ເຍື່ອງອາຫານເສັ້ນລ້ອນອ່ຽນ

ຢູ່​ຮ່າ​ໂນ້ຍ, ມີ​ຮ້ານ​ຂາຍ ເສັ້ນ​ລ້ອນ​ອ່ຽນ​ນັບ​ຮ້ອຍ​ຮ້ານ​ເຊັ່ນ: ຮ້ານ​ເສັ້ນ​ລ້ອນ​ອ່ຽນເງະ​ອານ, ຮ້ານເສັ້ນ​ລ້ອນ​ອ່ຽນນິງ​ບີງ, ແຕ່​ທີ່​ແຊບກວ່າ​ໝູ່ແມ່ນ​ຮ້ານເສັ້ນ​ລ້ອນ​ອ່ຽນ​ຮ່າ​ໂນ້ຍຂອງ​ອ້າຍ​ຕ້ຽນ​ຢູ່​ຖະ​ໜົນ​ແບກ​ມາຍ. 

              

 ເຍື່ອງອາຫານເສັ້ນລ້ອນອ່ຽນ - ảnh 1
ເສັ້ນ​ລ້ອນ​ອ່ຽນ​ຮ່າ​ໂນ້ຍ

       ຮ້ານເສັ້ນ​ລ້ອນ​ອ່ຽນ​ຮ່າ​ໂນ້ຍຂອງ​ອ້າຍ​ຕ້ຽນຕັ້ງ​ຢູ່​ຖະ​ໜົນ​ແບກ​ມາຍ ຫ່າງ​ຈາກ​ໜອງ​ໂຮ່​ຮ່ວ​ານ​ກ້ຽມ​ປະ​ມານ 4 ກິ​ໂລ​ແມດ. ຮ້ານນີ້ກວ້າງ​ປະ​ມານ 40 ຕາ​ແມດ, ສາ​ມາດວ​າງ​ໂຕະໄດ້ 10 ໜ່ວຍ. ຮ້ານເສັ້ນ​ລ້ອນ​ອ່ຽນ​ຮ່າ​ໂນ້ຍຂອງ​ອ້າຍ​ຕ້ຽນພຽງ​ແຕ່​ເປີດ​ປະ​ຕູ​ໃນ​ຍາມ​ຕອນ​ເຊົ້າ ແລະ ຕອນ​ຄ່ຳ​ເທົ່າ​ນັ້ນ. ລາ​ຄາ​ຂາຍ​ກໍ​ເໝາະ​ສົມ​ຄື 30.000 ດົງ​/ຖ້ວຍ. ສຳ​ລັບ​ຊີ້ນ​ອ່ຽນ ຍາມ​ໃດ​ອ້າຍ​ຕ້ຽນກໍໃຫ້ຫຼາຍ ກວ່າເມື່ອ​ທຽບ​ໃສ່​ຮ້ານ​ອື່ນໆ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ຜົນ​ທີ່​ພາ​ໃຫ້​ຮ້ານ​ຂອງ​ລາວ​ສາ​ມາດ​ດຶດດູດ​ຜູ້​ມາ​ກິນ​ຢ່າງຫຼວງຫຼາຍ. ຍິ່ງກວ່ານັ້ນ, ບໍ່​ພຽງ​ແຕ່​ໃຫ້ຫຼາຍ​ຊີ້ນ​ເທົ່າ​ນັ້ນ, ນ້ຳ​ຕົ້ມ​ກະ​ດູດ​ຂອງ​ຮ້ານນີ້ ທັງຫວານ ທັງ​ຫອມ ແລະ ບໍ່​ຄາວ. ກ່ຽວ​ກັບ​ວິ​ທີ​ປຸ​ງ​ແຕ່ງນ້ຳ​ຕົ້ມກະ​ດູດ, ອ້າຍ​ຕ້ຽນ​ເປີດ​ເຜີຍວ່າ : 

