ຢໍໝູ

(VOVWORLD) -ຢໍໝູແມ່ນເຍື່ອງອາຫານທີ່ລື້ງເຄີຍໃນແຕ່ລະຄອບຄົວຂອງຊາວຫວຽດນາມ

ດ້ວຍລົດຊາດທີ່ເຂັ້ມຂຸ້ນ, ແຊບ, ມີກິ່ນຫອມ ແລະ ກິນງ່າຍ. ຢໍໝູໄດ້ດຶງດູດຄວາມສົນໃຈຂອງຜູ້ຮັບປະທານທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ຫຼາຍທີ່ສຸດຢໍໝູໄດ້ດຶງດູດຄວາມສົນໃຈຂອງຜູ້ຮັບປະທານທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ຫຼາຍທີ່ສຸດ.

ຢໍໝູ - ảnh 1 ຢໍໝູ

        ເວລາ 6 ໂມງເຊົ້າຂອງມື້ຕົ້ນລະດູຮ້ອນ ຮ້ານຂາຍເຄື່ອງນ້ອຍຂອງແມ່ເຖົ້າ ຫງວຽນທິແທງ ເຊິ່ງນອນໃນຄຸ້ມຖະໜົນ ກວານເຍິນ, ຮ່າໂນ້ຍ ໄດ້ມີຜູ້ຄົນທຽວເຂົ້າ-ອອກຢ່າງຄັບຄາໜາແໜ້ນ. ຮ້ານດັ່ງກ່າວທາປູນສີຂາວ, ຫຼັງຄາມຸງດ້ວຍດິນຂໍສີແດງ, ໄດ້ກໍ່ສ້າງແຕ່ຊຸມປີ 90 ໃນສັດຕະວັດກ່ອນ, ພົ້ນເດັ່ນດ້ວຍແຜ່ນປ້າຍສີແດງມີແຖວຕົວໜັງສື “ຢໍໝູ” ໄດ້ຕັ້ງໄວ້ຂ້າງທາງເຂົ້າ. ຮ້ານກວ້າງພຽງແຕ່ 8 ຕາແມັດເທົ່ານັ້ນ, ຢູ່ທາງໃນ, ຕິດປະຕູທາງອອກແມ່ນໂຕະໜ່ວຍໜຶ່ງ ຢູ່ເທິງໜ້າໂຕະໄດ້ຢອງຕູ້ແກ້ວໃສ່ດ້ວຍບັນດາບັ້ງຢໍໝູທີ່ພວມຮ້ອນໆຢູ່.

        ປີນີ້ແມ່ເຖົ້າ ແທງ ມີອາຍຸກວ່າ 70 ປີແລ້ວ ແຕ່ວ່າເບິ່ງລາວຍັງແຂງແຮງ ແລະ ສະຫຼາດຄ່ອງແຄ້ວຢູ່. ຄອບຄົວຂອງລາວມີມູນເຊື້ອເຮັດຢໍໝູຜ່ານ4 ລຸ້ນຄົນແລ້ວ. ປະຈຸບັນອາຍຸກໍ່ສູງແລ້ວ, ແມ່ເຖົ້າ ແທງ ພຽງແຕ່ຢືນຂາຍເຄື່ອງຂອງເທົ່ານັ້ນ, ສ່ວນວ່າອາຊີບເຮັດຢໍ ແມ່ນໄດ້ຖ່າຍທອດໃຫ້ອ້າຍ ກວາງ ເຊິ່ງແມ່ນລູກຊາຍຫຼ້າຂອງແມ່ເຖົ້າ. ເມື່ອຫວນຄືນໄລຍະກ່ອນນີ້ 20 ປີ, ແມ່ເຖົ້າ ແທງ ໃຫ້ຮູ້ວ່າ:

        “ໃນເມື່ອກ່ອນ, ກ່ອນທີ່ຈະເຮັດຢໍ ຕ້ອງໄດ້ໄປຊື້ຊີ້ນໝູສົດ,, ນຸ້ມ, ເບິ່ງແລ້ວເປັນຕາໜ້າແຊບ, ເມື່ອເອົາມືຈັບມັນຈະໜຽວຕິດມື ຈຶ່ງເຮັດຢໍແຊບໄດ້.  ໝູໂຕໜຶ່ງ ມີແຕ່ຊີ້ນກົ້ນກັບຊີ້ນສັນເທົ່ານັ້ນຈຶ່ງສາມາດນຳມາຕຳເຮັດຢໍໄດ້. ຢາກໃຫ້ຢໍມີສີຂາວ ເມື່ອຕຳຊີ້ນຕ້ອງຕຳໃຫ້ລະອຽດ, ຕຳໃຫ້ນຸ້ມ ແລະ ຕຳຢ່າງລຽນຕິດ, ຕຳໄປໄດ້ໄລຍະໜຶ່ງແລ້ວຈຶ່ງເອົາເກືອໃສ່. ພ້ອມກັນນັ້ນ, ນ້ຳປາກໍ່ສຳຄັນທີ່ສຸດ. ນ້ຳປາຕ້ອງແມ່ນຊະນິດທີ່ແຊບ ແລະ ມີລະດັບຄວາມເຄັມປົກກະຕິ ຢໍຈຶ່ງມີລົດຊາດພິເສດ. ຂຶ້ນກັບສູດຈຶ່ງໃສ່ນ້ຳປາ, ຖ້າຫາກວ່າຊີ້ນມີຄວາມເຂັ້ມຂຸ້ນພຽງພໍແລ້ວ ແມ່ນໃສ່ນ້ຳປາໜຶ່ງບ່ວງກາເຟ, ຖ້າຊີ້ນຈາງແມ່ນໃສ່ໜຶ່ງບ່ວງເຄິ່ງ, ຖ້າຫາກຈາງກວ່ານັ້ນອີກແມ່ນໃສ່ສອງບ່ວງ. ພາຍຫຼັງທີ່ໃສ່ນ້ຳປາແລ້ວຕ້ອງຕີໃຫ້ເຂົ້າກັນ, ຕຳຄືນອີກເທື່ອໜຶ່ງຈົນຮອດເມື່ອໃດຊີ້ນນຸ້ມ ເມື່ອນັ້ນຈຶ່ງໄດ້. ໃນເມື່ອກ່ອນຄົກໜ່ວຍໜຶ່ງຕຳຊີ້ນໄດ້ພຽງແຕ່ເຄິ່ງໂລເທົ່ານັ້ນ ”.

        ປະຈຸບັນ, ເຄື່ອງກົນຈັກໄດ້ຄ່ອຍໆປ່ຽນແທນກຳລັງແຮງງານທີ່ເຮັດດ້ວຍມືຂອງມະນຸດ, ໄດ້ມີເຄື່ອງຈັກບົດຊີ້ນ ແລະ ອາຊີບຕຳຊີ້ນເຮັດຢໍກໍ່ຄືເຕັກນິກໃນການຕຳຊີ້ນ ຢູ່ບັນດາຮາກຖານຜະລິດທີ່ເປັນມູນເຊື້ອ ກໍ່ຄ່ອຍໆສູນຫາຍໄປ.

        ຄຽງຂ້າງຮ້ານຂາຍຢໍແມ່ນທາງຮ່ອມ, ເຂົ້າໄປເລິກປະມານ 10 ແມັດແມ່ນບ່ອນຜະລິດຢໍຂອງຄອບຄົວແມ່ເຖົ້າ ແທງ. ວັດຖຸດິບ ແລະ ເຄື່ອງມືຮັບໃຊ້ໃຫ້ແກ່ການຜະລິດທັງໝົດ ລ້ວນແຕ່ໄດ້ຮັບການຈັດແບ່ງໄວ້ຕ່າງຫາກ ແລະ ສັບຊ້ອນໄວ້ຢ່າງເປັນລະບຽບຮຽບຮ້ອບ. ອ້າຍ ກວາງ ເອົາບັນດາກ້ອນຊີ້ນອອກມາ, ແຕ່ລະກ້ອນມີນ້ຳໜັກປະມານ 4 ກິໂລກຼາມ ລ້າງ ໃຫ້ສະອາດ, ປະໃຫ້ສະເດັດນ້ຳ ແລ້ວເອົາມາຊອຍໃຫ້ເປັນຕ່ອນ, ແຕ່ລະຕ່ອນມີຂະໜາດເທົ່າເຄິ່ງໜຶ່ງຂອງກັບໄມ້ຂີດໄຟ. ຫຼັງຈາກນັ້ນແບ່ງຊີ້ນອອກເປັນຊຸດເພື່ອເອົາໄປໃສ່ຈັກບົດ.

