ຈາກາ້ທັງລອງ ຊຶ່ງແມ່ນເຍື່ອງອາຫານບຳລຸງສຸຂະພາບ

ຢູ່​ຮ່າ​ໂນ້ຍໃນ​ຍາມ​ອາ​ກາດ​ໜາວ​ຈັດ, ເມື່ອ​ຖືກ​ນັ່ງ​ຮັບ​ປະ​ທານ​ອາ​ຫານ​ໃນ​ຮ້ານ​ອາ​ຫານ “ ຈາ​ກາ້​ທັງ​ລອງ” , ຜູ້​ຄົນ​ທັງຫຼາຍ​ຈະ​ຮູ້​ສຶກ​ປະ​ທັບ​ໃຈ​ທີ່​ສຸດ. ໃນ​ຍຸກ​ເສດ​ຖະ​ກິດ​ທີ່​ນັບ​ມື້​ນັບ​ຂະ​ຫຍາຍ​ຕົວ, ປະ​ຊາ​ຊົນ​ສ່ວນຫຼວງຫຼາຍ​ກໍ​ພໍ​ກິ​ນ​ພໍ​ຢູ່ນັ້ນ, ເຂົາ​ເຈົ້າພັດ​ມຸ່ງ​ໄປ​ສູ່​ສິ່ງ​ດີ​ງາມ​ກ່​ວາ, ນັ້ນ​ແ​ມ່ນ “ກິນ​ແຊບ, ນຸ່ງ​ງາມ”. ແລະ ເຍືອງອາ​ຫານທີ່​ປຸ່ງ​ແຕ່ງ​ຈາກ​ປາ ແມ່ນ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ຈາກຫຼາຍ​ຄົນ. ດັ່ງ​ນັ້ນ, ຮ້ານ​ອາ​ຫານ“ ຈາ​ກາ້​ທັງ​ລອງ” ແມ່ນ​ນັບ​ມື້​ນັບ​ມີ​ຄົນ​ມາ​ກິນ​ຢ່າງຫຼວງຫຼາຍ.  

ຈາກາ້ທັງລອງ ຊຶ່ງແມ່ນເຍື່ອງອາຫານບຳລຸງສຸຂະພາບ - ảnh 1
ຈາກາ້ ຊຶ່ງແມ່ນເຍື່ອງອາຫານບຳລຸງສຸຂະພາບ


   “ ຈາ​ກາ້​ທັງ​ລອງ” ໝາຍ​ເຖິງ​ອາ​ຫານ​ເຍື່ອງ​ໜຶ່ງ​ຊຶ່ງ​ປະ​ກອບ​ດ້ວຍ​ປາ​, ເຂົ້າ​ປຸ້ນ, ກະ​ປິ, ໝາກ​ຖົ່ວ​ດິນ, ໝາກ​ເຜັດ ພ້ອມ​ດ້ວຍ​ຜັກ​ຫອມ​ຊະ​ນິດ​ຕ່າງໆ​ຄື : ຫົວ​ປົວ, ຜັກ​ຊີ….

