(VOVWORLD) - ຢູ່ບັນດາວິຫານຫຼັກໃນເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ (ແຂວງ ຝຸເທາະ) ຍາມໃດກໍມີຜູ້ເຝົ້າຍາມເຮັດໜ້າທີ່ຈັດການໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ. ເຂົາເຈົ້າເປັນຜູ້ສູງອາຍຸເຊິ່ງໄດ້ຮັບການຄັດເລືອກຈາກໝູ່ບ້ານເກົ່າແກ່ຢູ່ຕີນພູ ຮຸ່ງ, ໄດ້ຜ່ານການຝືກ ແລະ ການເສັງທີ່ເຂັ້ມງວດເພື່ອກາຍເປັນຜູ້ແນະນໍາພໍ່ແມ່ພີ່ນ້ອງ ແລະ ແຂກທ່ອງທ່ຽວທີ່ມາປະຕິບັດການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງໃຫ້ຖືກຕ້ອງຕາມຮີດຄອງປະເພນີຂອງຊາດ. ເຂົາເຈົ້າມີບົດບາດສຳຄັນທີ່ສຸດໃນການຮັກສາ, ເສີມຂະຫຍາຍບັນດາຄຸນຄ່າຂອງເຂດປູຊະນີຍະຖານປະຫວັດສາດລະດັບຊາດພິເສດ ວິຫານ ຮຸ່ງ ແລະ ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ - ເຊິ່ງເປັນມໍລະດົກວັດທະນະທຳບໍເປັນວັດຖຸຂອງມວນມະນຸດ ໂດຍອົງການ ການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ໄດ້ຮັບຮອງເອົາ.
ທ່ານ ດ່າວວັນແມ້ງ ຜູ້ເຝົ້າຍາມວິຫານ ຮຸ່ງ (ພາບ: baophutho.vn) |
6 ໂມງເຊົ້າຂອງທຸກໆວັນ, ພໍ່ເຖົ້າ ຫງວຽນຈ້ອງເຟຶອກ ຜູ້ເຝົ້າຍາມວິຫານ ຮ້າ, ເຊິ່ງເປັນ 1 ໃນ 4 ເຂດວິຫານທີ່ມີມາແຕ່ດົນນານໃນເຂດປູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ ລ້ວນແຕ່ມີໜ້າຢູ່ທີ່ນັ້ນ ເພື່ອປະຕິບັດວຽກງານຕາມປົກກະຕິ, ນັ້ນແມ່ນ: ເຊັດຖານບູຊາ, ຈູດທູບໃຕ້ທຽນ ແລະ ຕີລະຄັງເພື່ອເລີ່ມຕົ້ນຕ້ອນຮັບແຂກຈາກທົ່ວທຸກສາລະທິດມາຖະຫວາຍບູຊາບັນພະບຸລຸດ.
ພໍ່ເຖົ້າ ຫວູຈ້ອງຮຸ່ງ ເປັນຜູ້ເຝົ້າຍາມວິຫານ ຮ້າ ເມື່ອປີ 2019 ໄດ້ແບ່ງປັນວ່າ:
“ໃນວັນບຸນນີ້, ແຕ່ລະມື້, ພວກຂ້າພະເຈົ້າຈະມີໜ້າຢູ່ທີ່ນີ້ແຕ່ 6 ໂມງເຊົ້າ ຫາ 7 ໂມງແລງ. ຕອນເຊົ້າ ມາຮອດກໍໄດ້ຈູດທູບໃຕ້ທຽນໄຟ, ສັບຊ້ອນຄືນ, ແລ້ວກວາດອະນາໄມໃຫ້ສະອາດທັງຢູ່ພາຍໃນ ແລະ ພາຍນອກ”.
