ເຍື່ອງອາຫານເສັ້ນລ້ອນຂົ້ວກັບເຄື່ອງທະເລ

ໃນ​ຍຸກ​ປະ​ຈຸ​ບັນ, ເບິ່ງ​ຄື​ວ່າ ສິນ​ຄ້າ​ທຸກໆ​ປະ​ເພດ ກໍ​ລ້ວນ​ແຕ່​ມີ​ຂາຍ​ທາງ​ເຄືອຂ່າຍອິນ​ເຕີ​ເນັດ, ຈາກ​ເຄື່ອງ​ໃຊ້​ໄມ້​ສອຍ ຕະຫຼອດ​ຮອດ​ອາ​ຫານ​ເຍື່ອງ​ຕ່າງໆກໍ​ລ້ວນ​ແຕ່​ຖືກ​ຂາຍ​ຜ່ານ ເຄືອຂ່າຍອິນ​ເຕີ​ເນັດ. ໃນ​ນັ້ນ ເຍື່ອງອາ​ຫານ​ເສັ້ນ​ລ້ອນ​ຂົ້ວ​ ກໍ​ມີ​ຂາຍ ແລະ ຮັບ​ໃຊ້​ຜູ້​ບໍ​ລິ​ໂພກ​ຮອດ​ເຮືອນ. ອາ​ຫານ​ເຍື່ອງນີ້ ແມ່ນ​ສາ​ມາດ​ປຸງ​ແຕ່ງ​ໄດ້​ຢ່າງ​ງ່າຍ​ດາຍ ຍ້ອນ​ວັດ​ຖຸ​ດິບ ແມ່ນ​ຫາ​ງ່າຍ​ທີ່​ສຸດ​ຢູ່​ຕະຫຼາດ.    

 

 ເຍື່ອງອາຫານເສັ້ນລ້ອນຂົ້ວກັບເຄື່ອງທະເລ - ảnh 1
ເຍື່ອງອາ​ຫານ​ເສັ້ນ​ລ້ອນ​ຂົ້ວ​ກັບ​ເຄື່ອງ​ທະ​ເລ

        ມື້​ໃດ​ກໍ​ເຊັ່ນ​ດຽວ​ກັນ, ນັບ​ແຕ່ 5 ໂມງ​ເຊົ້າ, ນາງ​ລິງຊຶ່ງ​ແມ່ນ​ຜູ້​ຂາຍ​ເສັ້ນ​ລ້ອນ​ຂົ້ວ​ຜ່ານເຄືອຂ່າຍອິນ​ເຕີ​ເນັດ, Facebook ດ້ວຍ Nick name “ກິນ​ຂອງ​ຫວ່າງ” ໄດ້​ຕື່ນນອນ​ເພື່ອ​ໄປ​ຕະຫຼາດ​ຊື້​ອາ​ຫານ​ເພື່ອ​ປຸງ​ແຕ່ງເຍື່ອງອາ​ຫານ​ເສັ້ນ​ລ້ອນ​ຂົ້ວ​​ເພື່ອ​ຮັບ​ໃຊ້​ຜູ້​ບໍ​ລິ​ໂພກ. ຈາກ​ເຮືອນ​ຂອງ​ຕົນ, ນາງ​ລິງ​ໃຊ້​ເວ​ລາບໍ່​ຮອດ 5 ນາ​ທີ່​ເພື່ອຍ່າງ​ໄປຮອດ​ຕະຫຼາດ ມາຍດົ້ງ, ລາວ​ໄດ້​ແວ່ຊື້​ເສັ້ນ​ລ້ອນ, ເຄື່ອງ​ແຫ້ງ, ຜັກ​ຫອມ, ປາ​ມຶກ ແລະ ກຸ້ງ​ທະ​ເລ. ນາງ​ລິງ​ໃຫ້​ຮູ້ວ​່າ : 

