(VOVWORLD) - ໃນຮ່າງບົດລາຍງານການເມືອງ ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ສູນກາງໄດ້ກຳນົດໜຶ່ງໃນບັນດາຈຸດເນັ້ນສຳຄັນທີ່ສຸດແມ່ນ ການກຳນົດຮູບແບບການເຕີບໂຕໃໝ່, ໃນນັ້ນ ວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ ແລະ ການ ຫັນເປັນດີີຈີຕອນໄດ້ຮັບຖືວ່າແມ່ນກຳລັງໜູນຫຼັກແຫຼ່ງ. ໂດຍຕອບສະໜອງການກຳນົດທິດນີ້, ແຂວງກວ໋າງນິງ ໂດຍແມ່ນທ້ອງຖິ່ນທີ່ໄປກ່ອນໃນຫຼາຍບາດກ້າວບຸກທະລຸພັດທະນາ, ໄດ້ມີບາດກ້າວເດີນລະອຽດໂດຍໄວ, ເພື່ອປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍລວມໃຫ້ປະກົດຜົນເປັນຈິງ.
ແຂວງກວ໋າງນິງ ເປັນເຈົ້າພາບຈັດຂຶ້ນຫຼາຍເວທີປາໄສກ່ຽວກັບວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນລະດັບຊາດ (ພາບ: VOV) |
ມະຕິເລກທີ 57-NQ/TW ລົງໃນວັນທີ 22 ທັນວາ 2024 ຂອງກົມການເມືອງ ສືບຕໍ່ຢັ້ງຢຶນບົດບາດຕັດສິນຂອງວິທະຍາສາດ - ເຕັກໂນໂລຢີ ແລະ ການຫັນເປັນດີຈີຕອນສຳລັບສອງເປົ້າໝາຍ 100 ປີ: ຫວຽດນາມ ກາຍເປັນປະເທດພວມພັດທະນາມີອຸດສາຫະກຳທັນສະໄໝໃນປີ 2030 ແລະ ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045. ບັນດາທັດສະນະນີ້ ໄດ້ເຫັນເປັນລະອຽດຢ່າງຈະແຈ້ງ ໃນຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ XIV – ເຊິ່ງແມ່ນບັນດາກຳລັງໜູນໃໝ່ທີ່ໄດ້ເນັ້ນໜັກຄືດັ່ງກຸນແຈເພື່ອສ້າງຮູບແບບການເຕີບໂຕແບບຍືນຍົງ. ທ່ານ ຮວ່າງວັນເດ່, ເລຂາພັກຕາແສງ ຮວ່າງເກວ້ (ແຂວງ ກວ໋າງນິງ), ແບ່ງປັນວ່າ ສານລຸ ລ່ວງນີ້ໂດຍທາງແຂວງໄດ້ເຊື່ອມຊືມໃນກອງປະຊຸມໃຫຍ່ຂອງພັກທຸກຂັ້ນໃນບັນດາວາລະທີ່ຫາກໍ່ຜ່ານມາ.
ນີ້ແມ່ນນະໂຍບາຍຊີ້ຂາດ, ແຜນນະໂຍບາຍທີ່ຖືກຕ້ອງ ແລະ ເໝາະສົມກັບທ່າອ່ຽງໃນການພັດທະນາ. ທາງແຂວງ ກວ໋າງນິງ ດ້ວຍຖານະບົດບາດຄືໃນປັດຈຸບັນ ແລະ ການກຳນົດທິດພັດທະນາໃນ 5 ປີຈະມາເຖິງ, ເປົ້າໝາຍສູ້ຊົນ ກາຍເປັນນະຄອນຂຶ້ນກັບສູນກາງກ່ອນປີ 2030 ນັ້ນ, ແນ່ນອນວ່າ ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ກໍ່ຈະແມ່ນໜ້າທີ່ສຳຄັນຈຸດສຸມສຳຄັນ ແລະ ແມ່ນປັດໄຈຫຼັກແຫຼ່ງ ທີ່ໄດ້ຕັດສິນຜົນສຳເລັດ. ໃນນັ້ນ, ບັນດາຕາແສງ, ເຂດພິເສດໃນແຂວງ ກໍ່ຈະສືບຕໍ່ສະແດງໃຫ້ເຫັນບົດບາດຂອງຕົນບົນພື້ນຖານຄວາມສາມາດບ່ົມຊ້ອນ, ທ່າໄດ້ປຽບເພື່ອສືບຕໍ່ຫັນບັນດາຄຳຊີ້ນຳຂອງແຂວງໃນການພັດທະນາເປັນອັນລະ ອຽດໃນໄລຍະຈະມາເຖິງ.
