ເຂົ້າໜົມສາຫຼ່າຍຍາມບຸນໄຫວ້ພະຈັນ

ແຕ່​ລະ​ປີ ຮອດ​ຍາມ​ບຸນ​ໄຫວ້​ພະ​ຈັນ ໃນ​ວັນ​ເພັງ​ເດືອນ 8 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ຢູ່​​ຖະ​ໜົນ​ບາງ​ສາຍ​ໃນ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ໄດ້ປະ​ກົດ​ມີ​ຮ້ານຂາຍ​ເຂົ້າ​ໜົມ​ບຸນ​ໄຫວ້​ພະ​ຈັນ, ແຕ່​ສ່ວນຫຼາຍ​ຍັງ​ຄົງ​ແມ່ນ​ເຂົ້າ​ໜົມເຮັດ​ຕາມ​ແບບ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ​ດ້ວຍ​ວັດ​ຖຸ​ດິບ​ຕ່າງໆ​ເຊັ່ນ: ແປ້ງ, ຊີ້ນ, ໄຂ່…ແຕ່​ໃນ 2-3 ປີມໍ່ໆ​ມານີ້, ມີ​ເຂົ້າ​ໜົມ​ສາຫຼ່າຍໄດ້​ຖືກວາງ​ຂາຍ​ຍາມ​ບຸນ​ໄຫວ້​ພະ​ຈັນ ດ້ວຍ​ລົດ​ຊາດ​ພິ​ເສດ ແລະ ມີ​ຮູບ​ຮ່າງຫຼາຍ​ແບບ​ໄດ້​ດຶງ​ດູດ​ລູກ​ຄ້າ​ມາ​ຊື້​ ແລະ ເຮັດ​ເອງຢ່າງຫຼວງຫຼາຍ.

 ເຂົ້າໜົມສາຫຼ່າຍຍາມບຸນໄຫວ້ພະຈັນ - ảnh 1
ເຂົ້າໜົມສາຫຼ່າຍຍາມບຸນໄຫວ້ພະຈັນ

       ໂດຍຢູ່​ຫ້ອງ​ໜຶ່ງຂອງ​ຊັ້ນ 5 ເຂດ​ເຮືອນ​ລວມ​ແຫ່ງ​ໜຶ່ງ​ຢູ່​ຮ່າ​ໂນ້ຍ, ​ໃນ​ເວ​ລາ 5 ໂມງ​ເຊົ້າແຕ່​ລະ​ມື້, ນາງ ເຈີນ​ທູ​ແຄງ, ບ້ານ​ເກີດ​ຢູ່​ນະ​ຄອນ​ເກີນ​ເທີ ກໍ​ຕື່ນນອນ​ເພື່ອ​ເຮັດເຂົ້າ​ໜົມ​ສາຫຼ່າຍຍາມ​ບຸນ​ໄຫວ້​ພະ​ຈັນ. ​ໃນເຮືອນ​ຄົວຂອງນ​າງ​ມີ​ເຄື່ອງ​ໃຊ້​ໃນ​ເຮືອນ​ຄົວ​ພຽງບາງ​ຢ່າງ​ຄື : ຖ້ວຍ​ນ້ອຍ 5-6 ອ​ັນ, ໝໍ້ 2 ໜ່ວຍ ພ້ອມ​ກັບ​ເບົ້າ​ຢາງ​ບາງ​ອັນ. ນາງ ເຈີນ​ທູ​ແຄງ ໃຫ້​ຮູ້​ວ່າ : 

