ປັນຕ່າຍ-ອາຫານພິເສດຂອງດິນແດນແຫ່ງບັນພະບູລຸດ

ໃນເມື່ອ​ກ່ອນ ພໍ່​ແມ່​ຂອງ​ພວກ​ເຮົາ​ເຮັດ​ເຂົ້າ​ໜົມ​ຕາມ​ປົກ​ກະ​ຕິ​ແລ້ວ​ແມ່ນ​ອີງ​ໃສ່​ວິ​ທີ​ຂອງ​ການ​ເຮັດ, ຄຸນ​ລັກ​ສະ​ນະ ຫຼື​ວ່າ ຮູບ​ແບບ​ຂອງ​ເຂົ້າ​ໜົມ​ເພື່ອ​ຕັ້ງ​ຊື່. ເຊັ່ນ​ວ່າ: ເຂົ້າ​ໜົມ​ຂີງກໍ່​ຈະ​ມີ​ຮູບ​ຮ່າງ​ຄື​ຂີງຂອງ​ຊາວ​ເຜົາ​ຈຳ ( ແຂວງ​ບິ່ງ​ທ້ວນ )… ແລະ ປັນ​ຕ່າຍ ​ແມ່ນ​ເຂົ້າ​ໜົມ​ທີ່​ເປັນ​ເອ​ກະ​ລັກ, ມີ​ຊື່​ສຽງ​ຂອງຟູ໋​ເຖາະ​ກໍ່​ແມ່ນ​ປະ​ເພດ​ເຂົ້າ​ໜົມ​ທີ່​ໄດ້​ຮັບ​ການ​ຕັ້ງ​ຊື່​ໂດຍ​ອີງ​ຕາມ​ວິ​ທີ​ການ​ເຮັດ ຫຼື ຮູບ​ຮ່າງ​ຂອງ​ມັນ, ປັນ​ຕ່າຍກໍ​ໝາຍ​ເຖິງ​ເຂົ້າ​ໜົມ​ຫູ. ​ເມື່ອ​ເບິ່ງ​ແລ້ວ ເຂົ້າ​ໜົມ​ນີ້​ນຸ້ມ ຫອມ, ງ່າຍ​ດາຍ ແຕ່​ເພື່ອ​ໃຫ້​ໄດ້​ເຂົ້າ​ໜົມ​ນັ້ນ, ​ຂັ້ນ​ຕອນ​ຂອງ​ການ​ເຮັດ​ຕ້ອງ​ລະ​ອຽດ ແລະ ຄ່ອງ​ແຄ້ວ​.

 

