ຢໍເຂົ້າເໝົາ

     ເຂົ້າ​ເໝົ້າ​ບ້ານ​ວ່ອງ ໄດ້​ກາຍ​ເປັນ​ອາ​ຫານ​ທີ່​ລຶ້ງເຄີຍ​ກັບ​ຜູ້​ຟັງ, ຜູ້​ອ່ານ​ຜ່ານ​ບົດ​ຂຽນ​ຕ່າງໆ​ຂອງ​ນັກ​ຂ່າວ VOV , ແຕ່​ສຳ​ລັບ​ເຍື່ອງ​ອາ​ຫານ​ຢໍ​ເຂົ້າ​ເໝົາຊຶ່ງ​ແມ່ນ​ອາ​ຫານ​ພິ​ເສດ​ຂອງ​ຮ່າ​ໂນ້ຍນັ້ນ, ເບິ່ງ​ຄື​ວ່າຜູ້​ຟັງ, ຜູ້​ອ່ານອາດ​ຈະ​ບໍ່​ໄດ້​ເຫັນ, ໄດ້​​ຊີມ​ຈັກ​ເທື່ອ. ໃນ​ຍຸກ​ສະ​ໄໝ​ປະ​ຈຸ​ບັນ, ມີຫຼາຍຄອບ​ຄົວ​ເຮັດ ຢໍ​ເຂົ້າ​ເໝົ້າດ້ວຍ​ເຄື່ອງຈັກ, ແຕ່​ຄອບ​ຄົວ​ຂອງ​ລຸງ​ຕິ້ງຢູ່​ເທດ​ສະ​ບານ​ເມືອງ​ເຈົາ​ກີ, ຢາ​ເລີມ, ຮ່າ​ໂນ້ຍ ຍັງ​ຄົງ​ສາ​ມາດ​ຮັກ​ສາ​ວິ​ທີ​​ປຸງ​ແຕ່ງ​ທີ່​ມີ​ມາ​ແຕ່​ດົນ​ນານ, ນັ້ນແມ່ນ​ໃຊ້​ສາກ ແລະ ຄົກ​ເພື່ອຕຳ​ຊີ້ນ, ດັ່ງ​ນັ້ນ ຍັງ​ສາ​ມາດ​ຮັກ​ສາ​ໄດ້​ລົດ​ຊາດ​ພິ​ເສດ​ຂອງ​ອາ​ຫານ​ເຍື່ອງນີ້. 

ຢໍເຂົ້າເໝົາ - ảnh 1
ເຍື່ອງ​ອາ​ຫານຢໍເຂົ້າເໝົາ

       ພໍ​ແຕ່​ມາ​ຮອດ​ປະ​ຕູ​ເຮືອນຂອງ​ລຸງ​ຕິ້ງ, ກໍ​ໄດ້​ຍິນ​ສຽງ​ຕຳ​ຢໍ​ຂອງ​ລາວ ແລະ ລູກ​ຊາຍ​ທີ່​ມີ​ອາ​ຍຸບໍ່​ຮອດ​ຊາວ​ປີ. ຄອບ​ຄົວ​ຂອງ​ລຸງ​ຍັງ​ຄົງ​ຮັກ​ສາ​ວິ​ທີ​​ປຸງ​ແຕ່ງ​ທີ່​ມີ​ມາ​ແຕ່​ດົນ​ນານດ້ວຍການ​ໃຊ້​ສາກ ແລະ ຄົກ​ເພື່ອຕຳ​ຊີ້ນ. ຄອບ​ຄົວ​ຂອງ​ລາວ​ໄດ້​ປະ​ກອບ​ອາ​ຊີບນີ້​​ໄດ້ 15 ປີ​ມາແລ້ວ, ເພາະ​ສະ​ນັ້ນ, ຍາມ​ໃດ​ກໍ​ມີ​ລູກ​ຄ້າ​ມາ​ສັ່ງ​ຊື້ຢໍ​ເຂົ້າ​ເໝົາ. ແຕ່​ລະ​ມື້, ຄອບ​ຄົວ​ລຸງ​ຕິ້ງເຮັດຢໍ​ເຂົ້າ​ເໝົ້າໄດ້​ປະ​ມານ 30 Kg. ຢໍ​ເຂົ້າ​ເໝົ້າຈະ​ແຊບຫຼືບໍ່​ນັ້ນ ແມ່ນ​ເນື່ອງ​ຈາກ​ການ​ເລືອກ​ເອົາ​ຊີ້ນ​ໝູ, ຊີ້​ນຕ້ອງແມ່ນ​ຊີ້ນ​ສົດ, ມາ​ຈາກ​ໝູທີ່​ຫາ​ກໍ​ຖືກ​ຂ້າ. ສ່ວນເຂົ້າ​ເໝົ້າ ກໍ​ເລືອກ​ເອົາ​ແນວ​ຫອມ​ ແລະ ຂຽວ​ ຍາມ​ຕົ້ນ​ລະ​ດູ. ລຸງ​ຕິ້ງເວົ້າ​ວ່າ : 