    “ ສຳ​ລັບ​ກະ​ດູດ​ເພື່ອ​ຕົ້ມ​ນ້ຳ​ນັ້ນ, ຕ້ອງ​ໃຊ້​ກະ​ດູດ​ອ່ຽນ, ແຕ່​ກໍ​ຍັງ​ຄົງ​ເອົາກະ​ດູກ​ໝູຫຼື​ໄກ່​ຕົ້ມ​ຕື່ມ​ອີກ​ເພື່ອ​ໃຫ້​ນ້ຳ​ມີ​ລົດ​ຫວານ. ເມື່ອ​ຕົ້ມ ກໍ​ຕ້ອງ​ໃສ່​ເກືອໃຫ້​ພຽ​ງ​ພໍ, ຫຼັງ​ຈາກນັ້ນ ກໍ​ຕ້ອງ​ຕັກ​ຟອດ​ອອກ​ຖິ້ມ ໃຫ້​ນ້ຳ​ໃສ. ແລະ ຢາກ​ໃຫ້​ນ້ຳຕົ້ມ​ກະ​ດູດ​ມີ​ລົດ​ຫອມ, ແມ່ນ​ຕ້ອງ​ປີ້ງ​ຂີງ ແລະ ຫົວຜັກ​ຫອມ​ບົວ​ແຫ້ງ​ໃສ່​ຕື່ມ ”

    ເມື່ອ​ມີ​ໂອ​ກາດ​ມາ​ກິນ ເສັ້ນ​ລ້ອນ​ອ່ຽນ​ຢູ່​ຮ້ານ​ຂອງ​ອ້າຍ​ຕ້ຽນ, ແຂກ​ທັງຫຼາຍ​ຈະ​ໄດ້​ກິນ​ອາ​ຫານ​ເຍື່ອງນີ້​ໂດຍ​ຖືກ​ປຸງ​ແຕ່ງ​ດ້ວຍຫຼາຍ​ວິ​ທີ​ແຕກ​ຕ່າງ​ກັນ. ຍົກ​ຕົວ​ຢ່າງ​ຄື: ເສັ້ນ​ລ້ອນ​ອ່ຽນໃສ່​ນ້ຳ, ເສັ້ນ​ລ້ອນ​ອ່ຽນປະ​ສົມ, ເສັ້ນ​ລ້ອນ​ອ່ຽນຂົ້ວ…

   ຂັ້ນ​ຕອນ​ປຸງ​ແຕ່ງ​ທີ່​ຍາກ​ທີ່​ສຸດ​ສຳ​ລັບ ອາ​ຫານ​ເຍື່ອງນີ້​ ແມ່ນຊີ້ນອ່ຽນ. ຊີ້​ອ່ຽນ​ກໍ​ແຊບ​ແລ້ວ, ແຕ່​ກໍ​ຕ້ອງ​ປຸງ​ແຕ່ງ​ຄື​ແນວ​ໃດ​ທີ່​ຍັງ​ຄົງ​ສາ​ມາດ​ຮັກ​ສາ​ລົດ​ຊາດ​ໄດ້ ກໍ​ບໍ່​ແມ່ນ​ໃຜ​ທີ່ສາ​ມາດເຮັດ​ໄດ້. ນອກ​ຈາກ​ຂາຍ ອາ​ຫານ​ເຍື່ອງນີ້​​ຢູ່​ຮ້ານ, ອ້າຍ​ຕ້ຽນ​ກໍ​ຍັງ​ຂາຍ​ຊີ້ນ​ອ່ຽນ​ທີ່​ໄດ້​ຜ່ານ​ການ​ປຸງ​ແຕ່ງ​ເພື່ອ​ໃຫ້​ແຂກ​ເອົາ​ເມືອງ​ປຸງ​ແຕ່ງເສັ້ນ​ລ້ອນ​ອ່ຽນຢູ່​ບ້ານ. ກ່ຽວ​ກັບ​ວິ​ທີ​ປຸ​ງ​ແຕ່ງຊີ້ນ​ອ່ຽນ, ອ້າຍ​ຕ້ຽນ​ໃຫ້​ຮູ້ວ່າ :