ປັນຕ່າຍ-ອາຫານພິເສດຂອງດິນແດນແຫ່ງບັນພະບູລຸດ - ảnh 1

ປັນ​ຕ່າຍ-ອາ​ຫານ​ພິ​ເສດ​ຂອງ​ດິນ​ແດນ​ແຫ່ງ​ບັນ​ພະ​ບູ​ລຸດ

        ນັບ​ແຕ່​ເວ​ລາ 7 ໂມງ​ເຊົ້າ​ຂອງວັນ​ທ້າຍ​ລະ​ດູ​ຮ້ອນ ໃນ​ໄລ​ຍະ​ທາງ​ຍາວ​ປະ​ມານ 200 ແມັດ​ຢູ່​ໃຈ​ກາງ​ເທດ​ສະ​ບານ​ເມືອງ​ຟູ໋​ເຖາະ, ເຊິ່ງ​ຫ່າງ​ຈາກ​ນະ​ຄອນ​ຫວຽດ​ຈີ່ 20 ກິ​ໂລ​ແມັດ. ພຽງ​ແຕ່​ໄລ​ຍະ​ທາງ​ສັ້ນ​ເທົ່າ​ນັ້ນ ແຕ່​ມີ​ຮ້ານ​ຂາຍ​ອາ​ຫານ​ການ​ກິນ​ໃຫຍ່, ນ້ອຍກວ່າ 20 ຮ້ານ​ຄື: ແບ້ງ​ກາຍ, ແບ້ງ​ຢໍ, ໂນ້ມ​ດູ​ດູ່…..ແຜ່ນ​ປ້າຍ​ສີ​ແດງ “ປັນ​ຕ່າຍ ພື້ນ​ເມືອງ ” ໄດ້​ແຂວນ​ຢູ່​ເທິງ​ໜ້າ​ປະ​ຕູ​ເຮືອນ​ສອງ​ຊັ້ນ​ທີ່​ທາ​ສີ​ຂາວ     ເຊິ່ງ​ໄດ້​ຮັບ​ການກໍ່​ສ​້າງ ​ແຕ່​ຊຸມ​ປີ 90 ໃນ​ສະ​ຕະ​ວັດ​ທີ່ 20 ນັ້ນ​ແມ່ນ​ເຮືອນ​ຂອງ​ປ້າ ຫງວຽນ​ທິ​ງວຽດ. ຂອບ​ເຂດ​ຮ້ານກວ້າງ​ປະ​ມານ  50 ຕາ​ແມັດ​ດ້ວຍ​ໂຕະ, ຕັ່ງ​ຢາງ​ຢາຍ​ໃສ່​ຕັ້ງ​ແຕ່​ໃນ​ເຮືອນ​ອອກ​ຮອດ​ທາງ​ຍ່າງ. ຂ້າງ​ປະ​ຕູ​ທາງ​ອອກ​ແມ່ນ​ໂຕະ​ໄມ້, ຢູ່​ເທິງ​ໜ້າ​ໂຕະ​ແມ່ນ​ຕູ້​ແກ້ວ​ບັນ​ຈຸ​ ປັນ​ຕ່າຍທີ່​​ຍັງ​ຮ້ອນໆ​ຢູ່. ປ້າງວຽດ ປີນີ້​ອາ​ຍຸ​ໄດ້ 70 ປີ​ແລ້ວ​ແຕ່​ເບິ່ງ​ຄື​ວ່າ​ຍັງ​ແຂງ​ແຮງ​ຢູ່, ຄອບ​ຄົວ​ຂອງ​ປ້າ​ມີ​ມູນ​ເຊື້ອ​ເຮັດ​ ປັນ​ຕ່າຍມາ​ໄດ້​ສີ່​ລຸ້ນ​ຄົນ​ແລ້ວ. ປະ​ຈຸ​ບັນ​ປ້າ​ໄດ້​ຖ່າຍ​ຖອດ​ອາ​ຊີບ​ເຮັດ​ເຂົ້າ​ໜົມ​ນີ້​ໃຫ້​ລູກ​ຊາຍ ​ແລະ ລູກ​ໃພ້ ເພື່ອ​ສືບ​ຕໍ່​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອນີ້​ໄວ້.

        “​ເພື່ອ​ເຮັດປັນ​ຕ່າຍ​ທີ່​ແຊບນັ້ນ ຕ້ອງ​ໄດ້​ຜ່ານຫຼາຍ​ຂັ້ນ​ຕອນ​ທີ່​ລະ​ອຽດ. ກ່ອນ​ອື່ນ​ໝົດ​ຕ້ອງ​ເລືອກ​ເຂົ້າ​ຈ້າວ​ຊະ​ນິດ​ທີ່​ແຊບ​, ເມັດ​ຂາວ​ງາມ​ ແລະ ກໍ່​ນຸ້ມ, ນີ້​ແມ່ນ​ຂັ້ນ​ຕອນ​ສຳ​ຄັນ​ທີ່​ສຸດ. ຫຼັງ​ຈາກນັ້ນ​ລ້າງ​ເຂົ້າ​ໃຫ້​ສະ​ອາດ, ມ່າ​​ປະ​ໄວ້ປະ​ມານ 3-4 ຊົ່ວ​ໂມງ, ​ແລ້ວຊາວ​ອອກ​ໃຫ້​ສະ​ເດັດ​ນ້ຳ​ຈຶ່ງ​ນຳ​ເອົາ​ໄປ​ໂມ້ ແລະ ເຮັດ​ເປັນ​ປັ້ນ​ຊ່ຳ​ໜ່ວຍ​ໝາກ​ກ້ຽງ​ໃຫຍ່. ຕົ້ມ​ນ້ຳ​ໃຫ້​ຟົດ​ແລ້ວ​ຈຶ່ງ​ເອົາ​ແຕ່​ລະ​ປັ້ນ​ລົງ​ໃສ່​ໝໍ້​ ຕົ້ມ​ຈົນ​ຮອດ​ເວ​ລາ​ໃດມັນ​ຟູ​ຂຶ້ນ​ແລ້ວ​ຈຶ່ງ​ຕັກ​ອອກ​ໃສ່​ຄົກ​ຕຳ​ໃຫ້​ແຫຼກ.