    “ຄອບ​ຄົວ​ຂ້າ​ພະ​ເຈົ້າ​ເຄີຍ​ຊື້ເຂົ້າ​ເໝົ້າ ແຕ່​ຍາມຕົ້ນລະ​ດູ, ແລ້ວ​ກໍ​ນຳ​ໄປ​ຕາກ​ໃຫ້​ແຫ້ງ​ເພື່ອ​ສະ​ສົມໄວ້ ເພາະເຂົ້າ​ເໝົາຍາມ​ຕົ້ນ​ລະ​ດູ ແມ່ນ​ໜຽວ ແລະ ຫອມ​ທີ່​ສຸດ. ຕ້ອງ​ຊື້ເຂົ້າ​ເໝົ້າຈາກ​ຜູ້​ລຶ້ງ​ເຄີຍ ເພາະ​ວ່າ​ເຮົາ​ສາ​ມາດ​ຮູ້​ແຈ້ງ​ຕົ້ນ​ກຳ​ເນີດ​ຂອງຜະ​ລິດ​ຕະ​ພັນ ຈຶ່ງ​ຈະ​ຮັບ​ປະ​ກັນຫຼັກ​ອະ​ນາ​ໄມ, ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ. ເມື່ອ ຢໍ​ເຂົ້າ​ເໝົ້າ​ຖືກ​ປຸງແຕ່ງ​ແລ້ວ, ກໍ​ນຳ​ໄປ​ຂາຍ​ສົ່ງ​ຢູ່​ຕາມ​ຮ້ານ​ຂາຍ​ເຂົ້າ​ປຸ້ນ​ເຕົາ​ຮູ້​ຈືນ ຫຼື​ບັນ​ດາ​ຮ້ານ​ຂາຍ​ຍ່ອຍ​ຢູ່​ຕະຫຼາດ​ຊຸມ​ຊົນ. ບາງ​ຄັ້ງ​ຄາວ, ກໍ​ມີ​ຜູ້​ມາ​ສັ່ງ​ຊື້​ເພື່ອ​ຝາກ​ໄປ​ຕ່າງ​ປະ​ເທດ, ດັ່ງ​ນັ້ນ​ເຮົາ​ຕ້ອງ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຂອງ ຢໍ​ເຂົ້າ​ເໝົາ​ເພື່ອ​ຮັກ​ສາ​ຊື່​ສຽງຢໍ​ເຂົ້າ​ເໝົາ​ຂອງ​ຄອບ​ຄົວ ”

