(VOVWORLD) - ຫັນໃບໝາກນັດທີ່ຖືກປະຖິ້ມກາຍເປັນວັດຖຸດິບສົ່ງອອກແມ່ນທິດກ້າວເດີນຂອງຊາວກະສິກອນຈຳນວນໜຶ່ງຢູ່ເງະອານ. ສິ່ງນີ້ທັງສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນຕື່ມອີກ, ທັງປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ.
ເສັ້ນຝ້າຍທີ່ໄດ້ຮັບການຜະລິດຈາກໃບໝາກນັດ (ພາບ: VOV) |
ເມືອງ ກວິ່ງລຶວ, ແຂວງ ເງະອານ, ມີເນື້ອທີ່ປູກໝາກນັດເກືອບ 2.500 ເຮັກຕາ. ໃບໝາກນັດພາຍຫຼັງໄດ້ເກັບກ່ຽວຈະຖືກປະຖິ້ມຢູ່ທົ່ງນາ. ຫຼາຍປີມານີ້, ຊາວກະສິກອນຕ້ອງເສຍເວລາ ແລະ ເຫື່ອແຮງຫຼາຍເພື່ອແກ້ໄຂຂີ້ເຫຍື້ອຈາກໃບໝາກນັດນີ້. ແຕ່ປັດຈຸບັນ, ໃບໝາກນັດນີ້ໄດ້ກາຍເປັນວັດຖຸດິບໃຫ້ແກ່ຂະແໜງຊຸດອາພອນທີ່ເປັນມິດກັບສິ່ງແວດລ້ອມ.
ເມື່ອເຫັນວ່າ ໃບໝາກນັດຖືກປະຖິ້ມຢູ່ທົ່ງນາພາຍຫຼັງການເກັບກ່ຽວຄືຈັ່ງຊີ້, ອ້າຍເດົາຟີແກັງ, ຫົວໜ້າສະຫະກອນຜະລິດຕະພັນກະເສດ AE TA ໄດ້ເລີ່ມຕົ້ນແນວຄວາມຄິດເຊື່ອມຕໍ່ເພື່ອຜະລິດການແຍກເສັ້ນເປັນຝ້າຍ ຈາກໃບໝາກນັດນີ້. ອ້າຍໃຫ້ຮູ້ວ່າ:
ເມື່ອຂ້າພະເຈົ້າຫັກໃບໝາກນັດ ແລະ ບັງເອີນເຫັນວ່າມີເສັ້ນຢູ່ພາຍໃນໃບໝາກນັດ. ເວລານັ້ນ ຂ້າພະເຈົ້າຄິດເຖິງຮູບແບບເຂົາເຈົ້າເຮັດເປັນເສັ້ນ, ຫຼັງຈາກນັ້ນ ຂ້າພະເຈົ້າເລີ່ມມີແນວຄວາມຄິດ ແລະ ຮ່ວມກັບນ້ອງຄົນໜຶ່ງເພື່ອສ້າງຕັ້ງບໍລິສັດ. ສອງອ້າຍນ້ອງທັງຄົ້ນຄ້ວາ, ທັງປະດິດເຄື່ອງຈັກ ແລະ ເຮັດເປັນເສັ້ນອອກຈາກໃບໝາກນັດ.
ໄລ່ສະເລ່ຍແຕ່ລະປີ, ສະຫະກອນຂອງອ້າຍ ແກັງ ເກັບຊື້ໝາກນັດຂອງພໍ່ແມ່ປະຊາຊົນຊາວກະສິກອນປະມານ 1.000 ໂຕນ. ແຕ່ລະວັນ, ລະບົບຜະລິດຂອງ ສະຫະກອນຜະລິດຕະພັນກະເສດ AETA ແກ້ໄຂໃບໝາກນັດໄດ້ເກືອບ 10 ໂຕນ. ໃບໝາກນັດ 100 ກີໂລກຼາມ ອາດສາມາດຜະລິດເສັ້ນອອກປະມານ 15 ກີໂລກຼາມ, ຂາຍໄດ້ລາຄາ 135.000ດົ່ງ/ກີໂລກຼາມ. ເສັ້ນຂອງໃບໝາກນັດໄດ້ຂາຍໃຫ້ບັນດາບໍລິສັດຈຳນວນໜຶ່ງເພື່ອຜະລິດຜະລິດຕະພັນຫຼາຍຊະນິດຄື: ເຮັດແພແຟຊັນ, ຖົງກະເປົາ, ອູ່ເປ, ເຄື່ອງຫັດຖະກຳ… ທ່ານ ຟ້າມວັນຕວນ, ພະນັກງານກະສິກອນຕາແສງ ເຕິນທັ້ງ, ເມືອງ ກວິ່ງລຶວ, ແຂວງ ເງະອານ ໃຫ້ຮູ້ວ່າ:
ນີ້ແມ່ນທິດກ້າວເດີນທີ່ໃໝ່ ແລະ ສ້າງຄວາມປະຫຼາດໃຈຫຼາຍ. ນັບແຕ່ເວລາສະຫະກອນຊື້ໃບໝາກນັດນັ້ນ ໂດຍພື້ນຖານແລ້ວ ປະຊາຊົນໄດ້ຮູ້ວ່າ ການປູກໝາກນັດແມ່ນບໍ່ປະຖິ້ມຫຍັງເລີຍ. ນີ້ແມ່ນທິດກ້າວເດີນໃໝ່, ພວກຂ້າພະເຈົ້າຕີລາຄາສູງ.