ບໍ່ພຽງແຕ່ສວມບົດບາດເປັນຂົ້ວເຕີບໂຕໃນສາມລ່ຽມ ຮ່າໂນ້ຍ - ຫ໋າຍຝ່ອງ - ກວ໋າງນິງ, ທາງແຂວງຍັງແມ່ນປະຕູເຂົ້າອອກເຂດທາງທິດຕາເວັນອອກສ່ຽງເໜືອ, ເປັນບ່ອນເຕົ້າໂຮມຫຼາຍຄຸນຄ່າມໍລະດົກທຳມະຊາດ, ວັດທະນະທຳ. ຍ້ອນມີການ ຍູ້ແຮງການໝູນໃຊ້ວິທະຍາສາດ - ເຕັກໂນໂລຢີ ແລະ ການຫັນເປັນດີຈີຕອນ, ກວ໋າງນິງ ສືບຕໍ່ຮັກສາການເຕີບໂຕຢູ່ລະດັບສອງຕົວເລກໃນໄລຍະເກືອບ 1 ທົດສະວັດ, ປະກອບສ່ວນຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ.
ຢູ່ຕາແສງ ອຽນຕື, ທ່ານ ບຸຍຮວ່າງຢາງ, ເລຂາພັກຕາແສງ, ໃຫ້ຮູ້ວ່າ ຄະນະພັກທຸກຂັ້ນ ພວມຫັນການກຳນົດທິດຂອງສູນກາງເຂົ້າໃນ ບັນດາລັກສະນະພິເສດສະເພາະເປັນລະອຽດ, ພິເສດແມ່ນກັບເຂດມໍລະດົກທີ່ມີຊື່ສຽງ, ຫວັງວ່າຈະນຳ ອຽນຕື ກາຍເປັນໜຶ່ງໃນບັນດາສະຖານີ່ນັດພົບສາກົນທີ່ດີທີ່ສຸດໃນຊຸມປີຈະມາເຖິງ.
ສຳລັບບັນດາຂົງເຂດທີ່ກ່ຽວຂ້ອງເຖິງການພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນສຳລັບເຂດມໍລະດົກ ອຽນຕື ນັ້ນ, ການພັດທະນາຕິດພັນກັບຕົວເມືອງອັດສະລິຍະແມ່ນຈຳເປັນທີ່ສຸດ. ນັບແຕ່ການພັດທະນາຕິດພັນເຖິງເຕັກໂນໂລຢີ, ບັນດາພື້ນ ຖານດີຈີຕອນຂອງຕົວເມືອງອັດສະລິຍະ, ບັນດາບັນຫາຊຳລະໂດຍບໍ່ໃຊ້ເງິນສົດ ໄປເຖິງການພັດທະນາເສດຖະກິດມໍລະດົກ, ອຸດສາຫະກຳວັດທະນະທຳຕິດພັນກັບການອະນຸລັກຮັກສາທັດສະນີຍະພາບປະຫວັດສາດ, ຄຸນຄ່າມໍລະດົກໂດຍຜ່ານການໝູນໃຊ້ເຕັກໂນໂລຢີດີຈີຕອນ.
