ເຍື່ອງອາຫານບັນດຸກຮ້ອນ

​ບັນ​ດຸກ​ແມ່ນ​ອາ​ຫານ​ເຍ​ື່ອງ​ໜຶ່ງ​ທີ່​ໄດ້​ປຸງ​ແຕ່ງ​ຈາກ​ເຂົ້າ​ສານ. ເມື່ອ​ກ່ອນນີ້, ຊາວ​ຫວຽດ​ນາມ​ເຄີຍ​ເຮັດ​ບັນ​ດຸກກັບ​ຖົ່ວ​ດິນ​ເປັນ​ກ້ອນ​ໃຫຍ່ ໂດຍ​ປະ​ໃຫ້​ເຢັນ, ເມື່ອ​ກິນຈຶ່ງ​ຕັດ​ເປັນ​ຕ່ອນ​ນ້ອຍໆ ແລະ ຈ້ຳ​ກັບ​ນ້ຳແຈວ​ໝາກ​ຖົ່ວ​ເຫຼືອງ. ມາ​ຮອດ​ປະ​ຈຸ​ບັນ​, ເຂ​ົ​າເຈົ້າຍັງ​ຄົງ​ເຮັດ​ບັນ​ດຸກດ້ວຍ​ການ​ປຸງ​ແຕ່ງ​ຄື​ເກົ່າ ແຕ່​ກິນ​ເວ​ລາ​ມັນ​ຮ້ອນ, ອັນ​ໄດ້​ເຮັດ​ໃຫ້​ບັນ​ດຸກ​ມີ​ລົດ​ຊາດ​ພິ​ເສດ ແລະ ແຊບກວ່າ.

   

 ເຍື່ອງອາຫານບັນດຸກຮ້ອນ  - ảnh 1
ເຍື່ອງອາຫານບັນດຸກຮ້ອນ

     ຮ້ານ​ຂາຍ​ບັນ​ດຸກ​ຂອງນາງ​ຮ​ວາ ແມ່ນ​ຕັ້ງ​ຢູ່ມໍ່​ກັບ​ປະ​ຕູ​ໂຂງ​ສະ​ຖາ​ບັນ​ກະ​ສີກຳຫວຽດ​ນາມ​ທີ່​ເມືອງ​ຢາ​ເລີມ, ຮ່າ​ໂນ້ຍ ຫ່າງ​ຈາກ​ໃຈ​ກາງ​ນະ​ຄອນຫຼວ​ງ​ຮ່າ​ໂນ້ຍ​ປະ​ມານ 15 ກິ​ໂລ​ແມັດ. ຮ້ານ​ຂອງ​ນາງ​ມີ​ເນື້ອ​ທີ່​ປະ​ມານ 60 ຕາ​ແມັດ, ມີ​ໂຕະ​ຕັ່ງ​ປະ​ມານ 5 ຊຸດ. ຮ້ານ​ຂອງ​ນາງ​ຮ​ວາ ຫາ​ກໍ​ເປີດ​ໄດ້ 5 ປີ​ແລ້ວ, ນັບ​ຕັ້ງ​ແຕ່​ນາງ​ອອກ​ພັກ​ກິນ​ເບ້ຍ​ບຳ​ນານ. ກ່ອນນີ້, ນາງ​ຮ​ວາ​ກໍ​ເປັນ​ພະ​ນັກ​ງານ​ເຮັດ​ວຽກ​ໃນ​ ສະ​ຖາ​ບັນ​ກະ​ສີກຳຫວຽດ​ນາມ​. ນາງ​ຮ​ວາ​ເປີດ​ເຜີຍ​ວ່າ:(ເທບ)

     “ ຮ້ານ​ຂ້າ​ພະ​ເຈົ້າ​ເປີດ​ປະ​ຕູ​ນັບ​ແຕ່ 16 ໂມງ​ຫາ 19 ໂມງ, ແຕ່​ຮອດ​ເວ​ລາ 18 ໂມງ​ແຕ່​ລະ​ມື້, ກໍ​ຂາຍ​ໝົດ​ແລ້ວ. ຍາມ​ລະ​ດູ​ຮ້ອນ, ຂ້າ​ພະ​ເຈົ້າ​ຂາຍ​ນ້ຳ​ຫວານ. ຮອດ​ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນ ແລະ ລະ​ດູ​ໜາວ, ຂ້າ​ພະ​ເຈົ້າ​ຈຶ່ງ​ຫັນ​ມາ​ຂາຍ ​ບັນ​ດຸກ​ຮ້ອນ. ຢູ່​ແຖວນີ້, ຮ້ານຂາຍ​ບັນ​ດຸກ ແມ່ນ​ມີ​ພຽງ​ຮ້ານ​ຂອງ​ຂ້າ​ພະ​ເຈົ້າ​ເທົ່າ​ນັ້ນ, ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຂາຍ​ດີ້ ຂ​າຍ​ດີ ”

