ກໍ່ສ້າງຊົນນະບົດໃໝ່ຕິດພັນກັບການກໍ່ສ້າງ ແລະ ພັດທະນາວັດທະນະຂອງຊາດ

(vovworld) – ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຕິດ​ພັນ​ກັບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 5 (ຊຸດ​ທີ 8) ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊາດ ​ໂດຍສະມາຄົມ​ຊາວ​ກະ​ສີກ​ອນປຸກລະດົມ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ຫຼາຍ​ທ້ອງ​ຖີ່​ນ. ມາ​ຮອດ​ປະຈຸ​ບັນ, ຂະ​ບວນການໄດ້​ຮັບຜົນງານ​​ເບື້ອງ​ຕົ້ນ​ໃນ​ການ​ຍູ້​ໄວ​ຂະ​ບວນວິວັດ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ກໍ່ສ້າງຊົນນະບົດໃໝ່ຕິດພັນກັບການກໍ່ສ້າງ ແລະ ພັດທະນາວັດທະນະຂອງຊາດ - ảnh 1

ພາບອິນເຕີແນດ

ມະຕິ​ສູນ​ກາງ​ຄັ້ງ​ທີ 5 (ຊຸດ​ທີ 8) ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊາດ ​​ເຊິ່ງມີ​ມາ​ກ່ອນ​ນີ້ 15 ປີນັ້ນ​ ໄດ້​ປະກອບສ່ວນ​ເຮັດ​ໃຫ້​ວັດທະນະທຳ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນກັບ​ຂົງ​ເຂດ​ຕ່າງໆ​ຂອງ​ຊີວິດ​ສັງຄົມ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​, ວັດທະນະທຳ, ສັງຄົມຢູ່​ຫຼາຍ​ທ້ອງ​ຖີ່​ນ. ​ໂດຍ​ຮັບ​ຮູ້​ໄດ້​ຄວາມ​ສຳຄັນ​ຂອງ​ມະຕິ​ນີ້, ສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມ​ ທຸກ​ຂັ້ນໄດ້​ເປັນ​ເຈົ້າ​ການ​ນຳ​ເອົາ​ມະຕິ​ນີ້​ຕິດ​ພັນ​ກັບ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເພື່ອ​ແນ​ໃສ່​ສ້າງ​ກຳລັງ​​ຕື່ມ​ອີກ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ ​ແລະ ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດທະນະທຳ, ຈິດ​ໃຈ​ຂອງ​ຊາວ​ກະ​ສີກ​ອນຢູ່​ບັນດາ​ເຂດ​ຊົນນະບົດ. ດ້ວຍຈຸດໝາຍ​​ປະກອບສ່ວນ​ປຸກລຸກ​ນ້ຳ​ໃຈ​ສາມັກຄີ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່ ​ເພື່ອ​ການ​ພັດທະນາ​ຢູ່​ເຂດ​ຊົນນະບົດ​ຫວຽດນາມ. ທ່ານ​ນາງ ຫງວຽນ​ຮົ່ງຫຼີ, ຮອງ​ປະທານ​ສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມ, ​ໃຫ້​ຮູ້​ວ່າ:

“ສະມາຄົມ​ຊາວ​ກະ​ສີກ​ອນທຸກ​ຂັ້ນ ​ໄດ້​ຕັ້ງໜ້າ​ຂົນຂວາຍ​ຊາວ​ກະ​ສີກ​ອນ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ດ້ວຍ​ບັນດາ​ວຽກ​ງານ​ທີ່​ແທດ​ຈິງ​ຄື: ສະຫງວນ​ທີ່​ດິນ, ປະກອບເງິນ​ນັບພັນຕື້​ດົ່ງ, ປະກອບ​ກຳລັງ​ເຮື່ອ​ແຮງ​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ, ສາຍ​ໄຟຟ້າ, ​ຫ້ອງຮຽນ, ຫໍ​ວັດທະນະທຳ“.