    ເມື່ອ​ແຂກ​ເຂົ້າ​ມາ​ກິນ​ໃນ​ຮ​້ານ ແມ່ນ​ເຄີຍ​ກິນ​ຕາມ​ຊຸດ, ມີ​ເທົ​່າ​ໃດ​ຄົນ​ກໍ​ກິນ​ຈຳ​ນວນ​ຊຸດ​ເທົ່າ​ນັ້ນ. ເຍືອງອາ​ຫານຈາ​ກາ້​ທີ່​ນຳ​ມາ​ໃຫ້​ແຂກນັ້ນ, ລວມ​ມີ​ປາ​ຈານ​ໜຶ່ງ, ຊຶ່ງ​ຖືກ​ຕັດ​ເປັນ​ຕອນ​ມີ​ຮູບ 4 ລຽມ ປະ​ມານ 3-4 cm , ຖືກ​ຈືນ​ຊົ່ວ​ຄາວ​ດ້ວຍ​ນ້ຳ​ມັນ​ພືດ. ນອກ​ຈາກນັ້ນ ກໍ​ຍັງ​ມີ​ເຂົ້າ​ປຸ້ນ​ຈານ​ໜຶ່ງ ພ້ອມ​ດ້ວຍຜັກ​ຫອມ​ບົວ, ໝາກ​ຖົ່ວ​ດິນ ແລະ ຜັກ​ຊີ. ອີກ​ສິ່ງ​ໜຶ່ງ​ທີ່​ຂາດບໍ່​ໄດ້​ແມ່ນ​ນ້ຳ​ຈິ້ມ​ຖືກ​ເຮັດ​ດ້ວຍ​ກະ​ປິ​ໂດຍ​ໃສ່​ນ້ຳ​ຕານ, ໝາກ​ນາວ ແລະ ໝາກ​ເຜັດ​ຕາມໃຈ​ມັກ. ສຳ​ລັບ​ປາ​ທີ່ ຮ້ານ​ອາ​ຫານ“ ຈາ​ກາ້​ທັງ​ລອງ” ເຄີຍ​ນຳ​ໃຊ້​, ນັ້ນແມ່ນ​ປາ​ລັງ​ຊຶ່ງ​ແມ່ນ​ປາ​ໜັງ​ຊະ​ນິດ​ໜຶ່ງ​ຖືກ​ລ້ຽງຫຼາຍ​ຢູ່​ພາກ​ເໜືອ​ຫວຽດ​ນາມ. ທ້າວ​ເຈີນ​ຮ​ຸ່ງ ພໍ່​ຄົວ​ຂອງ ຮ້ານ​ອາ​ຫານ“ ຈາ​ກາ້​ທັງ​ລອງ” ໃຫ້​ຮູ້​ເຫດ​ຜົນ​ທີ່​ຮ້ານ​ອາ​ຫານໄດ້​ເລືອກ​ເອົາ​ປາ​ຊະ​ນິດນີ້​ເພື່ອ​ປຸ່ງ​ແຕ່ງ​ເຍື​ອ່ງ​ອາ​ຫານນີ້​ວ່າ :

   “ ປາ​ລັງ​ແມ່ນ​ປາ​ປະ​ເພດ​ນ້ຳ​ຈືດ, ປະ​ຈຸ​ບັນ ປະ​ຊາ​ຊົນ​ລ້ຽງຫຼາຍ​ທີ່​ສຸດ ຊຶ່ງ​ໄດ້​ໃຫ້​ສະ​ມັດ​ຕະ​ພາບ​ສູງ, ລາ​ຄາ​ກໍ​ເໝາະ​ສົມ. ສຳ​ຄັນ​ທີ່​ສຸດ ແມ່ນ​ປາ​ຊະ​ນິດນີ້, ກະ​ດູກບໍ່​ຫຼາຍ ”

