ກໍ່ສ້າງຊົນນະບົດໃໝ່ຕິດພັນກັບການຮັບປະກັນສິ່ງແວດລ້ອມຢູ່ແຂວງກຽນຢາງ


(vovworld) - ນັບ​ແຕ່​ມີ​ການ​ຂົນ​ຂວາ​ຍກໍ່ສ້າງ​ຊົນນະບົດ​ໃໝ່, ​ໃນ​ນັ້ນ​ມີ​ມາດຖານ​ຮັບປະກັນ​ອະນາ​ໄມ​ສິ່ງ​ແວດ​ລ້ອມ, ປະຊາຊົນ​ເມືອງ​ ເຕິ​ນຫຽບ, ​ແຂວງ​ກຽນ​ຢາງ, ​ໄດ້​ຫັນປ່ຽນ​ຮູບ​ແບບ​ການ​ປູກຝັງ​ເພື່ອ​ນຳ​ໃຊ້​ທີ່​ດິນ, ສິ່ງ​ເສດ​ເຫຼືອ​ຈາກ​ການ​ລ້ຽງສັດ, ​ແກ້​ໄຂ​ຜະລິດ​ຕະພັນກະ​ເສດ​ສຳຮອງຖືກກັບ​ວິທີ, ມີ​ປະສິດທິ​ຜົນ. ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ຊ່ວຍ​ເພີ່ມ​ສະມັດ​ຕະພາບ​ຜົນລະປູກ, ສັດລ້ຽງ​ເທົ່າ​ນັ້ນ, ຫາກ​ຍັງ​ຮັບປະກັນ​ອະນາ​ໄມ​ສິ່ງ​ແວດ​ລ້ອມ​ໃນ​ເຂດ​ຊຸມ​ຊົນ ກໍ່​ຄື​ຫຼຸດຜ່ອນມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ໂດຍ​ກະສິກຳ​ກໍ່​ຂຶ້ນ.

ກໍ່ສ້າງຊົນນະບົດໃໝ່ຕິດພັນກັບການຮັບປະກັນສິ່ງແວດລ້ອມຢູ່ແຂວງກຽນຢາງ - ảnh 1

ບັນດາເສັ້ນທາງທີ່ສະອາດສວຍງາມຢູ່ກຽນຢາງ

(ພາບ: ອິນເຕີແນດ)

        ຄອບຄົວ​ທ່ານ ຫວໍ​ມິ​ງຈ໋ຽວ ຢູ່​ບ້ານ​ ກິ​ງ 7 ບີ, ຕາ​ແສງ​ ​ແທ້ງ​ດົງ​​ເອ, ​ເມືອງ ​ເຕິ​ນຫຽບມີ​ເນື້ອ​ທີ່​ນາ 10 ​ເຮັກຕາ. ກ່ອນ​ນີ້​ຄອບຄົວ​ທ່ານ​ປູກຝັງ​ຕາມ​ແບບວິທີ​ທີ່​ເປັນ​ມູນ​ເຊື້ອ, ​ແຕ່​ພາຍຫຼັງໄດ້​ຮັບ​ການ​ເຝິກອົບຮົມ​ກ່ຽວ​ກັບ​ຜົນ​ກະທົບຂອງ “ການ​ປ່ຽນ​ແປງ​ຂອງດິນຟ້າ​ອາກາດ ​ແລະ ນຳ້​ທະ​ເລ​ຂຶ້ນສູງ“ ​ເຖິງການ​ຜະລິດ​ກະສິກຳ. ຄອບຄົວ​ທ່ານ​ ​ແລະ ສະມາຊິກ​ສະຫະກອນກິ​ງ 7 ບີ​ຫຼາຍ​ຄົນ ​ໄດ້​ນຳ​ໃຊ້​ວິທີ​ປູກຝັງ​​ແບບໃໝ່, ທັງ​ຍົກ​ສູງ​ສະມັດ​ຕະພາບ​ແຮງ​ງານ, ທັງ​ຫຼຸດຜ່ອນ​ສິ່ງ​ເສດ​ເຫຼືອທີ່​ກໍ່​ມົນ​ລະ​ພິດເຖິງ​ສິ່ງ​ແວດ​ລ້ອມ. ນັ້ນ​ແມ່ນ: ຕ້ອງ​ນຳ​ໃຊ້​ແນວ​ພັນ​ທີ່​ໄດ້​ຮັບ​ການ​ຢັ້ງຢືນ; ຫຼຸດຜ່ອນ​ປະລິມານ​ແນວ​ພັນ; ຫຼຸດຜ່ອນ​ການ​ໃຊ້ຝຸ່ນ​, ຫຼຸດຜ່ອນການ​ໃຊ້​ຢາຮັກສາ​ພືດ, ຫຼຸດຜ່ອນ​ການ​ຫົດ​ນ້ຳ, ຫຼຸດຜ່ອນ​ການຮົ່ວ​ໄຫຼ​ພາຍໃນ ​ແລະ ຫຼັງ​ການ​ເກັບ​ກ່ຽວ, ຫຼຸດຜ່ອນ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ. ທ່ານ ຫວໍ​ມິ​ງຈ໋ຽວ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ, ຊາວ​ກະສິກອນ​ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ເຝິກອົບຮົມຢູ່ສູນ​ສົ່ງ​ເສີມ​ກະ​ສິກຳເມືອງ ​ເຕິ​ນຫຽບ ​ແລະ ບັນດາ​ນັກ​ຊ່ຽວຊານ​ຂອງ​ມະຫາວິທະຍາ​ໄລ​ ເກິ່ນ​ເທີ ​ກໍ່​ໄດ້​ຊ່ວຍ​ຊາວ​ກະສິກອນ​ດ້ານ​ເຕັກນິກ​ພື້ນຖານ​ກ່ຽວ​ກັບ​ການ​ປູກຝັງ. ສິ່ງ​ດັ່ງກ່າວ​ໄດ້​ນຳ​ມາ​​ເຊິ່ງປະສິດທິ​ຜົນ​ໃຫ້​ແກ່​ຊາວ​ກະສິກອນ, ຫຼຸດຜ່ອນ​ລາຄາ​ສົ້ນ​ເຂົ້າ, ​ແຕ່​ສະມັດ​ຕະພາບ​ຍັງ​ເປັນ​ປົກກະຕິ. ​ເມື່ອ​ທຽບ​ໃສ່​ກ່ອນ​ນີ້​ແມ່ນ​ມີ​ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ, ນັບ​ແຕ່​ການ​ຜະລິດ, ການຈຳໜ່າຍ ​ຕະຫຼອດ​ຮອດ​ການຫຼຸດຜ່ອນ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​“.

