ກໍ່ສ້າງຊົນນະບົດໃໝ່ຈາກຄວາມເຫັນດີເຫັນພ້ອມຂອງປະຊາຊົນ

(vovworld) - ການ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່​ປະຊາຊົນ ​ແມ່ນ​ປັດ​ໃຈ​​ເພື່ອຮັບປະກັນ​ໃຫ້​ການ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ສຳ​ເລັດ​ຜົນ. ​ເມືອງ ຮຽບຮ່ວາ, ​ແຂວງ ບັກ​ຢາງ ​ແມ່ນ​ໜຶ່ງ​ໃນ​ບັນດາ​ທ້ອງ​ຖີ່​ນຄື​ແນວ​ນັ້ນ.

ກໍ່ສ້າງຊົນນະບົດໃໝ່ຈາກຄວາມເຫັນດີເຫັນພ້ອມຂອງປະຊາຊົນ - ảnh 1

ລະບົບຄົມມະນາຄົມບັນລຸມາດຖານຊົນນະບົດໃໝ່ສ້າງເງື່ອນໄຂສະດວກ
ໃຫ້ການເຄື່ອງໄຫວທຸກຢ່າງຂອງປະຊາຊົນ
(ພາບ: HM)

        ຊວນ​ແທ່ງ, ​ແມ່ນ​ບ້ານ​ຊົນນະບົດ​ໃໝ່​ຂອງ​ຕາ​ແສງ ​ເຈົາມິ​ງ, ​ເມືອງ ຮຽບຮ່ວາ, ​ແຂວງ​ບັກ​ຢາງ. ກ່ອນ​ນີ້ 3 ປີ, ພາຍຫຼັງ​ທີ່​ມີ​ແຜນ​ນະ​ໂຍບາຍ​ຂອງ​ແຂວງ, ບ້ານ​ໄດ້​ຈັດການ​ປະຊຸມ, ​ໂຄສະນາ​ເຖິງ​ປະຊາຊົນ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ຜົນ​ປະ​ໂຫຍ​ດຂອງຊົນນະ​ບົດ​ໃໝ່. ຈາກ​ນັ້ນ​ສ້າ​ງຄວາມ​ເຊື່ອ​ໝັ້ນ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່​ປະຊາຊົນ​ ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່​ສຳ​ເລັດ. ທ່ານ ​ເຢືອງວັນ​ເຮື່ອ​ງ, ພະນັກງານ​ບ້ານ ຊວນ​ຮົ່ງ, ​ໃຫ້​ຮູ້​ວ່າ: ຈາກ​ບ້ານ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ​ທາງ​ດ້ານ​ເສດຖະກິດ, ສັງຄົມ. ປະຈຸ​ບັນ, ຊວນ​ແທ່ງ​ ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ. ທາງ​ບ້ານ​ສະອາດ​ສວຍ​ງາມ, ຊີວິດ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ລຽບ​ຕາມ​ສອງ​ພາກ​ທາງ ​ແມ່ນ​ບັນດາ​ເຮືອນ​ຕຶກຫຼາຍ​ຊັ້ນຫາ​ກໍ່​ໄດ້​ຮັບ​ການ​ກໍ່ສ້າງ​; ຫໍ​ວັດທະນະທຳ, ​ໂຮງຮຽນ​ອະນຸບານ​ກວ້າງຂວາງ, ສວຍ​ງາມ... ທ່ານ ​ເຮື່ອ​ງ ​ແບ່ງປັນ​ວ່າ. ​ເພື່ອ​ເຮັດ​ໃຫ້ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ສຳ​ເລັດ​ຜົນ, ສິ່ງ​ສຳຄັນ​ກວ່າ​ໝູ່​​ແມ່ນຕ້ອງ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່​ປະຊາ​ຊົນ.

        “ຕ້ອງ​ຈັດການ​ປະຊຸມ​ເພື່ອ​ໃຫ້​ປະຊາ​ຊົນ​ປຶກສາ​ຫາລື, ​ຮູ້ ​ແລະ ກວດກາວຽກ​ງານ​ທຸກ​ຢ່າງ. ສ່ວນ​ດ້ານ​ການ​ເງິນ​ແມ່ນ​ຕ້ອງ​ເປີດ​ເຜີຍ, ​ໂປ່​ງ​​ໃສ. ​ເມື່ອ​ກໍ່ສ້າງ​ແມ່ນ​ຕ້ອງ​ຈັດການ​ປະ​ມຸນ​ຢ່າງ​ປະຊາທິປະ​ໄຕ​ເພື່ອ​ໃຫ້​ບັນລຸ​ຜົນງານ​ສູງ​ສຸດ. ຖ້າ​ບໍ່​ເຮັດ​ໄດ້​ຄື​ແນວ​ນັ້ນ​, ການ​ກໍ່ສ້າງ​ຊົນນະບົດ​ໃໝ່ຈະ​ບໍ່​ໄດ້​ຮັບ​ຜົນ“.

