ເຍື່ອງອາຫານແໜມໜຳຢູ່ຢາວຖີໃນແຂວງນາມດິ້ງ

ສຳ​ລັບ​ບັນ​ດາ​ຜູ້​ຄົນ​ທີ່​ເປັນ​ລູກ​ຮັກຫຼານ​ແພງ​ຂອງ​ເຂດດິນ​ນາມດິ້ງ, ເມື່ອ​ເຕື້ອງ​ເຖິງ​ເຍື່ອງ​ອາ​ຫານ​ແໜມນັ້ນ, ທຸກໆ​ຄົນ​ກໍ​ຈະ​ຄິດ​ເລີຍ​ເຖິງ​ເຍື່ອງ​ອາ​ຫານ​ແໜມ​ໜຳ ຢາວ​ຖີ. ປະ​ຈຸ​ບັນ, ບໍ່​ພຽງ​ແຕ່​ຢູ່​ເມືອງ ຢາວ​ຖີ​ຈຶ່ງ​ມີ ແໜມ​ໜຳເທົ່າ​ນັ້ນ, ຫາກ​ອາ​ຫານ​ທີ່​ມີ​ຊື່​ສຽງເຍື່ອງນີ້ໄດ້​ປະ​ກົດ​ຕົວ​ຢູ່​ບັນ​ດາ​ແຂວງ, ນະ​ຄອນ​ເຂດ​ພາກ​ເໜືອ​ອີກ​ດ້ວຍ. ເຖິງວ່າ​ຄື​ແນວນັ້ນກໍ​ຕາມ, ແຕ່ແໜມ​ໜຳຍັງ​ຄົງ​ແມ່ນ​ເຍື່ອງ​ອາ​ຫານ​ທີ່​ໃໝ່​ອຽມ​ສຳ​ລັບຫຼາຍ​ຄົນ.

ເຍື່ອງອາຫານແໜມໜຳຢູ່ຢາວຖີໃນແຂວງນາມດິ້ງ  - ảnh 1
ເຍື່ອງອາຫານແໜມໜຳຢູ່ຢາວຖີໃນແຂວງນາມດິ້ງ

      ເວ​ລາ 6 ໂມງ​ເຊົ້າ, ຢູ່​ທາງ​ຮ່ອມ 51 ຫງວຽນ​ແຄ້ງ​ຖ້ຽນ, ຮ່າ​ໂນ້ຍ, ຊຶ່ງ​ແມ່ນ​ຈຸດ​ເວ​ລາ​ທີ່​ຄົນ​ໄປ​ມາ​ຍັງ​ບໍ່​ເທົ່າ​ໃດ. ແຕ່​ຢູ່​ເຮືອນ​ເລກ​ທີ 296 ຂອງ​ອ້າຍ ຫງວຽນ​ກົງ​ແຄ້ງ, ບ້ານ​ເກີດ​ຢູ່​ຢາວ​ຖີ, ນາມດິ້ງ​ ພັດ​ຄືກ​ຄື້ນ​ໄປ​ດ້ວຍ​ຜູ້​ເຂົ້າ​ຄົນ​ອອກ. ນີ້ບໍ່​ແມ່ນ​ຮ້ານ​ກິນ​ດື່ມ, ຫາກນີ້​ແມ່ນ​ບ່ອນ​ປຸງ​ແຕ່ງເຍື່ອງ​ອາ​ຫານ​ແໜມ​ໜຳທີ່​ມີ​ຊື່​ສຽງ​ຢູ່​ແຂວງ​ນາມດິ້ງ. ເມື່ອ​ກ້າວ​ເຂົ້າ​ເຮືອນມີ​ເນື້ອ​ທີ່​ປະ​ມານ 30 ຕາ​ແມັດ, ຢູ່​ຊັ້ນ 1 ກໍ​ເຫັນແໜມ​ໜຳຖືກ​ໃສ່​ຖົງ​ວາງ​ເຕັມ​ໂຕະ 4 ໜ່ວຍ ເພື່ອ​​ກຽ​ມ​ສົ່ງ​ໄປ​ຍັງ​ບັນ​ດາ​ຮ້ານ​ຂາຍແໜມໃນ​ທົ່ວ​ນະ​ຄອນ​ຮ່າ​ໂນ້ຍ. ຢູ່​ຊັ້ນ 2 ກໍ​ແມ່ນ​ບ່ອນ​ປຸງ​ແຕ່ງແໜມ​ໜຳ. ສ່ວນ​ຢູ່​ແຈ​ໜຶ່ງໃນ​ຊັ້ນ 2 ແມ່ນ​ໃຊ້​ເປັນ​ເຮືອນ​ຄົວ. ອ້າຍ​ແຄ້ງແນະ​ນຳ​ກ່ຽວ​ກັບ​ວິ​ທີ​ປຸງ​ແຕ່ງແໜມ​ໜຳ​ວ່າ : 