    “ ຂ້າ​ພະ​ເຈົ້າຕ້ອງ​ຕື່ນ​ເຊົ້າ ຈຶ່ງ​ຈະ​ຊື້​ໄດ້ອາ​ຫານ​ທີ່​ດີກວ່າ. ມີວັດ​ຖຸ​ດິບ​​ບາງ​ຢ່າງຄື ເສັ້ນ​ລ້ອນ, ເຫັດ​ຫອມ, ເກືອ…ກໍ​ສາ​ມາດ​ຊື້​ໄວ້​ກ່ອນ, ແຕ່​ສຳ​ລັບ​ຜັກ, ກຸ້ງ​ແມ່ນ​ຕ້ອງ​ຊື້​ແນວ​ສົດ​ມາ​ປຸງ​ແຕ່ງ​ເລີຍ. ຖ້າ​ຫາກ​ຊື້​ໄວ້​ແຕ່ມື້​ກ່ອນນັ້ນ ແລະ ຖ້າ​ຮອດມື້​ໜ້ານຳ​ມາ​ປຸງ​ແຕ່ງ, ຜັກ ແລະ ກຸ້ງກໍບໍ່​ແຊບຄື​ຂອງ​ສົດ​ເລີຍ ”

      ເມື່ອ​ຊື້​ໄດ້ວັດ​ຖຸ​ດິບທີ່​ຕົນ​ຕ້ອງການນັ້ນ, ນາງ​ໄດ້​ກັບ​ເມືອ​ບ້ານ ເຂົ້າ​ເຮ​ືອນ​ຄົວ​​ປຸງ​ແຕ່ງ​ເສັ້ນ​ລ້ອນ​ຂົ້ວ ​ເພື່ອຮັບ​ໃຊ້​ແຂກທັນກັບການ​ສັ່ງ​ຊື້​ແຕ່​ຕອນ​ຄ່ຳ​ມື້​ກ່ອນ. ຄິດ​ວ່າ ​ເສັ້ນ​ລ້ອນ​ຂົ້ວແມ່ນ​ເຍື່ອງ​ອາ​ຫານ​ທີ່​​ເຮັດ​ຢ່າງງ່າຍ​ດາຍ ພຽງ​ແຕ່​ນຳເອົາວັດ​ຖຸ​ດິບ​ທຸກ​ຢ່າງ​ມາ​ຂົ້​ວ​ເທິ່ງ​ເຕົາ​ໄຟ​ເທົ່າ​ນັ້ນ. ແຕ່​ເພື່ອ​ປຸງ​ແຕ່ງເຍື່ອງອາ​ຫານ​ເສັ້ນ​ລ້ອນ​ຂົ້ວ​ໃຫ້​ແຊ​ບນັ້ນ ກ​ໍ​ຕ້ອງ​ຜ່ານຫຼາຍ​ຂັ້ນ​ຕອນ. ນາງ​ລິງ ນຳ​ເອົາ​ເສັ້ນ​ລ້ອນ​ມັດ​ໜຶ່ງ​ທີ່​ຫາ​ກໍ​ຊື້​ມາ​ຈາກ​ຕະຫຼາດ ໃສ່​ຊາມນ້ຳ ພ້ອມ​ທັງ​ເປີດ​ເຜີຍ​ກ່ຽວ​ກັບ​ຂັ້ນ​ຕອນ​ທຳ​ອິດ​ໃນ​ການ​ປຸງ​ແຕ່ງເຍື່ອງອາ​ຫານ​ເສັ້ນ​ລ້ອນ​ຂົ້ວ​​ກັບ​ເຄື່ອງ​ທະ​ເລ​ວ່າ​ : 

     “ ທຳ​ອິດ​ແມ່ນ​ຕ​້ອງ​ໝ່າ​ເສັ້ນ​ລ້ອນ​ເສຍ​ກ່ອນ, ຈຶ່ງ​ຮອດ​ບັນ​ດາ​ຂັ້ນ​ຕອນ​ປຸງ​ແຕ່ງວັດ​ຖຸ​ດິບອື່ນໆ. ​ຕ້ອງ​ໝ່າເສັ້ນ​ລ້ອນປະ​ມານ 10 ນາ​ທີ່, ເມ​ື່ອ​ສັງເກດ​ວ່າ​ແມ່ນ​ອ່ອນ​ໄປ ແມ່ນ​ໄດ້​ແລ້ວ. ບໍ່​ຕ້ອງ​ໝ່າ​ຫຼາຍ ເພາະ​ເມື່ອ​ຂົ້ວ​ມັນ​ຈະ​ເປື່ອຍ, ຖ້າ​ຫາກ​ຟ້າວ​ໝ່າ, ເສັ້ນ​ລ້ອນ​ຈະ​ແຂງ. ຫຼັງ​ຈາກ​ນັ້ນ ກໍ​ຕັກ​ໃສ່​ກະ​ບຽນ ປະ​ໃຫ້​ນ້ຳ​ຍ້ອຍ​ໝົດ. ຂັ້ນຕອນ​ຕໍ່​ໄປແມ່ນ​ໝ່າ​ເຫັດ​ຫອມ ແລະ ເຫັດ​ຊະ​ນຸ​່ນໃຫ້​ມັນ​ໄນ ”