        ​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້, ບັນດາ​ອົງການ​ບໍ່ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ໄດ້​ສົມທົບ​ກັບ​ມະຫາວິທະຍາ​ໄລ ​ເກິ່ນ​ເທີ ​ແລະ ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ ກຽນ​ຢາງ ຈັດ​ຕັ້ງ​ຮູບ​ແບບ​ປູກ​ເຂົ້າ ​ຫຼຸດຜ່ອນສິ່ງ​ເສດ​ເຫຼືອ ແລະ ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ. ການ​ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ, ​ເຕັກນິກ, ວິທີ​ປູກຝັງ​ໃໝ່​ເຂົ້າ​ໃນ​ການ​ປູກ​ເຂົ້າ​ທັງ​ນຳ​ມາ​ເຊິ່ງປະສິດ​ທິຜົນ​ທາງ​ດ້ານ​ເສດຖະກິດ​ສູງ, ທັງ​ຫຼຸດຜ່ອນ​ສິ່ງ​ເສດ​ເຫຼືອ ​ແລະ ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ. ສິ່ງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້ປະຊາຊົນ​ເອົາ​ໃຈ​ໃສ່ ​ແລະ ນຳ​ໃຊ້​ໃນ​ທົ່ງ​ນາ​ຂອງ​ຄອບຄົວ​ຕົນ. ປ້າ ຫງວຽນ​ທິ​ໂຕ໋ງາ ຢູ່​ບ້ານ​​ ເຕິ​ນຮ່ວາ​​ເອ, ຕາ​ແສງ​ ເຕິ​ນຫຽບບີ, ​ໃຫ້​ຮູ້​ວ່າ:​

        “ຂ້າພະ​ເຈົ້າລະດົມ​ຜົວ​ລູກ​ຊື້​ແນວ​ພັນ​ໄດ້​ຮັບ​ການ​ຢັ້ງຢືນ, ທີ​ສອງ​ແມ່ນ​ຫຼຸດຜ່ອນ​ປະລິມານ​ແນວ​ພັນ, ທີ​ສາມ​ແມ່ນ​ຄອບຄົວ​ຫຼຸດຜ່ອນ​ການນຳ​ໃຊ້ຢາ​ຮັກສາ​ພືດ. ພາຍຫຼັງ​ເກັບ​ກ່ຽວ​ຕ້ອງ​ຈູດທຳລາຍ​ກົກ​ເຂົ້າ​ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ຕົກກ້າ. ​ເຮັດ​ຄື​ແນວ​ນັ້ນ​ສິ່ງ​ເສດ​ເຫຼືອ​ໃນ​ນາ​ຈຶ່ງ​ບໍ່​ອອກ​ສູ່​ແມ່​ນຳ້​ ​ແລະ ຫຼຸດຜ່ອນ​ມົນ​ລະ​ພິດສິ່ງ​ແວດ​ລ້ອມ​ໄດ້“.

