(VOVWORLD) - ຂະບວນການ “ປະຊາສຶກສາດີຈີຕອນ” ພວມກາຍເປັນຈຸດພົ້ນເດັ່ນໃນວຽກງານຫັນເປັນດີຈີຕອນຢູ່ຕາແສງ ເຕືອງມາຍ, ນະຄອນ ຮ່າໂນ້ຍ. ອຳນາດການປົກຄອງທ້ອງຖິ່ນ ບໍ່ພຽງແຕ່ເຜີຍແຜ່ທັກສະດີຈີຕອນໄປຍັງພະນັກງານ, ສະມາຊິກພັກເທົ່ານັ້ນ ຫາກຍັງນຳພູມປັນຍາທາງດ້ານດີຈີຕອນໄປຍັງແຕ່ລະຄອບຄົວ, ປະຊາຊົນແຕ່ລະຄົນ.
ປະຊາຊົນຕາແສງ ເຕືອງມາຍ ຮູ້ສຶກດີໃຈເມື່ອໄດ້ຮັບການແນະນຳຢ່າງສຸດໃຈກ່ຽວກັບການຫັນເປັນດີຈີຕອນ (ພາບ: tuongmai.hanoi.gov.vn) |
ເດືອນສິງຫາ ທີ່ຜ່ານມາ, ຄະນະກຳມະການປະຊາຊົນຕາແສງ ເຕືອງມາຍ ໄດ້ປຸກລະດົມການຕອບສະໜອງຄຳສັ່ງຂອງຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ກ່ຽວກັບການຜັນຂະຫຍາຍບັ້ນ 45 ວັນທັງເວັນ ແລະ ຄືນ ເຂົ້າຮ່ວມການໜູນຊ່ວຍກິດຈະກຳຫັນເປັນດີຈີຕອນຢູ່ບັນດາຕາແສງ ໃນໄລຍະເບື້ອງຕົ້ນຂອງການປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ຈັດຕັ້ງປະຕິບັດຈຸດເຄື່ອນທີ່ປະຊາສຶກສາດີຈີຕອນໃນບໍລິເວນຕາແສງ. ຈິດໃຈຂະບວນການ “ປະຊາສຶກສາດີຈີຕອນ” ໄດ້ຮັບການແຜ່ກະຈາຍເປັນວົງກວ້າງຢູ່ໃນຕາແສງໂດຍໄວ. ທ່ານນາງ ຫງວຽນທິມາຍລານ, ຫົວໜ້າຫ້ອງການວັດທະນະທຳ - ສັງຄົມ ຕແສງ ເຕືອງມາຍ ໃຫ້ຮູ້ວ່າ:
ຕາແສງ ໄດ້ສ້າງຕັ້ງກຸ່ມຫັນຊຸມຊົນເປັນດີຈີຕອນ 74 ກຸ່ມ. ພວກຂ້າພະເຈົ້າໄດ້ຈັດຕັ້ງການຝືກອົບຮົບໃຫ້ຖັນແຖວຫັນເປັນດີຈີຕອນຊຸມຊົນຢູ່ເຂດຊຸມຊົນ, ໜ່ວຍຊຸມຊົນ ໂດຍມີສະມາຊິກເຂົ້າຮ່ວມກວ່າ 500 ເທື່ອຄົນ. ໄປຄຽງຄູ່ກັນນັ້ນ, ທາງຕາແສງກໍ່ໄດ້ຜັນຂະຫຍາຍບັນດາກຸ່ມເຄື່ອນທີ່ເພື່ອໜູນຊ່ວຍປະຊາຊົນຢູ່ເຂດຊຸມຊົນ, ໜ່ວຍຊຸມຊົນ. ໝາກຜົນມາຮອດປັດຈຸບັນ ປະຊາຊົນໄດ້ເຂົ້າເຖິງການຫັນເປັນດີຈີຕອນ, ເຕັກໂນໂລຢີໃໝ່.
