(VOVWORLD) - ບ້ານ ແຊນ, ເມືອງ ນາມດານ, ແຂວງ ເງະອານ ໄດ້ຕິດພັນກັບຄາວເຍົາໄວຂອງປະທານ ໂຮ່ຈີມິນ, ການນຳຜູ້ຍິ່ງໃຫຍ່ ແລະ ແສນເຄົາລົບຮັກຂອງຊາດ ຫວຽດນາມ. ໃນເດືອນ ພຶດສະພາ ແຕ່ລະປີ, ເມື່ອດອກບົວບານ, ບ້ານ ແຊນ ໄດ້ຕ້ອນຮັບແຂກທັງຢູ່ພາຍໃນ ແລະ ຕ່າງປະເທດ ມາຢ້ຽມຢາມ, ສະແດງຄວາມເຄົາລົບນັບຖືຕໍ່ປະທານ ໂຮ່ຈີມິນ ເປັນຈຳນວນຫຼາຍ.
ປະຊາຊົນຈຳນວນຫຼາຍມາຢ້ຽມຢາມບ້ານແຊນ |
ຄາວຍັງມີຊີວິດ, ໃນ 2 ຄັ້ງທີ່ກັບເມືອບ້ານແຊນ, ປະທານ ໂຮ່ຈີມິນ ມີຄວາມຕື້ນຕັນໃຈເມື່ອໄດ້ກັບຄືນບ່ອນທີ່ ເພິ່ນ ແລະ ຄອບຄົວໄດ້ດຳລົງຊີວິດແຕ່ປີ 1901 ຮອດປີ 1906. 64 ປີ, ພາຍຫຼັງຄັ້ງສຸດທ້າຍທີ່ປະທານ ໂຮ່ຈີມິນ ມາຢ້ຽມຢາມບ້ານເກີດນັ້ນ, ບ້ານ ແຊນ ໄດ້ກາຍເປັນບ້ານເກີດເມືອງນອນລວມຂອງປະຊາຊົນ ຫວຽດນາມ.
“ຮົ້ວດອກຊະບາບານແດງ” ຍັງຢູ່ຫັ້ນ, ຮ່ອມທາງນ້ອຍເຕັມໄປດ້ວຍກິ່ນຫອມຂອງດອກບົວຍັງຢູ່ຫັ້ນ; ເຕົາຕີເຫຼັກ, ກີ່ຕ່ຳຫູກ, ຕົ້ນໝາກມີ້, ສ້າງນ້ຳ…ທີ່ບັນດາສະມາຊິກຂອງຄອບຄົວຂອງປະທານ ໂຮ່ຈີມິນ ເຄີຍໃຊ້ໃນເມື່ອກ່ອນນັ້ນ ກໍເກົ່າໄປຕາມການເວລາ ແຕ່ເງົາຂອງເພິ່ນ ເບິ່ງຄືວ່າຍັງຄົງຢູ່ນີ້.
ປີ 2025 ຄົບຮອບ 135 ປີຫ່ງວັນຄ້າຍວັນເກີດຂອງເພິ່ນ, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບແຂວງ ເງະອານ ເປີດສະຫຼອງຮູບປັ້ນ “ລຸງໂຮ່ກັບເມືອຢາມບ້ານ” ຢູ່ສະໜາມກິລາ ບ້ານ ແຊນ, ເຊິ່ງເປັນບ່ອນທີ່ປະທານ ໂຮ່ຈີມິນ ເຄີຍໂອ້ລົມກັບປະຊາຊົນເມື່ອກັບເມືອຢາມບ້ານ. ທ່ານເລຂາຄະນະພັກແຂວງ ເງະອານ ຫງວຽນດຶກຈູງ ໃຫ້ຮູ້ວ່າ ຮູບປັ້ນດັ່ງກ່າວ ແມ່ນກິດຈະກຳວັດທະນະທຳ, ແມ່ນສະຖານທີ່ເພື່ອໃຫ້ແຂກທ່ອງທ່ຽວບັນທຶກເອົາບັນດາຄວາມຊົງຈຳອັນດີງາມເມື່ອມາຢາມບ້ານເກີດເມືອງນອນ ປະທານ ໂຮ່ຈີມິນ.