        ຢູ່​ໃນ​ເຮືອນ​ຄົວ ອ້າຍ​ຮືງ ແລະ ເອື້ອຍ​ຮ່າ ສອງ​ຜົວ​ເມຍ​ກຳ​ລັງ​ເຮັດ​ ປັນ​ຕ່າຍ​​ໃນ​ຂັ້ນ​ຕອນ​ຕໍ່​ໄປ. ສອງ​ມື​ຂອງ​ອ້າຍ​ຮືງ​ກຳ​ສາກ​ໄມ້​ຍາວ​ 1,5 ແມັດ, ຕຳ​ແປ້ງ​ປະ​ມານ​ແຕ່ 15-20 ນາ​ທີ​ເພື່ອ​ໃຫ້​ແປ້ງ​ແຫຼກ​ດີ.

        “ຕຳ​ແປ້ງ​ຕ້ອງ​ແມ່ນ​ຜູ້​ທີ່​ມີ​ປະ​ສົບ​ການ ແລະ ແຂງ​ແຮງ​ດີ ແປ້ງ​ຈຶ່ງ​ນຸ້ມ​ສະ​ໝ່ຳ​ສະ​ເໝີ​ກັນ ແລະ ບໍ່​ເປັນ​ກ້ອນ. ນີ້ກໍ່​ແມ່ນ​ໜຶ່ງ​ໃນ​ປັດ​ໃຈ​ທີ່​ພາ​ໄປ​ເຖິງ​ຄຸນ​ນະ​ພາບ​ຂອງ​ປັນ​ຕ່າຍ

        ເພື່ອ​ເຮັດ ປັນ​ຕ່າຍ​ທີ່​ແຊບນັ້ນ ສຳ​ຄັນ​ທີ່​ສຸດ​ແມ່ນ​ຂັ້ນ​ຕອນ​ການ​ປຸງ​ແຕ່ງ​ໄສ້ຂອງ​ເຂົ້າ​ໜົມ, ເອື້ອຍ​ຮ່າ ໄດ້​ແບ່ງ​ປັນ​ເຄັດ​ລັບ​ວ່າ:

        “ສຳ​ລັບ​ປັນ​ຕ່າຍແລ້ວ ໄສ້​ຂອງ​ມັນ​ຕ້ອງ​ເຮັດ​ດ້ວຍ​ຊີ້ນ​ໝູ. ຊີ້ນ​ໝູ​ທີ່​ຊື້​ມາ​ຕ້ອງ​ຮັບ​ປະ​ກັນ​ຄວາມ​ສົດ. ຊີ້ນ​ໝູ​ທີ່​ພວກ​ຂ້າ​ພະ​ເຈົ້າ​ເອົາ​ມາ​ເຮັດ​ຕົ້ນ​ຕໍ​ແມ່ນ ຊີ້ນ​ສາມ​ຊັ້ນ, ຊີ້ນ​ສັນ, ຊີ້ນກົ້ນ​ມີ​ນ້ຳ​ມັນ​ປົນ​ໜ້ອຍ​ໜຶ່ງ​ກໍ​ຍິ​ງ່​​ດີ. ຫຼັງ​ຈາກນັ້ນ​ເອົາ​ມາ​ຟັກ​ໃຫ້​ມຸ່ນ​ແລ້ວ​ເອົາ​ມາ​ຄົນ​ໃສ່​ກັບ​ຜັກ​ບົ່ວ​ແຫ້ງ, ພິກ​ໄທໜ້ອຍ​ໜຶ່ງ, ແປ້ງ​ນົວ ແລະ ເກືອ​ໃຫ້​ສະ​ໝ່ຳ​ສະ​ເໝີ​ກັນ