ຂະບວນການ "ປະຊາສຶກສາດິຈິຕອນ" ຢູ່ເມືອງ ເຕືອງມາຍ ໄດ້ຊ່ວຍໃຫ້ປະຊາຊົນເຂົ້າເຖິງ ແພລດຟອມດິຈິຕອນ ແລະ ແອັບປັນຍາປະດິດ (AI) ພື້ນຖານ, ເຂົ້າຮ່ວມການສ້າງລັດຖະບານດິຈິຕອນ, ສັງຄົມດິຈິຕອນ, ເສດຖະກິດດິຈິຕອນ ແລະ ພົນລະເມືອງດິຈິຕອນ. ທາງຕາແສງໄດ້ແນະນຳໃຫ້ປະຊາຊົນນຳໃຊ້ບໍລິການສາທາລະນະໄປຮອດທຸກກຸ່ມຊຸມຊົນ ແລະ ອົງການຈັດຕັ້ງມະຫາຊົນ, ເຊັ່ນ: ຄະນະຊາວໜຸ່ມ, ກຸ່ມຫັນເປັນດິຈິຕອນຊຸມຊົນ. ພ້ອມກັນນັ້ນ, ຍັງໄດ້ຈັດຕັ້ງຂະບວນລົດໂຄສະນາເຜີຍແຜ່ລະດົມກຳລັງໃຈ, ສ້າງການຕອບສະໜອງແຜ່ຂະຫຍາຍຢ່າງແຮງໄປເຖິງທຸກຊອກທຸກມູມ. ຕາມເພື່ອນ ຫງວຽນງອກກວິ່ງ, ເລຂາໜ່ວຍຊາວໜຸ່ມ ໜ່ວຍຊຸມຊົນທີ 11 ແລ້ວ, ນັບແຕ່ການ ປຸກລະດົມ, ຂະບວນການ "ປະຊາສຶກສາດິຈິຕອນ" ໄດ້ດຶງດູດສະມາຊິກຊາວໜຸ່ມເຂົ້າຮ່ວມເປັນຈຳນວນຫຼາຍ.
ຂະບວນການ "ປະຊາສຶກສາດິຈິຕອນ" ມີຄວາມໝາຍທີ່ແທດຈິງ, ຊ່ວຍໃຫ້ ປະຊາຊົນເຂົ້າເຖິງເຕັກໂນໂລຊີໄດ້ຢ່າງງ່າຍດາຍ. ຜ່ານນັ້ນ, ກໍ່ຊ່ວຍໃຫ້ປະຊາຊົນກາຍເປັນພົນລະເມືອງດິຈິຕອນ. ຫຼັງຈາກໄດ້ຮັບການຝຶກອົບຮົມ, ສະມາຊິກຊາວໜຸ່ມ ໄດ້ແນະນຳ, ຊ່ວຍເຫຼືອປະຊາຊົນໃນວຽກຕ່າງໆ, ເຊັ່ນ: ຢັ້ງຢືນຄວາມຖືກຕ້ອງຂອງທີ່ດິນ, ການໂຫຼດຕິດຕັ້ງ VNeID, iHanoi, ການບໍລິການສາທາລະນະໃຫ້ແກ່ປະຊາຊົນ. ຄະນະຊາວໜຸ່ມໄປເຖິງເຮືອນປະຊາຊົນ ເພື່ອຕິດຕັ້ງແອັບໃຫ້ລຸງປ້າ. ບັນດາສະມາຊິກເຄື່ອນໄຫວຢ່າງຫ້າວຫັນຫຼາຍ.
