລະ ເຍົາວະຊົນອະນຸຊົນ 2 ທ້ອງຖິ່ນ 2 ຊາດ ອີກດ້ວຍ.
 
 

ໃນບໍລິເວນໂຮງຮຽນມົດທະຍົມຕອນຕົ້ນ ຮວ່າງວັນທຸ, ນະຄອນ ລ້າງເຊີນ, ແຂວງ ລ້າງເຊີນ, ບັນດານັກຮຽນຂອງໂຮງຮຽນມັດທະຍົມຕອນຕົ້ນ ຮວ່າງວັນທຸ ໄດ້ຈັບມືບັນດາເພື່ອນທີ່ມາຈາກໂຮງຮຽນມັດທະຍົມຕອນຕົ້ນ ເລກທີ 4 (ເທດສະບານ ເຂົາຈຽງ, ເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ ກວາງຊີ, ຈີນ) ໄດ້ເຂົ້າຮ່ວມການຟ້ອນຊາບ. ພ້ອມດຽວກັນນັ້ນ, ບັນດານັກຮຽນຂອງ 2 ໂຮງຮຽນ ຍັງໄດ້ເຂົ້າຮ່ວມກິດຈະກຳປະດັບປະດາກຸບ, ເຮັດເຄື່ອງປັ້ນດິນເຜົາ, ຢ້ຽມຊົມຫໍພິພິທະພັນແຂວງ ລ້າງເຊີນ... ນີ້ແມ່ນບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນ “ແພແດງມິດຕະພາບເຍົາວະຊົນອະນຸຊົນເຂດຊາຍແດນລ້າງເຊີນ(ຫວຽດນາມ) - ກວາງຊີ (ຈີນ)” ເພື່ອແນໃສ່ສ້າງເວທີພົບປະແລກປ່ຽນມິດຕະພາບລະຫວ່າງເຍົາວະຊົນ 2 ທ້ອງຖິ່ນ.

ປະ​ຊາ​ຊົນ​ເຂດ​ຊາຍ​ແດນ ຫວຽດ​ນາມ - ຈີນ: ຂົວ​ຕໍ່​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ - ảnh 1ຊາວໜຸ່ມສອງປະເທດຈັບມືກັນຟ້ອນຊາບ (ພາບ: TTXVN)

“ນ້ອງແຕ້ມທຸງຊາດ ຫວຽດນາມ ແລະ ຈີນ ໃສ່ກຸບ. ເຂົ້າຮ່ວມກິດຈະກຳພົບປະແລກປ່ຽນພ້ອມກັບບັນດາເພື່ອນ ຫວຽດນາມ ນ້ອງຮູ້ສຶກດີໃຈຫຼາຍ, ຜ່ານນັ້ນ ຊ່ວຍໃຫ້ນ້ອງສາມາດມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ຫວຽດນາມ ຕື່ມອີກ”.

       “ເມື່ອເຂົ້າຮ່ວມບັນດາການເຄື່ອນໄຫວນີ້ ຊ່ວຍໃຫ້ນ້ອງມີຄວາມເຂົ້າໃຈກ່ຽວກັບຮີດຄອງປະເພນີວິຖີຊີວິດຂອງປະຊາຊົນ ລ້າງເຊີນ ຕື່ມອີກ, ຊອກຮູ້ກ່ຽວກັບຊຸດອາພອນຂອງຊາວເຜົ່າຢູ່ແຂວງ ລ້າງເຊີນ. ນ້ອງຮູ້ສຶກດີໃຈຫຼາຍ, ບັນດາເພື່ອນ ຫວຽດນາມ ກໍມີຄວາມສຸດຈິດສຸດໃຈ. ນ້ອງຫວັງວ່າ ຜ່ານການເຄື່ອນໄຫວນີ້, ການພົວພັນ ຫວຽດນາມ ແລະ ຈີນ ນັບມື້ນັບພັດທະນາ”

ປະ​ຊາ​ຊົນ​ເຂດ​ຊາຍ​ແດນ ຫວຽດ​ນາມ - ຈີນ: ຂົວ​ຕໍ່​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ - ảnh 2ນັກຮຽນສອງໂຮງຮຽນເຂົ້າຮ່ວມກິດຈະກຳປະດັບປະດາກຸບ (ພາບ: TTXVN)

       ຜ່ານບັນດາຮູບພາບໃນກຸບໃບນີ້, ນ້ອງຢາກສົ່ງສານກ່ຽວກັບສັນຕິພາບ, ມິດຕະພາບລະຫວ່າງ ຫວຽດນາມ ແລະ ຈີນ. ນ້ອງຮູ້ສຶກດີໃຈຫຼາຍ ເມື່ອໄດ້ຕ້ອນຮັບບັນດາເພື່ອນ ຈີນ ມາ ຫວຽດນາມ”.

