ງານວາງສະແດງຮູບພາບ“ເຈື່ອງຊາທະເລເກາະແຫ່ງບ້ານເກີດເມືອງນອນ“


ງານວາງສະແດງຮູບພາບ“ເຈື່ອງຊາທະເລເກາະແຫ່ງບ້ານເກີດເມືອງນອນ“ - ảnh 1

(ພາບປະກອບ: TTXVN)

(vovworld) - ວັນ​ທີ 5/12, ຢູ່​ຫໍພິພິທະ​ພັນ​ວັດທະນະທຳ​ບັນດາ​ເຜົ່າ ຫວຽດນາມ (ນະຄອນ ທ໋າຍງວຽນ), ສະມາຄົມ​ນັກ​ສິລະ​ປິນຖ່າຍຮູບ ຫວຽດນາມ ​ແລະ ສະມາຄົມ​ສິລະ​ປະ ວັນນະຄະດີ ​ແຂວງ ທ໋າຍງວຽນ ​ໄດ້​ສົມທົບ​ກັນ​ຈັດ​ພິທີ​ໄຂ​ງານ​ວາງສະ​ແດງ​ຮູບ​ພາບ​ດ້ວຍ​ຫົວ​ຂໍ້​ວ່າ “​ເຈື່ອງ​ຊາ​ທະ​ເລ​ເກາະ​​ແຫ່ງ​ບ້ານ​ເກີດ​ເມືອງ​ນອນ“. ງານ​ວາງສະ​ແດງ​​ໄດ້ແນະ​ນຳ​ເຖິງ​ມະຫາຊົນ​ຮູບ​ພາບ 70 ​ແຜ່ນ​ຂອງ​ນັກສິລະ​ປິນຖ່າຍຮູບ ຈິ້ງ​ຫວຽດຮຸ່ງ, ​ເຊິ່ງ​ແມ່ນ​ບັນດາ​ຮູບ​ຖ່າຍ​ໃນ​ໂອກາດ​ທີ່ນັກ​ສິລະ​ປິນຖ່າຍຮູບ ຈິ້ງ​ຫວຽດຮຸ່ງ ​ໄປ​ປະຕິບັດ​ງານ​ຢູ່​ເມືອງ​ເກາະ ​ເຈື່ອງ​ຊາ, ​ໂດຍ​ສະມາຄົມ ນັກສິລະ​ປິນຖ່າຍຮູບ ຫວຽດນາມ ສົມທົບ​ກັບ​ກອງ​ບັນຊາ​ການ​ທະຫານ​ເຮືອ​ຈັດ​ຕັ້ງ. ງານ​ວາງສະ​ແດງ​ນີ້​ຈະ​ເປີດ​ປະຕູ​ເຖິງ​ວັນ​ທີ 12/12/2016.

ຂ່າວ/ບົດ​ອື່ນ