ພ້ອມກັນນັ້ນ,ຕາແສງເຕືອງມາຍກໍ່ໄດ້ພັດທະນາທັກສະການຮຽນຮູ້ອອນລາຍ ແບບເປີດໃນແພລດຟອມ binhdanhocvuso.gov.vn,ເຮັດໃຫ້ທຸກຄົວເຮືອນ ກາຍເປັນສະຖານທີ່ຮ່ຳຮຽນດິຈິຕອນ,ແຕ່ລະໜ່ວຍຊາວໜຸ່ມກາຍເປັນ "ຫ້ອງຮຽນ ດິຈິຕອນ" ເຊື່ອມຕໍ່ຊຸມຊົນ. ຍົກສູງກຳລັງ ຄວາມສາມາດດິຈິຕອນໃຫ້ໂຮງຮຽນ ແລະ ນັກຮຽນ, ຜັນຂະຫຍາຍບັ້ນແຂ່ງຂັນ "ການນຳໃຊ້ເຕັກໂນໂລຊີ AI ໃນໂຮງຮຽນ" ດ້ວຍຜະລິດຕະພັນຕ່າງໆ, ເຊັ່ນ: ຜູ້ຊ່ວຍສະເໝືອນ, ຊອບແວ, ປຶ້ມຄູ່ມືການສອນດິຈິຕອນ, ລະບົບກວດຊື່ອັດສະລິຍະ, ເກມຮຽນຮູ້ອອນລາຍ... ຕາແສງເຕືອງມາຍໄດ້ຈັດຕັ້ງ 24 ຈຸດ "ປະຊາສຶກສາດິຈິຕອນ" ເຄື່ອນທີ່ຢູ່ສູນການບໍລິການບໍລິຫານສາທາລະນະເຕືອງມາຍແລະ ຫໍປະຊຸມຕ່າງໆໃນຕາແສງ. ແຕ່ລະຈຸດເຄື່ອນທີ່ມີສະມາຊິກ 7 ຫາ 10 ຄົນ. ທ້າວ ຫງວຽນດຶກແອັງ, ໜຶ່ງໃນສະມາຊິກຢູ່ຈຸດ "ປະຊາສຶກສາດິຈິຕອນ" ເຄື່ອນທີ່ ສູນການບໍລິການບໍລິຫານສາທາລະນະເຕືອງມາຍ, ໄດ້ກ່າວວ່າ:
ໃນປັດຈຸບັນ, ປະຊາຊົນຈຳນວນຫຼາຍຍັງບໍ່ທັນຮູ້ຈັກນຳໃຊ້ເຕັກໂນໂລຊີເພື່ອແກ້ໄຂວຽກງານ. ເຮົາໄດ້ຊ່ວຍປະຊາຊົນຍື່ນເອກະສານອອນລາຍ, ແນະນຳປະຊາຊົນໃຊ້ iHanoi, VNeID, EtaxMobile. ຂະບວນການປະຊາສຶກສາດິຈິຕອນໄດ້ຊ່ວຍໃຫ້ປະຊາຊົນບໍ່ຕ້ອງໄປສຳນັກງານຄະນະກຳມະການປະຊາຊົນເຮັດລະບຽບການບໍລິຫານແຕ່ສາມາດປະຕິບັດຢູ່ເຮືອນໄດ້ເລີຍ, ເຮັດອອນລາຍໃນແອັບ iHanoi.
ຄະນະກຳມະການປະຊາຊົນຕາແສງ ເຕືອງມາຍ ປຸກລະດົມການຜັນຂະຫຍາຍບັ້ນ 45 ວັນທັງເວັນ ແລະ ຄືນ ເຂົ້າຮ່ວມການໜູນຊ່ວຍກິດຈະກຳຫັນເປັນດີຈີຕອນ (ພາບ: tuongmai.hanoi.gov.vn) |
ສະມາຊິກໃນກຸ່ມຫັນຊຸມຊົນເປັນດິຈິຕອນ ຫຼື ສະມາຊິກຄະນະຊາວໜຸ່ມຕາແສງ ເຕືອງມາຍ ກໍ່ໄດ້ໄປເຖິງເຮືອນເພື່ອໜູນຊ່ວຍຄົວເຮືອນທີ່ຍັງບໍ່ທັນເຂົ້າເຖິງເຕັກໂນໂລຊີ, ເຊັ່ນ: ຜູ້ສູງອາຍຸ, ຄົນພິການ... ຍ້ອນກິດຈະກຳເຫຼົ່ານີ້, ປະຊາຊົນຫຼາຍຄົນຄື ປ້າ ບຸ່ຍທີທູເຮືອງ ຢູ່ຕາແສງ ເຕືອງມາຍ, ຈາກຄົນທີ່ຄິດງໍ້ໃນການໃຊ້ແອັບໃນໂທລະສັບ, ມາຮອດປັດຈຸບັນກໍ່ຮູ້ຈັກໃຊ້ເພື່ອຄົ້ນຫາຂໍ້ມູນ, ເຂົ້າເຖິງການບໍລິການສາທາລະນະ.
