ທອດຊີ້ນງົວນ້ອຍ-ອາຫານທີ່ເປັນເອກະລັກສະເພາະຂອງມົກເຈົາ

ມົກ​ເຈົາ​ໃນ​ຊຸມ​ປີມໍ່ໆ​ມານີ້ ໄດ້​ແລະ​ພວມ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ ໂດຍ​ນັກ​ທ່ອງ​ທ່ຽວຫຼາຍ​ຄົນ​ເລືອກ​ເຟັ້ນ. ເມື່ອ​ມາ​ຢ້ຽມ​ຢາມ​ມົກ​ເຈົາ, ພວກ​ເຮົາ​ຈະ​ຄິດໄດ້​ໃນ​ທັນ​ທີ​ວ່າ ໄດ້​ມາ​ຢ້ຽມ​ຢາມ​ບັນ​ດາດອຍ​ຊາ​ທີ່​ຂຽວ​ອຸ່ມ​ທຸ່ມ, ປ່າ​ດອກ​ໝາກ​ໝັ້ນ​ຂາວ​ຈ່ານ​ຜ່ານ, ຝູງ​ງົວ​ທີ່​ໃຫ້​ເຄື່ອງ​ໝາຍ​ການ​ຄ້າ​ນ້ຳ​ນົມ​ສົດ​ທີ່​ມີ​ຊື່​ສຽງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ຝູງ​ງົວ​ເຫຼົ່າ​ນີ້ບໍ່​ພຽງ​ແຕ່​ ເປັນແຫຼ່ງ​ສະ​ໜອງ​ນ້ຳ​ນົມ​ທີ່​ດີ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ແຫຼ່ງ​ສະ​ໜອງ​​ເຍື່ອງອາ​ຫານພິ​ເສດ​ທີ່ມີ​ຊື່​ສຽງ​ໃນ​ເຂດ​ພູ​ພຽງ​ຕາ​ເວັນ​ຕົກ​ສ່ຽງ​ເໝືອ​ອີກ​ດ້ວຍ.

 

ທອດຊີ້ນງົວນ້ອຍ-ອາຫານທີ່ເປັນເອກະລັກສະເພາະຂອງມົກເຈົາ - ảnh 1
ທອດ​ຊີ້ນ​ງົວ​ນ້ອຍ-ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ມົກ​ເຈົາ

        ພາຍຫຼັງ​ທີ່​ໄປ​ຢ້ຽມ​ຢາມ​ປ່າ​ດອກ​ໝາກ​ໝັ້ນ​ນ່າ​ກາ, ຕອນ​ແລງປະ​ມານ 4 ໂມງ​ເຄິ່ງ, ລິງ ໄດ້​ພາເລ, ເຊິ່ງ​ແມ່ນ​ເພື່ອນ​ຮ່ວມຫ້ອງໃນ​ສະ​ໄໝຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ມາ​ຈາກ​ໄຊ​ງ່ອນ ໄປ​ກິນ ທອດ​ຊີ້ນ​ງົວ​ນ້ອຍ-ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ມົກ​ເຈົາ ບໍ່​ວ່າ​ແຂກ​ທ່ານ​ໃດ ເມື່ອ​ມາ​ຢ້ຽມ​ຢາມ​ເຂດ​ດິນ​ແດນ​ແຫ​່ງນີ້ກໍ່​ຈະ​ບໍ່​ພາດ​ໂອ​ກາດ.

