ກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງຢຸຍເຊີນ,ເມືອງຢຸຍຊວຽນ,ກວາງນາມ

(vovworld) –​ ພາຍ​ຫຼັງ​ 4 ​ກວ່າປີ​ແຫ່ງ​ການ​ຜັນ​ຂ​ະ​ຫຍາຍ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຕາ​ແສງ​ຢຸຍ​ເຊ​ີນ ເຊິ່ງ​ແມ່ນ​ຕາ​ແສງ​ເຂດ​ພູ​ດອຍ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ​້ງ​ຍາກ​ຫຼາຍ​ຢ່າງ ​ໃນແຂວງກວາງ​ນາມ ໄດ້​ກາຍ​ເປັນ​ໜຶ່ງ​ໃນ 4 ຕາ​ແສງ​ນຳ​ໜ້າ​ຂະ​ບວນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ຮູບ​ແບບ​ສະ​ຫະ​ກອນ​ກະ​ສິ​ກຳ ຢຸຍ​ເຊີນ ບັນ​ລຸ​ໄດ້​ຜົນ​ງານ​ພົ້ນ​ເດັ່ນຫຼາຍ​ຢ່າງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຂະ​ບວນການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ບົດ​ຂຽນ “ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ຢູ່​ຕາ​ແສງຢ​ຸຍ​ເຊີນ, ເມືອງ​ຢຸຍ​ຊວຽນ, ກວາງ​ນາມ” ຂອງ​ ຮ່​ວາຍ​ນາມ, ນັກ​ຂ່າວ VOV.


ກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງຢຸຍເຊີນ,ເມືອງຢຸຍຊວຽນ,ກວາງນາມ - ảnh 1
ຕາ​ແສງ ຢຸຍເຊີນ ໄດ້​ປະ​ຕິ​ບັດ​ສຳ​ເລັດ
14/19 ມາດ​ຖານກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່
(ພາບ: baoquangnam)


       ປີ 2011, ​ແຂວງກວາງ​ນາມ ໄດ້ຄັດ​ເລືອກຕາ​ແສງ​ຢຸຍ​ເຊີນ ເປັນ​ຕາ​ແສງຜັນ​ຂະ​ຫຍາຍ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ນັບ​ແຕ່​ມື້​ທຳ​ອິດ​ແຫ່ງ​ການ​ປຸກ​ລະ​ດົມ​ຂະ​ບວນ​ການ, ຍ້ອນ​ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ, ອະ​ທິ​ບາຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ກ່ຽວ​ກັບ​ຈຸດ​ປະ​ສົງ, ຄວາມ​ໝາຍ​ຂອງ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ເປັນ​ຢ່າງ​ດີ, ປະ​ຊາ​ຊົນ​ໃນ​ຕາ​ແສງ​ເປັນ​ຈຳ​ນວນ​ຫຼ​າຍ ໄດ້​ສະ​ໜັບ​ສະ​ໜູນ​ຢ່າງ​ສຸດ​ອົກ​ສຸດ​ໃຈ. ມາ​ຮອດ​ປະ​ຈ​ຸ​ບັນ, ຕາ​ແສງ ຢຸຍເຊີນ ໄດ້​ປະ​ຕິ​ບັດ​ສຳ​ເລັດ 14/19 ມາດ​ຖານກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່.

