ເກີຊໍ ເປິ​ລິດ ແບບ​ຢ່າງ​ດີເດັ່ນ​ໃນ​ການ​ Startup ​ຢູ່​ຕາ​ແສງ ບ​ຽນ​ໂຮ່, ແຂວງ ຢາ​ລາຍ

(VOVWORLD) - ໂດຍ Startup ດ້ວຍອາຊີບຂາຍຂອງກິນນັບແຕ່ປີ 2012 ອ້າຍ ເກີຊໍ ເປິລິດ ຊົນເຜົ່າເຢີຣາຍ(Jrai) ຢູ່ຕາແສງ ບຽນໂຮ່, ນະຄອນ ເປີໄລກູ, ແຂວງ ຢາລາຍ ໄດ້ປະສົບຜົນສຳເລັດ. ມາຮອດປັດຈຸບັນ, ຮ້ານອາຫານ ປິ້ງໄກ່, ເຂົ້າຫຼາມ, ເຫຼົ້າແງ(ເຫຼົ້າໄຫ) ຂອງອ້າຍໄດ້ກາຍເປັນໜຶ່ງໃນບັນດາຮ້ານອາຫານໃຫຍ່ ແລະ ມີຊື່ສຽງຢູ່ທ້ອງຖິ່ນ.



ເກີຊໍ ເປິ​ລິດ ແບບ​ຢ່າງ​ດີເດັ່ນ​ໃນ​ການ​ Startup ​ຢູ່​ຕາ​ແສງ ບ​ຽນ​ໂຮ່, ແຂວງ ຢາ​ລາຍ - ảnh 1ອ້າຍ ເກີຊໍ ເປີລິດ 

ໃນເມື່ອກ່ອນ, ຂ້າພະເຈົ້າເຮັດວຽກຢູ່ບັນດາໂຮງແຮມ, ຮ້ານອາຫານຢູ່ນະຄອນ ເປີໄລກູ, ແຂວງຢາລາຍ ເປັນເວລາ 5 ປີ. ຫຼັງຈາກນັ້ນ, ຂ້າພະເຈົ້າໄດ້ຖອດຖອນບົດຮຽນປະສົບການແລ້ວ ກັບບ້ານເພື່ອກໍ່ຮ່າງສ້າງຕົວດ້ວຍຕົນເອງ. ຮ້ານອາຫານໃນເມື່ອກ່ອນແມ່ນເຮືອນຮ້ານ ໄດ້ປັບປຸງຕາມຮູບແບບ ໄຕງວຽນ, ແລ້ວຄ່ອຍໆພັດທະນາກາຍເປັນຮ້ານທີ່ມີເຮືອນຮ້ານທັງໝົດ 15 ຫຼັງ, ອາດຈະຮັບໃຊ້ແກແຕ່ 400 - 500 ຄົນ. ປັດຈຸບັນ, ຮ້ານກໍ່ຮັບໃຊ້ເຄື່ອງກິນດື່ມໃຫ້ແກ່ແຂກທີ່ມາຈາກທົ່ວທຸກສາລະທິດ. ຮ້ານກໍ່ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນປະມານ 30%, ສ່ວນທີ່ຍັງເຫຼືອ 70% ແມ່ນແຂກທ່ອງທ່ຽວ ຫວຽດນາມ.

ນີ້ແມ່ນຄຳແບ່ງປັນຂອງ ອ້າຍ ເກີຊໍ ເປີລິດ, ເກີດປີ 1987, ຈາກທີ່ເປັນຜູ້ຮັບໃຊ້ຢູ່ຮ້ານອາຫານໃນແຂວງ, ປັດຈຸບັນ ອ້າຍໄດ້ເປັນເຈົ້າຂອງຮ້ານອາຫານແຫ່ງໜຶ່ງທີ່ໃຫຍ່ໂຕແລ້ວ.