   ເມື່ອ​ຄົນ​ຮັບ​ໃຊ້​ຂອງ​ຮ້ານ​ນຳ​ປາ​ດິບ​ມານັ້ນ, ກໍ​ຈະ​ຖືກ​ຈືນ​ຄືນ​ໃສ່ໝໍ້​ຂາງ​ທີ່​ມີ​ນ້ຳ​ມັນ​ພືດ​ພວມ​ຟົດ​ເທິ່ງ​ເຕົາ​ໄຟ. ດັ່ງ​ນັ້ນ ປາ​ຈະ​ຖືກ​ຮັບ​ປະ​ກັນ​ມີ​ກິນ​ຫອມ, ສຸກ​ດີ. ພ້ອມ​ກັນ​ນັ້ນ​ກໍ​ເອົາ​ຜັກ​ຫອມ​ບົວ ແລະ ຜັກ​ຊີ​ໃສ່​ຕື່ມ ແລະ ຕ້ອງ​ການ​ເວ​ລາ​ພຽງ 1 ນາ​ທີ ກໍ​ຈະ​ສຸກ​ພ້ອມ​ດ້ວຍ. ກິນ​ຫອມ​ຂອງ​ປາ, ຜັກ​ຫອ​ມ ພ້ອມ​ດ້ວຍ​ໝາກ​ຖົ່ວ​ດິນປະ​ສົມ​ປະ​ສານ​ກັບ​ກະ​ປິ ກໍ​ເຮັດ​ໃຫ້​ແຂກ​ທັງຫຼາຍ​ເມື່ອ​ກິນ​ແລ້ວ ກໍ​ຢາກ​ກິນ​ອີກຫຼາຍ​ເທື່ອ. ທ້າວ​ເຈີນ​ຮ​ຸ່ງ ພໍ່​ຄົວ​ຂອງ ຮ້ານ​ອາ​ຫານ“ ຈາ​ກາ້​ທັງ​ລອງ” ໃຫ້​ຮູ້​ວ່າ ມີ​ແຂກ​ມານີ້​ຮັບ​ປະ​ທານ​ເປັນ​ປະ​ຈຳ, ເຂົາ​ເຈົ້າ​ຍາມ​ໃດ​ກໍ​ພໍ​ໃຈ​ກັບ​ຄຸນ​ນະ​ພາບ​ອາ​ຫານ​ຂອງ​ຮ້ານ. ທ້າວ​ເຈີນ​ຮ​ຸ່ງ ເວົ້າ​ວ່າ :

   “ ຈຳ​ນວນ​ແຂກ​ມາ​ກິນ​ຢູ່​ຮ້ານ ແມ່ນ​ຂຶ້ນ​ກັບ​ແຕ່​ລະ​ວັນ. ຍົກ​ຕົວ​ຢ່າງຄື ໃນ​ມື້​ພັກ​ການຫຼື​ວັນ​ບຸນ ແຂກ​ກໍ​ມາຫຼາຍ​ທີ່​ສຸດ ຮອດ​ຮ້ອຍ​ເທື່ອ​ຄົນ, ສວ່ນມື້​ທຳ​ມະ​ດາ​ແມ່ນ​ແຕ່ 40 ຫາ 50 ເທື່​ອ​ຄົນ. ຮ້ານ​ອາ​ຫານ“ ຈາ​ກາ້​ທັງ​ລອງ” ໝັ້ນ​ໝາຍ​ວ່າ​ຍາມ​ໃດ​ກໍ​ໃຊ້​ວັດ​ຖຸ​ດິບ​ສະ​ອາດ, ຮັບ​ປະ​ກັນຫຼັກ​ອະ​ນາ​ໄມ. ແຂກ​ມາ​ຮັບ​ປະ​ທານ​ຢູ່ ຮ້ານ​ອາ​ຫານ“ ຈາ​ກາ້​ທັງ​ລອງ” ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື ”

   ສ່ວນ​ນາງ ແຄ້ງ​ຈີ ຜູ້​​ທີ່ໄດ້​ເຄີຍ​ໄປ​ກິນ​ຈາ​ກ້າ​ຢູ່ຫຼາຍ​ຮ້ານ​ແລ້ວ, ແຕ່​ສຳ​ລັບ ຮ້ານ​ອາ​ຫານ“ ຈາ​ກາ້​ທັງ​ລອງ” , ນາງ​ມີ​ຄວາມ​ປະ​ທັບ​ໃຈ​ທ​ີ່​ສຸດ. ນາງ ແຄ້ງ​ຈີ ເວົ້າ​ວ່າ : 

   “ ປາ​ຂອງ​ຮ້ານນີ້​ແຊບຫຼາຍ, ມີ​ກິນ​ຫອມ. ຢູ່​ບາງ​ຮ້ານ​ອື່ນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໄປ​ນັ້ນ ແມ່ນ​ໃຊ້​ປາ​ຄໍ່ ແລະ ປາ​ຊະ​ນິດ​ອື່ນ ແມ່ນບໍ່​ແຊບ​ຄື​ຮ້ານນີ້. ແນ່ນອນ​ວ່າ ຂ​້າ​ພະ​ເຈົ້າ​ຈະ​ມານີ້​ຕະຫຼອດ ” 

                                              ~~~~~~~~~~~~~~~~~~~~~~~~~~~~~~~~~~

   ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ !

  ຖ້າ​ທ່ານ​ຢາກ​ປຸ່ງ​ແຕ່ງ ເຍືອງອາ​ຫານນີ້ (ເພື່ອ​ໃຫ້ 5 ຄົນ​ກິນ), ພວກ​ທ່ານ​ກະ​ກຽມ​ວັດ​ຖຸ​ດິບ​ດັ່ງ​ລຸມນີ້ :

   ປາ​ລັງ ໂລ​ໜຶ່ງ , ເຂົ້າ​ປຸ້ນໂລ​ໜຶ່ງ, ​ຖົ່ວ​ດິນຖ້ວຍ​ໜຶ່ງ, ຫອມບົວ​ມັດ​ໜຶ່ງ, ຜັກ​ຊີມັດ​ໜຶ່ງ,  ໝາກ​ເຜັດ , ຫົວ​ຂ່າ, ກະ​ປິ, ໝາກ​ນາວພ້ອມ​ດ້ວຍ​ຜັກ​ຫອມ​ອື່ນໆ​ອີກກໍ​ຍິ່ງ​ດີ.

  ພວກ​ເຮົາ​ເລີ່ມ​ເຂົ້າ​ສູ່​ການປຸ່ງ​ແຕ່ງດັ່ງ​ນີ້:

   ປາ​ພາຍຫຼັງ​ຖືກປາດ ແລະ ລ້າງ​ໃຫ້​ສະ​ອາດນັ້ນ, ແມ່ນ​ຕ້ອງ​ຕັດ​ເອົາ​ຊີ້ນ​ເປັນ​ຮ​ູບ 4  ລຽມ​ພໍ​ກິນ ແລ້ວ​ກໍ​ເອືືອບ​ດ້ວຍນ້ຳ​ຫົວ​ຂ່າ,ຂີ້​ໝິນ, ກະ​ປິ, ນ້ຳ​ຕານ​ປະ​ມານ 1 ຊົວ​ໂມງ.

   ຫຼັງ​ຈາກນັ້ນ ພວມ​ເຮົາ​ຈະ​ແຕ່ງ​ນ້ຳ​ຈິ້ມ: ພວກ​ເພື່ອນ​ອາດ​ຈະ​ໃຊ້​ກະ​ປິຫຼືນ້ຳ​ປາ​ຕາມ​ໃຈ​ມັກ. ນອກ​ຈາກນັ້ນ​ກໍ​ຄວນ​ໃສ່​ນ້ຳ​ຕານ, ໝາກ​ເຜັດ, ໝາກ​ນາວ​ອີກ​ດ້ວຍ. ສຳ​ລັບ​ຜັກ​ຫອມ​ພວກ​ເພື່ອນ​ຕ້ອງ​ລ້າງ​ໃຫ້​ສະ​ອາດ ແລະ ປະ​ໃຫ້​ແຫ້ງ. ຖັດ​ຈາກນັ້ນ, ພວກ​ເຮົາ​ຈະ​ປິ້ງ​ປາ​ຊົ່ວ​ຄາວ, ສຳ​ຄັນ​ແມ່ນ​ຕ້ອງ​​ທາ​ນ້ຳ​ມັນ​ພືດໜ້ອຍ​ໜຶ່ງໃສ່ປາ​ເພື່ອ​ໃຫ້​ປາ​ອ່ອນ ແລະ ບໍ່​ແຫ້ງ. ແລ້ວ​ພວກ​ເຮົ​າ​ປົນ​ໃສ່​ກັນ​ຄ່ອຍ​ກິນ. ຫວັງ​ວ່າ​ພວກ​ທ່ານ​ຈະ​ກິນ​ແຊບ.     

   

ຕອບກັບ

ຂ່າວ/ບົດ​ອື່ນ