(VOVWORLD) - ຈ່າວິງ ແມ່ນເຂດດິນແດນທີ່ເຕັມໄປດ້ວຍຄວາມສາມາດບົ່ມດ້ານກະສິກຳ, ພວມເຫັນປະຈັກຕາຂະບວນການ Startup, ປະກອບການດຳເນີນທຸລະກິດຢ່າງແຮງຂອງແມ່ຍິງ. ແມ່ຍິງຊາວເຜົ່າ ຂະແມ ຫຼາຍຄົນ ດ້ວຍວິທີການເຮັດທີ່ມີຫົວຄິດປະດິດສ້າງ, ໄດ້ Startup ທີ່ປະສົບຜົນສຳເລັດຈາກຜະລິດຕະພັກະເສດຂອງບ້ານເກີດເມືອງນອນ.
ຜະລິດຕະພັນຈາກໝາກພ້າວ (ພາບ: VOV5) |
ຂະບວນການແມ່ຍິ່ງຕັ້ງໜ້າຮ່ຳຮຽນ, ອອກແຮງງານຢ່າງມີຫົວຄິດປະດິດສ້າງ, ສ້າງຄອບຄົວຜາສຸກ” ໄດ້ແຜ່ຂະຫຍາຍໃນວົງກ້ວາງ ແລະ ປຸກລຸກຈິດໃຈ Startup ໃນສະມາຊິກສະຫະພັນແມ່ຍິງແຂວງ ຈ່າວິງ ນັບພັນຄົນ.
ກ່ອນນີ້ 6 ປີ, ເອື້ອຍ ກິມທິໂຊໄດ, ຢູ່ເມືອງ ເກົ່າເຄ ໄດ້ຕັດສິນໃຈ Startup ດ້ວຍການຜະລິດ ບ້ວຍເຄັມໝາກພ້າວ ດ້ວຍນ້ຳຕານຂາວ. ຍ້ອນມີລົດຫວານເກີນໄປ ດັ່ງນັ້ນຂາຍບໍ່ໄດ້ດີ. ຫຼັງຈາກນັ້ນ, ເອື້ອຍປ່ຽນມາຍັງເຮັດບ້ວຍເຄັມດ້ວຍບີຕານ ແລະ ໄດ້ປະສົບຜົນສຳເລັດ. ປັດຈຸບັນ ແຕ່ລະເດືອນ, ເອື້ອຍຜະລິດ ແລະ ຈຳໜ່າຍບ້ວຍເຄັມໝາກພ້າວອອກຕະຫຼາດໄລ່ສະເລ່ຍກວ່າ 300 ກີໂລກຼາມ, ຂາຍໄດ້ລາຄາ 400.000ດົ່ງ/ກີໂລກຼາມ (17 USD). ປີ 2022, ເອື້ອຍກ້າທີ່ເຮັດຜະລິດຕະພັນໝາກພ້າວກະທິແຊ່ເຢັນຕື່ມອີກ.
ໝາກພ້າວກະທິ ພາຍຫຼັງຊື້ມາແລ້ວຈະເອົາເປືອກອອກ ສ່ວນເນື້ອຢູ່ໃນຂອງໝາກພ້ອມຈະໄດ້ຮັກສາໄວ້ ແລະ ດູດສູນຍາກາດ, ຫຼັງຈາກນັ້ນຈະແຊ່ເຢັນເອົາໄປຂາຍຢູ່ຕະຫຼາດ. ປັດຈຸບັນແຕ່ລະເດືອນ ເອື້ອຍຈຳໜ່າຍໝາກພ້າວກະທິແຊ່ເຢັນປະມານ 200 ໜ່ວຍ, ມີກຳໄລນັບລ້ານດົ່ງ/ເດືອນ.