        ລົດ​ໄດ້​ຈອດ​ຢູ່​ຮ້ານ ແບັກ​ເຫງັຍ​ຕັ້ງ​ຢູ່ກິ​ໂລ​ແມັດ 70 - ເທດ​ສະ​ບານ​ເມືອງ​ນິ​ຄົມ​ກະ​ເສດ​ມົກ​ເຈົາ-ເຊີນ​ລາ. ຮ້ານ​ພົ້ນ​ເດັ່ນ​ດ້ວຍ​ປ້າຍ​ຂະ​ໜາດ​ໃຫຍ່, ສີ​ແດງ​ດ້ວຍ​ແຖວ​ຕົວ​ໜັງ​ສື “ທອດ​ຊີ້ນ​ງົວ​ນ້ອຍ- ​ແບັກ​ເຫງັຍ ” ໄດ້​ຕັ້ງ​ຢູ່​ທາງ​ເຂົ້າ​ຮ້ານ. ຍ້ອນ​ມີ​ປ້າຍນັ້ນ, ຮ້ານ​ຈຶ່ງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ແຂກ​ທີ່​ໄປ​ມາ​ຜ່າ​ນ​ຄຸ້ມ​ຖະ​ໜົນ​ນີ້​ໄດ້ຫຼາຍ​ຄົນ. ​ອອກ​ມາຮັບ​ຕ້ອນ​ລິງ ກັບ ເລ ​ແມ່ນເອື້ອຍ ຫງວຽນ​ທິ​ເຫງັຍ ເຈົ້າ​ຂອງ​ຮ້ານ. ເອື້ອຍ​ເຫງັຍ ເປັນ​ຄົນ​ໃຈ​ດີ ໃບ​ໜ້າຍິ້ມ​ແຍ້ມ​ແຈ່ມ​ໃສ​ ຍາມ​ໃດ​ ກໍ່ ເຮັດ​ໃຫ້​ແຂກ​ ​ມີ​ຄວາມ​ຮູ້​ສຶກ​ໄດ້​ວ່າ ເອື້ອຍ​ມີ​ຄວາມ​ຮັກ​ແພງ ແລະ ສະ​ໜິດ​ສະ​ໜົມ. ສອງ​ນາງ​ສາວ​ຟ້າວ​ເຂົ້າ​ໄປ​ເລືອກ​ໂຕະ​ນັ່ງ​​ລົມ​ກັນ​ໃນ​ຂະ​ນະ​ທີ່​ເອື້ອຍ​ເຫງັຍ​ເຮັດ​ອາ​ຫານ.

        ໃນ​ເວ​ລານີ້​ວາງ​ຢູ່​ຕໍ່​ໜ້າ ເລ ແລະ ລິງ ແມ່ນ​ຈານ​ທອດ​ຊີ້ນ​ງົວ​ນ້ອຍ​ທີ່​ຮ້ອນໆ ຫອມໆ ພວມ​ລະ​ເຫີຍ​ອາຍ​ໄປ​ທົ່ວ​ຫ້ອງ (ເທບ):

        “ຊີ້ນ​ຂອງ​ມັນ​​ນຸ້ມ. ຊີ້ນນີ້​ແມ່ນ​ຊີ້ນ​ງົວ ແມ່ນບໍ່ ແຕ່​ມັນ​ບໍ່​ມີ​ກິ່ນ​ຊີ້ນ​ງົວ​ເລີຍ ຊີ້ນ​ມັນ​ນຸ້ມ ມັນ​ຫອມ​ແຕ່ບໍ່​ມີ​ກິ່ນ​ກຸຍ​ງົວ​ຄື​ກັນ​ກັບ​ຕອນ​ເຮົາ​ເຮັດອົບ.

                                                         “ເມື່ອ​ຫຍ້ຳ​ໃຫ້​ລະ​ອຽດ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໄດ້​ວ່າ ລົດ​ຊາດ​ຂອງ​ຊີ້ນ​ງົວ​ນ້ອຍ​ກົມ​ກຽວ​ເຂົ້າ​ກັບ​ລົດ​ຊາດ​ຂອງ​ຂີງ, ສີ​ໄຂ, ກະ​ທຽມ​ທອດກອບ. ທຸກ​ຢ່າງ​ໄດ້​ປະ​ສົມ​ກົມ​ກຽວ​ເຂົ້າ​ກັນ​ສ້າງ​ເປັນ​ລົດ​ຊາດ​ທີ່​ແຊບ​ນົວ ເຖິງວ່າ​ມັນ​ແມ່ນ​ເຍື່ອງ​ອາ​ຫານ​ທີ່​ທຳ​ມະ​ດາກໍ່​ຕາມ.