    “ ກ່ອນ​ອື່ນ​ໝົດ, ຕ້ອງ​ລ້າງ​ໜັງ​ໝູ​ໃຫ້​ສະ​ອາດ, ແລ້ວ​ຂູດ​ເອົາ​ເຍື່ອຂາວ​ທາງນອກ​ຂອງ​ໜັງ​ໝູ ແລະ ນຳ​ໄປ​ຕົ້ມ​ໃຫ້​ສຸກ, ແຕ່ບໍ່​ໃຫ້​ສຸກ​ຫຼາຍ ເພື່ອ​ບໍ່ໃຫ້​ໜັງ​ໝູ​ເປື່ອຍເກີນໄປ. ຫຼັງຈາກນັ້ນ, ຕັກ​ຂຶ້ນ ປະ​ໃຫ້​ເຢັນ, ໃຊ້​ມິດ​​ຂູດ​ເອົາ​ມັນ​ຕິດ​ຢູ່​ໜັງ​ໝູ​ອອກ​, ແຕ່​ຄວນ​ປະ​ໃຫ້ມັນເຫຼືອ​ພຽງໜ້ອຍ​ໜຶ່ງເປັນ​ຊັ້ນ​ບ່າງໆ. ຫຼັງ​ຈາກນັ້ນ​ຊອຍເປັນ​ຕ​່ອນ​ບາງໆ. ເຮັດ​ເຊັ່ນ​ນັ້ນ, ເມື່ອ​ປັ້ນ​ແໜມ ມັນ​ຈະ​ໜຽວ ແລະ ​ແຊບກວ່າ​ ”

       ນີ້​ພຽງ​ແຕ່​ແມ່ນ​ຂັ້ນ​ຕອນ​ທຳ​ອິດ​ຂອງ​ການ​ປຸງ​ແຕ່ງ​ແໜມ​ໜຳ, ພາຍຫຼັງ​ປະ​ໃຫ້​ເຢັນ, ໜັງ​ໝູ​ຈະ​ຖືກ​ຊອຍ​ເປັນ​ເສັ້ນນ້ອຍ​ຍາວ​ປະ​ມານ 3-4 ຊັງ​ຕີ​ແມັດ​ ແລະ ຖືກ​ເອົາ​ໃສ່​ຈານ​ຕ່າງ​ຫາກ. ຂັ້ນ​ຕອນ​ຕໍ່​ໄປ ແມ່ນ​ລວກ​ຊີ້ນ, ຄວນ​ເລືອກ​ເອົາ​ຊີ້ນ​ສົດ, ຖ້າ​ຫາກ​ຊື້​ຊີ້ນ​ແຊ່​ເຢັນ ແມ່ນບໍ່​ແຊບ. ສຳ​ລັບ​ຊີ້ນ​ເພື່ອ​ເຮັດ​ແໜມ ແມ່ນ​ຕ້ອງ​ເລືອກ​ເອົາ​ບ່ອນກົ້ນ​ຂອງ​ໝູ. ສຳ​ລັບ​ຂັ້ນ​ຕອນ​ລວກ​ຊີ້ນ​ເພື່ອ​ເຮັດ​ແໜມ ກໍ​ຕ້ອງ​ມີ​ປະ​ສົບ​ການ​ເຮັດ​ມາ​ເປັນ​ໄລ​ຍະ​ໜຶ່ງ. ອ້າຍ​ແຄ້ງ ເປີດ​ເຜີຍ​ວ່າ : 