“ນັບແຕ່ນີ້ເປັນຕົ້ນໄປ, ໃນເຂດບ້ານ ແຊນ ແລະ ເຂດອະນຸສອນສະຖານ ລະດັບຊາດພິເສດ ກິມລຽນ ໄດ້ມີອີກກິດຈະກຳໜຶ່ງທີ່ມີຄວາມໝາຍ. ການປະກົດມີຮູບປັ້ນປະທານ ໂຮ່ຈີມິນ ກັບມຢາມບ້ານ ໄດ້ເຮັດໃຫ້ທຸກຄົນຮູ້ສຶກວ່າ ເພິ່ນຍັງຢູ່ຄຽງຂ້າງພວກເຮົາໃນທຸກມື້ນີ້. ພ້ອມດຽວກັນນັ້ນ ກໍຕັກເຕືອນທຸກຄົນໃຫ້ຈົດຈຳ ແລະ ພະຍາຍາມກວ່າອີກເພື່ອກ້າວເຂົ້າສູ່ສັງກາດໃໝ່, ສັງກາດແຫ່ງຄວາມຄາດຫວັງກ່ຽວກັບຄວາມຮຸ່ງເຮືອງເຂັ້ມແຂງ, ການເຊື່ອມໂຍງຢ່າງຮອບດ້ານ ແລະ ປ່ຽນແປງໃໝ່ຢ່າງເລິກເຊິ່ງຂອງປະເທດຊາດ”.
ບ້ານແຊນ ຍາມເດືອນພຶດສະພາ |
ສຳລັບປະຊາຊົນ, ແຂກທ່ອງທ່ຽວທີ່ມາຈາກທຸກສາລະທິດ, ພິເສດແມ່ນປະຊາຊົນບ້ານ ແຊນ, ຮູບປັ້ນນີ້ໄດ້ນຳມາເຊິ່ງຄວາມຮູ້ສຶກທີ່ໃກ້ຊິດສະໜິດສະໜົມ, ອົບອຸ່ນ ແລະ ຮັກແພງ.
“ໃນໂອກາດວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຂອງແຕ່ລະປີ, ບັນດາຄະນະໄດ້ມາຢ້ຽມຢາມເປັນຈຳນວນຫຼາຍ. ປີນີ້, ພິເສດກວ່າ ຍ້ອນວ່າຫາກໍ່ເປີດສະຫຼອງຮູບປັ້ນ “ລຸງໂຮ່ ກັບມາຢາມບ້ານ”. ພວກຂ້າພະເຈົ້າຮູ້ສຶກເປັນກຽດ, ເອກອ້າງທະນົງໃຈເປັນຢ່າງຍິ່ງ, ຮູ້ສຶກວ່າ ປະທານ ໂຮ່ຈີມິນ ໃກ້ຊິດສະໜິດສະໜົມກັບບ້ານເກີດເມືອງນອນກວ່າ, ເຫັນວ່າຜູ້ໃດກໍດີໃຈ”.
ມາຢາມບ້ານ ແຊນ ແມ່ນມາຊອກຮູ້ກ່ຽວກັບແຫຼ່ງຄວາມຊົງຈຳ, ເຊິ່ງເປັນບ່ອນທີ່ບໍ່ພຽງແຕ່ແມ່ນບ້ານເກີດເມືອງຂອງຂອງປະທານ ໂຮ່ຈີມິນ ເທົ່ານັ້ນ, ຫາກຍັງແມ່ນບ່ອນເຕົ້າໂຮມນ້ຳໃຈຂອງປະຊາຊົນທີ່ມີຕໍ່ເພິ່ນ, ຄືດັ່ງແນວຄວາມຄິດຂອງທ່ານ ຮ່າວັນນິງ, ຮອງຫົວໜ້າເຂດອະນຸສອນສະຖານລະດັບຊາດພິເສດ ກິມລຽນ.
