Cư Suê ພັດ​ທະ​ນາ​ຈາກ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່

(VOVWORLD) - ໂດຍປະຕິບັດຕາມໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ນັ້ນ, ຫຼາຍບ້ານ, ຕາແສງຢູ່ເຂດ ໄຕງວຽນ ມີການພັດທະນາຢ່າງເຫັນໄດ້ຊັດ. ຢູ່ຕາແສງ Cư Suê, ເມືອງ Cư Mgar, ລະບົບຕາໜ່າງໄຟຟ້າ, ໂຮງຮຽນ, ສຸກສາລາ ກໍ່ໄດ້ໄປເຖິງບ້ານຕ່າງໆແລ້ວ. ປຊຊ ຢູ່ທີ່ນີ້ ໄດ້ຮ່ວມແຮງຮ່ວມໃຈຍູ້ແຮງການຜະລິດ, ຕັ້ງໜ້າບືນຕົວຂຶ້ນສ້າງຄວາມຮັ່ງມີ.
Cư Suê ພັດ​ທະ​ນາ​ຈາກ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ - ảnh 1

 ເສັ້ນທາງເຂົ້າຕາແສງຊົນນະບົດໃໝ່ Cư Suê (ພາບ: ຫງວຽນຮຽວ)

  Cư Suê  ແມ່ນຕາແສງເຮັດກະສິກຳເປັນຫຼັກ ມີປະຊາຊົນ 80% ດຳລົງຊີວິດອີງໃສ່ການຜະລິດກະສິກຳ. ເພື່ອລະດົມບັນດາແຫຼ່ງກຳລັງກໍ່ສ້າງຊົນນະບົດໃໝ່ໃຫ້ບັນລຸປະສິດທິຜົນນັ້ນ, ອຳນາດການປົກຄອງຕາແສງ Cư Suê ໄດ້ກຳນົດທິດໃຫ້ ປຊຊ ພັດທະນາດ້ານເສດຖະກິດຢ່າງແຮງ, ໂດຍສະເພາະແມ່ນຍູ້ແຮງການຫັນປ່ຽນຜົນລະປູກ, ສັດລ້ຽງ, ພ້ອມທັງໝູນໃຊ້ວິທະຍາສາດເຕັກນິກ ເຂົ້າໃນການຜະລິດ ເພື່ອແນໃສ່ຊ່ວຍ ປຊຊ ຍົກສູງລາຍຮັບ, ສ້າງຊີວິດເປັນປົກກະຕິ. ຍ້ອນເຫດນັ້ນ, ທຸກແຜນນະໂຍບາຍທີ່ລະດົມການປະກອບສ່ວນຈາກກຳລັງຂອງ ປຊຊ ເພື່ອກໍ່ສ້າງຊົນນະບົດໃໝ່ ໄດ້ສ້າງຄວາມສະດວກຫຼາຍຢ່າງ. ປ້າ H Đàn Niê, ນາຍບ້ານ Sút Hluốt, ມີຄວາມເອກອ້າງທະນົງໃຈ ຍ້ອນວ່າ ຈາກບ້ານໜຶ່ງທີ່ທຸກຍາກ, ຫຼ້າຫຼັງ, ຍ້ອນມີໂຄງການກໍ່ສ້າງຊົນນະບົດໃໝ່, ບ້ານ Sút Hluốt ໄດ້ປ່ຽນແປງໃໝ່ໝົດ. ການຄົມມະນາຄົມສະດວກສະບາຍ, ການແລກປ່ຽນຄ້າຂາຍຜະລິດຕະພັນກະເສດພັດທະນາດີ, ຊີວິດການເປັນຢູ່ຂອງ ປຊຊ ໄດ້ຍົກສູງຂຶ້ນຢ່າງເຫັນໄດ້ຊັດ. ພ້ອມກັນນັ້ນ, ໂອກາດຮ່ຳຮຽນ, ຍົກສູງຄວາມຮັບຮູ້ກໍ່ໄດ້ເປີດກ້ວາງອອກ:

