ກິ່ວ​ລຸ້ງ​ໂລ-ເສັ້ນ​ທາງ​ແຫ່ງ​ເທບ​ນິ​ຍາຍ

(VOVWORLD) -   ໄຊຊະນະດ້ຽນບຽນຝູ ເມື່ອວັນທີ 7 ພຶດສະພາປີ 1954 ແມ່ນເຫດການປະຫວັດສາດທີ່ມີຄວາມໝາຍອັນໃຫ່ຍຫຼວງທີ່ສຸດ ສຳລັບຊາດຫວຽດນາມ. ນັ້ນແມ່ນໄຊຊະນະແຫ່ງນ້ຳໃຈອົງອາດກ້າຫານ, ການເສຍສະຫຼະ, ນ້ຳໃຈຕັດສິນໃຈຜ່ານຜ່າຄວາມທຸກຍາກລຳບາກນາໆປະການ ຂອງກອງທັບ ແລະ ປຊຊ ທົ່ວປະເທດຫວຽດນາມ ເວົ້າລວມ ແລະ ຊາວ ອຽນບາຍ ນັບໝື່ນຄົນເວົ້າສະເພາະ. ເຂດດິນແດນແຫ່ງນີ້ ມີກິ່ວລຸ້ງໂລ ນອນໃນເສັ້ນທາງແຫ່ງເທບນິຍາຍ ທີ່ໄດ້ປະກອບສ່ວນສ້າງເປັນໄຊຊະນະ ດ້ຽນບຽນຝູ ແຫ່ງປະຫວັດສາດ.
ກິ່ວ​ລຸ້ງ​ໂລ-ເສັ້ນ​ທາງ​ແຫ່ງ​ເທບ​ນິ​ຍາຍ - ảnh 1

 ທະຫານຊ່າງແສງທຳລາຍຫີນເປີດເສັ້ນທາງໃນກິ່ວລຸ້ງໂລ ປີ 1953 (ພາບ: VOV)

    ກິ່ວລຸ້ງໂລ ນອນໃນເສັ້ນທາງຫຼວງເລກທີ 37, ຢູ່ຊາຍແດນລະຫວ່າງສອງເມືອງວັນເຈິນ (ແຂວງອຽນບາຍ) ແລະ ຝູ່ອຽນ (ແຂວງເຊີນລາ). ໃນການຕໍ່ຕ້ານຕ້ານລ່າເມືອງຂຶ້ນຝະລັ່ງ, ສູນກາງພັກກອມມູນິດຫວຽດນາມ ໄດ້ຕົກລົງເປີດເສັ້ນທາງເລກທີ 13A ເລີ່ມແຕ່ ເບັນຮຽນ (ແຂວງຕວຽນກວາງ), ຂ້າມໄປເບັນເອົາເລົາ (ແຂວງອຽນບາຍ), ຜ່ານກິ່ວລຸ້ງໂລ ໄປຫາເຂດສາມແຍກກໍ່ນ່ອຍ (ແຂວງຕວຽນກວາງ), ເຊື່ອມຕໍ່ໃສ່ເສັ້ນທາງເລກທີ 41 ເພື່ອຮັບໃຊ້ໃຫ້ແກ່ບັ້ນຮົບດ້ຽນບຽນຝູ. ເສັ້ນທາງທີ່ທະຫານຊ່າງແສງ ແລະ ແຮງງານເກນໄດ້ເປີດມີລວງຍາວກ່ວາ 120 ກມ, ພູມສັນຖານຕົ້ນຕໍແມ່ນເປັນພູສູງ, ເຫວເລິກຊັນ, ຜ່ານແມ່ນ້ຳໃຫ່ຍ 3 ສາຍແມ່ນ: ແມ່ນ້ຳໄຈ, ແມ່ນ້ຳແດງ ແລະ ແມ່ນ້ຳດ່າ.