                                                                  (ເທບ​ບັນ​ທຶກ​ສຽງ)

   ເມື່ອ​ມີ​ແຂກ​ມາ​ສັ່ງ​ກິນ, ນາງ​ຮ​ວາ​ໄດ້​ຂ້ຽວ​ຕັກ​ເອົາບັນ​ດຸກບ່ວງ​ໃຫຍ​່ບ່ວງໜຶ່ງໃສ່​ຖ້ວຍ ແລະ ກໍ​ໃສ່​ຕື່ມ​ນ້ຳ​ປາ. ​ບັນ​ດຸກຂຸ້ນໜຽວ, ຂາວ ແລະ ຮ້ອນ, ​ມີລົດ​ຫອມ​ຂອງ​ເຂົ້າ​ສານປະ​ສົມ​ກັບ​ຊີ້ນ​ໝູ​ຟັກ​ຂົ້ວພ້ອມ​ກັບເຫັດ​ຫອມ, ເຫັດ​ຊະ​ນຸ່ນ, ຫົວ​ຜັກ​ຫອມ​ບົວແຫ້ງ ແລະ ໃສ່​ຕື່ມ​ຜັກ​ຫອມ​ປ້ອມ​ໜ້ອຍ​ໜຶ່ງ ກໍ​ເປັນ​ການ​ດຶງ​ດູດ​ໃຈ​ຜູ້​ບໍ​ລິ​ໂພກ​ທີ່​ສຸດ. ຕາມ​ນາງ​ຮ​ວາແລ້ວ, ການ​ປຸງ​ແຕ່ງ​ບັນ​ດຸກ ແມ່ນບໍ່ຍາກແຕ່​ຕ້ອງ​ການ​ເຮັດ​ລະ​ອຽດ. ນາງ​ຮ​ວາ ເວົ້າ​ວ່າ : 

     “  ສິ່ງ​ທີ່​ຈຳ​ເປັນ ແລະ ເປັນ​ການ​ຕັດ​ສິນ​ເມື​່ອປຸງ​ແຕ່ງ​ເຍື່ອງ​ອາ​ຫານນີ້ ແມ່ນ​ຕ້ອງ​ປຸງ​ແຕ່ງ​ບັນ​ດຸກ​ແນວ​ໃດໃຫ້​ພໍ​ດີ, ບໍ່​ຂຸ້​ນໜຽວ ແລະ ອ່ອນ​ເກີນ​ໄປ. ຕ້ອງ​ໝ່າ​ເຂົ້າໃຫ້​ໄນ ແລະ ກໍ​ບົດ​ເຂົ້າ​ກັບ​ນ້ຳ​ປູນໃສ ແລ້ວ​ກໍ​ນຳ​ໄປ​ຕົ້ມ​ດ້ວຍ​ໄຟ​ປັບ​ຄ່ອຍໆ ຈົນ​ກວ່າ​ແປ້ງ​ເຂົ້າ​ສຸກ​ຈົນ​ຂຸ້ນ​ໜຽວ ແມ່ນ​ສຳ​ເລັດ”

    ເມື່ອ​ຟັງ​ແຕ່​ຄຳ​ແນະ​ນຳ​ຂອງ​ນາງ​ຮ​ວາ, ເບິ່ງ​ຄື​ວ່າ​ຈະ​ເຮັດ​ບັນ​ດຸກ​ໄດ້​ຢ່າງ​ງ່າຍ​ດາຍ, ແຕ່​ເມື່ອ​ເບິ່ງ​ນາງ​ຮ​ວາ​ໃຊ້​ໄມ້ຖູ່ຄົນ​ແປ້ງ​ເຮັດ​ບັນ​ດຸກ​ໃນຕົວ​ຈິງ ຈຶ່ງ​ເຫັນ​ວ່າມັນບໍ່​ງ່າຍ​ດາຍ​ແຕ່​ຢ່າງ​ໃດ. ນາງ​ຮ​ວາ​ຕ້ອງ​ຄົນ​ແປ້ງ​ຢ່າງ​ຕໍ່​ເນື່ອງ ແລະ ຕ້ອງ​ຄົນ​ຄ່ອຍໆ. ນາງ​ຮ​ວາ​ເວົ້າ​ວ​່າ : 