     ຊີ້ນ​ເພື່ອ​ເຮັດ ຢໍ​ເຂົ້າ​ເໝົາ​ແມ່ນ​ຕ້ອງ​ເລືອກ​ຕອນ​ຢູ່ກົ້ນ ແລະ ຊີ້ນ​ສັນ, ແລ້ວ​ຕັດ​ເປັນ​ຕ່ອນ​ນ້ອຍ​ຊ່ຳ​ເຄິ່ງກຳ​ປັ້ນ, ຫຼັງ​ຈາກນັ້ນ​ເອົາ​ໄປ​ຕຳ​ດ້ວຍ​ສາກ ແລະ ຄົກ​ຫີນ. ຕ້ອງ​ຕຳ​ຈົ​ນກວ່າ​ຊີ້ນ​​ມຸ່ນ ຈຶ່ງ​ເອົາ​ນ້ຳ​ຕານ​ ແລະ ນ້ຳ​ປ່າໃສ່​ເ​ລັກ​ນ້ອຍ​ເພື່ອ​ເພີ່ມ​ຄວາມ​ໜຽວ​ຂອງ​ຊີ້ນ. ຫຼັງ​ຈາກນັ້ນ​ກໍ​ຕຳ​ອີກ​ບຶດ​ໜຶ່ງ. ສ່ວນ​ຊີ້ນ​ສັນ ແມ່ນ​ຕ້ອງ​ນຳ​ໄປ​ບົດ​ໃຫ້​ມຸ່ນ​ເພື່ອ​ປະ​ສົ​ມ​ກັບ​ຊີ້ນ​ທີ່​ໄດ້​ຕຳ​ແລ້ວ. ​ຂັ້ນ​ຕອນ​ຕຳ​ຊີ້ນແມ່ນ​ຂັ້ນ​ຕອນ​ຕ້ອງ​ເຮັດ​ລະ​ອຽດ​ທີ່​ສຸດ​ໃນ​ການ​ປຸງ​ແຕ່ງຢໍ​ເຂົ້າ​ເໝົາ. ​ລຸງ​ຕິ້ງ ກໍ​ຕ້ອງ​ຮຽນ​ວິ​ຊາ​ຊີບ​ປຸງ​ແຕ່ງ​ອາ​ຫານເຍື່ອງນີ້​ເປັນ​ເວ​ລາ 3 ປີນຳ​ຄອບ​ຄົວ​ພໍ່​ເຖົ້າ​ຢູ​່​ບ້ານ​ເອືອກ​ເລ້ ຊຶ່ງ​ແມ່ນ​ໝູ່​ບ້ານ​ເຮັດເຍື່ອງ​ອາ​ຫານ​ຢໍ​ເຂົ້າ​ເໝົ້າທີ່​ມີ​ຊື່​ສຽງ​ຢູ່ຮ່າ​ໂນ້ຍ. ​ລຸງ​ຕິ້ງເປີດ​ເຜີຍ​ວ່າ :

    “ຖ້າ​ຢາກ​ປຸງ​ແຕ່ງຢໍ​ເຂົ້າ​ເໝົາໃຫ້​ແຊບນັ້ນ, ກໍ​ຕ້ອງ​ໃສ່​ນ້ຳ​ມັນ​ໝູ​ເ​ລັກ​​ຫນ້ອຍ​ເພື່ອບໍ່​​ໃຫ້ແຫ້ງ ແລະ ແຂງ. ເພາະ​ສະ​ນັ້ນ, ຊີ້ນ​ໝູ​ຕ​້ອງ​ຕຳ​ໃຫ້​ມຸ່ນ, ແລ້ວ​ປະ​ສົມ​ກັບ​ຊີ້ນ​ບົດ. ຕໍ່​ຈາກນັ້ນ ກໍ​ເອົາ​ເຂົ້າ​ເໝົາ​ໃສ່ ພ້ອມ​ກັບ​ເກືອ​ເລກ​ຫນ້ອຍ, ແລ້ວ​ກໍ​ປັ້ນ​ເປັນ​ປັ້ນ​ຊ່ຳ​ເຄິ່ງ​ຝາ​ມື, ຫຼັງ​ຈາກນັ້ນ ເອົາ​ໄປ​ໜຶ້ງ, ແລ້ວ​ກໍ​ນຳ​ໄປ​ຈືນ​ ”

    ຈຳ​ນວນ​ແຂກ​ມາ​ສັ່ງ​ຊື້ ຢໍ​ເຂົ້າ​ເໝົ້າ​​ຂອງ​ລຸງ​ຕິ້ງ​ໃນ​ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນ​ນີ້​ໄດ້​ເພີ່ມ​ຂຶ້ນ ເພາະ​ວ່ານີ້​ແມ່ນ​ຊ່ວ​ງ​ເວ​ລາ​ທີ່ເຂົ້າ​ເໝົ້າ​ແຊບກວ່າ​ໝູ່.