   ໂດຍໄດ້ກຳນົດໜ້າທີ່ຢ່າງຈະແຈ້ງ ນັ້ນແມ່ນຕ້ອງຮັບປະກັນໃຫ້ການຄົມມະນາຄົມອອກສູ່ສະໜາມຮົບໄດ້ຢ່າງລຸລ່ວງນັ້ນ, ນັບແຕ່ເດືອນເມສາປີ 1953, ຕາມຄຳຮຽກຮ້ອງຂອງກົມໃຫ່ຍເສນາທິການ, ແຂວງອຽນບາຍ ໄດ້ຕົກລົງສ້າງເສັ້ນທາງເລກທີ 13; ລະດົມແຮງງານເກນກ່ວາ 124.000 ເທື່ອຄົນໄປເຂົ້າຮ່ວມການເປີດທາງ. ປຊຊ ທ້ອງຖິ່ນໄດ້ສະໝັກໄຈປະກອບໄມ້ນັບພັນທ່ອນ, ໄມ້ໄຜ່, ໄມ້ພາງ, ຕົ້ນຊາງລໍ, ເສົາໄມ້….ນັບໝື່ນເສົາ ເພື່ອສ້າງຂົວ ເປີດທາງໃຫ້ລົດສົ່ງທະຫານ, ຂົນສົ່ງທັນຍາຫານເຂົ້າສູ່ສະໜາມຮົບ. ພາຍຫຼັງມານະພະຍາຍາມມາເປັນເວລາກ່ວາ 200 ວັນ, ເສັ້ນທາງຜ່ານກິ່ວລຸ້ງໂລ ໄດ້ລຸລ່ວງສຳເລັດ, ເຊື່ອມຕໍ່ເຂດຖານທີ່ໝັ້ນ ຫວຽດບັກ ແລະ ບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອ ອັນໄດ້ຊ່ວຍໃຫ້ລົດໃຫຍ່, ລົດ ຖີບນັບໝື່ນຄັນ ຂົນສົ່ງອາວຸດໄປຍັງສະໜາມຮົບຢ່າງທັນການ.

  ລ່າເມືອງຂຶ້ນຝະລັ່ງ ໄດ້ຖິ້ມລະເບີດເກືອບ 12.000 ໂຕນລົງໃສ່ເຂດກິ່ວລຸ້ງໂລ ແຕ່ດ້ວຍຈິດໃຈທຸກສິ່ງທຸກຢ່າງແມ່ນເພື່ອແນວໜ້າ, ປຊຊ ນັບໝື່ນເທື່ອຄົນບໍ່ຫວາດຫວັ່ນຕໍ່ຄວາມອັນຕະລາຍ, ໄດ້ເວນຍາມຮັກສາເສັ້ນທາງທັງວັນ ແລະ ຄືນ. ໂດຍແມ່ນຜູ້ບັນຊາການໂດຍກົງ ໝວດທະຫານ B76, ກອງຮ້ອຍ C86 ເມືອງວັນເຈິນ ໄດ້ເຂົ້າຮ່ວມການປົກປັກຮັກສາເສັ້ນທາງສຳຄັນ ກິ່ວລຸ້ງໂລ ນັ້ນ, ທ່ານຮ່ວາງກີມເຕື່ອງ, ຢູ່ບ້ານມ້ວງ, ຕາແສງເທື້ອງບັ່ງລາ, ເມືອງວັນເຈິນ, ແຂວງອຽນບາຍ ຍັງມີຄວາມຊົງຈຳທີ່ດີທີ່ສຸດ ກ່ຽວກັບຊຸມເດືອນປີທີ່ທຸກຍາກລຳບາກໃນເວລານັ້ນ, ເຖິງວ່າ ມີຄວາມອັນຕະລາຍຫຼາຍຢ່າງກໍ່ຕາມ ແຕ່ທ່ານກໍ່ໄດ້ພ້ອມກັບຜູ້ຮ່ວມກົມກອງຂອງຕົນ ຮັບປະກັນຄວາມປອດໄພໃຫ້ແຮງງານເກນ ຂົນສົ່ງທັນຍາຫານ, ອາວຸດຜ່ານກິ່ວ ເພື່ອຊ່ອຍໜູນໃຫ້ແກ່ແນວໜ້າ:

   ຕ້ອງປົກປັກຮັກສາເສັ້ນທາງ ແຕ່ຫຼັກ 53 ຈົນຮອດຈອມກິ່ວໃນຕະຫຼອດ 3 ເດືອນ. ເວລານັ້ນໄດ້ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແຕ່ຕ້ອງປົກປັກຮັກສາໃຫ້ເປັນຢ່າງດີ, ນັບທັງບັນຫາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ ແລະ ຫຼາຍບັນຫາອື່ນໆອີກ.

