ຫົວຜັກບົ່ວດອງ

(VOVWORLD) - ວິທີເຮັດຫົວຜັກບົ່ວດອງບໍ່ຍາກ ແຕ່ເພື່ອໃຫ້ໄດ້ຫົວຜັກບົ່ວດອງທີ່ມີກິ່ນຫອມ, ກອບ, ບໍ່ຂິວ ກໍ່ຕ້ອງມີເຄັດລັບສະເພາະ.

ຫົວຜັກບົ່ວດອງ ແມ່ນເຍື່ອງອາຫານທີ່ຂາດບໍ່ໄດ້ໃນຊຸມວັນບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມ, ພິເສດແມ່ນປະຊາຊົນທາງພາກເໜືອ. ເຖິງວ່າເປັນອາຫານມີຢູ່ທົ່ວໄປກໍ່ຕາມ ແຕ່ມັນພັດແມ່ນເຍື່ອງອາຫານທີ່ນຳມາເຊິ່ງຄວາມຮູ້ສຶກດີ, ຫລຸດຜ່ອນການເບື່ອລົງ ໃຫ້ບັນດາເຍື່ອງອາຫານອື່ນໆຄື: ເຂົ້າຕົ້ມ, ໝູໜາວ, ຊີ້ນໄກ່…ວິທີເຮັດຫົວຜັກບົ່ວດອງບໍ່ຍາກ ແຕ່ເພື່ອໃຫ້ໄດ້ຫົວຜັກບົ່ວດອງທີ່ມີກິ່ນຫອມ, ກອບ, ບໍ່ຂິວ ກໍ່ຕ້ອງມີເຄັດລັບສະເພາະ.  ໃນລາຍການອາຫານ ຫວຽດນາມພາກນີ້ ພວກຂ້າພະເຈົ້າຂໍແນະນຳຕໍ່ທ່ານຜູ້ຟັງ ເຍື່ອງອາຫານທີ່ເປັນມູນເຊື້ອຂອງຊາວຫວຽດນາມ ນັ້ນແມ່ນ “ຫົວຜັກບົ່ວດອງ” ຜ່ານບົດຂຽນຂອງນັກຂ່າວ VOV ເຊີນທ່ານຕິດຕາມຮັບຟັງ.

ຫົວຜັກບົ່ວດອງ  - ảnh 1 ຫົວຜັກບົ່ວ (ພາບອິນເຕີແນັດ)

         ເວລາປະມານ 6 ໂມງເຊົ້າຂອງວັນໃກ້ຈະຮອດບຸນເຕັດ, ລຽບຕາມແຄມຝັ່ງແມ່ນ້ຳ ໂລ ພວກຂ້າພະເຈົ້າໄດ້ໄປເຖິງບ້ານ ຮ້າຢ໋າບ ຂຶ້ນກັບແຂວງ ຟູ໋ທໍ້, ຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ປະມານກ່ວາ 100 ກິໂລແມັດ. ນັບແຕ່ປາດທາງຮ່ອມ, ພວກຂ້າພະເຈົ້າໄດ້ຍິນສຽງຫົວ, ໂອ້ລົມກັນຢ່າງເນືອງນັນ ດັງອອກມາຈາກເຮືອນປ້າທວດ. ເມື່ອຕາມສຽງນັ້ນໄປ, ພວກຂ້າພະເຈົ້າຈຶ່ງເຫັນປ້າ ທວດ ພ້ອມກັບລູກໃພ້ພວມລົມກັນຢ່າງຄຶກຄື້ນຟົດຟື້ນຢູ່ຂ້າງນ້ຳສ້າງ ຕິດກັບເດີ່ນປູດິນຈີ່ ກວ້າງປະມານ 12 ຕາແມັດ, ທີ່ພວມລ້າງຫົວຜັກບົ່ວ ເພື່ອກະກຽມເອົາມາເຮັດຫົວຜັກບົ່ວດອງໃນຍາມບຸນເຕັດ.

        ປ້າ ທວດ ປີນີ້ມີອາຍຸ 70 ປີແລ້ວ ແຕ່ເບິ່ງຄືວ່າ ປ້າຍັງມີຄວາມຄ່ອງແຄ້ວວ່ອງໄວ ແລະ ສະຫຼາດຢູ່, ປ້າແມ່ນລູກໃພ້ກົກຂອງຄອບຄົວທີ່ມີມູນເຊື້ອເຮັດຫົວຜັກບົ່ວດອງໃນຍາມບຸນເຕັດ. ປະຈຸບັນໄດ້ຮອດຈຸດເວທີທີ່ປ້າຕ້ອງຖ່າຍທອດໃຫ້ລູກໃພ້ຂອງຕົນ ເພື່ອສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງຄອບຄົວນີ້ໄວ້. ປ້າທັງລ້າງຫົວຜັກບົ່ວທັງໃຫ້ຮູ້ວ່າ :