ຮ້ານອາຫານ ເປີລິດ ໄດ້ອອກແບບທີ່ເຂັ້ມຂຸ້ນໄປດ້ວຍວັດທະນະທຳ ໄຕງວຽນ, ມີພື້ນທີ່ກ້ວາງໃຫຍ່, ໃກ້ຊິດຕິດພັນກັບທຳມະຊາດ. ຈຸດທີ່ເປັນເອກະລັກສະເພາະຢູ່ທີ່ນີ້ນັບແຕ່ໂຄງປະກອບຂອງເຮືອນຣົງ, ເຮືອນຮ້ານ ຕະຫຼອດຮອດບັນດາເຄື່ອງຂອງໃຊ້ປະຈຳວັນ ກໍ່ໄດ້ຮັບການປະດັບປະດາຢ່າງກົມກຽວ ເຕັມໄປດ້ວຍລັກສະນະວິຈິດສິນຢູ່ທຸກແຫ່ງຄື: ກອງຄ້ອງ, ພິນແຈ້, ຊຸດອາພອນປະຈຳຊາດ, ເຄື່ອງດົນຕີຊົນເຜົ່າຊະນິດຕ່າງໆ… ເມື່ອມີແຂກມາເປັນຈຳນວນຫຼາຍ, ຮ້ານຈະມີລາຍການສະແດງດົນຕີ, ຕັ້ງກອງໄຟ, ສະແດງຕີຄ້ອງຕີກອງ… ເອື້ອຍ ເກີຊໍ ເຮີຍື ນັກຮ້ອງຊົນເຜົ່າ ຢີຣາຍ ສະແດງຢູ່ ຮ້ານ ເປີລິດ ໃຫ້ຮູ້ວ່າ:

ປົກກະຕິ ພວກຂ້າພະເຈົ້າ ໄດ້ສະແດງບັນດາລາຍການດົນຕີ ໄຕງວຽນ, ວັດທະນະທຳຕີຄ້ອງ ໄຕງວຽນ. ຕອນທ້າຍອາທິດຢູ່ທີ່ນີ້ມັກຈັດຕັ້ງການກອງໄຟ, ຟ້ອນຊວາງ ແລະ ຕີຄ້ອງ. ອ້າຍ ເປີລິດ ແມ່ນຄົນທີ່ຂະຫຍັນຂັນເຄື່ອນ, ຍາມໃກກໍ່ເປັນມິດກັບທຸກຄົນ, ສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນທ້ອງຖິ່ນ ມີວຽກເຮັດງານທຳ.

ການຕັດສິນ Startup ເປີດຮ້ານອາຫານແມ່ນບາດລ້ຽວເພື່ອໃຫ້ອ້າຍ ເກີຊໍ ເປີລິດ ປ່ຽນແປງຊີວິດ, ບືນຕົວຂຶ້ນ. ດ້ວຍວຽກງານດຳເນີນທຸລະກິດການບໍລິການກິນດື່ມທີ່ເປັນປົກກະຕິ, ອ້າຍ ເກີຊໍ ເປີລິດ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຊາວທ້ອງຖິ່ນເປັນຈຳນວນຫຼາຍ, ຊ່ວຍເຂົາເຈົ້າປັບປຸງຊີວິດການເປັນຢູ່. ເມື່ອເຂົາເຈົ້າເຂົ້າເຮັດວຽກ, ອ້າຍຈະເປັນຜູ້ແນະນຳໂດຍກົງກ່ຽວກັບທັກສະໃນການທັກທາຍສະບາຍດີ, ການຮັບໃຊ້, ແຕ່ງກິນ… ຮ້ານມີພະນັກງານຮັບໃຊ້ປະມານ 15 ຄົນ, ສະເພາະໃນວັນບຸນ, ວັນເຕັດມີແຂກເປັນຈຳນວນຫຼາຍ ດັ່ງນັ້ນຕ້ອງລະດົມຕື່ມອີກປະມານ 50  ຄົນ. ເອື້ອຍ ໂຮ່ທິຢາງເລະ, ຊົນເຜົ່າ ບານາ, ພະນັກງານຂອງຮ້ານ ໃຫ້ຮູ້ວ່າ:

 “ຂ້າພະເຈົ້າເປັນຜູ້ຊ່ວຍວຽກງານໃນຫ້ອງຄົວຢູ່ທີ່ນີ້ເປັນເວລາ 4 ປີແລ້ວ. ອ້າຍ ເປີລິດ ໄດ້ສ້າງເງື່ອນໄຂໃຫ້ແກ່ພວກຂ້າພະເຈົ້າເຮັດວຽກຕື່ມ. ລາຍຮັບເປັນປົກກະຕິ, ຫ້າລ້ານຕໍ່ເດືອນ.

