ເມື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ໄປ​ຄຽງ​ຄູ່​ກັບ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ

(VOVWORLD) -   ໃນຊຸມວັນບຸນເຕັດປີມະເມຍ 2026, ການເຄື່ອນໄຫວເອົາໃຈໃສ່ເບິ່ງແຍງບຸນເຕັດໃຫ້ແກ່ຄົນທຸກຍາກ, ຜູ້ມີຄວາມສ່ຽງສູງກວ່າເພີ່ນໄດ້ຈັດຂຶ້ນຢູ່ບັນດາແຂວງ ນະຄອນ. ລັດຖະບານ ແລະ ບັນດາທ້ອງຖິ່ນໄດ້ສະຫງວນເງິນຈຳນວນນັບພັນຕື້ດົ່ງ, ສົມທົບກັບບັນດາແຫຼ່ງກຳລັງສັງຄົມ ເພື່ອຮັບປະກັນໃຫ້ “ປຊຊ ທຸກຄົນ ລ້ວນແຕ່ໄດ້ຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ”. ການເອົາໃຈໃສ່ເບິ່ງແຍງບຸນເຕັດໃຫ້ແກ່ ປຊຊ ບໍ່ພຽງແຕ່ແມ່ນການເຄື່ອນໄຫວກຸສົນເທົ່ານັ້ນ, ຫາກຍັງແມ່ນການສະແດງໃຫ້ເຫັນການຮັບປະກັນການພັດທະນາເສດຖະກິດຕິດພັນກັບຄວາມຍຸດຕິທຳ ແລະ ຄວາມກ້າວໜ້າທາງສັງຄົມຢ່າງມີຊີວິດຊີວາອີກດ້ວຍ.
ເມື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ໄປ​ຄຽງ​ຄູ່​ກັບ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ - ảnh 1(ພາບປະກອບ: VOV)

             ການເອົາໃຈໃສ່ເບິ່ງແຍງບຸນເຕັດໃຫ້ແກ່ຄອບຄົນະໂຍບາຍ, ຄອບຄົວປະສົບກັບຄວາມທຸກຍາກ ແມ່ນໜຶ່ງໃນບັນດາແຜນນະໂຍບາຍໃຫຍ່ ຊື່ງພັກ ແລະ ລັດໄດ້ເອົາໃຈໃສ່ເປັນພິເສດ ແລະ ປະຕິບັດໃນຕະຫຼອດຫຼາຍປີຜ່ານມາ.

ການຊີ້ນຳຢ່າງໃກ້ຊິດຈາກສູນກາງ

   ເພື່ອກະກຽມຕອ້ນຮັບບຸນເຕັດປະເພນີ ປີມະເມຍ 2026, ລັດຖະບານ ແລະ ປະທານປະເທດ ໄດ້ປະກາດໃຊ້ບັນດານະໂຍບາຍຊີ້ຂາດເອົາໃຈໃສ່ເບິ່ງແຍງບຸນເຕັດ ຢ່າງລຽນຕິດ. ຂອງຂວັນນັບລ້ານພູດທີ່ມີມູນຄ່າແຕ່ 11-23 USD ໄດ້ຮັບການເຊັນະນຸມັດເພື່ອສົ່ງໄປຍັງແຕ່ລະຄອບຄົວນະໂຍບາຍ, ຄອບຄົວຜູ້ມີຄຸນງາມຄວາມດີ.

ເມື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ໄປ​ຄຽງ​ຄູ່​ກັບ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ - ảnh 2ຂະບວນການ "ບຸນເຕັດແຫ່ງຄວາມເມຕາ" (ພາບ: VGP)

    ເມື່ອໄປຢ້ຽມຢາມ, ມອບຂອງຂັວນບຸນເຕັດໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ ແລະ ຜູ້ອອກແຮງຢູ່ຕາແສງ ຖຸຍຊວັນ, ນະຄອນ ເຫ້ວ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

 ການເຄື່ອນໄຫວຢ້ຽມຢາມຖາຂ່າວ, ມອບຂອງຂວັນບຸນເຕັດແມ່ນການເຄື່ອນໄຫວທີ່ມີຄວາມໝາຍ      , ສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະ ອາລົມຈິດຄວາມຮັກແພງຂອງພັກ, ລັດ, ແນວໂຮມປະເທດຊາດ, ສະຫະພັນໃຫ່ຍແຮງງານ ຫວຽດນາມ ທີ່ມີຕໍ່ ປຊຊ ເວົ້າລວມ, ບັນດາຄອບຄົວນະໂຍບາຍ, ຄອບຄົວຜູ້ມີຄຸນງາມຄວາມດີ ແລະ ປຊຊ ທີ່ຍັງປະສົບກັບຄວາມຫຍຸ້ງຍາກ ເວົ້າສະເພາະ. ເຖິງວ່າບັນດາພູດຂອງຂວັນບໍ່ມີມູນຄ່າຫຼາຍກໍ່ຕາມ ແຕ່ພວກຂ້າພະເຈົ້າຫວັງວ່າ ນີ້ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ຂັ້ນຕ່າງໆ ແລະ ຫວັງວ່າ ປຊຊ ຈະຕ້ອນຮັບບຸນເຕັດດ້ວຍຄວາມອົບອຸ່ນ, ອີ່ມໜຳສຳລານກວ່າ.