        ເຂົ້າ​ໄປ​ເລິກ​ອີກ ສິບ​ແມັດ​ແມ່ນ​​ຫ້ອງ​ຄົວ​ຂອງ​ຮ້ານ. ວັດ​ຖຸ​ດິບ ແລະ ອຸ​ປະ​ກອນ​ທັງ​ໝົດ​ທີ່​ຮັບ​ໃຊ້​ໃຫ້​ແກ່​ການ​ປຸງ​ແຕ່ງ​ ລ້ວນ​ແຕ່​ໄດ້​ແຍກ​ອອກ​ ແລະ ມ້ຽນ​ໄວ້​ຕ່າງ​ຫາກ ຢ່າງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ. ເອື້ອຍ​ເຫງັຍ​ເອົາ ຊີ້ນ​​ງົວ​ນ້ອຍ 2 ກິ​ໂລກຼາມ ຢູ່​ຕູ້​ເຢັນ​ອອກ​ມາ​ຊອຍ​ເປັນ​ຕ່ອນ ໜາ 1 ຊັງ​ຕີ​ແມັດ ແລະ ຍາວ​ປະ​ມານ 3 ຊັງ​ຕີ​ແມັດ:

        “ຊີ້ນ​ງົວ​ນ້ອຍ ຕ້ອງ​ເລືອກ​ເອົາ​ຊີ້ນ​ສົດ ແລະ ຕ້ອງ​ແມ່ນ​ຊີ້ນ​ໂຕ​ທີ່​​​ຫາກໍ່​ເກີດ​ໃໝ່ມີ​ອາ​ຍຸໄດ້ໜຶ່ງ​ອາ​ທິດ ເລືອກ​ໄດ້​ຊີ້ນ​ງົວ​ນ້ອຍ​ຄື​ແນວນີ້ ຊີ້ນ​ຂອງ​ມັນ​ຈະ​ແຊບ. ຖ້າ​ເຮົາ​ເອົາ​ຊີ້ນ​ງົວ​ນ້ອຍ ​ໂຕ​ທີ່​​ແມ່​ພັນມັນ​ກິນ​ຫຍ້າ ບໍ່​ແມ່ນ​ງົວ​ພັນ​ນົມ ຊີ້ນ​ຂອງ​ມັນ​ຈະ​ມີ​ສີກ່ຳ​ກວ່າ, ກິນກໍ່​ຫຍາບ ແລະ ບໍ່​ນຸ້ມ

        ພາຍຫຼັງ​ຊອຍ​ຊີ້ນ​ແລ້ວ, ເອື້ອຍ​ເຫງັຍ​ເອົາ​ຫົວ​ສີ​ໄຄ​ມາ​ຊອຍ​ບາງ, ຂີງ​ຊອຍ​ເປັນ​ເສັ້ນ ແລະ ຫົວ​ກະ​ທຽມ ​ທັງ​ໝົດທັບ ແລະ​ ຟັກ​ໃຫ້​ແລກ​ເພື່ອ​ເປັນ​ວັດ​ຖຸ​ດິບ​ໃນ​ການ​ເອືອບ​ຊີ້ນ.

        “ທອດ​ຊີ້ນ​ງົວ​ນ້ອຍ ຕ້ອງ​ມີ​ຂີງ ແລະ ຫົວ​ກະ​ທຽມ​ ຈຶ່ງ​ແຊບ, ຫົວ​ສີ​ໄຄ​ພຽງ​ແຕ່​ແມ່ນ​ວັດ​ຖຸ​ດິບ​ເພີ່ມ​ເຕີມ ບໍ່​ມີ​ຂີງ ແລະ ກະ​ທຽມ, ​ຈະ​ບໍ່​ມີ​ກິ່ນ​ຫ​ອມ. ຖ້າ​ຊີ້ນ​ງົວ​ນ້ອຍ​ເຄິ່ງ​ກິ​ໂລ ແມ່ນ​ໃສ່​ກະ​ທຽມ​ເຄິ່ງ​ຫົວ ແລະ ຂີງ​ປ້ອມ​ນ້ອຍ​ໜຶ່ງ. ພິ​ເສດ ທອດ​ຊີ້ນ​ງົວ​ນ້ອຍ​​ແມ່ນບໍ່​ໃສ່​ພິກ​ໄທ ຖ້າ​ໃສ່​ພິກ​ໄທ​, ​ຈະ​ບໍ່​ມີ​ກິ່ນ​ຫອມ​ຂອງ​ງົວ​ນ້ອຍ ເຊິ່ງ​ມັນ​ຈະ​ມີ​ກິ່ນ​ກຸຍ​ສາບ​ງົວ”