ກິ່ວ​ລຸ້ງ​ໂລ-ເສັ້ນ​ທາງ​ແຫ່ງ​ເທບ​ນິ​ຍາຍ - ảnh 2

 ສະມາຊິກຄະນະຊາວໜຸ່ມອຽນບາຍ ປູກຕົ້ນໄມ້ຢູ່ເຂດ ກິ່ວລຸ້ງໂລ (ພາບ: VOV)

   ວັນທີ 27 ເດືອນພຶດສະພາປີ 2011, ກະຊວງວັດທະນະທຳ-ກິລາ ແລະ ການທ່ອງທ່ຽວຫວຽດນາມ ໄດ້ຮັບຮອງ ກິ່ວລຸງໂລ-ເສັ້ນທາງແຫ່ງເທບນິຍາຍ, ເປັນສິ່ງພິສູດຄວາມອົງອາດກ້າຫານຂອງປະຫວັດສາດແຫ່ງການຕ້ານສັດຕູຜູ້ຮຸກຮານຂອງຊາດຫວຽດນາມ, ເປັນເຂດປູສະນີຍະສະຖານປະຫວັດສາດລະດັບຊາດ. ນ້ອງ ຫງວຽນທິຮ່ວາງອຽນ, ຕາແສງເທື້ອງບັງລາ, ຢູ່ເມືອງວັນເຈິນ ແບ່ງປັນວ່າ:

     ພວກນ້ອງຈະພະຍາຍາມພ້ອມກັນຮ່ຳຮຽນ, ເສີມຂະຫຍາຍບັນດາມູນເຊື້ອອັນດີງາມຂອງລຸ້ນພໍ່ລຸ້ນອ້າຍ. ເຂົ້າຮ່ວມບັນດາບັ້ນຂົນຂວາຍ, ຕອບສະໜອງບັນດາຂະບວນການຂອງຄະນະຊາວໜຸ່ມ, ຕາແສງ.

      ຕາແສງເທື້ອງບັງລາ, ທີ່ມີເສັ້ນທາງກິ່ວລຸ້ງໂລ ໄປຜ່ານ ແມ່ນໜຶ່ງໃນບັນດາທ້ອງຖິ່ນທຳອິດຂອງເມືອງວັນເຈິນ ບັນລຸມາດຖານຊົນນະບົດໃໝ່ ເມື່ອປີ 2016. ທ່ານຮ່ວາງດີນມືວ, ປະທານຄະນະກຳມະການ ປຊຊ ຕາແສງເທື້ອງບັງລາ ໃຫ້ຮູ້ວ່າ: ມາຮອດປະຈຸບັນ, ລາຍຮັບສະເລ່ຍຕໍ່ຫົວຄົນຂອງຕາແສງໄດ້ບັນລຸ 44.5 ລ້ານດົ່ງ/ປີ; ອັດຕາສ່ວນຄອບຄົວທຸກຍາກໄດ້ຫລຸດລົງຍັງເຫຼືອຕ່ຳກ່ວາ 1.8% ເທົ່ານັ້ນ:

   ທາງຕາແສງໄດ້ສຸມໃສ່ ເຮັດແນວໃດ ເພື່ອຈະແກ້ໄຂບັນຫາຄອບຄົວທຸກຍາກໃຫ້ໄດ້. ປະຈຸບັນ, ທ້ອງຖິ່ນຍັງມີບາງຄອບຄົວປະສົບກັບຄວາມຫຍຸ້ງຍາກພໍສົມຄວນ, ໄປພ້ອມກັບການໜູນຊ່ວຍຈາກທ້ອງຖິ່ນ ແລະ ຂັ້ນເທິງນັ້ນ, ເຂົາເຈົ້າກໍ່ໄດ້ສູ້ຊົນ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ.

   ໃນກິດຈະການປ່ຽນແປງໃໝ່, ໃນທຸກວັນນີ້ ກິ່ວລຸ້ງໂລ ແມ່ນເສັ້ນທາງຄົມມະນາຄົມສຳຄັນ, ຊ່ວຍຕາແສງເທື້ອງບັງລາ ແລະ ບັນດາທ້ອງຖິ່ນອື່ນໆໃນເຂດຕາເວັນຕົກສ່ຽງເໜືອຂອງຫວຽດນາມ ມີການພົວພັນແລກປ່ຽນຄ້າຂາຍ, ນຳຜະລິດຕະພັນອອກສູ່ຕະຫລາດພາຍນອກ; ຜ່ານນັ້ນ, ໄດ້ປະກອບສ່ວນຊຸກຍູ້ເສດຖະກິດ ສັງຄົມໃຫ້ນັບມື້ນັບພັດທະນາ, ສົມກັບການເສຍສະຫຼະອັນໃຫ່ຍຫຼວງ ຂອງລຸ້ນພໍ່ລຸ້ນອ້າຍໃນເມື່ອກ່ອນ./.

ຕອບກັບ

ຂ່າວ/ບົດ​ອື່ນ