ການເຕີບໂຕຈາກສີນ້ຳຕານ ມາເປັນສີຂຽວ ແມ່ນການກຳນົດທິດໃຫຍ່ຂອງກວ໋າງນິງຖືກກຳລັງໜູນໃໝ່ຈາກວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ (ພາບ: VOV) |
ໂດຍໃຫ້ຂໍ້ສັງເກດວ່າ ວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ ແລະ ການເຫັນເປັນດີຈີຕອນແມ່ນໂອກາດທອງເພື່ອສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕາມທິດຍືນຍົງ, ມີພະນັກງານ, ສະມາຊິກພັກຫຼາຍຄົນຢູ່ ກວ໋າງນິງ ຖືວ່າ ໄປຄຽງຄູ່ກັບຄວາມສະດວກ, ທາງແຂວງກໍ່ຕ້ອງແກ້ໄຂຂໍ້ທີ່ບໍ່ຖ່ວງທັນນັ້ນໂດຍໄວ ເຊັ່ນ: ຄວາມສາມາດບ່ົມຊ້ອນດ້ານວິທະຍາສາດ - ເຕັກໂນໂລຢີທີ່ີຍັງບໍ່ສົມກັບຂອບຂະໜາດເສດຖະກິດ,ການຂາດບຸກຄະລາກອນມີຄຸນນະພາບສູງໃນບັນດາຂົງເຂດເຕັກໂນໂລຢີ ຫຼັກແຫຼ່ງຄື AI, ເຄິ່ງຊັກນຳໄຟຟ້າ, ຊີວະສາດ, ຄວາມປອດໄພທາງໄຊເບີ; ໄລຍະຫ່າງໃນການ ເຫັນເປັນດີຈີຕອນລະຫວ່າງຕົວເມືອງ ແລະ ຊົນນະບົດຍັງໃຫຍ່ຫຼວງ, ວັດທະນະ ທຳນະວັດຕະກຳ ຍັງບໍ່ໄດ້ແຜ່ຂະຫຍາຍໃນວົງກວ້າງ. ທ່ານ ຫງວຽນຈຸງຕຽນ, ຮອງ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຢີ ແຂວງ ກວ໋າງນິງ ຢ້ັງຢືນວ່າ:
ປັດຈຸບັນ “ບໍ່ແຮ່ເຕັກໂນໂລຢີ” ແມ່ນສະຖານທີ່ພັດທະນາໃໝ່ ຊ່ວຍໃຫ້ແຂວງປະຕິບັດສຳເລັດເປົ້າໝາຍຫັນຈາກສີນ້ຳຕານ ມາເປັນສີຂຽວ ແບບຍືນຍົງ. ນີ້ກໍ່ແມ່ນໂອກາດເພື່ອຍົກສູງສະມັດຕະພາບແຮງງານ ແລະ ກຳລັງແກ່ງແຍ້ງແຂ່ງຂັນຢ່າງຮອບດ້ານ ນັບແຕ່ອົງການຄຸ້ມຄອງແຫ່ງ ລັດຕະຫຼອດຮອດວົງຄະນະຍາດວິສາຫະກິດ. ໂດຍກຳໄດ້ບັນດາໂອກາດນີ້, ທາງແຂວງ ກວ໋າງນິງ ຈະສຸມເຂົ້າສາມເສົາຄ້ຳຍຸດທະສາດ: ສ້າງສຳເລັດລະບອບລະບຽບການທີ່ມີໄຫວພິບຢ່າງແທ້ຈິງ, ພື້ນຖານໂຄງລ່າງ ດີຈີຕອນໄປກ່ອນບາດກ້າວໜຶ່ງ, ມີບາດກ້າວບຸກທະລຸກ່ຽວກັບແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ດ້ວຍພື້ນຖານທີ່ໄດ້ກ່ໍສ້າງ, ທາງແຂວງ ກວ໋າງນິງ ກໍ່ພວມກຽມພ້ອມເພື່ອກາຍ ເປັນໜຶ່ງໃນບັນດາ “sandbox ຍຸດທະສາດ” ຂອງທົ່ວປະເທດ ໃນການຜັນຂະຫຍາຍມະຕິເລກທີ 57-NQ/TW ແລະ ຫັນບັນດາການກຳນົດທິດໃໝ່ຂອງເອກະສານກອງປະຊຸມໃຫຍ່່ຄັ້ງທີ XIV ກ່ຽວກັບ ວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນເປັນລະອຽດ ແລະ ສ້າງຊາວ ຫວຽດນາມ ພັດທະນາຢ່າງຮອບດ້ານ. ການບຸກທະລຸຈາກທ້ອງຖິ່ນ ຈະປະກອບສ່ວນສ້າງບັນດາຂົ້ວເຕີບໂຕໃໝ່, ຍົກສູງສະມັດຕະພາບ - ຄຸນນະພາບ, ປະສິດທິຜົນຂອງທົ່ວພື້ນຖານເສດຖະກິດ, ມຸ່ງໄປເຖິງເປົ້າໝາຍນຳການເຕີບໂຕ GDP ບັນລຸລະດັບສອງຕົວເລກໃນໄລຍະຈະມາເຖິງ.