ໂຮງຮຽນ 2 ພາສາ ລາວ - ຫວຽດນາມ ຫງວຽນຢູ ຈັດພິທີສະຫຼຸບປິດສົກຮຽນ 2023 – 2024

(VOVWORLD) - ໂຮງຮຽນໄດ້ຈັດບັນດາການແຂ່ງຂັນສະແດງສິລະປະ, ກິລາ ແລະ ການເຄື່ອນໄຫວອື່ນໆໃຫ້ແກ່ນັກຮຽນ, ຄູອາຈານ… ບັນລຸຜົນສຳເລັດ.
ໂຮງຮຽນ 2 ພາສາ ລາວ - ຫວຽດນາມ ຫງວຽນຢູ ຈັດພິທີສະຫຼຸບປິດສົກຮຽນ 2023 – 2024 - ảnh 1(ພິທີສະຫຼຸບປິດສົກຮຽນ 2023 – 2024)

        ວັນທີ 24 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ໂຮງຮຽນ 2 ພາສາ ລາວ - ຫວຽດນາມ ຫງວຽນຢູ ໄດ້ຈັດພິທີສະຫຼຸບປິດສົກຮຽນ 2023 – 2024. ໃນສົກຮຽນຜ່ານມາ, ໂຮງຮຽນ 2 ພາສາ ລາວ - ຫວຽດນາມ ຫງວຽນຢູ ບັນລຸຜົນງານຕັ້ງໜ້າຫຼາຍຢ່າງ, ມີນັກຮຽນ 20 ຄົນບັນລຸຜົນງານນັກຮຽນເກັ່ງຂັ້ນເມືອງ. ພ້ອມກັນນັ້ນ, ໂຮງຮຽນກໍ່ຈັດບັນດາການແຂ່ງຂັນສະແດງສິລະປະ, ກິລາ ແລະ ການເຄື່ອນໄຫວອື່ນໆໃຫ້ແກ່ນັກຮຽນ, ຄູອາຈານ… ບັນລຸຜົນສຳເລັດ. ໃນນັ້ນ, ສິ່ງທີ່ໜ້າສົນໃຈແມ່ນ, ການແຂ່ງຂັນແຕ້ມພາບ “ນ້ອງແຕ້ມປະທານ ໂຮ່ຈີມິນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2024).

        ໂດຍແມ່ນໂຮງຮຽນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ, ໃນສົກຮຽນ 2023 – 2024, ໂຮງຮຽນ 2 ພາສາ ລາວ - ຫວຽດນາມ ຫງວຽນຢູ ມີພະນັກງານ, ຄູອາຈານ 66 ຄົນ ແລະ ນັກຮຽນແຕ່ຂັ້ນເຮືອນລ້ຽງເດັກ - ອະນຸບານ, ຕະຫຼອດຮອດມັດທະຍົມຕອນປາຍ ໃນນັ້ນ, ມີລູກຫຼານຊາວ ຫວຽດນາມ ກວມເອົາປະມານ 30%.

ຕອບກັບ

ຂ່າວ/ບົດ​ອື່ນ