ເມື່ອເດືອນກໍລະກົດປີ 2024, ມີ 2 ຜະລິດຕະພັນແມ່ນບ້ວຍເຄັມໝາກພ້າວບິຕານ ແລະ ໝາກພ້າວແຊ່ເຢັນຂອງເອື້ອຍໄດ້ຮັບການຢັ້ງຢືນແມ່ນຜະລິດຕະພັນຂຶ້ນກັບໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP) 3 ດາວ. ພາຍຫຼັງໄດ້ຢັ້ງຢືນຜະລິດຕະພັນ OCOP, ມີຕະຫຼາດຮູ້ຈັກເຖິງຜະລິດຕະພັນຂອງເອື້ອຍຫຼາຍກວ່າ, ໃບສັ່ງຊື້ກໍ່ນັບມື້ນັບເພີ່ມຂຶ້ນ.
ຂ້າພະເຈົ້າຮູ້ສຶກໂຊກດີເມື່ອໄດ້ເກີດຢູ່ສະຖານທີ່ມີຜະລິດຕະພັນ ໝາກພ້າວທີ່ອຸດົມສົມບູນ, ຖ້າຂາຍພຽງແຕ່ໝາກພ້າວແບບວັດຖຸດິບຈະບໍ່ມີລາຄາສູງດັ່ງນັ້ນ ຂ້າພະເຈົ້າຕັດສິນໃຈສ້າງຜະລິດຕະພັນເພື່ອມີມູນຄ່າສູງກ່ວາ, ນັ້ນແມ່ນບ້ວຍເຄັມໝາກພ້າວກະທິ. ສ່ວນນ້ຳໝາກພ້າວຂ້າພະເຈົ້າປຸງແຕ່ງເປັນວຸ້ນໝາກພ້າວແຊ່ເຢັນ ແລະ ນ້ຳດື່ມຊະນິດຕ່າງໆເພື່ອສະໜອງໃຫ້ແກ່ຕະຫຼາດ.
ອີກແບບຢ່າງອື່ນໃນການ Startup ທີ່ປະສົບຜົນສຳເລັດແມ່ນ ເອື້ອຍ ເຊີນທິດານີ ກໍ່ແມ່ນຊາວເຜົ່າ ຂະແມ, ຢູ່ຕາແສງ ບິ່ງຝູ, ເມືອງ ກ່າງລອງ. ໂດຍແມ່ນປະລິນຍາໂທດ້ານເຕັກນິກເຄມີ, ກ່ອນນີ້ 4 ປີ, ເອື້ອຍໄດ້ເລີ່ມຄົ້ນຄ້ວາ ແລະ ມີແນວຄິດຜະລິດທູບຂີ້ໝີ້ນ. ເອື້ອຍ ດານີ ໄດ້ປຸງແຕ່ງຕົ້ນ ແລະ ໃບຂີ້ໝິ້ນ ເຊິ່ງແມ່ນສິ່ງທີ່ເສດເຫຼືອພາຍຫຼັງການເກັບກ່ຽວ ກາຍເປັນທູບຂີ້ໝີ້ນທີ່ມີກີ່ນຫອມ, ບໍ່ມີທາດເຄມີທີ່ສົ່ງຜົນຮ້າຍຕໍ່ສຸຂະພາບ. ພາຍຫຼັງ Startup ມາເປັນ 3 ປີ, ຄອບຄົວເອື້ອຍມີກຳໄລນັບສິບລ້ານດົ່ງ/ປີ.
ຂີ້ໝີ້ນຂາວຈາກເກົ່າແກ ທັງຫົວ ແລະ ໃບລ້ວນແຕ່ມີກີ່ນຫອມ. ພິເສດ, ຄວັນຂອງທູບທີ່ໄດ້ຜະລິດຈາກຂີ້ໝີ້ນຊະນິດນີ້ ບໍ່ມີທາດເຄມີທີ່ມີຜົນຮ້າຍ. ທູບຍັງມີທາດຂ້າເຊື້ອດັ່ງນັ້ນຊ່ວຍຂ້າເຊື້ອທີ່ເຮັດໃຫ້ດັງມີອາການພູມແພ້… ປັດຈຸບັນ ມີຫຼາຍຮ້ານເສີມຄວາມງາມສັ່ງຊື້ທູບຊະນິດນີ້.