    ບັນດາ​ຂັ້ນ​ຕອນໃນ​ການ​ປຸງ​ແຕ່ງ​ສຳ​ລັບ​ວັດ​ໂຖຸ​ດິບ​ແຕ່​ລ​ະ​ຢ່າງ, ນາງ​ລິງ​ເຮັດ​ລະ​ອຽດ​ທີ່​ສຸດ ຕາມ​ການ​ຖ່າຍ​ທອດ​ຈາກ​ແມ່​ຂອງ​ຕົນ. ນາງ​ລິງ ໃຫ້​ຮູ້​ວ່າ : 

    “ ພາຍຫຼັງ​ທີ່​ໄດ້​ໝ່າເຫັດ​ຫອມ ແລະ ເຫັດ​ຊະ​ນຸ​່ນແລ້ວ, ກໍ​ນຳ​ໄປຕັດ​ຊອຍເປັນ​ເສັ້ນ​ນ້ອຍ,. ສຳ​ລັບ​ເສ​ັ້ນ​ລ້ອນ ກໍ​ຕັດ​ເປັນ​ຕອນ​ປະ​ມານ 5-6 ຊັງ​ຕິ​ແມັດ. ສວ່ນ​ຖົ່ວ​ຍາວ ແມ່ນ​ຕ້ອງ​ລ້າງ​ໃຫ້​ສະ​ອາດ, ແລ້ວ​ກໍ​ຕັດ​ຊອຍ​ບ່ຽງ​ໄປ. ສຳ​ລັບ​ປ່າ​ມຶກ​ແຫ້ງ​ກໍ​ຕ້ອງ​ໝ່າ​ໃສ່​ນ້ຳ​ອຸ່ນ​ປະ​ມານ 15 ນາ​ທີ, ແລ້ວ​ກໍ​ຕັດ​ເປັນ​ເສັ້ນ​ນ້ອຍ. ສ່ວນ​ກຸ້ງ ກໍ​ຕ້ອງ ລ້າງ​ໃຫ້​ສະ​ອາດ, ຫຼັງ​ຈາກນັ້ນ​ກໍ​ໜຶ້ງ​ໃຫ້​ສຸກ, ແລ້ວ​ກໍ​ຕ້ອງ​ປອກ​ເປືອກ. ສຳ​ລັບ​ປາ​ມຶກ ແມ່ນ​ຕ້ອງ​ຂົ້ວ​ຕ່າງ​ຫາກໃຫ້​ສຸກ​ເຫຼືອງ, ຫຼັງ​ຈາກນັ້ນ​ ໃສ່​ນ້ຳ​ຕານ 1 ບ່ວງກາ​ເຟ ”

      ນາງ​ລິງ​ທັງ​ປຸງ​ແຕ່ງ ທັງ​ສະຫຼະ​ເວ​ລາ​ເພື​່ອ​ຊອ​ກຫາຜູ້​ບໍ​ລິ​ໂພກ​ສັ່ງ​ຊື້​ຜ່ານ ເຄືອຂ່າຍອິນ​ເຕີ​ເນັດ. ເຖິງວ່າຈຳ​ນວນຜູ້​ບໍ​ລິ​ໂພກ​ບໍ່ຫຼາຍ​ຄື​ຢູ່​​ຮ້າຍ​ອາ​ຫານຕາມ​ຖະ​ໜົນ​ຫົນ​ທາງກໍ​ຕາມ, ແຕ່​ໃນ​ແຕ່​ລະ​ມື້ ນາງ​ລິງ​ໄດ້​ຮັບ​ໃຊ້ ຜູ້​ບໍ​ລິ​ໂພກ​​ແຕ່ 20 ຫາ 30 ຄົນ. ນາງ​ລິງ​ເວົ້າ​ວ່າ : 