        “ ກ່ອນທີ່ຈະເຮັດຫົວຜັກບົ່ວດອງ, ພວກເຮົາຕ້ອງປຸງແຕ່ງຫົວຜັກບົ່ວໃນຂັ້ນຕົ້ນກ່ອນ. ທຳອິດຕ້ອງຕັດປາຍ, ຕັດທາງກົກ ແລະ ຕັດຮາກອອກໃຫ້ສັ້ນໆປະມານແຕ່ 3 - 4 ຊັນຕີແມັດ, ແລ້ວຈຶ່ງແກະເປືອກນອກອອກ, ພຽງແຕ່ຫົວສີຂາວຢູ່ທາງໃນ. ຈາກນັ້ນ ເອົາໄປແຊ່ໃສ່ນ້ຳເກືອຈາງ ປະໄວ້ 1 ວັນ. ເພື່ອໃຫ້ມີລົດຊາດທີ່ແຊບນົວ ແລະ ກອບ ຄວນນຳໃຊ້ຫົວຜັກບົ່ວສົດ ”.

ຫົວຜັກບົ່ວດອງ  - ảnh 2 ຫົວຜັກບົ່ວດອງ

         ເພື່ອໃຫ້ໄດ້ເຍື່ອງອາຫານຫົວຜັກບົ່ວດອງໄດ້ແຊບນົວ ແລະ ກອບນັ້ນ, ຂອດສຳຄັນກວ່າໝູ່ແມ່ນຂອດປຸງແຕ່ງນ້ຳດອງ, ປ້າ ທວດ ແບ່ງປັນວ່າ:

        “ວັດຖຸດິບຕົ້ນຕໍແມ່ນນ້ຳປາ, ນ້ຳຕານ ແລະ ນ້ຳສົ້ມ ເພື່ອເຮັດໃຫ້ຫົວຜັກບົ່ວສຸກ ແທນການໃຊ້ເກືອຄືວິທີພື້ນເມືອງ. ເລື່ອງຊ່ວຍຫົວຜັກບົ່ວດອງດ້ວຍນ້ຳປາ ຈະເຮັດໃຫ້ຫົວຜັກບົ່ວຂາວ, ກອບ ແລະ ໄວ້ໄດ້ດົນກ່ວາ. ນ້ຳດອງຫົວຜັກບົ່ວໄດ້ປຸງແຕ່ງຕາມສູດ: ນ້ຳປາ 100 ml , ນ້ຳຕານ 70 g, ນ້ຳສົ້ມ 100 ml, ນ້ຳຕົ້ນຟົດປະໄວ້ເຢັນ 150 ml ຄົນເຂົ້າກັນໃຫ້ສະໝ່ຳສະເໝີ, ຫລັງຈາກນັ້ນ ເອົາໄປຕົ້ມໃຫ້ຟົດ ດ້ວຍໄຟພໍດີ ແລ້ວປົງປະໄວ້ໃຫ້ເຢັນ 

        ໃນຂະນະທີ່ລໍຖ້າໃຫ້ນ້ຳດອງເຢັນນັ້ນ, ເອື້ອຍ ເຟືອງ ລູກໃພ້ຂອງປ້າ ທວດ ໄດ້ເຊັດ ໄຫໃຫ້ແຫ້ງ ເພື່ອບັນຈຸຫົວຜັກບົ່ວດອງ, ເອື້ອຍທັງເຊັດທັງແບ່ງປັນວ່າ:

        “ໄຫບັນຈຸຫົວຜັກບົ່ວດອງດີທີ່ສຸດແມ່ນເຮັດດ້ວຍດິນເຜົາ, ຖ້າຫາກບໍ່ມີ ກໍ່ສາມາດນຳໃຊ້ກວດແກ້ວກໍ່ໄດ້. ກ່ອນທີ່ຈະໃສ່ຫົວຜັກບົ່ວດອງ ໄຫຕ້ອງລ້າງໃຫ້ສະອາດ, ເຊັດໃຫ້ແຫ້ງ. ບໍ່ປະໃຫ້ໄຫມີນ້ຳ ຍ້ອນມັນຈະເຮັດໃຫ້ຫົວຜັກບົ່ວບໍ່ແຊບ ”.