    “ ໃນ​ເບື້ອງ​ຕົ້ນ, ເຮົາ​ກໍ​ຢາກ​ເຮັດເຂົ້າ​ໜົມ​ສາຫຼ່າຍ​ໃຫ້​ລູກ​ເຕົ້າ ແລະ ພວກ​ນ້ອງ​ໃນ​ຄອບ​ຄົວ​ກິນ​ເທົ່າ​ນັ້ນ. ຍ້ອນ​ເຮ​ັດ​ເອງ, ດັ່ງ​ນັ້ນ​ກໍ​ຮູ້​ສຶກວ່າ ແຊບ ແລະ ຮັບ​ປະ​ກັນຫຼັກ​ອະ​ນາ​ໄມ, ໄລ​ຍະ​ຕໍ່​ມາ, ເຮ​ົາ​ໄດ້​ແນະ​ນຳ​ທາງ​ເຄືອ​ຂ່າຍ​ອິ​ເຕີ​ເນັດ. ມີຫຼາຍ​ຄົນ​ຢາກ​ເຮົາ​ເຮັດ​ໃຫ້​ເຂົາ​ເຈົ້າ, ສ່ວນຫຼາຍ​ເຂົາ​ເຈົ້າ​ມັກ​ທີ່​ສຸດ. ສຳລັບເຂົ້າ​ໜົມ​ຊະ​ນິດນີ້, ຈາກ​ຜູ້​ໃຫຍ່​ຕະຫຼອດ​ຮອດ​ເດັກ​ນ້ອຍ​ຕ່າງ​ກໍ​ມັກ​ກິນ  ”

    ເຂົ້າ​ໜົມ​ສາຫຼ່າຍຖືກ​ເຮັດ​ດ້ວຍ​ຫຼາຍ​ຮູບ​ທີ່​ແຕກ​ຕ່າງ​ກັນ​ເຊັ່ນ: ຮູບດອກ​ໄມ້, ຮູບ​ສັດ ຖືກ​ສ້າງ​ຂຶ້ນ​ດ້ວຍສີໃສຫຼາຍ​ຊັ້ນ. ຕາມ​ນາງ​ແຄງ​ແລ້ວ, ເພື່ອ​ເຮັດ ເຂົ້າ​ໜົມ​ສາຫຼ່າຍ​ທີ່​ທີ​ຮູບ​ຮ່າງ​ງາມ​ເຊັ່ນ​ນັ້ນ ແມ່ນບໍ່​ຍາກ, ວັດ​ຖຸ​ດິບ​ກໍ​ອາດ​ຈະ​ຊື້​ຢູ່​ຕະຫຼາດ​ໄດ້. ນາງ ເຈີນ​ທູ​ແຄງ ເປີດ​ເຜີຍ​ວ່າ : 

    “ ທຳ​ອິດ​ພວກ​ເຮົາ​ຄວນ​ຊື້​ສາຫຼ່າຍ​ຫໍ່​ໜຶ່ງ​ປະ​ມານ 250 ກ​ຣາມ, ຫຼັງ​ຈາກນັ້ນ, ປົນ​ກັບ​ນ້ຳ​ບໍ​ລິ​ສຸດ 1 ລິດ​ເຄິ່ງ ພ້ອ​ມ​ກັບ​ນ້ຳ​ຕານ 300 ກ​ຣາມ ແລ້ວ​ກໍ​ນຳ​ໄປ​ຕົ້ມ, ເວ​ລາ​ໃດເຫັນສາຫຼ່າຍໃສ ຈຶ່ງ​ປັບ​ໄຟ​ຄ່ອຍໆ ເພື່ອບໍ່​ໃຫ້​ກາຍ​ເປັນນ້ຳກ້າມ. ບັນ​ດາ​ວັດ​ຖຸ​ດິບ​ຕົ້ນ​ຕໍ​ເພື່ອ​ເຮັດເຂົ້າ​ໜົມ​ສາຫຼ່າຍລວມ​ມີ ໝາກ​ພ້າວ, ນ້ຳ​ນົມ, ມັນ, ໄຂ່ ພ້ອມ​ກັບ​ສີ​ຕ່າງໆ​ທີ່​ເຮັດ​ມາ​ຈາກ ກາ​ເຟ, ໃບ​ໝາກ​ໜັດ, ໝາກ​ໝັງ​ກອນ… ”

       ເພື່ອ​ເຮັດເຂົ້າ​ໜົມ​ສາຫຼ່າຍທີ່​ມີ​ຮູບດອກ​ເບັນ​ຈະ​ມາດ​ເຫຼືອງ, ນາງແຄງ ເປີດ​ເຜີຍ​ວ່າ : 

