ຄຳ່ຄືນສະແດງດົນຕີເພື່ອສ້າງກອງທຶນ “ເພື່ອເຂດທະເລໝູ່ຂອງ​ປະ​ເທດ​ຊາດ” ຢູ່ເຊັກໂກ

ຄຳ່ຄືນສະແດງດົນຕີເພື່ອສ້າງກອງທຶນ “ເພື່ອເຂດທະເລໝູ່ຂອງ​ປະ​ເທດ​ຊາດ” ຢູ່ເຊັກໂກ - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ໃນ​ຄ່ຳ​ຄືນ​ສະ​ແດງ​ດົນ​ຕີ “ມຸ່ງ​ໄປ​ສູ່​ເຂດ​ທະ​ເລ​ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງນອນ ແລະອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ”
                                      (baomoi.com)


(vovworld)-ຕອນ​ຄ່ຳ​ວັນ​ທີ 30/4 ຢູ່ ປ​ຣາ​ຮາ, ສະ​ມາ​ຄົມ​ວັນ​ນະ​ຄະ​ດີ ສິ​ລະ​ປະ​ຫວຽດ​ນາມ​ຢູ່ ສ.ເຊັກ​ໂກ ໄດ້​ຈັດ​ຕັ້ງ​ຄ່ຳ​ຄືນ​ສະ​ແດງດົນ​ຕີ “ມຸ່ງ​ໄປ​ສູ່​ເຂດ​ທະ​ເລ​ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງນອນ ແລະ ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ” ຄັ້ງ​ທີ 2 ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 41 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ທ່ານ ຝ້າມ​ຢາ​ເຫົ້າ ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ ສະ​ມາ​ຄົມ​ວັນ​ນະ​ຄະ​ດີ ສິ​ລະ​ປະ ໃຫ້​ຮູ້​ວ່າ ທາງ​ສະ​ມາ​ຄົມ​ໄດ້​ເລືອກ​ບັນ​ດາ​ບົດ​ເພງ​ທີ່​ມ່ວນ​ທີ່​ສຸດ​ກ່ຽວ​ກັບ ເຂດ​ທະ​ເລ​ໝູ່​ເກາະ ແລະ ກ່ຽວ​ກັບ​ນັກ​ຮົບ​ເພື່ອບອກ​ເຕືອນ​ໃຫ້​ຊາວ​ຫວຽດ​ນາມ​ທຸກໆ​ຄົນ​ພວມ​ອາ​ໄສ​ຢູ່ ສ. ເຊັກ​ໂກ ຍາມ​ໃດ​ກໍ​ຈົດ​ຈຳ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ທີ່​ມີ​ຕໍ່ ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ. ແລະ ກໍ​ໃນຄຳ່​ຄືນສະ​ແດງ​ດົນ​ຕີ, ທ່ານ ຮ່​ວາງ​ດິງ​ທັ້ງ ປະ​ທານສະ​ມາ​ຄົມ​ຊາວ​ຫວຽດ​ນາມ​ຢູ່​ເຊັກ​ໂກ ໄດ້​ປຸກ​ລະ​ດົມ​ບັ້ນ​ແຜ່​ບໍ​ລິ​ຈາກ​ເງິນ​ຄັ້ງ​ທີ 2 ໃຫ້​ແກ່ກອງ​ທຶນ​ “ ເພື່ອ​ເຂດ​ທະ​ເລ​ໝູ່​ເກາະແຫ່ງ​ບ້ານ​ເກີດ​ເມືອງນອນ”

ຂ່າວ/ບົດ​ອື່ນ