        ໂດຍແມ່ນ 2 ທ້ອງຖິ່ນຢູ່ເຂດຊາຍແດນ ຫວຽດ - ຈີນ, ບັນດານັກສຶກສາ 2 ຝ່າຍ ໄດ້ມີການຊອກຮູ້ເຊິ່ງກັນ ແລະ ກັນ ເປັນປະຈຳຜ່ານບັນດາການພົບປະແລກປ່ຽນ ກໍຄືບັນດາຄວາມຮູ້ໃນໂຮງຮຽນ. ທ່ານນາງ ຕານຈິວຂວນ, ຫົວໜ້າຄະນະອຳນວຍການໂຮງຮຽນປະຖົມເລກທີ 4, ເທດສະບານ ເຂົາຈຽງ, ກວາງຊີ, ຈີນ, ໃຫ້ຮູ້ວ່າ:

        “ບັນດາຄູອາຈານຢູ່ໂຮງຮຽນພວກຂ້າພະເຈົ້າໄດ້ຊອກຮູ້ກ່ຽວກັບວັດທະນະທຳ ກໍຄື ຊີວິດຢູ່ ຫວຽດນາມ ເປັນປະຈຳ, ດັ່ງນັ້ນ ກໍຮູ້ສຶກຄຸ້ນເຄີຍຫຼາຍ. ໃນວິວັດການສອນ, ພວກຂ້າພະເຈົ້າໄດ້ສອນໃຫ້ບັນດານັກຮຽນມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຢູ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ, ຜ່ານນັ້ນ, ເພີ່ມທະວີຄວາມເຂົ້າໃຈຂອງນັກຮຽນ ຈີນ ສຳລັບວັດທະນະທຳ ຫວຽດນາມ. ຂ້າພະເຈົ້າກໍຖືວ່າ ການພົບປະແລກປ່ຽນລະຫວ່າງປະຊາຊົນ ຫວຽດນາມ - ຈີນ ມີຄວາມມິດຕະພາບ ແລະ ສະໜິດສະໜົມທີ່ສຸດ”.

        ແຂວງ ລ້າງເຊີນ ແລະ ເທດສະບານ ເຂົາຈຽນ (ເຂດປົກຄອງດ້ວຍຕົນເອງຊາວເຜົ່າ ຈວາງ ກວາງຊີ) ມີທີ່ຕັ້ງພູມີສາດໃກ້ຄຽງກັນ ແລະ ການພົວພັນອັນສະໜິດສະໜົມມາແຕ່ດົນນານ. ໃນຫຼາຍປີຜ່ານມາ, ບັນດາເມືອງ ກາວໂລກ, ເຕີນແທງ... ຂອງແຂວງ ລ້າງເຊີນ ຍັງຮັກສາບັນດາການເຄື່ອນໄຫວຊື້ - ຂາຍ, ແລກປ່ຽນສິນຄ້າ, ພັດທະນາເສດຖະກິດ, ພົບປະແລກປ່ຽນມິດຕະພາບ... ກັບເທດສະບານ ເຂົາຈຽນ.

        “ປະຊາຊົນ 2 ຝ່າຍ ມີຄວາມສາມັກຄີຫຼາຍ, ພວກຂ້າພະເຈົ້າໄດ້ເຂົ້າຮ່ວມບັນດາລາຍການພົບປະແລກປ່ຽນເຊິ່ງກັນ ແລະ ກັນ ເປັນປະຈຳ.”

        “ປະຊາຊົນສອງຝ່າຍມີຄວາມສະໜິດສະໜົມທີ່ສຸດ. ເມື່ອພວກຂ້າພະເຈົ້າໄປຈີນ, ຖ້າບໍ່ຮູ້ທາງ, ປະຊາຊົນປະເທດເພື່ອນບ້ານກໍໃຫ້ການແນະນຳຢ່າງສຸດຈິດສຸດໃຈ”.