   ນັບແຕ່ເມື່ອໄດ້ປະຕິດບັດໂຄງການກໍ່ສ້າງຊົນນະບົດໃໝ່, ກໍ່ມີການປ່ຽນແປງຢ່າງຈະແຈ້ງທີ່ສຸດ, ໂດຍສະເພາະແມ່ນສະຕິຄວາມຮັບຮູ້ຂອງ ປຊຊ. ເມື່ອກ່ອນນີ້ ປຊຊ ປະຕິບັດຕາມຮີດຄອງປະເພນີ, ຖ້າມີງານສົບກໍ່ຈັດຫຼາຍມື້ ແລະ ກໍ່ມາເຕົ້າໂຮມກັນຫຼາຍຄົນ, ນັບແຕ່ໄດ້ປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່, ກໍ່ຫລຸດເວລາລົງເພື່ອຮັບປະກັນຫຼັກອະນາໄມ. ການຄົມມະນາຄົມໄປມາຫາສູ່ກໍ່ສະດວກສະບາຍ, ເຮືອນຊານໄດ້ກໍ່ສ້າງຢ່າງໃຫ່ຍໂຕ ແລະ ສວຍງາມກ່ວາ, ຈຳນວນຄອບຄົວທຸກຍາກກໍ່ໄດ້ຫລຸດລົງ. ປະຈຸບັນ, ເດັກທີ່ຢູ່ໃນເກນອາຍຸຮ່ຳຮຽນ ກໍ່ໄດ້ໄປໂຮງຮຽນໝົດທຸກຄົນ.

Cư Suê ພັດ​ທະ​ນາ​ຈາກ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ - ảnh 2

 ແມ່ຍິງຕາແສງ ບົວລະບັດເສັ້ນທາງດອກໄມ້ (ພາບ: ໂດ້ລານ)

   ກໍ່ຄືກັນກັບບ້ານ Sút Hluôt, ທັງ 10 ບ້ານຂອງຕາແສງ Cư Suê ກໍ່ມີບັນດາການປ່ຽນແປງຢ່າງຕັ້ງໜ້າ ຈາກໂຄງການກໍ່ສ້າງຊົນນະບົດໃໝ່. ເສັ້ນທາງຄົມມະນາຄົມແໜ້ນໜາຖາວອນ ແລະ ມີໄຟຟ້າຊົມໃຊ້ໃນທົ່ວຕາແສງ, ຊື່ງໄດ້ຊ່ວຍໃຫ້ ປຊຊ ມີເງື່ອນໄຂຍູ້ແຮງການຜະລິດ; ວັດທະນະທຳ, ສາທາລະນະສຸກ, ການສຶກສາໄດ້ຮັບຄວາມເອົາໃຈໃສ່ລົງທຶນ; ອັດສ່ວນນຳໃຊ້ນ້ຳສະອາດບັນລຸກ່ວາ 88%, ອັດຕາຄອບຄົວນຳໃຊ້ໄຟຟ້າປອດໄພ, ເປັນປົກກະຕິບັນລຸເກືອບ 100%. ທ່ານ Y Hoa Niê, ຜູ້ທີ່ໄດ້ຮັບຄວາມເຄົາລົບໃນບ້ານ Sút Mđưng, ຕາແສງ Cư Suê ໃຫ້ຮູ້ວ່າ:

   ເມື່ອທຽບກັບເມື່ອກ່ອນ, ຊີວິດຂອງ ປຊຊ ກໍ່ພັດທະນາດີຂຶ້ນຍ້ອນວ່າ ລັດໄດ້ເຮັດເສັ້ນທາງຄົມມະນາຄົມປູເບຕົງ, ປູຢາງ, ປຊຊ ມີທາງໄປມາທີ່ສວຍງາມ ສະອາດ. ເພື່ອພັດທະນາເສດຖະກິດຄອບຄົວ, ປຊຊ ໄດ້ນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການປູກຕົ້ນກາເຟ. ເຖິງວ່າມີເນື້ອທີ່ໜ້ອຍກໍ່ຕາມ ແຕ່ກໍ່ບັນລຸໄດ້ປະລິມານການຜະລິດສູງ. ປຊຊ ກໍ່ມີຄວາມຮູ້ຄວາມເຂົ້າໃຈຫຼາຍກ່ວາເມື່ອທຽບກັບເມື່ອກ່ອນ.