    “ ທຳ​ອິດ​ແມ່ນ​ຕ້ອງ​ຂົ້ວ​ແບບ​ປະ​ສົມ​ລະ​ຫວ່າງ​ບັນ​ດາ​ວັດ​ຖຸ​ດິບ​ທີ່​ໄດ້​ກະ​ກຽມ​ໄວ້​ແລ້ວ ຄື : ຖົ່​ວ​ຍາວ​, ກາ​ຣົດ, ເຫັດ​ຫອມ ແລະ ເຫັດ​ຊະ​ນຸ​່ນ. ຕ​້ອງ​ໃສ່ເກືອໜ້ອຍ​ໜຶ່ງ​ຕາມ​ໃຈ. ວັດ​ຖຸ​ດິບ​ເຫຼົ່າ​ນັ້ນ ຕ້ອງ​ຂົ້​ວ​ເກືອບ​ສຸກ, ແລ້ວ​ຈຶ່ງ​ເອົາ​ເສັ້ນ​ລ້ອນ​ຂົ້​ວ​ນຳ​ດ້ວຍ. ຕ້ອງ​ຄົນ​ໃຫ້​ສະ​ໝ່ຳ​ສະ​ເໝີ, ຫຼັງ​ຈາກນັ້ນ​ຈຶ່ງ​ເອົາ​ປາ​ມຶກ ແລະ ກຸ້ງ​ຂົ້ວ​ນຳ​ຕາມ​ພາຍຫຼັງ. ຄວນ​ໃສ່​ນ້ຳ​ຊ໋ອດ​ໝາກ​ເຜັດໜ້ອຍ​ໜຶ່ງ ແລະ ຕ້ອງ​ຂົ້ວ​ຮອ​ດ​ເວ​ລາ​ເສັ້ນ​ລ້ອນ​ອ່ອນ​ໄປ ແມ່ນ​ສຳ​ເລັດ. ສຸດ​ທ້າຍ​ຕ້ອງ​ໃສ່​ໝາກ​ພີກ​ໄທ​ໜ້ອຍ​ໜຶ່ງ​ເພື່ອ​ເພີ່ມ​ລົດ​ຫອມ ”

       ນາງ​ລິງ​ໃຫ້​ຮູ້​ວ່າ ເຍື່ອງອາ​ຫານ​ເສັ້ນ​ລ້ອນ​ຂົ້ວ​ເມື່ອ​ເຮັດ​ສຳ​ເລັດ ຈະ​ຕ້ອງ​ເອົາ​ໃສ່​ກັບ​ດີໆ​ເພື່ອ​ສາ​ມາດຮັບ​ປະ​ກັນ​ຄວາມ​ອຸ່ນ ແລະ ລົດ​ຊາດ​ພິ​ເສດ​ເມື່ອ​ແຂກ​ເອົາ​ມາ​ກິນ

                                                                 _________________________

 

   ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ!

    ຖ້າ​ຫາກ​ພວກເພື່ອນຢາກ​ປຸງ​ແຕ່ງ​ເສັ້ນ​ລ້ອນ​ຂົ້ວ​ກັບ​ເຄື່ອງ​ທະ​ເລ, ພວກ​ທ່ານ​ຕ້ອງ​ກະ​ກຽມ​ວັດ​ຖຸ​ດິບດັ່ງ​ນີ້ :

-       ​ເສັ້ນ​ລ້ອນ​ແຫ້ງ : 100 ກະ​ຣາ​ມ

-       ກຸ້ງ​ສົດ: 150 ກະ​ຣາ​ມ

-       ປາ​ມຶກ​ແຫ້ງ : 150 ກະ​ຣາ​ມ

-       ກະ​ຣົດ : ໜ່ວຍ​ໜຶ່ງ

-       ເຫັດ​ຫອມ ແລະ ເຫັດ​ຊະ​ນຸ​່ນ:  10  ກະ​ຣາ​ມ ພ້ອມ​ກັບ​ເກືອ, ໝາກ​ພີກ​ໄທ, ໝາກ​ເຜັດ, ນ້ຳ​ປາ, ຜັກ​ຫອມ​ບ​ົ່ວ, ຜັກ​ຫອມ​ປ້ອມ, ນ້ຳ​ສົ້ມ…ສຳ​ລັບ​ບັນ​ດາ​ຂັ້ນ​ຕອນ​ໃນ​ການ​ປຸງ​ແຕ່ງ, ພວກ​ເຮົາ​ໄດ້​ແນະ​ນ​ຳ​ຂ້າງ​ເທິ່ງ. ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດກິນ​ແຊບ .

ຕອບກັບ

ຂ່າວ/ບົດ​ອື່ນ