ປະ​ຊາ​ຊົນ​ເຂດ​ຊາຍ​ແດນ ຫວຽດ​ນາມ - ຈີນ: ຂົວ​ຕໍ່​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ - ảnh 3ທ່ານ ດວ່ານແທັ່ງກົງ ຮອງຫົວໜ້າຄະນະຊາວໜຸ່ມ ແຂວງ ລ້າງເຊີນ ມອບດອກໄມ້ຕ້ອນຮັບຄະນະຜູ້ແທນເຍົາວະຊົນ ເຂົາຈຽນ ຢູ່ດ່ານຊາຍແດນສາກົນ ຫິວງິ (ພາບ: TTXVN)

        ພ້ອມກັບບັນດາການເຄື່ອຍໄຫວພົບປະແລກປ່ຽນປະຊາຊົນ, ອຳນາດການປົກຄອງບັນດາທ້ອງຖິ່ນ 2 ແຂວງ 2 ປະເທດ ກໍຈັດຕັ້ງບັນດາການພົບປະ ແລກປ່ຽນບົດຮຽນປະສົບການພັດທະນາເສດຖະກິດ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງແຕ່ລະປະເທດ. ທ່ານ ຫງວຽນວັນທິ້ງ, ຮອງປະທານ ຄະນະກຳມະການເມືອງ ກາວໂລກ, ແຂວງ ລ້າງເຊີນ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າ ໄດ້ໄປມາຫາສູ່ຖາມຂ່າວເຊິ່ງກັນ ແລະ ກັນ ໃນໂອກາດວັນບຸນໃຫຍ່ຂອງປະເທດ, ໃນບັນດາໂຄງການໃຫຍ່ຂອງທ້ອງຖິ່ນ, ພວກຂ້າພະເຈົ້າລ້ວນແຕ່ເຊີນພວກເພື່ອນມາເຂົ້າຮ່ວມ, ກົງກັນຂ້າມ, ຝ່າຍຈີນ ກໍເຊີນພວກຂ້າພະເຈົ້າມາພົບປະແລກປ່ຽນ. ໄປຄຽງຄູ່ກັນນັ້ນ, ລະຫວ່າງບັນດາຕາແສງ, ເທດສະບານແຮກສ່ຽງ ກໍຈັດບັນດາກິດຈະກຳພົບປະແລກປ່ຽນປະຊາຊົນເປັນປະຈຳ, ຊ່ວຍໃຫ້ນ້ຳໃຈລະຫວ່າງປະຊາຊົນ 2 ຝ່າຍຢູ່ເຂດຊາຍແດນ ມີໂອກາດໄດ້ຜູກພັນເຊິ່ງກັນ ແລະ ກັນ”.

ປະ​ຊາ​ຊົນ​ເຂດ​ຊາຍ​ແດນ ຫວຽດ​ນາມ - ຈີນ: ຂົວ​ຕໍ່​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ - ảnh 4ບັນດາຜູ້ແທນເຍົາວະຊົນສອງຝ່າຍເຂົ້າຮ່ວມລາຍການພົບປະແລກປ່ຽນ (ພາບ: TTXVN)

        ສາຍພົວພັນອັນສະໜິດແໜ້ນ, ຄວາມຜູກພັນລະຫວ່າງອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນເຂດຊາຍແດນແຂວງ ລ້າງເຊີນ (ຫວຽດນາມ) ແລະ ເຂດປົກຄອງດ້ວຍຕົນເອງຊາວເຜົ່າ ຈວາງ ກວາງຊີ (ຈີນ) ໃນບັນດາປີຜ່ານມາ ໄດ້ປະກອບສ່ວນສ້າງຊາຍແດນ ຫວຽດນາມ - ຈີນ ມີສັນຕິພາບ, ມິດຕະພາບ. ພ້ອມດຽວກັນນັ້ນ, ນ້ຳໃຈມິດຕະພາບ, ສາມັກຄີລະຫວ່າງຊາວໜຸ່ມ, ເຍົາວະຊົນ 2 ຝ່າຍ ຍັງແມ່ນການສືດທອດ ແລະ ພັດທະນານ້ຳໃຈ ຫວຽດນາມ - ຈີນ ມິດຕະພາບ, ກາຍເປັນຂົວເຊື່ອມຕໍ່ສຳຄັນນຳການພົວພັນຮ່ວມມືຊາຍແດນເວົ້າສະເພາະ, ການພົວພັນຮ່ວມມືສອງປະເທດ ເວົ້າລວມ ນັບມື້ນັບມີສະຖຽນລະພາບ, ການພັດທະນາແບບຍືນຍົງອີກດ້ວຍ./.

      

ຕອບກັບ

ຂ່າວ/ບົດ​ອື່ນ