     “ ສຳ​ລັບ​ຊີ້ນ​ໝູ, ຖ້າ​ຫາກ​ເປັນ​ຕອນ​ໃຫຍ່, ພວກ​ເຮົາ​ອາດ​ຈະ​ຕັດ​ເປັນ​ຕອນ​ພໍ​ດີ, ແລ້ວ​ຈຸ່ມໃສ່​ນ້ຳ​ຟົດ. ຈາກນັ້ນ, ​ນຳ​ໄປ​ລວກ​ຈົນ​ສຸກ​ພໍ​ດີ, ຖ້າ​ຫາກ​ສຸກ​ເກີນ​ໄປ, ລົດ​ຫວານ​ຂອງ​ມັນ​ຈະ​ສູນ​ເສຍໄປ. ແລ້ວ​ກໍ​ຕັກ​ຂຶ້ນ ປະ​ໃຫ້​ເຢັນ. ຫຼັງ​ຈາກນັ້ນ ຊອຍ​ເປັນ​ເສັ້ນ​ນ້ອຍ.  ”

    ສຳ​ລັບ​ເຍື່ອງ​ອາ​ຫານ​ແໜມ​ໜຳ​ນັ້ນ, ວັດ​ຖຸ​ດິບ​ທີ່​ສຳ​ຄັນ​ເພື່ອ​ສ້າງ​ໃຫ້​ມີ​ລົດ​ຊາດ​ພິ​ເສດ​ຂອງ​ອາ​ຫານ, ນັ້ນ​ແມ່ນ​ເຂົ້າ​ຂົ້ວ. ເຂົ້າ​ຂົ້ວ​ເພື່ອ​ເຮັດ​ແໜມ ແມ່ນ​ຕ້ອງ​ເຮັດ​ດ້ວຍ​ເຂົ້າ​ຈ້າວ​ຫອມ ຫາຍ​ເຫົ້າ . ຕ້ອງ​ໝ່​າເຂົ້າເປັນ​ເວ​ລາ​ຄືນ​ໜຶ່ງ​ກ່ອນ, ແລ້ວນຳ​ໄປ​ຂົ້ວ​ຈົນ​ເຫຼືອງ, ຫຼັງ​ຈາກນັ້ນ​ນຳ​ໄປ​ຕ່ຳ​ໃຫ້​ແຫຼກ. ອ້າຍ​ແຄ້ງ ໃຫ້​ຮູ້​ວ່າ ຂັ້ນ​ຕອນ​ສຸດ​ທ້າຍ​ໃນ​ການ​ປຸງ​ແຕ່ງ​ແໜມ​ໜຳຢາວ​ຖີ ກໍ​ບໍ່​ແມ່ນ​ງ່າຍ​ເລີຍ, ຕ້ອງ​ຄົນ​ວັດ​ຖຸ​ດິບ​ທັງ​ໝົດ​ໃຫ້​ສະ​ໝ່ຳ​ສະ​ເໝີ.

     “ ພາຍຫຼັງ​ປຸງ​ແຕ່ງ​ແລ້ວ, ຕ້ອງ​ເອົາ​ວັດ​ຖຸ​ດິບ​ທັງ​ໝົດ​ໃສ່​ໝໍ້ເຊັ່ນ ຊີ້ນ, ໜັງ​ໝູ ພ້ອມ​ກັບ​ເຂົ້າ​ຂົ້ວ, ນ້ຳ​ປາ, ແປ້ງ​ນົວ, ໝາກ​ພີກ​ໄທ, ຫົວຜັກທຽມ​ຖືກ​ຊອຍ​ບາງ, ແລ້ວ​ຄົນ​ໃຫ້​ສະ​ໝ່ຳ​ສະ​ເໝີ, ຫຼັງ​ຈາກນັ້ນ ປັ້ນເປັນ​ປັ້ນ​ນ້ອຍໆ, ແລ້ວ​ຫໍ່​ດ້ວຍ​ໃບ​ເດືອ, ສ່ວນຢູ່​ຊັ້ນ​ນອກ​ ແມ່ນຫຸ້ມ​ດ້ວຍ​ໃບ​ຕອງ​ກ້ວຍ. ແລ້ວ​ກໍ​ເອົາ​ໃສ່​ຕູ້​ເຢັນ​ເປັນ​ເວ​ລາ 1 ມື້ ກໍ​ສາ​ມາດ​ກິນ​ໄດ້. ສຳ​ລັບ​ເຍື່ອງ​ອາ​ຫານນີ້, ພວກ​ເຮົາ​ສາ​ມາດ​ຮັກ​ສາ​ໄດ້​ປະ​ມານ​ແຕ່ 4 ຫາ 5 ວັນ ຖ້າ​ຫາກ​ເອົາ​ໃສ່​ຕູ້​ເຢັນ ”