        ເອື້ອຍ​ໃຊ້​ສອງ​ມື​ຄັ້ນ​ຊີ້ນ​ໃສ່​ກັບ​ເຄື່ອງ​ປະ​ກອບ​ໃຫ​້​ສະ​ໝ່ຳ​ສະ​ເໝີ ເປັນ​ເວ​ລາ 10 ນາ​ທີ​ ຫຼັງ​ຈາກນັ້ນ ເອື້ອຍ​ປະ​ໄວ້​ 3-4 ນາ​ທີ​ ເພື່ອ​ໃຫ້​ເຄື່ອງ​ເຫຼົ່າ​ນັ້ນ​ຊຶມ​ເຂົ້າ​ກັບ​ເນື້ອ​ຊີ້ນ. ໃນ​ຂະ​ນະ​ທີ່​ລໍ​ຖ້າ​ຊີ້ນນັ້ນ ເອື້ອຍ​ເອົາ​ໝໍ້​ກະ​ທະ​ຄ້າງ​ໃສ່​ເຕົາ​ແກັດ ເອົາ​ນ້ຳ​ມັນ​ພືດ​ໃສ່​ປະ​ມານ​ເຄິ່ງ​ໝໍ້ ເມື່ອນ້ຳ​ມັນ​ຮ້ອນ​ຊີ້ນກໍ່​ພໍ​ດີ​ໄດ້ :

        “ທອດ​ຊີ້ນ​ຕ້ອງ​ໃສ່​ນ້ຳ​ມັນຫຼາຍ ​ເມື່ອນ້ຳ​ມັນ​ຮ້ອນ​ແລ້ວ​ຈຶ່ງ​ເອົາ​ຊີ້ນ​ລົງ​ ເປີດ​ໄວ​ຄ່ອຍ ຊີ້ນ​ຈຶ່ງ​ຄ່ອຍໆ​ສຸກ ຍາມ​ໃດ​ກໍ່​ແຊບກວ່າ​ເປີດ​ໄວ​ແຮງ. ​ເຮັດ​ຄື​ແນວນັ້ນ ​ຍາມ​ໃດຕ່ອນ​ຊີ້ນ​ ກໍ່​ກອບນອກ ​ນຸ້ມ​ໃນ​ຢູ່​ສະ​ເໝີ ເມືອ​ເວ​ລາ​ທອດ​ຊີ້ນ​ຕ້ອງ​ເອົາ​ນ້ຳ​ມັນ​ໃໝ່ ຖ້າບໍ່​ດັ່ງ​ນັ້ນ​ຊີ້ນ​ຈະ​ດຳ​ກ່ຳ ແລະ ຖ້າເຮັດ​ໄ​ຟ​ແຮງ​ຊີ້ນກໍ່​ຈະ​ໄໝ້​ນອກ ບໍ່​ສຸກ​ໃນ

        ເມື່ອ​ເຄື່ອງ​ປະ​ສົມ​ຂີງ, ​ສີ​ໄຄ, ກະ​ທຽມ​ເລີ່ມ​ມີ​ສີ​ເຫຼືອງ ເອື້ອຍ​ເຫງັຍ​ເອົາ​ຈອງ​ຊ່ອງ​ຕັກ​ອອກ​ໃສ່​ຈານ​ດິນ​ທີ່​​ກຽມ​ໄວ້ ແລ້ວ​ສືບ​ຕໍ່​ຄົນ​ຊີ້ນ​ອີກ​ປະ​ມານ 3 ນາ​ທີ​ຕື່ມ. ເມື່ອ​ຊີ້ນ​ມີ​ສີ​ເຫຼືອງ​ສະ​ເໝີ​ກັນ​ແລ້ວ​ ເອື້ອຍ​ເປີດ​ໄຟ​ແຮງ​ທີ່​ສຸດ ຄົນ​ຕື່ມ​ອີກ​ສອງ​ສາມ​ບາດ ຫຼັງ​ຈາກນັ້ນ​ຈຶ່ງ​ຕັກ​ອອກ​ມາ​ໃສ່​ຈານ​ທີ່​ມີ​ເຄື່ອງ​ປະ​ສົມ​ສີ​ໄຄ, ຂີງ, ກະ​ທຽມ ແລະ ໂຮຍ​ໝາກ​ງາ​ໃສ່​ໜ້ອຍ​ໜຶ່ງ.