ກໍ່ສ້າງຊົນນະບົດໃໝ່ຕິດພັນກັບການກໍ່ສ້າງ ແລະ ພັດທະນາວັດທະນະຂອງຊາດ - ảnh 2

ພາບອິນເຕີແນດ

ທ່ານປະທານສະມາຄົມ​ຊາວ​ກະ​ສີກ​ອນ​ແຂວງ​ເຊີນ​ລາ ຮ່ວາງ​ເຊືອງ, ​​ໄດ້ໃຫ້​ຮູ້ບົດຮຽນ​ຂອງ​ແຂວງ​ເຊີນ​ລາ ​ແມ່ນ​ນຳ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ຕິດ​ພັນ​ກັບ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ຢູ່​ທ້ອງ​ຖີ່​ນ, ຈາກ​ນັ້ນ​ສ້າງ​ເປັນ​ແບບຢ່າງ, ປັດ​ໃຈ​ໃໝ່​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ທ້ອງ​ຖີ່​ນ. ທ່ານນາງ​ປະທານສະມາຄົມ​ຊາວ​ກະ​ສີກ​ອນ​ແຂວງ​ນິງບິ່ງ ບູ່​ຍມາຍ​ຮວາ ​ໃຫ້​ຮູ້​ວ່າ ສະມາຄົມ​ຊາວ​ກະ​ສີກ​ອນ​ແຂວງ​ໄດ້​ປະຕິບັດ​ການ​ເຄື່ອນ​ໄຫວ​ວັດທະນະທ​ຳໃນ​ທົ່ວ​ສັງຄົມ, ຂົນຂວາຍ​ຊາວ​ກະ​ສີກ​ອນ​ແຂ່ງຂັນ​ກັນ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ທະວີຄູນບັນດາຮູບ​ແບບ, ບຸກຄົນ​ທີ່​ເປັນ​ແບບຢ່າງ ​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດ​ຕາມ.

“ສະມາຄົມ​ຊາວ​ກະ​ສີກ​ອນມີ​ບົດບາດ​ເປັນ​ເຈົ້າ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ດັ່ງ​ນັ້ນ​ໄລຍະ​ຜ່ານ​ມາ, ສະມາຄົມ​ໄດ້​ໂຄສະນາ​ເຖິງ​ບັນດາ​ສະມາ​ຊິກໃນ​ສະມາຄົມ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ກຳນົດ​ໄດ້​ບົດບາດ​ເປັນ​ເຈົ້າ​ຂອງ​ຊາວ​ກະ​ສີກ​ອນ​ໃນ​ວິວັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ພວກ​ຂ້າພະ​ເຈົ້າ​ກໍ່​ຍູ້​ແຮງ​ຂະ​ບວນການ​ຊາວ​ກະ​ສີກ​ອນແຂ່ງຂັນກັນຜະລິດ, ດຳ​ເນີນ​ທຸລະ​ກິດ​ເກັ່ງ; ລົງທຶນ​ສ້າງ​ບັນດາ​ຮູບ​ແບບ​ການ​ຜະລິດ ​ໂດຍ​ຜ່ານ​ກອງ​ທຶນ​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນ ​ແລະ ​ເຮັດ​ວຽກ​ງານ​ຖ່າຍ​ທອດ​ວິທະຍາສາດ ​ເຕັກນິກ​ໃຫ້​ແກ່​ຊາວ​ກະ​ສີກ​ອນ​ເປັນ​ຢ່າງ​ດີ, ​ເຊັນ​ສັນຍາຈຳໜ່າຍຜະລິດ​ຕະພັນ​ໃຫ້​ແກ່ຊາວ​ກະ​ສີກ​ອນ ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ຍົກ​ສູງ​ລາຍ​ຮັບ“.

ກໍ່ສ້າງຊົນນະບົດໃໝ່ຕິດພັນກັບການກໍ່ສ້າງ ແລະ ພັດທະນາວັດທະນະຂອງຊາດ - ảnh 3

ພາບອິນເຕີແນດ

ທ່ານ ດິງວັນ​ຕວານ, ປະທານສະມາຄົມ​ຊາວ​ກະ​ສີກ​ອນ​ແຂວງ​ລາວ​ກາຍ, ຖື​ວ່າ, ຊາວ​ກະ​ສີກ​ອນມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊາດ​ ​ເມື່ອ​ເຊື່ອມ​ໂຍງ​ກັບ​ສາກົນ. ອາດ​ຢືນຢັນ​ໄດ້​ວ່າ, ພາຍຫຼັງ 15 ປີ ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ທີ 5 ຊຸດ​ທີ 8, ຄວາມ​ຮັບ​ຮູ້​ຂອງ​ພະນັກງານ, ສະມາຊິກສະມາຄົມ​ຊາວ​ກະ​ສີກ​ອນ ກ່ຽວ​ກັບ​ວັດທະນະທຳ​ນັບ​ມື້​ນັບ​ຮອບດ້ານ, ​ເລິກ​ເຊິ່ງ, ປະກອບສ່ວນ​ຊຸກຍູ້​ວຽກ​ງານ​ສະມາຄົມ ​ແລະ ປຸກລະດົມ​ຊາວ​ກະ​ສີກ​ອນ​ເຂົ້າ​ຮ່ວມ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