ອ້າຍ ຫງວຽນວັນແຮ້ງ ເລີ່ມຕົ້ນ Startup ຈາກໃບໝາກນັດ (ພາບ: ຫງວຽນວັນແຮ້ງ) |
ກໍ່ຢູ່ ກວິ່ງລຶວ, ອ້າຍ ຫງວຽນວັນແຮ້ງ, ຜູ້ອຳນວຍການບໍລິສັດ ຫຸ້ນສ່ວນ ຄົ້ນຄ້ວາ, ຜະລິດ ແລະ ພັດທະນາເສັ້ນຝ້າຍ Eco ໄດ້ອອກເຫື່ອເທແຮງຄົ້ນຄ້ວາໃນໄລຍະເວລາສອງປີເພື່ອເປັນເຈົ້າຂອງເຕັກນິກ ຜະລິດເສັ້ນຝ້າຍຈາກໃບໝາກນັດ. ອ້າຍ ແຮ້ງ ຍາມໃດກໍ່ມີຄວາມຄິດນຳສິ່ງເສດເຫຼືອຂອງກະສິກຳຢູ່ບ້ານເກີດຂອງຕົນ ກາຍເປັນວັດຖຸດິບທີ່ເປັນມິດກັບສິ່ງແວດລ້ອມໃຫ້ແກ່ຂະແໜງຕ່ຳແຜ່ນຕັດຫຍິບ. ທຳອິດ, ອ້າຍໄດ້ຜະລິດເສັ້ນຝ້າຍຈາກໃບໝາກນັດ, ອ້າຍເຮັດໄປເຮັດມາເປັນຫຼາຍຄັ້ງ ຈົນຮອດເວລາໄດ້ເສັ້ນຝ້າຍໝາກນັດທີ່ບໍລິສຸດທີ່ສຸດ.
ແຕ່ລະຂັ້ນຕອນລ້ວນແຕ່ຕ້ອງເຮັດຢ່າງລະອຽດລະອໍ, ນັບແຕ່ຂັ້ນຕອນເລືອກໃບໝາກນັດທີ່ມີຄວາມຍາວຢ່າງພຽງພໍຕະຫຼອດຮອດການນຳໃຊ້ເຄື່ອງຈັກໃນການຜະລິດເສັ້ນຝ້າຍແນວໃດເພື່ອຮັບປະກັນວ່າ ເສັ້ນຝ້າຍມີສີທີ່ງາມຕາ ແລະ ສະໝ່ຳສະເໝີ. ພາຍຫຼັງຜະລິດເປັນເສັ້ນແລ້ວ, ການນຳໃຊ້ວັດຖຸດິບແນວໃດເພື່ອຜະລິດເປັນຜະລິດຕະພັນໃດ, ວິທີການສຳຜັດກັບຕະຫຼາດແນວໃດ, ອ້າຍ ແຮ້ງ ກໍ່ຕ້ອງຊອກຮູ້ເພື່ອອາດຈະສົ່ງອອກເສັ້ນຝ້າຍທີ່ເຮັດຈາກໝາກນັດໄປຍັງຕະຫຼາດ ເອີລົບ. ອ້າຍ ຫງວຽນວັນແຮ້ງ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າໄດ້ສົ່ງງວດສິນຄ້າທຳອິດໄປຍັງ ອັງກິດ. ປັດຈຸບັນ, ບັນດາໃບສັ່ງຊື້ສິນຄ້າຈາກຄູ່ຮ່ວມມືແມ່ນປະມານ 7 ໂຕນ/ເດືອນ. ແຕ່ພວກຂ້າພະເຈົ້າຕອບສະໜອງພຽງແຕ່ 2 – 3 ໂຕນ/ເດືອນ. ດັ່ງນັ້ນ ພວກຂ້າພະເຈົ້າຕ້ອງມີນັກລົງທຶນຮ່ວມເດີນທາງເພື່ອພັດທະນາລະບົບຕ່ອງໂສ້ການຜະລິດແບບອັດຕະໂນມັດ ແລະ ພັດ ທະນາເສັ້ນຝ້າຍນີ້ຕື່ມອີກ ເພື່ອມີຜະລິດຕະພັນທີ່ຕອບສະໜອງຄວາມຕ້ອງການຂອງລູກຄ້າທີ່ນັບມື້ນັບສູງຂຶ້ນ.