        ທ່ານ ຫງວຽນ​ວັນ​ຢ໋າວ, ຮອງ​ຫົວໜ້າ​ພາກສ່ວນ​ສົ່ງ​ເສີມ​ກະ​ສີ​ກຳ​ເມືອງ ​ເຕິ​ນຫຽບ, ກໍ່​​ໃຫ້​ຮູ້​ວ່າ:

        “​ເມືອງ ​ເຕິ​ນຫຽບ ມີ​ປະສົບ​ການ,  ມີ​ສະຕິ ​ແລະ ຮູ້ນຳ​ໃຊ້​ເຕັກນິກ​ເຂົ້າ​ໃນ​ການ​ປູກຝັງຢ່າງ​ມີ​ປະສິດທິ​ຜົນ. ​ເຮັດ​ໄດ້​ຄື​ດັ່ງກ່າວ​ແມ່ນ​ຍ້ອນ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ, ບັນດາ​ສະຫະກອນ​ໄດ້​ມີ​ຄວາມ​ໃກ້ຊິດຕິດ​ແທດ​ກັບ​ຊາວ​ກະສິກອນ“.

        ​ແຕ່ລະ​ປີ, ຫວຽດນາມ​ ມີ​ຜະລິດ​ຕະພັນ​ກະ​ເສດ​ສຳຮອງ​ປະມານ 80 ລ້ານ​ໂຕນ​ບໍ່​ທັນ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ເໝາະ​ສົມ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຍ້ອນ​ຊິວິດ​ທາງ​ດ້ານ​ເສດຖະກິດ​ພັດທະນາ​ດັ່ງ​ນັ້ນ ຜະລິດ​ຕະພັນ​ກະ​ເສດ​ສຳຮອງ​ໄດ້​ຮັບ​ການ​ນຳ​ໃຊ້​ຄືນ​ໃໝ່​ໜ້ອຍ, ສ່ວນ​ຫຼາຍ​ແມ່ນ​ຖືກ​ປະ​ໄວ້​​ໃນ​ເຂດ​ທົ່ງ​ນາ, ທາງ​ບ້ານ. ​ເລື່ອງບໍ່​ນຳ​ໃຊ້ຜະລິດ​ຕະພັນ​ກະ​ເສດ​ສຳຮອງ​ຄືນ​ໃໝ່​ໄດ້​ກໍ່​ຄວາມ​ຟຸມ​ເຟືອຍ, ບໍ່​ເປັນຕາ​ງາມ, ບໍ່​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ຄົມມະນາຄົມ ​ແລະ ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ. ຍ້ອນ​ເຫດ​ນັ້ນ​ການ​ນຳ​ໃຊ້​ຮູບ​ແບບ​ໂຄງການ​ປູກຝັງ​ໃໝ່ ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ​ໃຫ້​ທ້ອງ​ຖີ່​ນກໍ່​ຄື​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ ​ເຈິ່ນກວາງ​ກູ​ຍ, ຮອງ​ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ​ ກຽນ​ຢາງ, ຢືນຢັນ​ວ່າ:

        “ຜ່ານ​ລາຍການ​ຜະລິດ​ຄື​ແນວ​ນັ້ນ, ​ໂຄງການ​ບັນລຸ​ໄດ້​ປະສິດທິ​ຜົນ, ສະມັດ​ຕະພາບ​ເພີ່ມ​ຂຶ້ນ​ປະມານ 10% ກຳ​ໄລ​ເພີ່ມ​ຂຶ້ນ​ປະມານ 48%, ການ​ປະຢັດ​ເພື່ອ​ຫຼຸດຜ່ອນ​ລາຄາ​ຜະລິດ​ຕະພັນ​ແມ່ນ​ຫຼຸດ​ລົງ​ປະມານ 30-40%. ສະ​ເພາະນຳ້​ຫຼຸດ​ລົງ 40%. ການ​ປູກຝັງ​ຕາມ​ວິທ​ີໃໝ່ ​ໄດ້​ຫຼຸດຜ່ອນການ​ປ່ອຍ CO2 ​ລົງ 30% ​ເມື່ອ​ທຽບ​ໃສ່​ການ​ປູກຝັງ​ໃນ​ເມື່ອກ່ອນ​“.

        ​ເມື່ອ​ເຂົ້າ​ໃຈ​ໄດ້​ຄວາມ​ສຳຄັນ​ຂອງ​ການ​ນຳ​ໃຊ້​ວິທີ​ການ​ປູກຝັງ​ໃໝ່​ສຳລັບ​ການ​ຫຼຸດຜ່ອນ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ຊາວ​ກະສິກອນ​ເອງ​ຈະ​ເປັນ​ຜູ້​ປະກອບສ່ວນ​ສຳຄັນ​​ເຂົ້າໃນ​ການ​ຫຼຸດຜ່ອນ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ. ຈາກ​ນັ້ນ​ສ້າງ​ພື້ນຖານ​ກະສິກຳ​ທີ່​ໝັ້ນຄົງ, ປະກອບສ່ວນ​ສຳຄັນ​ພ້ອມ​ກັບ​ທົ່ວ​ປະ​ເທດ​ຫຼຸດຜ່ອນ​ການ​ປ່ອຍ​ CO2 ​ອອກສູ່​ສິ່ງ​ແວດ​ລ້ອມ, ກໍ່ສ້າງ​ຊົນນະບົດ​ໃໝ່​ສຳ​ເລັດ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