          “ ຖ້າ​ຢາກ​ເຮັດເຂົ້າ​ໜົມ​ສາຫຼ່າຍທີ່​ມີ​ຮູບດອກ​ເບັນ​ຈະ​ມາດ, ທຳ​ອິດ,ກໍ​ຕັກສາຫຼ່າຍໃສ່​ຖ້ວຍ, ໃຊ້​ສີ​ທີ່​ເຮັດ​ຈາກ​ໃບ​ໝາກ​ໜັດ​ຂຽວ ປົນ​ນຳ​ກັນ, ແລ້ວ​ກໍ​ຖອກ​ໃສ່​ເບົ້າ​ເພື່ອ​ເຮັດ​ເກ​ສອນ, ຕໍ່​ຈາກນັ້ນ, ນຳ​ເອົາສາຫຼ່າຍ​ປະ​ສົມ​ກັບ​ໄຂ່​ແດງ​ເພື່ອ​ແຕ່ງ​ສີ​ໃຫ້​ດອກ​ເ​ບັນ​ຈະ​ມາດ ”

    ນາງ ເຈີນ​ທູ​ແຄງ ໃຫ້​ຮູ້​ຕໍ່​ໄປ​ວ່າ : 

    “ ​ຂັ້ນ​ຕອນ​ຕໍ່​ໄປ ແມ່ນ​ເອົາ​ໄສ້​ໃສ່​ເບົ້າ​ເຂົ້າ​ໜົມ ທາງ​ເທິ່ງ​ຊັ້ນ​ວຸ້ນສາຫຼ່າຍ​ທີ່​ໄດ້​ເຢັນ​ໄປແລ້ວ, ຄວນ​ປັບ​ແນວ​ໃດ​ໃຫ້​ໄສ້​ຖືກວາງ​ຢູ່​ເຄິ່ງ​ກາງ​ເບົ້າເຂົ້າ​ໜົມ. ເອົາ​ນ້ຳສາຫຼ່າຍ​ປົນ​ກັບ​ກາ​ເຟ​ນົມ​ໜ້ອຍ​ໜຶ່ງ​ພ້ອມ​ກັບ​ນ້ຳ​ນົມ​ສົດ, ນ້ຳ​ກະ​ທິ​ໝາກ​ພ້າວ ແລ້ວ​ກໍ​ຖອກ​ໃສ່​ເບົ້າ​ເຂົ້າ​ໜົມ. ຕ້ອງ​ຖ​້າ​ໃຫ້​ມັນເຢັນ, ຈຶ່ງ​ເອົາ​ເບົ້າ​ເຂົ້າ​ໜົມ​ປີ້ນ​ໃສ່​ຈານ ເພື່ອ​ໃຫ້​ເຂົ້າ​ໜົມ​ແຍກ​ອອກ​ຈາກ​ເບົ້າ ແມ່ນ​ພວກ​ເຮົາ​ໄດ້​ເຮັດ​ສຳ​ເລັດ ”

                                                              _________________________

 

   ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ!

    ຖ້າ​ຫາກ​ພວກເພື່ອນຢາກເຮັດເຂົ້າ​ໜົມ​ສາຫຼ່າຍ​ໃນຍາມ​ບຸນ​ໄຫວ້​ພະ​ຈັນ,​ ພວກ​ເພື່ອນ​ຕ້ອງ​ກະ​ກຽມ​ວັດ​ຖຸ​ດິບດັ່ງ​ນີ້ :

    +ສຳ​ລັບ​ວັດ​ຖຸ​ດິບ​ເພື່ອ​ເຮັດ​ຊັ້ນ​​ສີ​ເຫຼືອງ ລວມ​ມີ:

-       ​ນ້ຳ​ຕານ 40 ກະ​ຣາ​ມ

-       ນ້ຳ​ກະ​ທິ​ໝາກ​ພ້າວ: 100 ມີ​ລີ​ລິດ

-       ນ້ຳ​ບໍ​ລິ​ສຸດ: 250 ມີ​ລີ​ລິດ

-       ໄຂ່​ແດງ​ໄກ່: ໜ່ວຍ​ໜຶ່ງ

+ສຳ​ລັບ​ວັດ​ຖຸ​ດິບ​ເພື່ອ​ເຮັດ​ໄສ້​ເຂົ້າ​ໜົມ​ສີ​ຂຽວ ລວມ​ມີ:

-        ນ້ຳ​ຕານ 50 ກະ​ຣາ​ມ

-       ແປ້ງ​ສາຫຼ່າຍ : 8 ກະ​ຣາ​ມ ພ້ອມ​ກັບ​ເກືອ​ເລກ​​ຫນ້ອຍ

-       ນ້ຳ​ກະ​ທິ​ໝາກ​ພ້າວ: 100 ມີ​ລີ​ລິດ

-       ນ້ຳ​ບໍ​ລິ​ສຸດ: 200 ມີ​ລີ​ລິດ ແລະ ໃບ​ໝາກ​ໜັດ 2-3 ໃບ

ກ່ຽວ​ກັບວິ​ທີ​ປຸງ​ແຕ່ງ:

-       ໃຫ້​ນ້ຳ​ຕານ, ເກືອ​ປະ​ສົມ​ກັບ​ນ້ຳ​ໝາກ​ກາ​ຣົດ​ພ້ອມ​ກັບ ນ້ຳ​ກະ​ທິ​ໝາກ​ພ້າວ ແລ້ວ​ຕົ້ມ​ໃຫ້​ຟົດ, ປະ​ໃຫ້​ເຢັນ ຈຶ່ງ​ເອົາແປ້ງ​ສາຫຼ່າຍ 5 ກະ​ຣາ​ມໃສ່.

-        ເອົາ​ໃບ​ໝາກ​ໜັດ​ໃສ່​ນ້ຳ 200 ມີ​ລີ​ລິດ, ແລະ ຕົ້ມ​ໃຫ້​ຟົດ ເມື່ອ​ຟົດ​ແລ້ວ ກໍ​ເກັບ​ເອົາໃບ​ໝາກ​ໜັດ​ປະ​ຖິ້ມ, ແລ້ວ​ເອົາ​ນ້ຳ​ຕານ 50 ກະ​ຣາ​ມ, ເກືອເລກ​ນ້ອຍ ແລະ ນ້ຳ​ກະ​ທິ​ໝາກ​ພ້າວ, ແລ້ວ​ກໍ​ຖ້າ​ນ້ຳ​ຟົດ​ຈຶ່ງມອດ​ເຕົາ​ໄຟ, ປະ​ໃຫ້​ເຢັນ ຈຶ່ງ​ເອົາແປ້ງ​ສາຫຼ່າຍ 8 ກະ​ຣາ​ມໃສ່. ແລ້ວ​ກໍ​ຖອກ​ໃສ່ ¼ ຂອງ​ເບົ້າເຂົ້​າ​ໜົມ

-       ຖາກ​ຫາກ​ຢາກ​​ເຮັດ​ລວດ​ລາຍ​ເຂ​ົ້າ​ໜົມ​ມີ 2 ສີ, ພວກ​ເພື່ອນ​ກໍ​ປົນ​ສີ​ກັບ​ແປ້ງ​ສາຫຼ່າຍ ແລ້ວ​ກໍ​ຖອກ​ໃສ່ສ່ວນ​ໜຶ່ງ​ໃນ​ເບົ້າ, ສ່ວນ​ທີ່​ຍັງ​ເຫຼືອ​ໃນ​ເບົ້າ, ພວກ​ເພື່ອນ​ລໍ່​ຖ້ານ້ຳ​ແປ້ງ​ສາຫຼ່າຍ​ເກືອບ​ເປັນ​ກ້າມ ຈຶ່ງ​ຈະ​ຖອກ​ແປ້ງ​ສາຫຼ່າຍ​ປົນ​ກັບ​ສີ​ເຫຼືອງ​ໃສ່​ຕື່ມ

 ສຸດ​ທ້າຍ​ກໍ​ຖອກແປ້ງ​ສາຫຼ່າຍທີ່​ໄດ້​ປະ​ສົມ​ໃຫ້​ເຕັມ​ເບົ້າ, ແມ່ນ​ສຳ​ເລັດ, ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດກິນ​ແຊບ .

ຕອບກັບ

ຂ່າວ/ບົດ​ອື່ນ