ຕໍ່ກຳນົດເວລາຈັດການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ຮອດວັນທີ 30 ມິຖຸນາ

(VOVWORLD) - ທ່ານຜູ້ຟັງ, ຜູ້ອ່ານ 3 ທ່ານທີ່ມີບົດຂຽນດີທີ່ສຸດຈະໄດ້ຮັບລາງວັນແມ່ນການໄປທ່ອງທ່ຽວຢູ່ ຫວຽດນາມ ເປັນເວລາ 5 ວັນ 4 ຄືນໂດຍບໍ່ເສຍຄ່າ, ພ້ອມກັບຂອງຂວັນທີ່ເປັນໜ້າສົນໃຈ.
ຕໍ່ກຳນົດເວລາຈັດການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ຮອດວັນທີ 30 ມິຖຸນາ - ảnh 1

        ທ່ານຜູ້ຟັງ, ຜູ້ອ່ານທີ່ເຄົາລົບ!

        ພາຍຫຼັງການປຸກລະດົມການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ 2025 (ນັບແຕ່ເດືອນ ມີນາ 2025), ມາຮອດຈຸດເວລານີ້, ພວກຂ້າພະເຈົ້າໄດ້ຮັບຫຼາຍບົດຂຽນ ສົ່ງເຂົ້າຮ່ວມການເສັງຈາກທ່ານຜູ້ຟັງທີ່ສົ່ງເຖິງບັນດາລາຍການ. ໃນນັ້ນມີ: ລາຍການພາສາ ອັງກິດ, ຝລັ່ງ, ອິນໂດເນເຊຍ, ຈີນ, ເຢຍລະມັນ… ແມ່ນໄດ້ຮັບຫຼາຍບົດ ທີ່ສຸດ. ທ່ານຜູ້ຟັງຫຼາຍທ່ານໃຫ້ຮູ້ວ່າ ພວມສືບຕໍ່ຄົ້ນຄວ້າ ແລະ ສະສົມຂໍ້ມູນຕື່ມອີກເພື່ອຂຽນໃຫ້ສຳເລັດດ້ວຍຄຸນນະພາບທີ່ດີທີ່ສຸດ. ພວກຂ້າພະເຈົ້າສະແດງຄວາມເຄົາລົບ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມ, ກໍຄືການລົງທຶນນັບທັງດ້ານເວລາ ແລະ ການອອກເຫືອແຮງທີ່ທ່ານຜູ້ຟັງ, ຜູ້ອ່ານສະຫງວນໃຫ້ແກ່ການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ 2025.

        ເພື່ອຕອບສະໜອງຕາມຄວາມຕ້ອງການເຂົ້າຮ່ວມການເສັງຂອງທ່ານຜູ້ຟັງ, ຜູ້ອ່ານ ພວກຂ້າພະເຈົ້າຕັດສິນໃຈຕໍ່ກຳນົດເວລາຮັບເອົາບົດສົ່ງເຂົ້າຮ່ວມການເສັງຕື່ມອີກ 2 ອາທິດ, ຮອດວັນທີ 30 ມິຖຸນາ 2025, ໄລ່ຕາມກາຈຳໄປສະນີ ຫຼື ຕາມເວລາທີ່ຜູ້ເຂົ້າຮ່ວມສົ່ງຜ່ານອີເມວ, ກໍຄືບັນດາພື້ນຖານດີຈີຕອນ.

        ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະອອກອາກາດ, ເອົາລົງບັນດາຂໍ້ມູນເພື່ອໃຫ້ທ່ານຜູ້ຟັງ, ຜູ້ອ່ານຕອບບັນດາຄຳຖາມໃນລາຍການກະຈາຍສຽງ ແລະ ໃນລາຍການເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ໃນເວັບໄຊ vovworld.vn

        ຂໍອວຍພອນໃຫ້ທ່ານຜູ້ຟັງ, ຜູ້ອ່ານທຸກໆທ່ານໄດ້ຮັບລາງວັນຂອງການເສັງຄັ້ງນີ້. ບົດເສັງທັງໝົດຈະໄດ້ຮັບໃບຢັ້ງຢືນເຂົ້າຮ່ວມການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ຂອງວິທະຍຸກະຈາຍສຽງ ຫວຽດນາມ. ໃນນັ້ນ, ທ່ານຜູ້ຟັງ, ຜູ້ອ່ານ 3 ທ່ານທີ່ມີບົດຂຽນດີທີ່ສຸດຈະໄດ້ຮັບລາງວັນແມ່ນການໄປທ່ອງທ່ຽວຢູ່ ຫວຽດນາມ ເປັນເວລາ 5 ວັນ 4 ຄືນໂດຍບໍ່ເສຍຄ່າ, ພ້ອມກັບຂອງຂວັນທີ່ເປັນໜ້າສົນໃຈ. ຍິນດີທີ່ໄດ້ຕ້ອນຮັບພວກເພື່ອນມາຢ້ຽມຢາມປະເທດ ຫວຽດນາມ ທີ່ສວຍງາມ.

        ຈົ່ງເຂົ້າຮ່ວມການເສັງເພື່ອມີໂອກາດຄົ້ນຫາຄວາມງາມຂອງປະເທດ ຫວຽດນາມ!

ຕອບກັບ

ຂ່າວ/ບົດ​ອື່ນ