          ອ້າຍ​ຫາຍ ເຈົ້າ​ຂອງ​ຮ້ານ​ຂາຍ​ເຂົ້າ​ປຸ້ນເຕົາ​ຮູ້​ຈືນ ຊຶ່ງ​ແມ່ນ​ລູກ​ຄ້າ​ປະ​ຈຳ​ຂອງ​ລຸງ​ຕິ້ງ​ໃຫ້​ຮູ້​ວ່າ :

     “ ມື້ນີ້, ຮ້ານ​ຂ້າ​ພະ​ເຈົ້າ ມີ​ແຂກ​ມາ​ກິນຫຼາຍ, ດັ່ງ​ນັ້ນ​ຕ້ອງ​ມາ​ຊື້ ຢໍ​ເຂົ້າ​ເໝົ້າ​ ຕື່ມຈຶ່ງ​ພໍຂາຍ. ພິ​ເສດ ແຂກຫຼາຍ​ຄົນ​ມັກ​ກິນ​ເຂົ້າ​ປຸ້ນ​ກັບ ຢໍ​ເຂົ້າ​ເໝົາ​, ດັ່ງ​ນັ້ນ​ກໍ​ຍິ່ງ​ໝົດ​ໄວ, ຕ້ອງ​ມາ​ຊື້​ຕື່ມ​ອີກ 2 Kg. ຄອບ​ຄົວ​ລຸງ​ຕິ້ງ​ແມ່ນ​ຄອບ​ຄົວ​ເຮັດຢໍ​ເຂົ້າ​ເໝົ້າ​​ມີ​ຊື່​ສຽງ, ສຳ​ລັບ​ຢໍ​ຊະ​ນິດ​ຕ່າງໆ​ຂອງ​ລຸງຕິ້ງ ກໍ​ລ້ວນ​ແຕ່​ມີ​ຄຸນ​ນະ​ພາບ​ສູງ. ຢໍ​ເຂົ້າ​ເໝົາ​ຂອງ​ລຸງ​ຕິ້ງ ແມ່ນ​ຖືກ​ປຸງ​ແຕ່ງ​ດ້ວຍ​ຊີ້ນ​ສົດ, ຮັບ​ປະ​ກັນຫຼັກ​ອະ​ນາ​ໄມ”

      ຖ້າ​ຫາກ​ພວກ​ເພື່ອນ​ມີ​ໂອ​ກາດ​ມາ​ຮ່າ​ໂນ​້ຍ, ເປັນ​ຕົ້ນ​ແມ່ນ​ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນນັ້ນ, ຢາ​ລືມ​ຊີມ​ລົດ​ຊາດ​ພິ​ເສດ​ຂອງ ຢໍ​ເຂົ້າ​ເໝົ້າ​​ແດ່​ເດີ້.  

                                                            ----------------------------------

 

      ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ !

  ເພື່ອ​ປຸງ​ແຕ່ງເຍື່ອງ​ອາ​ຫານ ຢໍ​ເຂົ້າ​ເໝົາ​ພວກ​ເພື່ອນ​ກະ​ກຽ​ມ​ວັດ​ຖຸ​ດິບ​ດັ່ງນີ້ :

-       ​​ເຂົ້າ​ເໝົາ​:  150 g.

-       ຊີ້ນໝູ​ບົດ (ຊີ້ນ​ສັນ):  300 g

-       ຢໍ​ດິບ :   200 g ພ້ອມ​ກັບ​ນ້ຳ​ປາ, ເກືອ…

. ສຳ​ລັ​ບ​ການ​ປຸງ​ແຕ່ງ, ພວກ​ເຮົາ​ໄດ້​ແນະ​ນຳ​ມາ​ຂ້າງ​ເທິງ. ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດກິນ​ແຊບ.

ຕອບກັບ

ຂ່າວ/ບົດ​ອື່ນ