    “ ຕ້ອງ​ເລືອກ​ເອົາ​ອ່ຽນ​ຊະ​ນິດ​ເຫຼືອງ ແລະ ​ອ້ວນ, ປະ​ມານ 10 ໂຕ/ໜຶ່ງ​ກິ​ໂລ​ກາມ. ຕ້ອງ​ລ້າງອ່ຽນ​ດ້ວຍ​ເກືອ​ໃຫ້​ສະ​ອາ​ດ. ຕໍ່​ຈາກນັ້ນ ຕ້ອງ​ປາດ​ເອົາ​ຊີ້ນ, ແລ້ວ ຕັດ​ຊອຍ​ເປັນເ​ສັ້ນ​ນ້ອຍ. ຫຼັງ​ຈາກນັ້ນ ກໍ​ເອືອບ​ກັບຫົວຜັກ​ຫອມ​ບົວ​ແຫ້ງ​ທີ່​ໄດ້​ຟັກ​ໃຫ້​ມຸ່ນ ພ້ອມ​ກັບ​ເກືອ, ແລະ ຂີ້​ໝິ້ນຖືກ​ຕຳ​ໃຫ້​ແຫຼກ. ພາຍຫຼັງ​ທີ່​ໄດ້​ຄົນ​ວັດ​ຖຸ​ດິບ​ເຫຼົ່າ​ນັ້ນ​ປະ​ສົມ​ເຂົ້າ​ກັນ​ແລ້ວ, ກໍ​ເອົາ​ແປ້ງ​ສາ​ລີ​ໃສ່, ຍ້ອນ​ວ່າແປ້ງ​ສາ​ລີ​ຈະ​ເຮັດ​ໃຫ້​ອ່ຽນ​ກອບ​ເມື​່ອ​ຂົ້ວ. ຂັ້ນ​ຕອນ​ສຸດ​ທ້າຍ​ແມ່ນ ເອົາ​ນ້ຳ​ມັນ​ພືດ​ໃສ່​ໝໍ້​ຂາງ, ປັບ​ໄຟ​ພໍ​ດີ, ແລ້ວ​ກໍ​ຂົ້ວຈົນ​ເຫຼືອງ ແມ່ນ​ສຳ​ເລັດ”

       ນາງ​ຢາງ​ກໍ​ແມ່ນ​ແຂກທີ່​ມາ​ກິນເສັ້ນ​ລ້ອນ​ອ່ຽນເປັນ​ປະ​ຈຳ​ຢູ່​ຮ້ານ​ຂອງ​ອ້າຍ​ຕ້ຽນ, ເກ​ືອບ​ຄື​ວ່າ ອາ​ທິດ​ໃດ, ຄອບ​ຄົວ​ຂອງ​ລາວ​ກໍ​ກິນ ເສັ້ນ​ລ້ອນ​ອ່ຽນ​ຢູ່​ຮ້ານນີ້​ແຕ່ 1 ຫາ 2 ເທື່ອ. ນາງ​ຢາງ​ໃຫ້​ຮູ້​ວ່າ ເຖິງວ່າ​ອ້າຍ​ຕ້ຽນ​ໄດ້​ຖ່າຍ​ທອດ​ວິ​ທີ​ປຸງ​ແຕ່ງ ອາ​ຫານ​ເຍື່ອງນີ້​​ແລ້ວ, ແຕ່​ເມື່ອ​ນາງຢາງ​ເຮັດ ກໍ​ບໍ່​ອາດ​ແຊບ​ຄືເສັ້ນ​ລ້ອນ​ອ່ຽນຂອງ​ຮ້ານ​ອ້າຍ​ຕ້ຽນ. ດັ່ງ​ນັ້ນ​ນາງ​ກໍ​ເຄີຍ​ໄປ​ຊື້ ເສັ້ນ​ລ້ອນ​ອ່ຽນ​ຢູ່​ຮ້ານ​ອ້າຍ​ຕ້ຽນ​ເມືອ​ກິນ​ຢູ່​ເຮືອນ.