ຜູ້ເຝົ້າຍາມແຕ່ລະຄົນລ້ວນແຕ່ຕ້ອງຜ່ານການເສັງຢ່າງເຂັ້ມງວດເພື່ອກາຍເປັນຜູ້ມີກຽດອັນສູງສົ່ງນີ້. ທ່ານ ນາງ ຟ້າມທິຮວ່າງແອັງ, ຮອງຜູ້ອຳນວຍການເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ, ແຂວງ ຝຸເທາະ ໃຫ້ຮູ້ວ່າ:
“ການຄັດເລືອກຜູ້ເຝົ້າຍາມ ໄດ້ດຳເນີນມາ 20 ກວ່າປີແລ້ວ. ພາຍຫຼັງຊຸດຝຶກອົບຮົມ ໂດຍເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ ຈັດຂຶ້ນ, ແຕ່ລະຊຸດມີປະມານ 35 ຫາ 40 ຄົນເຂົ້າຮ່ວມ. ຫຼັງຈາກນັ້ນ ຈະດຳເນີນການເສັງ ແລະ ພຽງແຕ່ເລືອກເອົາຜູ້ທີ່ມີຄະແນນສູງສຸດເທົ່ານັ້ນ”.
ພໍ່ເຖົ້າ ຫວູຈ້ອງຮຸ່ງ ແບ່ງປັນວ່າ:
“ພວກຂ້າພະເຈົ້າໄດ້ຮັບການຝຶກ, ມີເອກະສານໃຫ້ຄົ້ນຄວ້າກ່ອນ 3 ເດືອນ, ທັງຮຽນ, ທັງຝຶກແອບ, ທັງເສັງຄັດເລືອກ. ເມື່ອບັນລຸໄດ້ຕາມມາດຖານຄົບຖ້ວນ, ມີຄະແນນສູງ ຈຶ່ງໄດ້ມາປະຕິບັດໜ້າທີ່ຢູ່ທີ່ນີ້”.
ແຕ່ລະມື້ມີແຂກຈຳນວນຫຼາຍຈາກສາລະທິດມາໄຫວ້ບູຊາເຈົ້າຊີວິດ ຮຸ່ງ (ພາບ: TTXVN) |
ຖ້າຫາກວ່າ ຢູ່ບັນດາເຂດວິຫານແຫ່ງອື່ນໆ, ຜູ້ເຝົ້າຫໍຈະສາມາດປະຕິບັດໜ້າທີ່ພາຍໃນຫຼາຍປີກໍຕາມ, ແຕ່ຢູ່ວິຫານຮຸ່ງ, ຜູ້ເຝົ້າຫໍແຕ່ລະຄົນ ຮັກສາຕຳແໜ່ງນີ້ພຽງແຕ່ 1 ປີ ແລະ ເທື່ອດຽວໃນຊີວິດເທົ່ານັ້ນ. ເພາະສະນັ້ນ, ນີ້ແມ່ນກຽດອັນສູງສົ່ງສຳລັບຜູ້ທີ່ໄດ້ຮັບການຄັດເລືອກ. ພໍ່ເຖົ້າ ຫງວຽນຈ້ອງເຟຶອກ ແລະ ພໍ່ເຖົ້າ ຫວູຈ້ອງຮຸ່ງ ກ່າວຄວາມໃນໃຈສູ່ຟັງວ່າ:
“ໂດຍສືບທອດມູນເຊື້ອຂອງບັນພະບຸລຸດ, ເມື່ອປະຕິບັດໜ້າທີ່ເປັນຜູ້ເຝົ້າຫໍຢູ່ທີ່ນີ້ ຂ້າພະເຈົ້າຮູ້ສຶກມີຄວາມເປັນກຽດເປັນຢ່າງຍິ່ງ. ນີ້ແມ່ນໜ້າທີ່ສຳຄັນສຳລັບຂ້າພະເຈົ້າ ເມື່ອໄດ້ຕາງໜ້າໃນໝູ່ບ້ານ, ວົງຕະກຸນມາປະຕິບັດໜ້າທີ່. ທີສອງແມ່ນມີໂອກາດໄດ້ຊ່ວຍແຂກທີ່ມາປະຕິບັດການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ຢູ່ວິຫານແຫ່ງນີ້ອີກດ້ວຍ”.
