ເຈົາ​ງອກ​ຢິວ - ແມ່​ຍິ​ງ​ຂະ​ແມ​ຢູ່ ອານ​ຢາງ​ນຳ​ໜ້າ​ໃນ​ການ​ນຳເອົາ​ນ້ຳ​ຕານຈາກ​ໝາກ​ຕານ​ສົ່ງ​ອອກ​ໄປ​ຍັງ​ຕ່າງ​ປະ​ເທດ

(VOVWORLD) - ບໍ່ພຽງແຕ່ກຳນົດເຄື່ອງໝາຍການຄ້ານ້ຳຕານຈາກໝາກຕານຢູ່ຕະຫຼາດພາຍໃນປະເທດ ເທົ່ານັ້ນຫາກຍັງໃນຫຼາຍປີມານີ້ດ້ວຍຊື່ທີ່ວ່າ “Palmania”, ເອື້ອຍ ເຈົາງອກຢິວ ຢູ່ອານຢາງໄດ້ສ້າງຕັ້ງຫ້ອງການຕາງໜ້າຂອງບໍລິສັດຫຸ້ນສ່ວນ Palmania ປະຈຳເອີລົບເພື່ອສົ່ງເສີມການສົ່ງອອກນ້ຳຕານຈາກໝາກຕານຢູ່ອານຢາງໄປຍັງຕະຫຼາດເອີລົບ. ເອື້ອຍໄດ້ປະກອບສ່ວນຍົກລະດັບຄຸນຄ່າຜະລິດຕະພັນນ້ຳຕານຈາກໝາກຕານທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນຂະແມເຂດໄບນຸຍອານຢາງ.

ເຈົາ​ງອກ​ຢິວ - ແມ່​ຍິ​ງ​ຂະ​ແມ​ຢູ່ ອານ​ຢາງ​ນຳ​ໜ້າ​ໃນ​ການ​ນຳເອົາ​ນ້ຳ​ຕານຈາກ​ໝາກ​ຕານ​ສົ່ງ​ອອກ​ໄປ​ຍັງ​ຕ່າງ​ປະ​ເທດ - ảnh 1ເອື້ອຍ ເຈົາງອກຢິວ ຜູ້ອຳນວຍການບໍລິສັດ  (ພາບ: TTXVN)

ກັບຄືນບ້ານເກີດພາຍຫຼັງຮ່ຳຮຽນ ແລະ ກໍ່ຮ່າງສ້າງຕົວເປັນເວລາຫຼາຍປີ ຢູ່ນະຄອນ ໂຮ່ຈີມິນນັບແຕ່ປີ 2017, ເອື້ອຍ ເຈົາງອກຢິວ (ເກີດປີ 1982, ຊົນເຜົ່າຂະແມ, ອາໄສຢູ່ເມືອງ ຈີຕອນ, ແຂວງອານຢາງ) ໄດ້ຕັດສິນໃຈ Startup ດ້ວຍຜະລິດຕະພັນນ້ຳຕານຈາກໝາກຕານ. ນີ້ແມ່ນຜະລິດຕະພັນທີ່ເປັນມູນເຊື້ອ, ສິນພິເສດຂອງປະຊາຊົນເຂດໄບນຸຍ ອານຢາງ. ເດືອນມິຖຸນາ 2017, ເອື້ອຍ ຢິວ ພ້ອມກັບເພື່ອນສອງຄົນ ຮ່ວມມືກັນ ສ້າງບໍລິສັດຫຸ້ນສ່ວນ Palmania ເພື່ອເກັບຊື້, ປຸງແຕ່ງ, ຈຳໜ່າຍຜະລິດຕະພັນຊະນິດຕ່າງໆທີ່ເຮັດຈາກນ້ຳຕານຂອງໝາກຕານ.