    “ ສຳ​ລັບການ​ປຸງ​ແຕ່ງບັນ​ດຸກຮ້ອນນີ້, ພຽງແຕ່​ຕ້ອງ​ຄົນ​ແປ້ງ​ໃຫ້​ສຸກ, ແລ້ວ​ໃສ່​ເກືອ​ຕື່ມ​ເລກ​ໜ້ອຍ. ຫຼັງ​ຈາກນັ້ນ ກໍ​ຕັກ​ໃສ່​ຖ້ວຍ, ໃສ່​ນ້ຳ​ປາໂດຍ​ປະ​ສົມ​ກັບ​ນ້ຳ​ບໍ​ລິ​ສຸດ, ນ້ຳ​ສົ້ມ, ນ້ຳ​ຕານ,  ແລ້ວ​ກໍ​ໃສ່ຊີ້ນ​ໝູ​ຟັກ​ຂົ້ວພ້ອມ​ກັບເຫັດ​ຫອມ, ເຫັດ​ຊະ​ນຸ່ນ, ຫົວ​ຜັກ​ຫອມ​ບົວແຫ້ງ, ໝາກ​ເຜັດ​ໂດຍຕາມ​ໃຈ. ວັດ​ຖຸ​ດິບ​ເພື່ອ​ປຸງ​ແຕ່ງບັນ​ດຸກ ກໍ​ລ້ວນ​ແຕ່​​ໂດຍແມ່ນ​ນາງ​ຮ​ວາ​ເຮ​ັດ​ເອງ, ນັບ​ທັງ​ຂົ້ວຫົວ​ຜັກ​ຫອມ​ບົວແຫ້ງ, ນາງ​ກໍ​ເຮັດ​ເອງ​ໃຫ້​ຫອມ ”

    ແຕ່​ລະ​ມື້, ນາງ​ຮ​ວາ​ສາ​ມາດຂາຍບັນ​ດຸກໄດ້ແຕ່ 120 ຫາ 150 ຖ້ວຍ, ດ້ວຍ​ລາ​ຄາ 10.000 ດົງ ເທົ່າ​ກັບ 4000 ກີບ​ຕໍ່​ຖ້ວຍ. ນາງ​ອານ ນັກ​ສຶກ​ສາ​ປີ​ທີ 2 ສັງ​ກັດພະ​ແນກ​ສັດ​ຕະ​ວະ​ແພດ, ສະ​ຖາ​ບັນ​ກະ​ສີກຳຫວຽດ​ນາມ​ ເຄີຍ​ມາ​ກິນບັນ​ດຸກ​ຢູ່​ຮ້ານ​ນາງ​ຮ​ວາ​ໃຫ້​ຮູ້​ວ່າ : 

    “ ນ້ອງ​ກິນ 2 ຖ້ວຍ​ກໍ​ອີ່ມ​ແລ້ວ. ອາ​ທິດ​ໜຶ່ງ​ນ້ອງ​ມາ​ກິນ 3 ເທື່ອ, ນ້ອງ​ແມ່ນ​ລູກ​ຄ້າ​ມາ​ກິນ​ປະ​ຈຳ​ຢູ່ ຮ້ານ​ນາງ​ຮ​ວາ. ບັນ​ດຸກຂອງຮ້ານ​ນາງ​ຮ​ວາແມ່ນ​ແຊບຫຼາຍ, ລາ​ຄາ​ກໍ​ເໝາະ​ສົມ. ນ້ອງ​ຮູ້​ສຶກ​ສາ​ກິນ​ບັນ​ດຸກ​ຮ້ອນ ກໍ​ຄ້າຍ​ຄື​ກັບ​ບັນ​ກວນ, ແຕ່​ມີ​ລົດ​ຊາດ​ພິ​ເສດກວ່າ ”

                                                          _________________________

 

   ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ!

    ຖ້າ​ຫາກ​ພວກເພື່ອນຢາກເຮັດບັນ​ດຸກ​ຮ້ອນຄື​ຮ້ານ​ຂອງ​ນາງ​ຮ​ວາ,​ ພວກ​ເພື່ອນ​ຕ້ອງ​ກະ​ກຽມ​ວັດ​ຖຸ​ດິບດັ່ງ​ນີ້ :

    -  ແປ້ງ​ເຂົ້າ​ສານ: 200 ກະ​ຣາ​ມ

-       ຊີ້​ນ​ໝູບົດ: 200 ກະ​ຣາ​ມ

-       ປູນ​ຂາວ : 50 ກະ​ຣາ​ມ

-       ເຫັດ​ຫອມ: 20 ກະ​ຣາ​ມ

-       ນ້ຳ​ບໍ​ລິ​ສຸດ: 1,2 ​ລິດ

-       ນ້ຳ​ຕານ 60 ກະ​ຣາ​ມ ພ້ອມ​ກັບ​ຫົວ​ຜັກ​ທຽມ​, ຫົວຜັກ​ຫອມ​ບົວ, ນ້ຳ​ສົ້ມ ແລະ ນ້ຳ​ມັນ​ພືດ.

