ກະ​ສິ​ກຳ​ຫັນ​ເປັນ​ດີ​ຈີ​ຕອນ, ຫັນ​ເປັນ​ສີ​ຂຽວ​ໃນ​ສະ​ພາບ​ການ​ໃໝ່

(VOVWORLD) - ໃນເຂດທົ່ງນາ ຫວຽດນາມ, ຊາວກະສິກອນໃນປັດຈຸບັນ ບໍ່ພຽງແຕ່ຖືຈົກ, ຖືກ່ຽວເທົ່ານັ້ນ ຫາກຍັງຖືສມາດໂພນຄື ເຄື່ອງມືອອກແຮງງານ ແບບໃໝ່ນຳອີກ. ນັບແຕ່ການຈົດບັນທຶກປະຈຳວັນ, ຕິດຕາມພະຍາດແມງໄມ້ ຕະຫຼອດຮອດການຄວບຄຸມຄຸນນະພາບຜະລິດຕະພັນ, ທຸກສິ່ງທຸກຢ່າງລ້ວນແຕ່ໄດ້ບັນທຶກໄວ້ດ້ວຍລະຫັດ QR, ດ້ວຍຊອບແວຄຸ້ມຄອງ ແລະ ຂໍ້ມູນຕາມເວລາຕົວຈິງ. ປັດຈຸບັນ, ເຕັກໂນໂລຢີບໍ່ພຽງແຕ່ຢູ່ໃນຫ້ອງທົດລອງເທົ່ານັ້ນ, ຫາກຍັງຢູ່ນຳແຕ່ລະຕົ້ນໄມ້, ແຕ່ລະລະດູການ, ເຊິ່ງໄດ້ກຳນົດພື້ນຖານກະສິກຳດີຈີຕອນ ແລະ ມີການປ່ອຍສິ່ງເສດເຫຼືອລະດັບຕ່ຳ.



ກະ​ສິ​ກຳ​ຫັນ​ເປັນ​ດີ​ຈີ​ຕອນ, ຫັນ​ເປັນ​ສີ​ຂຽວ​ໃນ​ສະ​ພາບ​ການ​ໃໝ່ - ảnh 1ເມືອງເອກ ຖົ່ວຫຼຽນ ກຣົງປັກ (ພາບ: baodaklak.vn)

ໃນເມື່ອກ່ອນ, ລຸງ ເລວັນແທັ່ງ, ເຈົ້າຂອງສວນຖົ່ວລຽນ ຢູ່ຕາແສງ ເກີຣົງປັກ, ແຂວງ ດັກລັກ ໄດ້ບົວລະດັບຕົ້ນຖົ່ວລຽນຕາມບົດຮຽນປະສົບການຂອງຕົນ. ສ່ວນປັດຈຸບັນ, ພຽງແຕ່ເປີດແອັບໂທລະສັບ, ລຸງກໍ່ສາມາດຮັບຂໍ້ມູນຈາກບັນດາວັດຖຸອຸປະກອນເຊັນເຊີ (sensor) ທີ່ໄດ້ຕິດຕັ້ງໃນສວນຢ່າງຄົບຖ້ວນ, ຜ່ານນັ້ນ ກໍ່ຊ່ວຍໃຫ້ລຸງປັບປຸງວິທີການບົວລະບັດທີ່ເໝາະສົມ. ລຸງໃຫ້ຮູ້ວ່າ:

ຍ້ອນມີບັນດາວັດຖຸອຸປະກອນ ເຮັດໃຫ້ປະຊາຊົນມີຄວາມສະດວກຫຼາຍກ່ວາໃນການເຮັດສວນ.ຈາກບັນດາຂໍ້ມູນດັ່ງກ່າວ ພວກເຮົາຈະຮູ້ໄດ້ວ່າ ໃນດິນຂາດສິ່ງໃດແດ່, ຄວນໃສ່ປຸ໋ຍຫຍັງ, ນ້ຳພຽງພໍແລ້ວບໍ່.

ລະບົບຜະລິດແບບອັດສະລິຍະໄດ້ເລີ່ມແຕ່ຂັ້ນຕອນທຳອິດທັນທີແມ່ນການປູກຝັງ. ບັນດາລະບົບ IoT (Internet of things) ແລະ AI (ປັນຍາປະດິດ) ພວມປ່ຽນແປງວິທີການເຮັດວຽກຂອງຊາວກະສິກອນ. ແທນທີ່ການຄາດຄະເນ, ເດົາເອົາ, ປັດຈຸບັນ ບັນດາວັດຖຸອຸປະກອນເຊັນເຊີ ສາມາດວັດແທກຄວາມຊຸ່ມຂອງດິນ, ສານອາຫານ ແລະ ດິນຟ້າອາກາດໄດ້ຢ່າງຊັດເຈນ. ທ່ານ ມາຍດິ່ງເທາະ, ສະຫະກອນການບໍລິການກະສິກຳສະອາດ, ແຂວງ ດັກລັກ ໃຫ້ຮູ້ວ່າ:

ຍິ່ງໄປກວ່ານັ້ນ, ຜ່ານການນຳໃຊ້ແອັບ, ປັນຍາປະດິດ ຈະສະໜອງໃຫ້ເຈົ້າຮູ້ວ່າ ແມງໄມ້, ພະຍາດນັ້ນແມ່ນຫຍັງ, ວິທີການແກ້ໄຂແນວໃດ. ບວກກັບບົດຮຽນປະສົບການຂອງຊາວກະສິກອນ, ພວກເຮົາອາດສາມາດແກ້ໄຂບັນຫາໄດ້ເປັນຢ່າງດີກວ່າ.