ແມ່ຍິງຂາວເຜົ່າ ຂະແມ ສອງຄົນ ທີ່ຫາກໍ່ໄດ້ເວົ້າເຖິງແມ່ນສອງໃນຈຳນວນແມ່ຍິງຫຼາຍຄົນຂອງສະຫະພັນແມ່ຍິງແຂວງຈ່າວິງ ແລະ ບັນດາຂະແໜງການທີ່ມີໜ້າທີ່ຄວາມຮັບຜິດຊອບຂອງແຂວງໜູນຊ່ວຍໃຫ້ຄຳປຶກສາ, ບຳລຸງສ້າງ, ເຊື່ອມຕໍ່ກັບຕະຫຼາດ ແລະ ປະສົບຜົນສຳເລັດ. ຍ້ອນຄວາມມານະພະຍາຍາມຂອງສະມາຄົມເຊິ່ງ ແມ່ຍິງເຂດຊົນນະບົດຫຼາຍຄົນໄດ້ສຳຜັດກັບແຫຼ່ງກຳລັງ, ສ້າງເຄື່ອງໝາຍ ແລະ ມີຄວາມໝັ້ນໃຈ Startup. ທ່ານນາງ ຫງວຽນທິທູງາ, ຜູ້ອຳນວຍການໂຄງການຊຸກຍູ້ຈິດໃຈດຳເນີນທຸລະກິດແມ່ຍິງເຂດຊົນນະບົດ ຈ່າວິງ ໃຫ້ຮູ້ວ່າ: ໂຄງການຈະສືບຕໍ່ໜູນຊ່ວຍເອື້ອຍນ້ອງແມ່ຍິງເຊື່ອມຕໍ່ຕະຫຼາດ, ພິເສດແມ່ນທັກສະໃນການໝູນໃຊ້ເຕັກໂນໂລຢີດີຈີຕອນ.
ປັດຈຸບັນ, ພວກຂ້າພະເຈົ້າພວມມີບັນດາການເຄື່ອນໄຫວຍົກສູງຄວາມຮັບຮູ້ຂອງເອື້ອຍນ້ອງແມ່ຍິງຢູ່ຊົນນະບົດໃນສະພາບການທ່າອ່ຽງເຕັກໂນໂລຢີດີຈີຕອນ ທີ່ພວມປ່ຽນແປງບັນດາການເຄື່ອນໄຫວດຳເນີນທຸລະກິດ, ຊ່ວຍຜະລິດຕະພັນຂອງເອື້ອຍນ້ອງແມ່ຍິງສຳຜັດກັບຕະຫຼາດ, ສຳຜັດກັບລູກຄ້າໂດຍໄວ ແລະ ມີຄວາມສະດວກກວ່າ. ບັນດາການເຄື່ອນໄຫວຂອງໂຄງການມຸ່ງໄປເຖິງການຊ່ວຍແມ່ຍິງແຕ່ລະຄົນມີຄວາມໝັ້ນໃຈ ແລະ ກ້າຫານກວ່າໃນການດຳເນີນທຸລະກິດຂອງເຂົາເຈົ້າ.
ຈາກໝາກພ້າວກະທິ, ທູບຂີ້ໝີ້ນຂາວ ຈົນຮອດບັນດາຜະລິດຕະພັນຂຶ້ນກັບໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP) ສາມດາວ, ແມ່ຍິງແຂວງ ຈ່າວິງ ພິເສດແມ່ນແມ່ຍິງເຜົ່າ ຂະແມ ພວມສ້າງເລື່ອງລາວກ່ຽວກັບ Startup ທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈ. ຄວາມກ້າຫານ, ດຸໝັ່ນຂະຫຍັນພຽນ ແລະ ມີຫົວຄິດປະດິດສ້າງຂອງເຂົາເຈົ້າ, ພ້ອມກັບການຊ່ວຍເຫຼືອຂອງສະຫະພັນແມ່ຍິງ ແລະ ບັນດາຂະແໜງການໃນແຂວງ ໄດ້ຫັນຜະລິດຕະພັນກະເສດຂອງບ້ານເກີດເມືອງນອນກາຍເປັນແຫຼ່ງກຳລັງເສດຖະກິດທີ່ຍືນຍົງ, ຊ່ວຍເຂດຊົນນະບົດ ຈ່າວິງ ນັບມື້ນັບພັດທະນາ ແລະ ເຕັມໄປດ້ວຍສີສັນ.