        ເອື້ອຍ​ຮ່າ​ເອົາ​ແປ້ງ​ມາ​ເຮັດ​ເຂົ້າ​ໜົມ​ຊັ້ນ​ນອກ​ບາງໆ ແລ້ວກໍ່​ຕັກ​ເອົາ​​ໄສ້​ເຂົ້າ​ໜົມ​ໃສ່​ສອງ​ບ່ວງ​ແກງ, ຫຼັງ​ຈາກນັ້ນ​ຈຶ່ງ​ພັບ​ເຂົ້າ​ຄືນ​ເຮັດ​ໃຫ້​ເຂົ້າ​ໜົມ​ເປັນ​ຮູບ​ຮ່າງ​ຂອງ​ໃບ​ຫູ. ເຂົ້າ​ໜົມ​ແຕ່​ລະ​ອັນ​ໃຫຍ່​ຊ່ຳ​ຝາ​ມື. ແລ້ວກໍ່​ເອົາ​ໄປ​ໜຶ້ງ​ປະ​ມານ 30 ນາ​ທີ​ຈຶ່ງ​ສຸກ. ປ້າງວຽດ​ໃຫ້​ຮູ້​ຕື່ມ​ອີກວ່າ:

        “ປັນ​ຕ່າຍ​ທີ່​ໄດ້​ຕາມ​ຄວາມ​ຕ້ອງ​ການ​ແມ່ນ​ຕ້ອງ​ຮັບ​ປະ​ກັນ​ເມື່ອ​ເວ​ລາ​ກິນ, ພວກ​ເຮົາ​ຮູ້​ສຶກ​ມີ​ກິ່ນ​ຫອມ​ຈາກ​ແປ້ງ​ເຂົ້າ ແລະ ໄສ້​ເຮັດ​ດ້ວຍ​ຊີ້ນ. ເມື່ອກິ​ນ​ເຂົ້າ​ໜົມ​ກໍ່​ຮູ້​ສຶກ​ນຸ້ມ, ເຢັນ, ກອບ ມັນ​ແຕ່ບໍ່​ເຍື່ອຍ.”

        ແຕ່​ລະ​ມື້, ຄອບ​ຄົວ​ຂອງ​ປ້າງວຽດ​ຂາຍ​ເຂົ້າ​ໜົມ​ໄດ້​ແຕ່ 30 – 40 ຈານ ດ້ວ​ຍ​ລາ​ຄາ​ແຕ່ 20 ຫາ 30.000 ດົງ. ເມື່ອ​ລົບ​ຄ່າ​ໃຊ້​ຈ່າຍ​ອອກ​ໃ​ນ​ແຕ່​ລະ​ເດືອນ ຄອບ​ຄົວ​ຂອງ​ປ້າງວຽດກໍ່ມີ​ລາຍ​ຮັບ​ປະ​ມານ 6-7 ລ້ານ​ດົງ. ເຂົ້າ​ໜົມ​ຂອງ​​ຄອບ​ຄົວປ້າງວຽດ​ເປັນ​ທີ່​ຮູ້​ຈັກ​​ເຖິງ​ຂອງ​ແຂກ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ແຂວງ ແລະ​ ເປັນ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ດິນ​ແດນ​ຟູ໋​ເຖາະ.