        “ເຮັດຢໍຕ່າງກັບເຮັດບັນດາອາຫານເຍື່ອງອື່ນໆ ເມື່ອບົດຊີ້ນຈຶ່ງແມ່ນຍາມເອົາເຄື່ອງປຸງໃສ່ຄື: ນ້ຳປາ, ແປ້ງນົວ, ເກືອ ແລະ ພິກໄທຂາວ ເພື່ອໃຫ້ເຄື່ອງປຸງຊຶມເຂົ້າຊີ້ນຢ່າງສະໝ່ຳສະເໝີ. ເມື່ອເຫັນຊີ້ນບົດມີສີຂາວຊົມພູ, ໜຽວຕິດເຂົ້າກັນແມ່ນໄດ້. ຕາມປົກກະຕິແລ້ວເພື່ອເຮັດຢໍໃຫ້ໄດ້ 1 ກິໂລກຼາມນັ້ນ ຊີ້ນບົດກໍ່ຕ້ອງແມ່ນ 1 ກິໂລກັບສອງຂີດ.

        ຊີ້ນຫຼັງຈາກບົດເປັນທີ່ຮຽບຮ້ອຍແລ້ວຖອກອອກໃສ່ພາ, ອ້າຍ ກວາງ ໃຊ້ຂອບຫໍ່ຢໍທີ່ເປັນຮູບທໍ່, ຫົວເບື້ອງໜຶ່ງແມ່ນຈອດຕິດເລີຍ ສ່ວນອີກເບື້ອງໜຶ່ງສາມາດເປີດອອກໄດ້ດ້ວຍເຫຼັກຕາປູກຽວອັດໄວ້. ຫຼັງຈາກນັ້ນໃຊ້ໃບຕອງຮອງທາງໃນຂອບໜຶ່ງຊັ້ນ, ເອົາຊີ້ນບົດໃສ່, ເຄາະຂອບຫໍ່ຢໍນັ້ນໃສ່ພື້ນເຮືອນແຮງໆ ເພື່ອໃຫ້ຊີ້ນແໜ້ນດີ. ເມື່ອຊີ້ນເຕັມຂອບຫໍ່ແລ້ວ ອ້າຍ ກວາງ ກໍ່ເອົາໃບຕອງໃສ່ປົກປາກຂອບອີກຊັ້ນໜຶ່ງ ແລ້ວອັດຝາຂອບຫໍ່ໃຫ້ແໜ້ນກ່ອນທີ່ຈະນຳໄປຕົ້ມ.

        “ຂັ້ນຕອນການຕົ້ມຢໍກໍ່ສຳຄັນ ຕ້ອງໃຫ້ນ້ຳໃນໝໍ້ຟົດກ່ອນ ຈຶ່ງເອົາຢໍລົງໃສ່, ນ້ຳຕ້ອງຖ້ວມຢໍ. ຕາມປົກກະຕິແລ້ວຢໍບັ້ງ 1 ກິໂລ ຕ້ອງຕົ້ມ 60 ນາທີຈຶ່ງສຸກ.

        ຄວາມປະສົມກົມກຽວລະຫວ່າງຊີ້ນໝູ ແລະ ນ້ຳປາໄດ້ສ້າງເປັນລົດຊາດທີ່ຈັບອົກຈັບໃຈທີ່ສຸດ. ເມື່ອຊີມເບິ່ງຕ່ອນຢໍທີ່ຍັງຮ້ອນ, ຈະມີກິ່ນຫອມທີ່ເປັນເອກະລັກສະເພາະຂອງຊີ້ນໝູດ້ວຍລົດຊາດເຂັ້ມຂຸ້ນຂອງນ້ຳປາໄດ້ປະສົມກົມກຽວເຂົ້າກັນ ສ້າງເປັນລົດຊາດທີ່ແຊບນົວ, ກອບສະເພາະພິເສດ ເຊິ່ງມີບໍ່ຫຼາຍໃນເຍື່ອງອາຫານປະເພດຕ່າງໆ. ຕາມປົກກະຕິເມື່ອຈັດໃສ່ຈານ ຢໍຖືກຕັດເປັນຕ່ອນມົນ ແລະ ປາດເປັນ 6-8 ປ່ຽງ. ຮັບປະທານຢໍແມ່ນງ່າຍດາຍທີ່ສຸດ ດ້ວຍວິທີເອົາຕ່ອນຢໍຈ້ຳກັບນ້ຳປາໃສ່ພິກໄທ. ນອກຈາກນັ້ນ ຢໍໝູຍັງກິນກັບເຂົ້າໜົມເຂົ້າ, ເຂົ້າໜຽວ, ເຂົ້າຈ້າວ, ບັນກວນ……