      “ ເຖິງວ່າ ຮ້ານ​ອ້າຍ​ຕ້ຽນນ້ອຍ ແຕ່​ມີ​ແຂກ​ມາ​ກິນຫຼາຍ, ດັ່ງ​ນັ້ນ​ເຮົ​າມັກຊື້ ເສັ້ນ​ລ້ອນ​ອ່ຽນ​ຢູ່​ຮ້ານ​ນີ້​ເມືອ​ກິນ​ຢູ່​ເຮືອນ. ເວົ້າ​ແທ້​ເດີ້, ເສັ້ນ​ລ້ອນ​ອ່ຽນຂອງຮ້ານ​ອ້າຍ​ຕ້ຽນແຊບກວ່າ​ຮ້ານ​ອື່ນຫຼາຍ. ເສັ້ນ​ລ້ອນ​ກໍ​ໜຽວ, ອ່ຽນ​ກໍ​ເຫຼືອງ ແລະ ອ້ວນ, ທັງ​ກອບ ແລະ ຫອມ. ລາ​ຄາ 30.000 ດົງ/ຖ້ວຍ​ກໍ​ເໝາະ​ສົມ ”

        ຮ້ານເສັ້ນ​ລ້ອນ​ອ່ຽນ​ຮ່າ​ໂນ້ຍຂອງ​ອ້າຍ​ຕ້ຽນຫາ​ກໍ​ເປີດ​ຂາຍ​ໄດ້​ເກືອບ 4 ປີ​ແລ້ວ, ແຕ່​ກໍ​ສາ​ມາ​ດ​ດຶງ​ດູດ​ແຂກ​ມາ​ກິນ​ຢ່າງຫຼວງຫຼາຍ. ມື້​ຂາຍ​ດີ​ທີ່​ສຸດ , ອ້າຍ​ຕ້ຽນ​ກໍ​ໄດ້​ຂາຍ​ເກືອບ 500 ຖ້ວຍ, ທັງ​ຮັບ​ໃຊ້​ຢູ່​ຮ້ານ, ທັງ​ສົ່ງ​ຮັບ​ໃຊ້​ຮອດ​ເຮືອນ.        

                                                               _________________________

 

   ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ!

    ຖ້າ​ຫາກ​ພວກເພື່ອນຢາກ​ປຸງ​ແຕ່ງ​ເຍື່ອງ​ອາ​ຫານເສັ້ນ​ລ້ອນ​ອ່ຽນ​ໃຫ້ 4 ຄົນ​ກິນ​, ພວກ​ເພື່ອນ​ຕ້ອງ​ກະ​ກຽມ​ວັດ​ຖຸ​ດິບດັ່ງ​ນີ້ :

-       ​ເສັ້ນ​ລ້ອນ​ແຫ້ງ : ​200 ກະ​ຣາ​ມ

-       ອ່ຽນ​ສົດ: 400 ກະ​ຣາ​ມ

-       ແປ້ງ​ສາ​ລີ : 30 ກະ​ຣາ​ມ

-       ຜັກ​ແພວ : 1 ມັດ

-       ຜັກ​ງອກ : 300 ກະ​ຣາ​ມ, ພ້ອມ​ກັບຫົວຜັກ​ຫອມ​ບົວ​ແຫ້ງ​, ໝາກ​ນາວ​ໜ່ວຍ​ໜຶ່ງ.

ສຳ​ລັບ​ບັນ​ດາ​ຂັ້ນ​ຕອນ​ໃນ​ການ​ປຸງ​ແຕ່ງ, ພວກ​ເຮົາ​ໄດ້​ແນະ​ນ​ຳ​ຂ້າງ​ເທິ່ງ. ພຽງ​ແຕ່​ເສັ້ນລ້ອນ​ແຫ້ງ, ກ່ອນ​ທີ່​ຈະ​ກິນ, ພວກ​ເພື່ອນ​ຕ້ອງ​ໝ່າ​ໃຫ້​ອ່ອນ​ກ່ອນ, ແລ້ວ​ກໍ​ຕົ້ມ​ບຶດ​ດຽວ​ໃຫ້​ອ່ອນ. ຫຼັງ​ຈາກນັ້ນ​ເອົາ​ຜັກ​ງອກ, ຜັກ​ຫອມ​ບົວ, ເສັ້ນລ້ອນ ແລະ ຊີ້ນ​ອຽນໃສ່​ຖ້ວຍ, ແລ້ວ​ກໍ​ຕັກ​ນ້ຳ​ກະ​ດູດ​ພວມ​ຟົດ​ໃສ່.  ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດກິນ​ແຊບ .

ຕອບກັບ

ຂ່າວ/ບົດ​ອື່ນ