------------------------

        ຖ້າ​ຫາກ​ພວກ​ເພື່ອນ​ຢາກ​ປຸງ​ແຕ່ງ​ເຍື່ອງ​ອາ​ຫານນີ້​ໃຫ້​ຄອບ​ຄົວ ແລະ ໝູ່​ເພື່ອນ​ກິນ ກໍ່ສາ​ມາດ​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ລຸ່ມນີ້:

1.   ຄວນ​ກະ​ກຽມ:

-       ເຂົ້າ​ຈ້າວ    400 ກຼາມ

-       ຊີ້ນ​ສັນ       150 ກຼາມ

-       ຜັກ​ບົ່ວ​ແຫ້ງ 2 ຫົວ

-       ນ້ຳ​ອຸ່ນ       500 ມິນ​ລີ​ລິດ

-       ເຄື່ອງ​ປຸງ ນ້ຳ​ປາ, ເກືອ, ແປ້ງ​ນົວ, ພິກ​ໄທ.

2.   ວິ​ທີ​ເຮັດ

-       ຂັ້ນ​ຕອນ​ທີ1ແມ່ນ ຟັກ​ຊີ້ນ ແລະ ຫົວ​ບົ່ວ​ແຫ້ງ

-       ຂັ້ນ​ຕອນ​ທີ່2ແມ່ນ ຄົນ​ຊີ້ນ, ຜັກ​ບົ່ວ, ພິກ​ໄທ 1 ບ່ວງ, ນ້ຳ​ປາ 1 ບ່ວງ​ໃສ່​ກັນ​ເພື່ອ​ເຮັດ​​ໄສ້​ເຂົ້າ​ໜົມ.

-       ຂັ້ນ​ຕອນ​ທີ3ແມ່ນ ເອົາ​ແປ້ງ​ເຂົ້າ​ຈ້າວ ແລະ ເກື່ອ1ສ່ວນ​ສີ່​ບ່ວງ​ ຄົນ​ໃສ່​ໃຫ້​ເຂົ້າ​ກັນ, ຫຼັງ​ຈາກນັ້ນ​ປັ້ນ​ໃຫ້​ເປັນ​ປັ້ນ​ແລ້ວ​ຈຶ່ງ​ເອົາ​ໄປ​ຕົ້ມ​ຈົນ​ໃຫ້​ມັນ​ຟູ​ຈຶ່ງ​ຕັກ​ອອກ.

-       ຂັ້ນ​ຕອນ​ທີ4ແມ່ນ ​ນຳເອົາ​ແປ້ງນັ້ນ​ມາ​ຕຳ​ໃຫ້​ນຸ້ມ ແລະ ໜຽວ​ດີ.

ຂັ້ນ​ຕອນ​ທີ5 ແມ່ນ ເອົາ​ແປ້ງ​ທີ່​ຕຳ​ແລ້ວນັ້ນ​ມາ​ເຮັດ​ເປັນ​ແຜ່ນ​ບາງ ແລ້ວ​ກໍ່​ຕັກ​ເອົາ​​ໄສ້​ໃສ່​ເຄິ່ງ​ກາງ​ຈຶ່ງ​ພັບ​ເຂົ້າ​ຄືນ​ໃຫ້​ເປັນ​ຮູບ​ເຄິ່ງວົງ​ມົນ. ເມື່ອ​ສຳ​ເລັດ​ແລ້ວ​ຈຶ່ງ​ເອົາ​ໄປ​ໜຶ້ງ​ປະ​ມານ 30 ນາ​ທີ ເປັນ​ອັນ​ວ່າ​ສຳ​ເລັດ​ຂັນ​ຕອນ​ການ​ເຮັດ​ເຂົ້າ​ໜົມ​ທີ່ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ດິນ​ແດນ​ຟູ໋​ເຖາະ​ ດ້ວຍ​ລົດ​ຊາດ​ທີ່​ແຊບ, ມີ​ກິນ​ຫອມ ແລະ ນຸ້ມ​. ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດ​ກິນ​ແຊບ

ຕອບກັບ

ຂ່າວ/ບົດ​ອື່ນ