ທ່ານລັດຖະມົນຕີກະຊວງຕຳຫຼວດ ເລືອງຕາມກວາງ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ

(VOVWORLD) - ກະຊວງຕຳຫຼວດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ລາວ
ທ່ານລັດຖະມົນຕີກະຊວງຕຳຫຼວດ ເລືອງຕາມກວາງ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ - ảnh 1(ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ຄຳເພົາ ເອີນທະວັນ)

        ຕອນບ່າຍວັນທີ 24 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ຄຳເພົາ ເອີນທະວັນ, ເຂົ້າຂ່ຳນັບເນື່ອງໃນໂອກາດເລີ່ມຮັບໜ້າທີ່ປະຕິບັດງານຢູ່ ຫວຽດນາມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີ ເລືອງຕາມກວາງ ສະແດງຄວາມເຊື່ອໝັ້ນວ່າ, ໃນຖານະຕຳແໜ່ງຂອງຕົນ, ທ່ານນາງເອກອັກຄະລັດຖະທູດ ຈະມີບັນດາການປະກອບສ່ວນຢ່າງຕັ້ງໜ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ ໃຫ້ນັບມື້ນັບພັດທະນາ. ທ່ານລັດຖະມົນຕີຢືນຢັນວ່າ, ກະຊວງຕຳຫຼວດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງກະຊວງຕຳຫຼວດຂອງ 2 ປະເທດ ເວົ້າສະເພາະ. ກະຊວງຕຳຫຼວດ ຫວຽດນາມ ຈະສືບຕໍ່ໜູນຊ່ວຍກະຊວງຕຳຫຼວດ ລາວ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງປະຕິບັດສຳເລັດໜ້າທີ່ຂອງ ລາວ ໃນຖານະຕຳແໜ່ງປະທານ ອາຊຽນ 2024.

ຕອບກັບ

ຂ່າວ/ບົດ​ອື່ນ