      ແຕ່​ລະ​ມື້, ຮ້ານ​ຂອງອ້າຍ​ແຄ້ງ​ສາ​ມາດ​ຂາຍ​ແໜມ​ໜຳ​ໄດ້​ພັນ​ກ້ອນ ແລະ ຖ້າ​ຫາກ​​ຢາກ​ຊິມ​ລົດ​ຊາດ​ພິ​ເສດ​ຂອງ​ແໜມ​ໜຳ​ຢູ່​ເຂດ​ດິນ ນາມດິ້ງນີ້, ພວກ​ເພື່ອນ​ຕ້ອງ​ຊື້​ດ້ວຍ​ລາ​ຄາ​ແຕ່ 40.000 ຫາ 60.000 ດົງ​ຕໍ່ 10 ກ້ອນຊຶ່ງ​ຂຶ້ນ​ກັບ​ຂະ​ໜາດ​ຂອງ​ແໜມ.

     ເມື່ອ​ກິນ​ແໜມ​ໜຳ, ພວກ​ເພື່ອນ​ຈະ​ຮູ້​ສຶກ​ໄດ້​ເຖິງ​ລົດ​ຫວານ​ຂອງ​ຊີ້ນ ແລະ ຄວາມກອບຂອງ​ໜັງ​ໝູ ພ້ອມ​ກັບ​ລົດຝາດ​ຂອງ​ໃບ​ເດືອ, ລົດ​ຂົມ​ຂອງ​ໃບ​ເລບ​ຄຸດ… ລົດ​ຊາດ​ທັງ​ໝົດ​ເຫຼົ່າ​ນັ້ນ​ຂອງ​ແໜມ​ໜຳ​ຢາວ​ຖື ໄດ້​ປະ​ສົມ​ປະ​ສານ​ເຂົ້າ​ກັນ​ສ້າງ​ເປັນ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ອາ​ຫານ​ຢູ່​ເຂດ​ດິນ​ນາມດິ້ງ.

                                                      ----------------------------------

 

     ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ !

  ເພື່ອ​ປຸງ​ແຕ່ງເຍື່ອງ​ອາ​ຫານ​ແໜມ​ໜຳ ພວກ​ເພື່ອນ​ກະ​ກຽ​ມ​ວັດ​ຖຸ​ດິບ​ດັ່ງນີ້ :

-       ​ຊີ້ນ​ໝູ(ເລືອກ​ເອົາ​ບ່ອນກົ້ນ): 250 ກ​ຣາມ

-       ໜັງ​ໝູ:  200 ກ​ຣາມ

-       ຫົວ​ຜັກ​ທຽມ : 1 ຫົວ

-       ເຂົ້າ​ຂົ້ວ  : 50  ກ​ຣາມ

-       ແປ້ງ​ນົວ : 1 ບ່ວງ​ກາ​ເຟ ພ້ອມ​ກັບນ້ຳ​ປາ, ໝາກ​ພີກ​ໄທ, ໃບ​ເດືອ, ໃບ​ເລບ​ຄຸດ. ໃບ​ໝາກ​ນາວ…