        ທອດ​ຊີ້ນ​ງົວ​ນ້ອຍ​ຕ້ອງ​ຮັບ​ປະ​ທານ​ກັບ​ນ້ຳ​ແຈ່ວ​ຂີງ. ເມື່ອ​ກິນ​ເທື່ອ​ລະ​ໜ້ອຍ​ພວກ​ເຮົາ​ຈະ​ຮູ້​ສຶກ​ໄດ້​ກິ່ນ​ຫອມ​ຂອງ​ຂີງ, ລົດ​ຊາດ​ທີ່​ເຂັ້ມ​ຂຸ້ນ​ຂອງ​ນ້ຳ​ແຈ່ວ, ກິ່ນ​ຫອມ​ຂອງ​ໝາກ​ງາ​ ປະ​ສົມ​ກົມ​ກຽວ​ໃສ່​ກັບ​ລົດ​ຊາດ​ຫວານ​ຂອງ​ຊີ້ນ​ງົວ​ນ້ອຍ ຈະ​ມີ​ລົດ​ຊາດ​ພິ​ເສດ ແລະ ຫາ​ກິນ​ໄດ້​ຢູ່​ແຕ່​ມົກ​ເຈົາ​ເທົ່າ​ນັ້ນ.

        ຖ້າ​ພວກ​ເພື່ອນ​ຢາກ​ຮັບ​ປະ​ທານກໍ່​ສາ​ມາດ​ປະ​ຕິ​ບັດ​ຕາມ​ສູດ​ລຸ່ມນີ້

1 ກະ​ກຽມ​ວັດ​ຖຸ​ດິບ

        -ຊີ້ນ​ງົວ​ນ້ອຍ       300 g

        - ຫົວ​ສີ​ໄຄ  4 ຫົວ

        - ຂີງ  1 ປ້ອມ​ນ້ອຍ

        - ຫົວ​ຜັກ​ທຽມ​ທຸບ​ຟັກ​ໃຫ້​ແລກ

        -ນ້ຳ​ແຈ່ວ, ນ້ຳ​ມັນ​ພືດ, ໝາກ​ງາ​ຂົ້ວ

2 ຂັ້ນ​ຕອນ​ໃນ​ການ​ເຮັດ:

      ທີ1:  ຊອຍ​ສີ​ໄຄ​ທັບ​ໃຫ້​ມຸ່ນ​ກັບ​ກະ​ທຽມ ແລະ ຂີງ ສອງ​ສ່ວນ​ສາມ ( ໜຶ່ງ​ສ່ວນ​ສາມ​ຂອງ​ຂີງ​ທີ່​ຍັງ​ເຫຼືອ​ແມ່ນ​ຊອຍ​ເປັນ​ເສັ້ນ​ບາງ )

      ທີ2 :  ຊີ້ນ​ງົວ​ນ້ອຍ​ຊອຍ​ເປັນ​ຕ່ອນ​ພໍ​ດີ​ຄຳ​ແລ້ວ​ເອົາ​ໄປ​ຄົນ​ໃສ່​ກັບ​ເຄື່ອງ​ປະ​ກອບ​ຂີງ, ສີ​ໄຄ, ກະ​ທຽມ​ປະ​ໄວ້​ປະ​ມານ 10 – 15 ນາ​ທີ

      ​ທີ​3 : ເອົາ​ນ້ຳ​ມັນ​ໃສ່​ ເມື່ອ​ຮ້ອນ​ແລ້ວ​ເອົາ​ຊີ້ນ​ລົງ​ທອດ ພ້ອມ​ກັບ​ເຄື່ອງ​ປະ​ສົມ​ຂີງ, ສີ​ໄຄ, ກະ​ທຽມ. ຄົນ​ໃຫ້​ສະ​ໝ່ຳ​ສະ​ເໝີ ເມື່ອ​ຊີ້ນ​ມີ​ເຫຼືອງ ຕັກ​ອອກ​ໃສ່​ຈານ,ເອົາ​ໝາກ​ງາ​ໂຮຍ​ໃສ່​ຕື່ມ​ອີກ​ໜ້ອຍ​ໜຶ່ງ

      ​ທີ4 :  ເອົາ​ຂີງ​ທີ່​ຊອຍ​ໄວ້​ນັ້ນ ໃສ່​ກັບ​ນ້ຳ​ແຈ່ວ​ຈ້ຳ ແລ້ວ​ຄົນ​ໃຫ້​ທົ່ວ ເປັນ​ອັນ​ວ່າ​ສຳ​ເລັດ. ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດ​ກິນ​ແຊບ.

ຕອບກັບ

ຂ່າວ/ບົດ​ອື່ນ