“ມາແຫ່ງນີ້ ປະຊາຊົນທຸກຄົນຕ່າງກໍຮູ້ສຶກໄດ້ວ່າ, ແຫ່ງນີ້ແມ່ນບ້ານເກີດຂອງເຂົາເຈົ້າ. ສ່ວນປະຊາຊົນຢູ່ທີ່ນີ້ ເຂົາເຈົ້າຖືຄວາມຮັບຜິດຊອບປົກປ້ອງ ລຸງໂຮ່, ປົກປັກຮັກສາເຂດອະນຸສອນສະຖານແຫ່ງນີ້ ເໝືອນດັ່ງເຮືອນຂອງເຂົາເຈົ້າ, ນັ້ນແມ່ນຄວາມຈົບງາມທີ່ຄວນອະນຸລັກຮັກສາເສີມຂະຫຍາຍ. ຂ້າພະເຈົ້າຖືວ່າ ປະຊາຊົນມາຫາປະທານ ໂຮ່ຈີມິນດ້ວຍຈິດໃຈດັ່ງກ່າວນັ້ນ ກໍ ແມ່ນຄວາມຜາສຸກຂອງປະເທດຊາດແລ້ວ”.
ພິທີເປີດສະຫຼອງຮູບປັ້ນ“ລຸງໂຮ່ ກັບມາຢາມບ້ານ” |
ແຕ່ດົນນານມາແລ້ວ, ບ້ານ ແຊນ ໄດ້ກາຍເປັນສະຖານທີ່ນັດພົບຂອງປະຊາຊົນ ຫວຽດນາມ ຫຼາຍຄົນ. ເຖິງວ່າຢູ່ຫ່າງໄກ, ປະຊາຊົນແຕ່ລະຄົນກໍລ້ວນແຕ່ປາດຖະໜາໄດ້ມາຢາມບ້ານ ແຊນ, ພິເສດແມ່ນໃນຊຸມວັນເດືອນ ພຶດສະພາ, ໃນໂອກາດວັນຄ້າຍວັນເກີດຂອງເພິ່ນ.
“ເມື່ອມາສະຖານທີ່ແຫ່ງນີ້, ຄວາມຮູ້ສຶກກ່ຽວກັບປະທານ ໂຮ່ຈີມິນ ໄດ້ຝັງເລິກໃນໃຈຂ້າພະເຈົ້າບໍ່ຈັກວ່າເທົ່າໃດ, ຮູ້ສຶກຕື້ນຕັນໃຈທີ່ສຸດ”.
“ຂ້າພະເຈົ້າແມ່ນແຂກທ່ອງທ່ຽວມາຈາກ ນະຄອນ ໂຮ່ຈີມິນ, ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫຼາຍ ແລະ ຮູ້ສຶກໄດ້ເຖິງນ້ຳໃຈອັນເລິກເຊິ່ງຂອງເພິ່ນ ທີ່ມີຕໍ່ບ້ານເກີດເມືອງນອນ, ປະເທດຊາດ”.
ໃນຊຸມວັນເດືອນ ພຶດສະພາ, ບ້ານ ແຊນ ພວມຕ້ອນຮັບປະຊາຊົນຈາກຫຼາຍເຂດພາກໃນທົ່ວປະເທດມາຢ້ຽມຢາມ. ເມື່ອຢູ່ໃນເຮືອນມຸງຫຍ້າທີ່ລຽບງ່າຍ ກັບຮົ້ວດອກຊະບາ, ປະຊາຊົນທຸກຄົນລ້ວນແຕ່ມີຄວາມເອກອ້າງທະນົງໃຈ, ຕື້ນຕັນໃຈ ສະຫຼັບກັບຄວາມເຄົາລົບນັບຖືການນຳຜູ້ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ./.