        ສະເລ່ຍແລ້ວ, ມື້ໜຶ່ງຄອບຄົວຂອງແມ່ເຖົ້າ ແທງ ຜະລິດຢໍຂາຍອອກສູ່ຕະຫຼາດ ແຕ່ 10 – 15 ກິໂລກຼາມ, ຂາຍດ້ວຍລາຄາແຕ່ 130.000 – 150.000 ດົງຕໍ່ໜຶ່ງກິໂລ. ຫັກຄ່າໃຊ້ຈ່າຍອອກໃນແຕ່ລະເດືອນ, ອາຊີບເຮັດຢໍສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ ແຕ່ 15 – 20 ລ້ານດົງ.

        ຖ້າຫາກພວກເພື່ອນຢາກປຸງແຕ່ງເຍື່ອງອາຫານປະເພດນີ້, ພວກເພື່ອນຕ້ອງປະຕິບັດຕາມຂັ້ນຕອນດັ່ງລຸ່ມນີ້ :

1.   ກະກຽມວັດຖຸດິບ

-       ຊີ້ນໝູ 1,2 ກິໂລກຼາມ ( ເອົາຊີ້ນກົ້ນ ຫຼື້ ຊີ້ນສັນ )

-       ນ້ຳປາແຊບ 50 ມິນລີລິດ

-       ໃບຕອງກ້ວຍ

-       ເກືອ, ແປ້ງນົວ, ພິກໄທຂາວປົ່ນ

-       ຂອບຫໍ່ຢໍ

2.   ວິທີເຮັດ

-       ຂັ້ນຕອນທີ1: ຊີ້ນລ້າງໃຫ້ສະອາດ, ປະໃຫ້ສະເດັດນ້ຳ, ຫຼັງຈາກນັ້ນຕັດໃຫ້ເປັນຕ່ອນນ້ອຍ

-       ຂັ້ນຕອນທີ2: ເອົາຊີ້ນໃສ່ຈັກບົດພ້ອມກັບເຄື່ອງປຸງ, ເມື່ອຊີ້ນເປັນສີຂາວຊົມພູ, ນຸ້ມ ແລະ ໜຽວແມ່ນໄດ້.

-       ຂັ້ນຕອນທີ3: ເອົາຊີ້ນທີ່ບົດແລ້ວນັ້ນໃສ່ຂອບຫໍ່ ເຕັມແລ້ວກໍ່ອັດປາກຂອບໃຫ້ແໜ້ນ

-       ຂັ້ນຕອນທີ4: ເມື່ອນ້ຳຕົ້ມຟົດແລ້ວຈຶ່ງເອົາຢໍລົງ ຕົ້ມປະມານໜຶ່ງຊົ່ວໂມງ, ສຸກແລ້ວກໍ່ຕັກອອກປະໄວ້ໃຫ້ສະເດັດນ້ຳ.

ສິ່ງທີ່ຄວນໃສ່ໃຈ: ຖ້າບໍ່ມີຂອບຫໍ່ ພວກເພື່ອນສາມາດໃຊ້ໃບຕອງຫໍ່ດ້ວຍວິທີ: ເອົາຊີ້ນບົດນັ້ນໃສ່ເຄິ່ງກາງໃບຕອງແລ້ວຫໍ່ເຂົ້າຄືນ ແລະ ເອົາເຊືອກມັດໃຫ້ແໜ້ນ. ຫວັງວ່າພວກເພື່ອນຈະເຮັດກິນແຊບ.

ຕອບກັບ

ຂ່າວ/ບົດ​ອື່ນ