   ທ່ານ ດັ້ງວັນຮວານ,  ປະທານຄະນະກຳມະການ ປຊຊ ຕາແສງ Cư Suê, ເມືອງ Cư Mgar, ໃຫ້ຮູ້ວ່າ ຕາແສງ Cư Suê ມີກ່ວາ 2000 ຄອບຄົວດ້ວຍເກືອບ 11.300 ຄົນທີ່ດຳລົງຊີວິດຢູ່ 11 ບ້ານ, ໃນນັ້ນ, ປຊຊ ຊົນເຜົ່າສ່ວນຫນ້ອຍກວມເອົາກ່ວາ 60%. ເມື່ອກ່ອນ, ຕາແສງມີເຖິງ 35% ຄອບຄົວທຸກຍາກ ແຕ່ຍ້ອນມີໂຄງການກໍ່ສ້າງຊົນນະບົດໃໝ່, ມາຮອດປະຈຸບັນ, ໃນຕາແສງມີພຽງແຕ່ 3% ຄອບຄົວທຸກຍາກເທົ່ານັ້ນ, ຄອບຄົວມີລາຍຮັບດີນັບມື້ນັບໄດ້ເພີ່ມຂຶ້ນ. ປີ 2021, ລາຍຮັບສະເລ່ຍຕໍ່ຫົວຄົນຂອງຕາແສງບັນລຸ 52 ລ້ານດົ່ງ. ປະຈຸບັນ, ຕາແສງ Cư Suê ຍັງສືບຕໍ່ສູ້ຊົນຍົກມາດຕະຖານບັນດາຄາດໝາຍ ແລະ ມຸ່ງໄປເຖິງການຍົກສູງກໍ່ສ້າງຊົນນະບົດໃໝ່. ໃນໄລຍະຈະມາເຖິງ, ອົງຄະນະພັກ, ຄະນະກຳມະການ ປຊຊ ຕາແສງ ຈະສືບຕໍ່ກຳນົດວ່າ “ພັດທະນາເພື່ອສ້າງຊີວິດເປັນປົກກະຕິ”, ສະນັ້ນ ໃນບັນດາມະຕິທີ່ໄດ້ວາງອອກ ກໍ່ໄດ້ເອົາໃຈໃສ່ເປັນພິເສດຕໍ່ການພັດທະນາເສດຖະກິດ.    ທ່ານ ດັ້ງວັນຮວານ ໃຫ້ຮູ້ວ່າ:

      ອຳນາດການປົກຄອງໄດ້ຮຽກຮ້ອງໃຫ້ ປຊຊ ຫັນປ່ຽນຜົນລະປູກ, ສ້າງບັນດາຮູບແບບເສດຖະກິດລວມໝູ່ ຄືບັນດາສະຫະກອນກະສິກຳ ການບໍລິການ ເຮັດແນວໃດ ເພື່ອເກັບຊື້ ປຸງແຕ່ງບັນດາຜະລິດຕະພັນຈາກທ້ອງຖິ່ນ. ສືບຕໍ່ສ້າງຕັ້ງສະຫະກອນກາເຟຍືນຍົງຕື່ມອີກແຫ່ງໜຶ່ງຢູ່ທ້ອງຖິ່ນ ເພື່ອດຶງດູດ ປຊຊ ຊາວເຜົ່າສ່ວນໜ້ອຍ ເຂົ້າເປັນສະມາຊິກສະຫະກອນ, ເຮັດແນວໃດໃຫ້ລະບົບມູນຄ່າ ກໍ່ຄືສິນຄ້າມີຄຸນນະພາບດີຂຶ້ນ. ພ້ອມກັນນັ້ນ, ແມ່ນສ້າງຮູບການທ່ອງທ່ຽວຊຸມຊົນ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ພັດທະນາການຜະລິດ.

   ດ້ວຍບັນດາໝາກຜົນທີ່ບັນລຸໄດ້, ພ້ອມກັບຄວາມມານະພະຍາຍາມ ເອົາໃຈໃສ່ ຂອງອຳນາດການປົກຄອງທ້ອງຖິ່ນ ແລະ ສະຕິບືນຕົວຂຶ້ນ, ປຊຊ ຊາວເຜົ່າ ເອເດ ຢູ່ຕາແສງ Cư Suê, ເມືອງ Cư Mgar, ແຂວງ Đắk Lắk, ເຊື່ອໝັ້ນວ່າ ຊີວິດການເປັນຢູ່ຈະນັບມື້ນັບໄດ້ຍົກສູງຂຶ້ນ, ປະກອບສ່ວນພ້ອມກັບບັນດາເຜົ່າໃນແຂວງ ກໍ່ສ້າງບ້ານເກີດເມືອງນອນ ໃຫ້ນັບມື້ນັບມີການພັດທະນາ./.


   

ຕອບກັບ

ຂ່າວ/ບົດ​ອື່ນ