        ເມື່ອນ້ຳດອງເຢັນແລ້ວ, ເອື້ອຍ ເຟືອງ ເອົາຫົວຜັກບົ່ວໃສ່ໄຫ, ເອົາໝາກເຜັດຊອຍບາງໃສ່ຕື່ມອີກ ແລ້ວຈິ່ງຖອກນ້ຳດອງໃສ່ໃຫ້ຖ້ວມຫົວຜັກບົ່ວ. ຫລັງຈາກນັ້ນ ເອື້ອຍເອົາແຕະໄມ້ໄຜ່ວາງໃສ່ເທິງ, ແລ້ວເອົາກ້ອນຫີນໃຫຍ່ຊ່ຳຝາມືເຕັງໄວ້ ເພື່ອໃຫ້ຫົວຜັກບົ່ວຈົມໃນນ້ຳດອງສະໝ່ຳສະເໝີ. ອັດຝາໄວ້ໃຫ້ແຈບ ແລະ ປະຢູ່ບ່ອນບໍ່ປຽກຊຸມ, ເຢັນສະບາຍ.

        “ວິທີເຮັດຫົວຜັກບົ່ວດອງບໍ່ຍາກ ແຕ່ຢາກກິນໃຫ້ຖືກກັບໂອກາດ ມັນພັດບໍ່ແມ່ນເລື່ອງງ່າຍດາຍ ຕົວຢາງຄື: ຖ້າຫາກຢາກກິນໃນຍາມບຸນເຕັດ ກໍ່ຕ້ອງດອງກ່ອນນັ້ນປະມານ 1 ອາທິດແມ່ນກິນແຊບທີ່ສຸດ. ນ້ຳດອງຕ້ອງຖ້ວມຫົວຜັກບົ່ວ ຖ້າບໍ່ຄືດັ່ງນັ້ນ ຫົວຜັກບົ່ວທີ່ຢູ່ເທິງ ຈະເນົ່າ, ເຫລືອງໄວ”.

ຫົວຜັກບົ່ວດອງ  - ảnh 3

             ທ່ານຜູ້ຟັງທີ່ເຄົາລົບ! ຖ້າຫາກພວກເພື່ອນຢາກເຮັດຫົວຜັກບົ່ວດອງ ກໍ່ສາມາດປະຕິບັດຕາມສູດດັ່ງລຸ່ມນີ້:

1.    ກະກຽມວັດຖຸດິບ

-      ຫົວຜັກບົ່ວ: 1 kg

-      ນ້ຳປາ: 100 ml

-      ນ້ຳສົ້ມ : 100 ml

-      ນ້ຳຕົ້ມຟົດປະໄວ້ໃຫ້ເຢັນ 150 ml

-      ນ້ຳຕານ: 70 g

-      ໝາດເຜັດຊອຍບາງ

-      ກວດແກ້ວ

2.    ຂັ້ນຕອນໃນການເຮັດ:

-    ຂັ້ນຕອນທີ 1 : ຫົວຜັກບົ່ວລ້າງໃຫ້ສະອາດ, ຕັດຮາກທາງປາຍອອກ, ແກະເປືອກນອກອອກ ເອົາແຕ່ຫົວສີຂາວທາງໃນ ຈາກນັ້ນເອົາໄປແຊ່ໃສ່ນ້ຳເກືອຈາງ ປະໄວ້ 1 ວັນ.

-    ຂັ້ນຕອນທີ 2 : ປຸງແຕ່ງນ້ຳດອງຕາມສູດດັ່ງລຸ່ມນີ້: ເອົານ້ຳປາ 100 ml, ນ້ຳຕານ 70 g, ນ້ຳສົ້ມ 100 ml, ນ້ຳຕົ້ມຟົດປະໄວ້ໃຫ້ເຢັນ 150 ml ຄົນເຂົ້າກັນໃຫ້ສະໝ່ຳສະເໝີ, ແລ້ວເອົາໄປຕົ້ມໃຫ້ຟົດ ໄຟພໍດີ ແລ້ວປົງປະໄວ້ໃຫ້ເຢັນ

-     ຂັ້ນຕອນທີ 3 : ເອົາຫົວຜັກບົ່ວໃສ່ກວດແກ້ວ  ເອົາໝາກເຜັດຊອຍບາງໃສ່ຕື່ມອີກ ແລ້ວຈິ່ງຖອກນ້ຳດອງໃສ່ໃຫ້ຖ້ວມຫົວຜັກບົ່ວ ອັດຝາແກ້ວໄວ້ໃຫ້ແຈບ ແລະ ປະຢູ່ບ່ອນບໍ່ຊຸມປຽກ, ເຢັນສະບາຍ.

-    ຂັ້ນຕອນທີ 4 : ພາຍຫລັງດອງປະໄວ້ປະມານ 1 ອາທິດ ເພື່ອນກໍ່ສາມາດເອົາອອກມາກິນໄດ້.

ຫວັງວ່າ ພວກເພື່ອນຈະເຮັດກິນແຊບ

ຕອບກັບ

ຂ່າວ/ບົດ​ອື່ນ