“ແຕ່ລະປີ, ການຂຶ້ນໄປວິຫານ ຮ້າ, ປະຊາຊົນໃນໝູ່ບ້ານພວກຂ້າພະເຈົ້າ ຈະມີພຽງແຕ່ຜູ້ດຽວເທົ່ານັ້ນ. ພວກຂ້າພະເຈົ້າຂຶ້ນມານີ້ເພື່ອເບິ່ງທູບໃຕ້ທຽນໃຫ້ບັນພະບຸລຸດ ແມ່ນສິ່ງທີ່ມີກຽດສະຫງ່າສຳລັບຕົນເອງ, ຄອບຄົວ ແລະ ວົງຕະກຸນ. ດັ່ງນັ້ນ, ຕ້ອງມີຄວາມຮັບຜິດຊອບແນະນຳໃຫ້ພໍ່ແມ່ພີ່ນ້ອງປະຕິບັດການເຫຼື້ອມໃສຕາມຮີດຄອງປະເພນີ, ຮັກສາສີສັນຂອງຊາດ”.
ເມື່ອປະຕິບັດໜ້າທີ່ແນະນຳໃຫ້ແຂກທ່ອງທ່ຽວ, ຜູ້ປະຕິບັດການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ, ບັນດາຜູ້ເຝົ້າຍາມ ຍັງໄດ້ແນະນຳ, ຕອບຄຳຖາມຄວາມຮູ້ກ່ຽວກັບວັດທະນະທຳ, ປະຫວັດສາດທີ່ຕິດພັນກັບວິຫານ ຮຸ່ງ; ກາຍເປັນຂົວເຊື່ອມຕໍ່ແນະນຳກ່ຽວກັບພາບພົດ, ປະຊາຊົນ, ດິນແດນແຫ່ງບັນພະບຸລຸດໃຫ້ແຂກທ່ອງທ່ຽວທີ່ມາຈາກທົ່ວທຸກສາລະທິດ. ທ່ານ ນາງ ຟ້າມທິຮວ່າງແອັງ, ຮອງຜູ້ອຳນວຍການເຂດປູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ, ແຂວງ ຝຸເທາະ ໃຫ້ຮູ້ວ່າ:
“ບັນດາຜູ້ເຝົ້າຍາມໄດ້ຕາງໜ້າໃຫ້ວົງຄະນະຍາດແນະນຳວິທີປະຕິບັດການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງໃຫ້ພໍ່ແມ່ພີ່ນ້ອງ. ເລີ່ມແຕ່ຊຸມເດືອນຂອງລະດູບານໃໝ່, ພວກຂ້າພະເຈົ້າ ໄດ້ຈັດຕັ້ງການຝຶກວິທີໃຫ້ແກ່ຜູ້ເຝົ້າຫໍແລ້ວ, ໃນວັນບຸນແຂກມາເປັນຈຳນວນຫຼາຍ ຈະເພີ່ມຈຳນວນຜູ້ເຝົ້າຫໍຂຶ້ນເພື່ອແນະນຳໃຫ້ແກ່ປະຊາຊົນ”.
ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດ ຮຸ່ງ ມີທີ່ຕັ້ງສຳຄັນໃນຊີວິດທາງດ້ານຈິດວິນຍານ, ນຳມາເຊິ່ງຄຸນຄ່າທາງດ້ານຈິດໃຈຢ່າງເລິກເຊິ່ງກ່ຽວກັບນ້ຳໃຈ, ຄວາມເຄົາລົບນັບຖື ແລະ ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ. ການເຂົ້າຮ່ວມແນະນຳການປະຕິບັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງຂອງບັນດາຜູ້ເຝົ້າຍາມຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ ໄດ້ປະກອບສ່ວນຊ່ວຍໃຫ້ປະຊາຊົນ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊາດ ໂດຍອົງການ UNESCO ຮັບຮອງວ່າເປັນມໍລະດົກວັດທະນະທຳບໍເປັນວັດຖຸຂອງມວນມະນຸດ ເມື່ອປີ 2012.