“ມະຕິ​ນີ້​ມີ​ຄວາມ​ໝາຍ​ທີ່​ສຸດ​ໃນ​ການ​ອະນຸລັກ​ຮັກສາ​ບັນດາ​ສີສັນ​ວັດທະນະທຳ​ຂອງ​ຊາດ. ສຳລັບ​ລາວ​ກາຍ, ​ເຊິ່ງ​ແມ່ນ​ແຂວງ​ທີ່​ມີ​ວັດທະນະທຳ​ຫຼາຍ​ຮູບ​ຫຼາຍ​ແບບ, ​ເລື່ອງ​ຮັກສາ, ພັດທະນາ​ວັດທະນະທຳ​ກໍ່​ແມ່ນ​ກຳລັງ​ໜູນ​ເພື່ອ​ພັດທະນາ​ເສດຖະກິດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ຊາວ​ກະ​ສີກ​ອນ​ແຂວງ​ລາວ​ກາຍ ຈະ​ສືບ​ຕໍ່​ປະຕິບັດ​ມະຕິ​ນີ້​ໃຫ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ຕາມ​ມາດຖານ​ອັນ​ລະອຽດ, ຕິດ​ພັນ​ກັບ​ແຜນ​ຮ່າງ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ແຂວງ; ລົບ​ລ້າງ​ບັນດາ​ຮີດຄອງ​ທີ່​ຫຼ້າ​ຫຼັງ, ​ເສີມ​ຂະຫຍາຍ​ບັນດາ​ຮີດຄອງທີ່​ລຳ້​ຄ່າ​ຂອງ​ຊາດ​ຕື່ມ​ອີກ. ຈາກ​ນັ້ນ​ສ້າງ​ເປັນ​ແຫຼ່ງທຶນ​ເພື່ອ​ພັດທະນາ​ເສດຖະກິດ, ​ໃນ​ນັ້ນ​ມີ​ເສດຖະກິດ​ທ່ອງ​ທ່ຽວ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່“.

ກໍ່ສ້າງຊົນນະບົດໃໝ່ຕິດພັນກັບການກໍ່ສ້າງ ແລະ ພັດທະນາວັດທະນະຂອງຊາດ - ảnh 4

ພາບອິນເຕີແນດ

​ເພື່ອ​ເຮັດ​ໃຫ້ການ​ປະຕິບັດ​ມະຕິ​ບັນລຸ​ໄດ້​ປະສິດທິ​ຜົນ​ສູງ​ກວ່າ, ​ໄລຍະ​ຈະ​ມາ​ເຖິງ ສະມາຄົມ​ຊາວ​ກະ​ສີກ​ອນທຸກ​ຂັ້ນ​ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ໂຄສະນາ, ສຶກສາ​ໃຫ້​ພະນັກງານ, ສະມາຊິກ​ສະມາຄົມ, ຊາວ​ກະ​ສີກ​ອນ ກ່ຽວ​ກັບ​ລັດທິ​ຮັກ​ຊາດ, ຈິດ​ໃຈ​ຍົກ​ຍ້ອງ​ຊາດ​ດ້ວຍ​ຕົນ​ເອງ, ປຸກລຸກ​ນຳ້​ໃຈ​ສາມັກຄີ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ. ທ່ານ​ນາງ ຫງວຽນ​ຮົ່ງຫຼີ, ຮອງ​ປະທານສະມາຄົມ​ຊາວ​ກະ​ສີກ​ອນ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

“ຍູ້​ແຮງ​ບັນດາ​ຂະ​ບວນການ​ຊາວ​ກະ​ສີກ​ອນ​ແຂ່ງຂັນ​ກັນສ້າງ​ຊົນນະບົດ​ໃໝ່ ຕິດ​ພັນ​ກັບ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີກັນສ້າງ​ຊີວິດ​ທາງ​ດ້ານ​ວັດທະນະ ທຳ“ ​ໃຫ້ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​​ໃຫ້​ແກ່ສະມາຊິກ​ສະມາຄົມ, ຊາວ​ກະ​ສີກ​ອນ ກໍ່​ຄື​ປະກອບສ່ວນ​ກໍ່ສ້າງ​ຊາວ​ກະ​ສີກ​ອນ​ໃນ​ໄລຍະ​ໃໝ່, ສ້າງ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ຢູ່​ບັນດາ​ເຂດ​ຊຸມ​ຊົນ“.

​ເລື່ອງ​ສະມາຄົມ​ຊາວ​ກະ​ສີກ​ອນຫວຽ​ດນາມ​ ນຳ​ມະຕິ​ສູນ​ກາງ​ທີ 5 ​ເຂົ້າ​ໃນ​ຊີວິດ ບໍ່​ພຽງ​ແຕ່​ປະກອບສ່ວນ​ຊຸກຍູ້​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນກໍ່​ສ້າງ ​ແລະ ພັດທະນາ​ພື້ນຖານວັດທະນະທຳ​ຫວຽດນາມ​ທີ່ກ້າວໜ້າ ​ແລະ ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊາດອີກ​ດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