ການຜະລິດເສັ້ນຝ້າຍຈາກໃບໝາກນັດໄດ້ຊ່ວຍຊາວປະສິກອນຢູ່ ເງະອານ ແລະ ເຂດໃກ້ຄຽງມີລາຍຮັບຕື່ມອີກ. ມີຫຼາຍຄອບຄົວມີລາຍຮັບປະມານ 200 ລ້ານດົ່ງ (ປະມານ 7.714 USD)/ການປູກຕົ້ນໝາກນັດ 1 ເຮັກຕາ, ປັດຈຸບັນເຂົາເຈົ້າມີຕື່ມອີກ 40 – 50 ລ້ານດົ່ງ (1.542 USD-1928 USD) ຕໍ່ 1 ເຮັກຕາ ຈາກການສະໜອງໃບໝາກນັດ ໃຫ້ແກ່ບັນດາບໍລິສັດ. ມີແຮງງານຫຼາຍຄົນຢູ່ທ້ອງຖິ່ນ ມີວຽກເຮັດງານທຳ ແລະ ມີລາຍຮັບຕື່ມອີກຍ້ອນເຂົ້າຮ່ວມລະບົບເຄື່ອນໄຫວ, ຜະລິດເສັ້ນຝ້າຍທີ່ເຮັດຈາກໃບໝາກນັດ. ເອື້ອຍ ໂຮ່ທິລວານ, ກຳມະກອນຜະລິດໃບໝາກນັດ ໃຫ້ຮູ້ວ່າ:
ວຽກງານກໍ່ບໍ່ໜັກປານໃດ, ຜູ້ເຖົ້າກໍ່ສາມາດເຮັດໄດ້ຄື ຕາກໃບໄມ້, ສ່ວນຊາວໜຸ່ມຈະເຮັດວຽກງານອື່ນໆຄື ແບກຫາບ, ຈັດສັບຊ້ອນໃບໝາກນັດ.
ປັດຈຸບັນ ອ້າຍ ແກັງ, ອ້າຍ ແຮ້ງ ແລະ ຊາວກະສິກອນຫຼາຍຄົນຍັງມີຄວາມຄວາມຄອງຄອຍ ແລະ ສືບຕໍ່ຄົ້ນຄ້ວາ ເພື່ອປະຕິບັດການຫັນແນວຄິດເຊົ່າທີ່ດິນ, ເປີດກວ້າງໂຮງງານຜະລິດເສັ້ນຝ້າຍຈາກໃບໝາກນັດຢູ່ບ້ານເກີດເມືອງນອນຂອງຕົນໃຫ້ປະກົດຜົນເປັນຈິງ. ເຂົາເຈົ້າກໍ່ສືບຕໍ່ຂຶ້ນແຜນການທະວີຄູນໂຮງງານຢູ່ ແທງຮວາ, ນິງບິ່ງ, ລາວກາຍ… ເຊິ່ງແມ່ນເຂດປູກຕົ້ນໝາກນັດ. ຜົນສຳເລັດຂອງຮູບແບບນີ້ຢູ່ເງະອານ ພວມສ້າງແຫຼ່ງກຳລັງໜູນໃຫ້ແກ່ຊາວກະສິກອນຢູ່ເຂດອື່ນໆປະດິດຄິດສ້າງ, ຄົ້ນຄ້ວາ, ຊອກຫາເສັ້ນກ້າວເດີນໃໝ່ໃຫ້ແກ່ບັນດາສິ່ງເສດເຫຼືອຈາກກະສິກຳ.