ນອກຈາກຂັ້ນຕອນປູກຝັງ, ການໝູນໃຊ້ເຕັກໂນໂລຢີໃນກະສິກຳ ຍັງເປີດກວ້າງໄປຍັງການຄຸ້ມຄອງລະບົບມູນຄ່າຜະລິດຕະພັນກະເສດ. ການໝູນໃຊ້ເຕັກໂນໂລຢີດີຈີຕອນ ຊ່ວຍເຮັດໃຫ້ຂໍ້ມູນຂອງຜະລິດຕະພັນໂປ່ງໃສກວ່າ, ຄວບຄຸມວິວັດການນັບແຕ່ສົ້ນເຂົ້າ ຈົນຮອດສົ້ນອອກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂຶ້ນຂອງຕະຫຼາດກ່ຽວກັບຄຸນນະພາບ ແລະ ສຸຂະອະນາໄມດ້ານສະບຽງອາຫານ.

ຢູ່ສະຫະກອນອະນຸລັກຮັກສາ ແລະ ພັດທະນາຢາສະໝູນໄພ ຊອກເຊີນ, ຊາດອກເຫຼືອງແຕ່ລະຕົ້ນລ້ວນແຕ່ໄດ້ຕິດຕັ້ງລະຫັດຄົ້ນຫາຕົ້ນກຳເນີດແບບເອເລັກໂຕນິກ, ບັນທຶກຂໍ້ມູນໃນວິວັດການບົວລະບັດ ແລະ ດັດຊະນີຄວາມປອດໄພຢ່າງຄົບຖ້ວນ.

ຍ້ອນເຫດນັ້ນ, ຜະລິດຕະພັນຂອງສະຫະກອນຈິ່ງບັນລຸມາດຖານສາກົນ JAS ຂອງ ຍີ່ປຸ່ນ, ໂດຍແມ່ນມາດຖານທີ່ເຂັ້ມງວດ ເຊິ່ງວິສາຫະກິດໃຫຍ່ຫຼາຍແຫ່ງ ຍັງຍາກທີ່ຈະສາມາດເຂົ້າເຖິງໄດ້. ທ່ານນາງ ຫງວຽນແທັງຕວ່ຽນ, ຜູ້ອຳນວຍການສະຫະກອນ ໃຫ້ຮູ້ວ່າ:

ຜ່ານການຄົ້ນຫາຕົ້ນກຳເນີດ, ຜະລິດຕະພັນຂອງພວກຂ້າພະເຈົ້າທີ່ນຳອອກສູ່ຕະຫຼາດ ໄດ້ມີຄວາມໂປ່ງໃສກວ່າ, ເຮັດໃຫ້ລູກຄ້າເພີ່ມຄວາມໄວ້ເນື້ອເຊື່ອໃຈຫຼາຍຂຶ້ນ ແລະ ມີມູນຄ່າເຄື່ອງໝາຍການຄ້າໃຫຍ່ກວ່າ.

ກະ​ສິ​ກຳ​ຫັນ​ເປັນ​ດີ​ຈີ​ຕອນ, ຫັນ​ເປັນ​ສີ​ຂຽວ​ໃນ​ສະ​ພາບ​ການ​ໃໝ່ - ảnh 2ທ່ານ ມາຍດິ່ງເທາະ, ປະທານສະຫະກອນການບໍລິການກະສິກຳສະອາດ, ແຂວງ ດັກລັກ ( nongnghiephuuco.vn)

ເມື່ອປຽບທຽບກັບບັນດາປະເທດທີ່ມີພື້ນຖານກະສິກຳທັນສະໄໝ, ຫວຽດນາມ ຍັງພວມຢູ່ໃນໄລຍະເບື້ອງຕົ້ນຂອງວິວັດການຫັນເປັນກົນຈັກ ແລະ ໝູນໃຊ້ເຕັກໂນໂລຢີຢ່າງເລິກເຊິ່ງກວ້າງຂວາງ. ເຖິງຢ່າງໃດກໍຕາມ, ກໍ່ມີຫຼາຍສັນຍານທີ່ຕັ້ງໜ້າໄດ້ຮັບຮູ້. ນັບແຕ່ປີ 2017, ມີພຽງແຕ່ 193 ສະຫະກອນໃນທົ່ວປະເທດທີ່ໝູນໃຊ້ເຕັກໂນໂລຢີສູງ, ເຖິງຢ່າງໃດກໍຕາມ ມາຮອດເດືອນ ພະຈິກ ປີນີ້, ຕົວເລກນີ້ເພີ່ມຂຶ້ນທົບ 3 ເທົ່າ, ຂຶ້ນເປັນ 2.600 ສະຫະກອນ. ຕາມກົມເສດຖະກິດການຮ່ວມມື ແລະ ພັດທະນາຊົນນະບົດແລ້ວ, ການຫັນເປັນດີຈີຕອນ ໄດ້ຊ່ວຍຫຼຸດຜ່ອນ 30% ລາຍຈ່າຍການເຄື່ອນໄຫວບໍລິຫານ, ຫຼຸດ 15 – 20% ລາຍຈ່າຍສຳລັບວັດສະດຸ ແລະ ເພີ່ມສະມັດຕະພາບໃຫ້ແກ່ບັນດາສະຫະກອນ ຂຶ້ນ 15 – 28%.