ສຳນັກງານທຳອິດຕັ້ງຢູ່ນະຄອນ ໂຮ່ຈີມິນ. ຈົນຮອດເດືອນສິງຫາ 2019, ທາງບໍລິສັດໄດ້ຍົກຍ້າຍກັບເມືອເທດສະບານຈີຕອນ, ເມືອງຈີໂຕນ ແລະ ເອື້ອຍ ເຈົາງອກຢິວ ກໍ່ຕັດສິນໃຈ ສຸມໃສ່ເຂົ້າການລົງທຶນ, ເປີດກວ້າງຂອບຂະໜາດຜະລິດ - ດຳເນີນທຸລະກິດ. ກຳລັງໜູນກະຕຸກຊຸກຍູ້ເອື້ອຍ Startupແມ່ນຢາກຂຸດຄົ້ນຄວາມສາມາດບົ່ມຊ້ອນຈາກນ້ຳຕານຈາກໝາກຕານຢ່າງມີປະສິດທິຜົນ. ເອື້ອຍ ເຈົາງອກຢິວ ໃຫ້ຮູ້ວ່າ:

ຂ້າພະເຈົ້າຕັ້ງຊື່ໃຫ້ຜະລິດຕະພັນແມ່ນ Palmania “Pal”ໃນພາສາ ຂະແມໝາຍຄວາມວ່າ ຕົ້ນຕານ, "Mania" ໝາຍຄວາມວ່າຄວາມເມົາມົວ. Team ປາດຖະໜາຢາກນຳມາເຊິ່ງຜະລິດຕະພັນທີ່ມີຄວາມຮັກຕໍ່ສິ່ງແວດລ້ອມ, ຄວາມຮັກຕົ້ນຕານ. ປາດຖະໜາຢາກນຳເອົາຄຸນຄ່າເພີ່ມກ່ຽວກັບຕົ້ນຕານຫຍັບໃກ້ກັບຜູ້ບໍລິໂພກພາຍໃນປະເທດ ແລະ ສາກົນ.

ເຂດດິນແດນໄບນູຍ ຢູ່ອານຢາງໂດຍທຳມະຊາດດົນບັນດານໃຫ້ດິນປູກຝັງທີ່ເໝາະສົມກັບຕົ້ນຕານດັ່ງນັ້ນ ນ້ຳຕານຢູ່ແຫ່ງນີ້ມີລົດຊາດທີ່ເປັນເອກະລັກສະເພາະ ແລະ ແຕ່ດົນນານມາແລ້ວ, ພໍ່ແມ່ປະຊາຊົນຂະແມຢູ່ແຫ່ງນີ້ໄດ້ປູກ ແລະ ຂຸດຄົ້ນບັນດາຜົນປະໂຫຍດມາຈາກຕົ້ນຕານ, ຫັນມັນກາຍເປັນຜະລິດຕະພັນທີ່ມີຊື່ສຽງຂອງເຂດດິນແດນແຫ່ງນີ້. ເຖິງຢ່າງໃດກໍຕາມ, ສິນພິເສດນີ້ຍັງບໍ່ມີເຄື່ອງໝາຍການຄ້າ ແລະ ໄດ້ຈຳໜ່າຍໃນວົງກວ້າງຢູ່ຕະຫຼາດ.

ເມື່ອກ້າວເຂົ້າເສັ້ນທາງ Startup, ສ້າງອາຊີບທີ່ເປັນມູນເຊື້ອ ກ່ຽວກັບນ້ຳຕານໝາກຕານ ແມ່ນເສັ້ນທາງທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ. ສຳລັບຂ້າພະເຈົ້າແລ້ວ, ສິ່ງທ້າທາຍໃຫຍ່ທີ່ສຸດໃນໄລຍະນີ້ແມ່ນການພົບປະ ແລະ ການຊວນເຊື່ອນບັນດາຄອບຄົວກະສິກຳປ່ຽນແປງວິທີການຜະລິດ, ປ່ຽນແປງຈິນຕະນາການເຮັດຜະລິດຕະພັນທີ່ເປັນມູນເຊື້ອເພື່ອໝູນໃຊ້ວິທະຍາສາດເຕັກໂນໂລຢີ ແລະ ເຕັກນິກ, ຈາກນັ້ນ ຮັບປະກັນສຸຂະອະນາໄມດ້ານສະບຽງອາຫານ. ຍິ່ງໄປກ່ວານັ້ນ, ພໍ່ແມ່ປະຊາຊົນເຜົ່າຂະແມຢູ່ເຂດ ໄບນຸຍ, ອານຢາງ ຍັງຮັກສາໄດ້ອາຊີບແຕ່ງນ້ຳຕານໝາກຕານຕາມວິທີການທຳມະຊາດແຕ່ກ່ອນ, ແຕ່ອາຊີບນີ້ພວມຄ່ອຍໆຖືກສູນຫາຍໄປ.