ຢູ່ຮ້ານຂອງຕົນ, ອ້າຍ ເກີຊໍ ເປີລິດ ກໍ່ຈັດບັນດາເຫດການວັດທະນະທຳທີ່ພົ້ນເດັ່ນຂອງຊົນເຜົ່າໄຕງວຽນຄື: ພິທີບຸນເຂົ້າໃໝ່, ພິທີບຸນຊົນຄວາຍ, ພິທີສ້າງຂຸມສົບໃໝ່... ຮູບແບບຮ້ານອາຫານຂອງອ້າຍ ເປີລິດ ມີເມນູທີ່ອຸດົມສົມບູນ, ມີເຍື່ອງອາຫານເປັນຈຳນວນຫຼາຍຂອງທ້ອງຖິ່ນຄື: ເຂົ້າຫຼາມ, ປິ້ງໄກ່, ຊິ້ນງົວແດດດຽວ, ປີ້ງໝູໃນບັ້ງໄມ້ໄຜ່... ດັ່ງນັ້ນຈຶ່ງດຶງດູດໄດ້ແຂກທ່ອງທ່ຽວມາຮັບປະທານອາຫານ.

ບໍ່ພຽງແຕ່ເປັນເຈົ້າຂອງຮ້ານອາຫານດັ່ງກ່າວ, ອ້າຍ ເອີຊໍ ເປີລິດ ຍັງຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວທຳການກຸສົນ. ອ້າຍພ້ອມກັບເພື່ອນຂອງຕົນເຄີຍມີບັນດາການເດີນທາງໄປທຳການກຸສົນຊ່ວຍເຫຼືອຜູ້ທຸກຍາກຢູ່ບັນດາເມືອງຄື: ຈຶປັກ, ຝຸທຽນ, ຈືເຊ… ຢູ່ແຂວງ ຢາລາຍ. ກ່ຽວກັບແຜນການດຳເນີນທຸລະກິດໃນໄລຍະຈະມາເຖິງ, ອ້າຍ ເກີຊໍ ເປີລິດ ໃຫ້ຮູ້ວ່າ:

ນອກຈາກ ແນວຄວາມຄິດຮັບໃຊ້ການບໍລິການກິນດື່ມ, ຂ້າພະເຈົ້າຈະເປີດຫ້ອງພັກ, homestay ແບບເຮືອນຮ້ານຕື່ມອີກ ເພື່ອຮັບໃຊ້ແຂກທ່ອງທ່ຽວທີ່ມາຈາກທົ່ວທຸກສາລະທິດ ມາພັກຜ່ອນ, ລົງຕົວຈິງ. ເວລາເປີດຮ້ານໃນເບື້ອງຕົ້ນປະສົບກັບຄວາມຫຍຸ້ງຍາກ, ເປີດແຕ່ບໍ່ມີແຂກມາຫຼາຍ, ອົດທົນໄປເລື້ອຍໆ ແລ້ວຄ່ອຍໆໂຄສະນາທາງ facebook, zalo, ເອົາລົງອິນເຕີເນັດ ແລ້ວແຂກທ່ອງທ່ຽວກໍ່ຮູ້ຈັກເຖິງ. ຂ້າພະເຈົ້າຕ້ອງຮັກສາໄດ້ສີສັນ, ຮັກສາໄດ້ຈຸດວັດທະນະທຳ, ອາຫານທີ່ພົ້ນເດັ່ນຂອງໝູ່ບ້ານ ແລ້ວແຂກກໍ່ຈະຄ່ອຍໆຊອກເຂົ້າມາ.

ໂດຍມີຄວາມຂະຫຍັນຂັນເຄື່ອນ, ກ້າຄິດກ້າທຳ ດ້ວຍຈິດໃຈມານະພະຍາຍາມບືນຕົວຂຶ້ນ, ອ້າຍ ເກີຊໍ ເປີລິດ ໄດ້ປະສົບຜົນສຳເລັດໃນການ Startup. ແບບຢ່າງທີ່ດີເດັ່ນໃນການ Startup ຂອງອ້າຍແມ່ນກຳລັງໜູນເພື່ອໃຫ້ຜູ້ອື່ນສູ້ຊົນ, ບືນຕົວຂຶ້ນສ້າງຄວາມຮັ່ງມີ. ຮູບແບບຮ້ານອາຫານ ເປີລິດ ແມ່ນຈຸດພົ້ນເດັ່ນໃນການເລີ່ມຕົ້ນ ການບໍລິການດຳເນີນທຸລະກິດກິນດື່ມຢູ່ຕາແສງ ບຽນໂຮ່, ນະຄອນ ເປີໄລກູ.

ຕອບກັບ

ຂ່າວ/ບົດ​ອື່ນ