"ຂ້ອຍບໍ່ຄ່ອຍ ແລະ ຍັງບໍ່ທັນໄດ້ໃຊ້ຫຼາຍ. ມາຮອດຕອນນີ້ ໄດ້ຮັບການແນະນຳຈາກພວກເຂົາກໍ່ສາມາດເຮັດໄດ້ແລ້ວ. ຂ້ອຍເຫັນວ່າ ການເຄື່ອນໄຫວນີ້ດີຫຼາຍ, ອາສາສະໝັກແນະນຳຢ່າງຫ້າວຫັນ".
ຕາແສງ ເຕືອງມາຍ ຮັກສາການໂຄສະນາເຄື່ອນທີ່, ກະຈາຍສຽງ ກ່ຽວກັບວຽກງານຫັນເປັນດິຈິຕອນ 3 ຄັ້ງ/1 ອາທິດ; ຮັກສາລະບົບຂໍ້ມູນຂ່າວສານພື້ນຖານໃນກຸ່ມ Zalo ຂອງໜ່ວຍຊຸມຊົນ, ກຸ່ມຫັນຊຸມຊົນເປັນດິຈິຕອນ, ລົງ ບົດຂ່າວໃນເວັບໄຊຂໍ້ມູນຂ່າວສານອີເລັກໂຕນິກຂອງຕາແສງ... ປ້າ ດ່າມທີງອກມິນ, ຢູ່ຕາແສງ ເຕືອງມາຍ, ໄດ້ສະແດງຄວາມຄິດເຫັນວ່າ:
ມີຂະບວນການ “ປະຊາສຶກສາດີຈີຕອນ” ສອນໃຫ້ຜູ້ເຖົ້າເຊັ່ນຂ້າພະເຈົ້າ ແລະ ຜູ້ອື່ນ ດັ່ງນັ້ນ ເຖິງວ່າຢູ່ ບ່ອນໃດພວກຂ້າພະເຈົ້າກໍມີຄວາມເຫັນດີເຫັນພ້ອມ ແລະ ຂໍຂອບໃຈຫຼາຍໆ.
ຜ່ານຂະບວນການ “ປະຊາສຶກສາດີຈີຕອນ”, ປະຊາຊົນຕາແສງ ເຕືອງມາຍ ໄດ້ຍົກສູງຄວາມສາມາດດີຈີຕອນ ເພື່ອເຂົ້າເຖິງ ແລະ ນຳໃຊ້ເຕັກໂນໂລຢີໃນຊີວິດປະຈຳວັນ ແລະ ວຽກງານຕ່າງໆ, ຈາກນັ້ນ ກໍ່ປັບຕົວໃຫ້ເຂົ້າກັບການຫັນເປັນດີຈີຕອນ. ຜ່ານນັ້ນ, ກໍ່ປະກອບສ່ວນຊຸກຍູ້ໃຫ້ປະຊາຊົນນຳໃຊ້ການບໍລິການສາທາລະນະແບບທາງໄກ ແລະ ສ້າງຊຸມຊົນຮ່ຳຮຽນດີຈີຕອນ.