        ​ໂດຍ​ກຳນົດ​ການ​ກໍ່ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່ ​ແລະ ຫັນປ່ຽນ​ຜົນລະປູກ​ແມ່ນໜຶ່ງ​ໃນ​ບັນດາ​ມາດຖານທີ່​ຫຍຸ້ງ​ຍາກ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຍ້ອນ​ເຫດ​ນັ້ນ, ພາຍຫຼັງ​ມີ​ແຜນ​ນະ​ໂຍບາຍ, ພະນັກງານ​ບ້ານ​ກໍ່​ຈັດ​ຕັ້ງ​ການ​ໂຄສະນາ ​ແລະ ທາ​ບທາມ​ຄວາມ​ເຫັນ​ຂອງ​ແຕ່​ລະ​ຄອບຄົວ​ຊາວ​ກະສິກອນ. ດ້ວຍ​ວິທີ​ເຮັດ​ຢ່າງ​ເປີດ​ເຜີ​ຍ, ປະຊາທິປະ​ໄຕ, ວຽກ​ງານ​ນີ້​ຈຶ່ງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຈາກ​ປະຊາຊົນ ​ແລະ ບ້ານ ຊວນ​ແທ່ງ ​ໄດ້​ກໍ່ສ້າງສຳ​ເລັດ​ຮູບ​ແບບ​ທົ່ງ​ນາ​ຂະໜາດ​ໃຫຍ່​, ນຳ​ໃຊ້​ກົນ​ຈັກ​ເຂົ້າ​​ໃນ​ການ​ຜະລິດ, ອັນ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜນດ້ານ​ເສດຖະກິດ​ສູງ​ໃຫ້​ແກ່​ປະຊາຊົນ. ທ່ານ ​ໂງ​ຕ໋ວນ​ເຫົ້າ, ຊາວບ້ານ ຊວນ​ແທ່ງ, ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້​ເຮັດ​ນາ​ແບບ​ກະ​ແຈກ​ກະຈາຍ, ​ໃຊ້​ແນວ​ພັນ​ປູກ​ຕາມ​ໃຈ​ມັກ​ດັ່ງ​ນັ້ນ​ສະມັດ​ຕະພາບ, ມູນ​ຄ່າ​ຕຳ່. ນັບ​ແຕ່​ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່ ​ແລະ ຫັນປ່ຽນ​ຜົນລະປູກ, ​ໄດ້​ນຳ​ມາ​ເຊິ່ງສະມັດ​ຕະພາບ ​ແລະ ມູນ​ຄ່າ​ສູງ​ໃຫ້​ປະຊາຊົນ. ກ່ອນ​ນີ້​ເຂົ້າ​ເປືອກ​ຂາຍ​ໄດ້ 5.500 ດົ່ງ/kg ​ແຕ່​ປະຈຸ​ບັນ​ຂາຍ​ໄດ້ 7.500ດົ່ງ/kg “.

        ​ໃນ​ວິວັດ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຖ້າ​ຫາກ​ປະຊາຊົນ​ໄດ້​​ເຂົ້າ​ຮ່ວມ​ການ​ກວດກາ, ຕິດຕາມ​ກວດກາ, ຮັບປະກັນ​​ເປີ​ດ​ເຜີຍ, ​ໂປ່​ງ​​ໃສ, ປະສິດທິ​ຜົນ​ຂອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ກໍ່​ຈະ​ສູງ​ກວ່າ. ຈາກ​ມາດ​ຖານ​ບ້ານ​ຊົນນະບົດ​ໃໝ່. ​ໃນ​ວິວັດ​ແຫ່ງ​ການ​ປະຕິບັດ, ບ້ານ, ຕາ​ແສງ​​ໄດ້ກຳນົດ​ຂອດ​ຕົ້ນຕໍ​ຂອງ​ວຽກ​ງານຜັນ​ຂະຫຍາຍ​ການ​ປະຕິບັດ​ໂຄງການ, ຈາກ​ນັ້ນ​ມີ​ມາດ​ຕະການ​ແກ້​ໄຂ. ທ່ານ ມາຍ​ເຊີນ, ​ເລຂາ​ຄະນະ​ພັກ​ເມືອງ ຮຽບຮ່ວາ, ຢືນຢັນ​ວ່າ:

        “ຮູບ​ແບບ​ບ້ານ​ຊົນນະບົດ​ໃໝ່ ​ເລີ່​ມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ນັບ​ແຕ່​ປີ 2013, ຮອດ​ທ້າຍ​ປີ 2014 ​​ໄດ້​ມີ 18 ​ບ້ານ​ໄດ້​ຮັບ​ການ​ຮັບຮອງ​ຈາກເມືອງ​ວ່າ​​ເປັນ​ບ້ານ​ຊົນນະບົດ​ໃໝ່. ຢາກ​ກາຍ​ເປັນຕາ​ແສງ​ຊົນນະບົດ​ໃໝ່, ບັນດາ​ບ້ານ​ໃນ​ຕາ​ແສງ​ຕ້ອງ​ບັນລຸ​ມາດຖານ​ຂອງ​ຕົນ. ສິ່ງ​ດັ່ງກ່າວ​ໄດ້​ຊ່ວຍ​ຍູ້​ໄວ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ​ອ້ອມ​ຂ້າງ​ສຳ​ເລັດ, ທັງ​ຮັບປະກັນ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ໝັ້ນຄົງ“.

        ຈາກ​ບັນດາ​ຜົນສຳ​ເລັດ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ດ້ວຍ​ວິທີ​ເຮັດ​ຢ່າ​ງ​ເປີດ​ເຜີຍ, ປະຊາທິປະ​ໄຕ​ນັ້ນ, ​ເມືອງ ຮຽບຮ່ວາ ສູ້​ຊົນ​ຮອດ​ປີ 2020 ຈະ​ມີ 2/3 ຈຳນວນ​ຕາ​ແສງ, ດ້ວຍ 90 ບ້ານ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ພ້ອມ​ທັງ​ຍົກ​ສູງຊີວິດ​ທາງ​ດ້ານ​ວັດຖຸ, ຈິດ​ໃຈ​ໃຫ້​ປະຊາຊົນ, ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ພັດທະນາ​ຢ່າງ​ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