   ໃຫ້​ປູນ​ປະ​ສົມ​ກັບ​ນ້ຳ​ບໍ​ລິ​ສຸດ 500 ມີ​ລີ​ລິດ, ແລ້ວ​ຄົນ​ສະ​ໝ່ຳສະ​ເໝີ. ຫຼັງ​ຈາກນັ້ນ​ປະ​ໄວ້​ປະ​ມານ 30 ນາ​ທີ ເພື່ອ​ຕັກ​ເອົ​າ​ນ້ຳ​ປູນ​ໃສ​ຢູ່​ເທິ່ງ. ຕ້ອງ​ໝ່າ​ເຫັດ​ຫອມ​ໃຫ້​ອ່ອນ, ແລ້ວ​ກໍ​ຕັດ​ໃຫ້​ມຸ່ນ. ນຳເອົາຊີ້ນ​ໝູ​ບົດ​ຄັ້ນ​ກັບ​ເກືອ​ປະ​ມານ 3 ກະ​ຣາ​ມ, ນ້ຳ​ຕານ 10 ກະ​ຣາ​ມ, ແປ້ງ​ນົວ​ເລກ​​ໜ້ອຍ ພ້ອມ​ກັບ​ເຫັດ​ຫອມ, ຫົວ​ຜັກ​ທຽມ, ຫົວ​ຜັກ​ຫອມ​ບົວ, ແລ້ວ​ປະ​ໄວ້​ປະ​ມານ 30 ນາ​ທີ. ຫຼັງ​ຈາກນັ້ນ ​ນຳ​ໄປ​ຂົ້ວ​ຈົນ​ສຸກ. ນຳເອົາ​ແປ້ງ​ເຂົ້າ​ສານ 200 ກະ​ຣາ​ມ, ນ້ຳ​ບໍ​ລິ​ສຸດ 500 ມີ​ລີ​ລິດ, ນ້ຳ​ປູນ​ໃສ 100 ມີ​ລີ​ລິດ ແລະ ເກືອ 3 ກະ​ຣາ​ມ​ເຂົ້າ​ໃສ່​ໝໍ້, ແລ້ວ​ຄົນ​​ລະ​ລາຍເຂົ້າ​ກັນ. ຫຼັງ​ຈາກນັ້ນ ເອົ​າ​ໄປ​ຂ້ຽວ ແລະ ເຮັດ​ໄຟ​ຄ່ອຍໆ. ຕ້ອງ​ຄົນໃຫ້​ສະ​ໝ່ຳສະ​ເໝີ ຈົນ​ກວ່າ​ແປ້ງ​ຂຸ້ນ​ໜຽວ ແລະ ໃສ, ​ແລ້ວກໍ​ປົງ​ໝໍ້​ລົງ .

    ກ່ຽວ​ກັບ​ການ​ປຸງ​ແຕ່ງ​ນ້ຳ​ປາ: ຕ້ອງ​ເອົາ​ໝໍ້ຂຶ້ນ​ຄ້າງ​ເຕົາ​ໄຟ ແລະ ປັບ​ໄຟ​ຄ່ອຍໆ, ແລ້ວ​ເອົານ້ຳ​ບໍ​ລິ​ສຸດ 200 ມີ​ລີ​ລິດ, ນ້ຳ​ປາ 40  ມີ​ລີ​ລິດ, ນ້ຳ​ຕານ 50 ກະ​ຣາ​ມ ແລະ ນ້ຳ​ສົ້ມ 5 ມີ​ລີ​ລິດ ເຂົ້າ​ໃສ່​ໝໍ້, ແລ້ວ​ຄົນສະ​ໝ່ຳສະ​ເໝີຈົນ​ກວ່າ​ນ້ຳ​ຕານ​ລະ​ລາຍ, ຈຶ່ງປົງ​ໝໍ້​ລົງ. ສຸດ​ທ້າຍ ພວກ​ເພື່ອນ​ຕັກ​ບັນ​ດຸກ​ໃສ່​ຖ້ວຍ, ເອົາ​ຊີ້ນ​ຟັກ ແລະ ນ້ຳ​ປາ​ໃສ່​ຕື່ມ. ພວກ​ເພື່ອນ​ອາດ​ຈະ​ກິນ​ໝາກ​ເຜັດ​ຕື່ມ​ອີກ​ໂດຍ​ຕາມ​ໃຈ. ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດກິນ​ແຊບ .

ຕອບກັບ

ຂ່າວ/ບົດ​ອື່ນ