ໂສກດີ, ເມື່ອເອື້ອຍພົບປະກັບຊາວກະສິກອນທີ່ມີຄວາມມັກຮັກອາຊີບ, ພ້ອມທີ່ຈະຮ່ວມມື. ພ້ອມກັບການໜູນຊ່ວຍຈາກບັນດາຄອບຄົວກະສິກຳ, ອາຈານສອນຂອງ ມະຫາວິທະຍາໄລອານຢາງ ແລະ ອຳນາດການປົກຄອງ ເອື້ອຍຢິວ ຍິ່ງມີຄວາມຕັດສິນໃຈເພື່ອນັບມື້ນັບສ້າງຜະລິດຕະພັນຂອງຕົນໃຫ້ສົມບູນແບບ.

ຕົ້ນຕານຕ້ອງປູກເວລາ 25 ປີຈຶ່ງອອກໝາກ, ເພາະສະນັ້ນຕ້ອງຄົ້ນຄ້ວາແນວໃດທັງຜະລິດຕາມແບບເກົ່າ, ທັງຮັກສາໄດ້ໂພຊະນາການ, ທັງຍົກສູງປະສິດທິຜົນໃນການຜະລິດ. ເພາະສະນັ້ນ, ເມື່ອໝູນໃຊ້ວິທີການຜະລິດແບບທຳມະຊາດຕາມບໍລິສັດຫຸ້ນສ່ວນ Palmania ເຊິ່ງແມ່ນຜູ້ຄົນເກັບກ່ຽວ ແລະ ປຸງແຕ່ງນ້ຳຕານຈາກໝາກຕານໂດຍກົງ ບໍ່ພຽງແຕ່ໄດ້ຮັບປະກັນກ່ຽວກັບສຸຂະພາບເທົ່ານັ້ນ ຫາກຍັງຄຸນະນພາບຂອງຜະລິດຕະພັນກໍ່ໄດ້ຮັບປະກັນເປັນປົກກະຕີອີກດ້ວຍ. ເອື້ອຍ ເນື່ອງກິງແຊງ, ຄອບຄົວທີ່ຮ່ວມມືກັບເອື້ອຍຢິວມາເປັນເວລາ 4 ປີໃຫ້ຮູ້ວ່າ:

ເມື່ອຜະລິດຕາມວິທີການແບບເກົ່າ ການຂ້ຽວ ແລະ ຄົນນ້ຳຕານຕ້ອງເສຍເວລາຫຼາຍກ່ວາ ດັັ່ງນັ້ນທາງ Palmania ຈະໜູນຊ່ວຍບັນດາຄອບຄົວກະສິກຳເຄື່ອງຈັກເພື່ອໃຫ້ບັນດາຄອບຄົວນີ້ສາມາດຜະລິດໂດຍໄວ.

ເອື້ອຍຢິວໄດ້ລົງທຶນເຄື່ອງຈັກ ແລະ ເຂົ້າຮ່ວມໂຄງການເລີ່ມຕົ້ນ Startup, ງານຕະຫຼາດນັດ, ງານວາງສະແດງເພື່ອນຳຜະລິດຕະພັນຫຍັບໃກ້ກັບຜູ້ບໍລິໂພກ. ພ້ອມກັນນັ້ນ, ແມ່ນພິຊູດບັນດາການແຂ່ງຂັນທັງຢູ່ພາຍໃນ ແລະ ຕ່າງປະເທດ. ພົ້ນເດັ່ນແມ່ນຄ້ວຍໄດ້ລາງວັນ ສອງດາວຢູ່ການແຂ່ງຂັນ Great Taste Award ຢູ່ອັກງິດ. ຖັດຈາກນັ້ນ, ໃນປີ 2021, ນ້ຳຕານຈາກໝາກຕານຂອງເອື້ອຍບັນລຸລາງວັນ 1 ດາວ. ນີ້ແມ່ນກຳລັງໜູນເພື່ອໃຫ້ເອື້ອຍຢິວ ແລະ ບໍລິສັດຫຸ້ນສ່ວນ Palmania  ສືບຕໍ່ ຍົກສູງຄຸນນະພາບຜະລິດຕະພັນ ແລະ ນຳນ້ຳຕານໝາກຕານ ອານຢາງອອກສູ້ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