          ທຳ​ອິດຕ້ອງ​ລ້າງ​ໜັງ​ໝູ​ໃຫ້​ສະ​ອາດ, ແລ້ວ​ຂູດ​ເອົາ​ເຍື່ອຂາວ​ທາງນອກ​ຂອງ​ໜັງ​ໝູ​ອອກ ແລະ ນຳ​ໄປ​ຕົ້ມ​ໃຫ້​ສຸກ, ແຕ່ບໍ່​ໃຫ້​ສຸກ​ເກີນ​ໄປ ເພື່ອ​ບໍ່ໃຫ້​ໜັງ​ໝູ​ເປື່ອຍ​ເກີນໄປ. ຫຼັງຈາກນັ້ນ, ຕັກ​ຂຶ້ນ ປະ​ໃຫ້​ເຢັນ, ໃຊ້​ມິດ​​ຂູດ​ເອົາ​ມັນ​ຕິດ​ຢູ່​ໜັງ​ໝູ​, ແຕ່​ຄວນ​ປະ​ໃຫ້ມັນເຫຼືອ​ພຽງໜ້ອຍ​ໜຶ່ງເປັນ​ຊັ້ນ​ບ່າງໆ. ຫຼັງ​ຈາກນັ້ນ​ຊອຍເປັນ​ຕອນ​ບ່າງໆ. ເຮັດ​ເຊັ່ນ​ນັ້ນ, ເມື່ອ​ປັ້ນ​ແໜມ ມັນ​ຈະ​ໜຽວ ແລະ ​ແຊບ . ໃບ​ເດືອ, ໃບ​ເລບ​ຄຸດຕ້ອງ​ລ້າງ​ໃຫ້​ສະ​ອາດ, ແລ້ວ​ປະ​ໃຫ້​ແຫ້ງ. ໃບ​ໝາກ​ນາວ ກໍ​ຕ້ອງ​ລ້າງ​ໃຫ້​ສະ​ອາດ ແລ້ວ​​ຊອຍ​ເປັນ​ເສັ້ນ​ນ້ອຍໆ.

      ສຳ​ລັບຂັ້ນ​ຕອນ​​ຕົ້ມຊີ້ນ​ໝູ ແລະ ໜັງ​ໝູ, ພາຍຫຼັງ​ລ້າງ​ໃຫ້​ສະ​ອາດ, ກໍ​​ຕົ້ມ​ຈົນ​ສຸກ​ພໍ​ດີ, ຖ້າ​ຫາກ​ສຸກ​ເກີນ​ໄປ, ລົດ​ຫວານ​ຂອງ​ມັນ​ຈະ​ສູນ​ເສຍໄປ. ແລ້ວ​ກໍ​ຕັກ​ຂຶ້ນ ປະ​ໃຫ້​ເຢັນ. ຫຼັງ​ຈາກນັ້ນ ຊອຍ​ເປັນ​ເສັ້ນ​ນ້ອຍ.

    ສຳ​ລັບ​ຂັ້ນ​ຕອນ​ຄົນ​ແໜມ​ໜຳ, ພາຍຫຼັງ​ປຸງ​ແຕ່ງໃນ​ເບື້ອງ​ຕົ້ນ​ແລ້ວ, ຕ້ອງ​ເອົາ​ວັດ​ຖຸ​ດິບ​ທັງ​ໝົດ​ໃສ່​ໝໍ້ເຊັ່ນ ຊີ້ນ, ໜັງ​ໝູ ພ້ອມ​ກັບ​ເຂົ້າ​ຂົ້ວ, ນ້ຳ​ປາ, ແປ້ງ​ນົວ, ໝາກ​ພີກ​ໄທ, ຫົວຜັກທຽມ​ຖືກ​ຊອຍ​ບາງ, ແລ້ວ​ຄົນ​ໃຫ້​ສະ​ໝ່ຳ​ສະ​ເໝີ, ຫຼັງ​ຈາກນັ້ນ ປັ້ນເປັນປັ້ນ​ນ້ອຍ, ແລ້ວ​ຫຸ້ມ​ດ້ວຍ​ໃບ​ເດືອ, ສ່ວ​ນ​ຢູ່​ຊັ້ນ​ນອກ​ ແມ່ນຫໍ່ດ້ວຍ​ໃບ​ຕອງ​ກ້ວຍ. ສຸດ​ທ້າຍ​ເອົາ​ແໜມ​ໜຳ​ໃສ່​ຈານ ພ້ອມ​ກັບ​ໃບ​ເດືອ, ໃບ​ເລ​ບ​ຄຸດ. ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດ​ກິນ​ແຊບ.

ຕອບກັບ

ຂ່າວ/ບົດ​ອື່ນ