ເມື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ໄປ​ຄຽງ​ຄູ່​ກັບ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ - ảnh 3ຮ່າໂນ້ຍ ມອບຂອງຂວັນບຸນເຕັດ (ພາບ : VTV)

  ໃນໂອກາດບຸນປີໃໝ່ປະຈຳຊາດປີນີ້, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄາດວ່າຈະໄດ້ມອບຂອງຂວັນເກືອບ 30.000 ພູດ ໃຫ້ແກ່ຜູ້ທຸກຍາ, ກຳມະກອນຜູ້ອອກແຮງງານ ແລະ ຜູ້ປະສົບກົບຄວາມຫຍຸ້ງຍາກເປັນພິເສດ.

       ຈຸດພົ້ນເດັ່ນໃໝ່ຂອງຂະບວນການປີນີ້ແມ່ນການຈັດຕັ້ງສັບປະດາ “ບຸນເຕັດແຫ່ງຄວາມເມດຕາປານີ” ຢູ່ຂັ້ນຕາແສງ ທີ່ໄດ້ດຳເນີນຢ່າງຕໍ່ເນື່ອງແຕ່ວັນທີ 2 – 9 ກຸມພາ 2026, ດ້ວຍຫຼາຍກິດຈະກຳຄື: ໄປຕະຫຼາດບຸນເຕັດແຫ່ງຄວາມເມດຕາປານີ, ຫໍ່ເຂົ້າຕົ້ມ, ການລະຫຼິ້ນພື້ນເມືອງ, ສ້າງສະຖານທີ່ເຊື່ອມຕໍ່ວົງຄະນະຍາດ, ນຳບັນດາກິດຈະກຳເບິ່ງແຍງດູແລບຸນເຕັດ ຫຍັບໃກ້ເຂົ້າກັບປະຊາຊົນນັບແຕ່ຂັ້ນຮາກຖານ.

ຄວາມເປັນເຈົ້າການຈາກທ້ອງຖິ່ນ

    ຢູ່ຮ່າໂນ້ຍ, ນະຄອນໄດ້ມອບຂອງຂວັນກວ່າ 1,16 ລ້ານພູດ ດ້ວຍຍອດເງິນກວ່າ 574 ຕື້ ດົ່ງ (ກວ່າ 22 ຕື້ USD). ນອກຈາກນັ້ນ, ຄະນະກຳມະການປະຊາຊົນບັນດາຕາແສງ ແລະ ຫົວໜ່ວຍກໍ່ໄດ້ເປັນເຈົ້າການລະດົມແຫຼ່ງກຳລັງຫັນເປັນສັງຄົມຕື່ມອີກເພື່ອໜູນຊ່ວຍບັນດາເປົ້າໝາຍໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງ. ທ່ານນາງ ຮວ່າງທິຮຽນຈາງ, ປະທານຄະນະກຳມະການແນວໂຮມປະເທດຊາດ ເມືອງ ກຽນຮຶງ (ຮ່າໂນ້ຍ) ໃຫ້ຮູ້ວ່າ:

    ຄະນະກຳມະການແນວໂຮມປະເທດຊາດ ເມືອງ ກຽນຮຶງ ໄດ້ຂົນຂວາຍ, ລະດົມປະຊາຊົນໃນບໍລິເວນຕາແສງ ກໍ່ຄືບັນດາຜູ້ໃຈບນໃຈກຸສົນ, ບັນດາຫົວໜ່ວຍວິສາຫະກິດ ໃນບໍລິເວນຕາແສງ ຮ່ວມແຮງຮ່ວມໃຈສະໜັບສະໜູນ. ນີ້ກໍ່ແມ່ນປີທຳອິດທີ່ພວກຂ້າພະເຈົ້າຜັນຂະຫຍາຍ ພາຍຫຼັງປະຕິບັດຮູບແບບອຳນາດການປົກຄອງສອງຂັ້ນ. ດ້ວຍແຫຼ່ງກຳລັງທີ່ລະດົມມາໄດ້, ພວກຂ້າພະເຈົ້າໄດ້ມອບຂອງຂວັນ 200 ພູດໃຫ້ແກ່ບັນດາເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ.

   ຢູ່ນະຄອນ ໂຮ່ຈີມິນ, ນະຄອນໄດ້ມອບຂອງຂວັນບຸນເຕັດກວ່າ 210.000 ພູດໃຫ້ແກ່ 12 ກຸ່ມເປົ້າໝາຍນະໂຍບາຍທີ່ມີຄຸນງາມຄວາມດີ ດ້ວຍມູນຄ່າແຕ່ 1 ລ້ານດົ່ງ ຫາ 10 ລ້ານດົ່ງ/ພູດ (38,5 – 385 USD). ຕາມພະແນກພາຍໃນ ຫ໋າຍຝ່ອງ ແລ້ວ, ໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍນີ້, ທາງນະຄອນ ກໍ່ໄດ້ເປັນເຈົ້າການສ້າງແຜນການມອບຂອງຂວັນ ໃຫ້ແກ່ຜູ້ມີຄຸນງາມຄວາມດີກວ່າ 99.000 ຄົນໃນບໍລິເວນນະຄອນ.

         ວຽກງານເບິ່ງແຍງດູແລບຸນເຕັດປີມະເມຍ 2026 ໄດ້ຜັນຂະຫຍາຍຕາມທິດກວມລວມ, ເປັນເອກະພາບໃນທົ່ວປະເທດໄດ້ປະກອບສ່ວນຮັບປະກັນຊີວິດສັງຄົມ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ຕໍ່ການຊີ້ນຳຂອງພັກ, ລັດ./.

ຕອບກັບ

ຂ່າວ/ບົດ​ອື່ນ