ສະພາບການຕົວຈິງໃນປັດຈຸບັນ, ເຕັກໂນໂລຢີບໍ່ພຽງແຕ່ແມ່ນການຄັດເລືອກເທົ່ານັ້ນ ຫາກຍັງແມ່ນເງື່ອນໄຂບັງຄັບຖ້າຢາກຜະລິດຕະພັນກະເສດ ຫວຽດນາມ ທີ່ແກ້ງແຍ້ງກັບທົ່ວໂລກ. ເຕັກໂນໂລຢີກາຍເປັນບັດປະຈຳນິຕິກຳຂອງຜະລິດຕະພັນ, ຊ່ວຍໃຫ້ຜະລິດຕະພັນຜ່ານຜ່າຮົ້ວກີດຂວາງທາງການຄ້າສາກົນ. ທ່ານ ຫງວຽນຟີຫຽບ, ຜູ້ອຳນວຍການໃຫຍ່ ສະຫະສະຫະກອນ ເສດຖະກິດດີຈີຕອນ ຫວຽດນາມ ຖືວ່າ:

ຫວຽດນາມ ພວມຢືນຢູ່ຕໍ່ໜ້າໂອກາດໃຫຍ່ໃຫ້ແກ່ການຫັນປ່ຽນຕົວເອງ ຍ້ອນວ່າ ພວກເຮົາພວມເຕົ້າໂຮມຫຼາຍປັດໄຈທີ່ສະດວກກ່ຽວກັບມະນຸດ, ພື້ນຖານການຜະລິດ, ສິນພິເສດຂອງເຂດພາກ. ຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງວ່າ ເພື່ອນໜຸ່ມທີ່ມີພື້ນຖານດ້ານເຕັກນິກ ຈະຮ່ວມເດີນທາງພ້ອມກັບພໍ່ແມ່ປະຊາຊົນຊາວກະສິກອນຫຼາຍກວ່າອີກ ເພື່ອພັດທະນາເສດຖະກິດທ້ອງຖິ່ນ ກໍ່ຄືໜູນຊ່ວຍໃຫ້ແກ່ບັນດາການເຄື່ອນໄຫວກະສິກຳທີ່ອາດສາມາດເຂົ້າເຖິງບັນດາເຕັກໂນໂລຢີທີ່ໃໝ່ກວ່າຄື: IOT, AI…

ການຫັນເປັນດີຈີຕອນພວມເປີດໜ້າປະຫວັດສາດໃໝ່ໃຫ້ແກ່ກະສິກຳ ຫວຽດນາມ, ບ່ອນເຕົ້າໂຮມພູມປັນຍາ, ຂໍ້ມູນ ແລະ ເຕັກໂນໂລຢີ ພ້ອມກັບບົດຮຽນປະສົບການຂອງຊາວກະສິກອນ. ຈາກເຂດທົ່ງນາຮົ້ວສວນຕະຫຼອດຮອດລະບົບມູນຄ່າທົ່ວໂລກ, ເຕັກໂນໂລຢີຊ່ວຍຜະລິດຕະພັນກະເສດ ຫວຽດນາມ ບໍ່ພຽງແຕ່ “ເຮັດໄດ້ຫຼາຍກວ່າ” ເທົ່ານັ້ນ ຫາກຍັງ “ເຮັດໄດ້ດີກວ່າ”, ໂປ່ງໃສກວ່າ ແລະ ຍືນຍົງກວ່າ. ເມື່ອຊາວກະສິກອນ, ສະຫະກອນ, ວິສາຫະກິດ ແລະ ຖັນແຖວປັນຍາຊົນໜຸ່ມຮ່ວມແຮງຮ່ວມໃຈ, ກະສິກຳ ຫວຽດນາມ ອາດສາມາດຫັນປ່ຽນຕົນຢ່າງແຮງ, ຢັ້ງຢືນຖານະບົດບາດບົນຕະຫຼາດສາກົນ ດ້ວຍພື້ນຖານກະສິກຳທີ່ທັນສະໄໝ, ສີຂຽວ ແລະ ມີຄວາມຮັບຜິດຊອບຕໍ່ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