       ນັບ​ແຕ່​ມື​້ທຳ​ອິດ​​ແຫ່ງ​ການ​ຜັນ​ຂ​ະ​ຫຍາຍ, ປະ​ຊາ​ຊົນ​ໃນ​ຕາ​ແສງ​ໄດ້​ສະ​ໝັກ​ໃຈ​ມອບ​ທີ່​ດິນ​ນັບ​ພັນຕາ​ແມັດ ເພື່ອກໍ່​ສ້າງ​ທາ​ງ​ຄົມ​ມະ​ນາ​ຄົມ​ລະ​ຫວ່າງ​ບ້ານ, ປະ​ກອບ​ເງິນ​ນັບ​ຮ້ອຍ​ລ້ານ​ດົ່ງ​ເພື່ອກໍ່ສ້າງ​ຄອງ​ເໝືອງດ້ວຍ​ເບ​ຕົງ, ຮັບ​ປະ​ກັນ​ແຫຼ່ງ​ນ້ຳເພື່ອ​ຫົດ ໃຫ້​ທົ່ງ​ນາ​ທີ່ມີ​ເນື້ອ​ທີ 80 ​ເຮັກຕາ. ມາ​ຮອດ​ປະ​ຈຸ​ບັນ, ​ເມືອງ ຢຸຍ​ຊວ​ຽນ ​ໄດ້ຄັດ​ເລືອກທົ່ງ​ນາ​ດັ່ງ​ກ່າວ​​​ເພື່ອ​ສ້າງທົດ​ລອງ “ທົ່ງ​ນາ​ຂະ​ໜາດ​ໃຫຍ່” ຕາມ​ມາດ​ຖານ​ກໍ່ສ້າງຊົນ​ນະ​ບົດ​ໃໝ່. ເພື່ອ​ໃຫ້​ທົ່ງ​ນາ​ນີ້​​ໄ​ດ​້​ກາ​ຍ​ເປັນ “ອູ່​ເຂົ້າ” ​ຂອງ​ເມືອງ​ຢຸຍ​ຊວຽນ, ພໍ່​ແມ່​ປະ​ຊາ​ຊົນ​​ໄດ້ເຂົ້າ​ຮ່ວມ​ການຄູນ​ຄັນ​ນາ, ແບ່ງ​ທີ່​ດິນ, ສ້າງ​ທົ່​ງ​ນາ​ຂະ​ໜາດ​ໃຫຍ່, ​ຫັນ​ປ່ຽນ​ຜົນ​ລະ​ປູກ, ນຳກົນຈັກ​ເຂົ້າ​ໃນ​ການ​ຜະ​ລິດ. ທ່ານ ບຸຍ​ກຸຍ​ຮ່​ວາງ, ປະ​ຊາ​ຊົນ​ບ້ານ ຈ່າ​ເຈົາ, ຕາ​ແສງ​ຢຸຍ​ເຊ​ີນ, ເມືອງຢ​ຸຍ​ຊວຽນ, ແຂວງກວາງ​ນາມ ໃຫ້​ຮູ້​ວ່າ.

        “ການ​ປຸກລະ​ດົ​ມ​ທັງ​ໝົດຂອງ​ລັດ, ​ລ້ວນ​ແຕ່​​ໄດ້​ຮັບ​ການສະໜັບສະໜູນຈາກປະ​ຊາ​ຊົນ​ແຫ່ງນີ້, ນັບ​ທັງ​ດ້ານ​ວັດຖຸ ​ແລະຈິດ​ໃຈ​. ຍ້ອນ​ປະ​ຈຸ​ບັນ​ຊີ​ວິດ​ສັງ​ຄົມ​ໄດ້ມີ​ຄວາມ​ກ້າວ​ໜ້າ, ຊີວິດ​ຂອງ​ປະຊາຊົນ​ກໍ່ພັດທະນາ​​. ດັ່ງ​ນັ້ນ​ຂ້າພະ​ເຈົ້າກໍ​ຮູ້​ສຶກ​ພາກພູມ​ໃຈ​ຫຼາຍ”.

        ຍ້ອນ​ຮູ້​ວິ​ທີ​ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ໃນ​ສັງ​ຄົມ, ສະ​ນັ້ນ ຢ​ຸຍ​ເຊີນ ສາມາດລະ​ດົມ​ແຫຼ່ງ​ທຶນ​ໄດ້​ຫຼາຍ​ພໍ​ສົມ​ຄວນ​ເພື່ອ​ຮັບ​ໃຊ້​​ໃຫ້ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ມາ​ຮອ​ດ​ປະ​ຈຸ​ບັນ, ຢຸຍ​ເຊີນ ລະ​ດົມ​ແຫຼ່ງ​ເງິນທັງ​ໝົດໄດ້​ເກືອບ 60 ຕື້​ດົ່ງ ເພື່ອກໍ່​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ໂຄງ​ລ່າງ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ນອກ​ຈາກແຫຼ່ງ​ງົບ​ປະ​ມານ​ຂອງ​ແຂວງ ແລະ ເມືອງ​ແລ້ວ, ຕາ​ແສງຍ​ັງ​ນຳ​ໃຊ້​​ແຫຼ່ງທຶນ​ປະ​​ສົມ​ຈາກ​ໂຄງ​ການ​ອື່ນໆ, ແຫຼ່ງ​ທຶນ​​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ບໍ​ລິ​ເວນ​ຕາ​ແສງ ແລະ ປະ​ຊາ​ຊົນ​ກໍ່​ໄດ້ປະ​ກອບ​ເງິນ​ 3,3 ຕື້ກວ່າ​ດົ່ງ ​ໃຫ້​​ແກ່ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ຢຸ​ຍ​ເຊີນ​ ໄດ້​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ສຳ​ຄັນ​ກ່ຽວ​ກັບ​ຄົມ​ມະ​ນາ​ຄົມ, ຊົນລະ​ປະ​ທານ. ​ທາງ​ຄົມ​ມະ​ນາ​ຄົມ​​ໃນ​ບໍ​ລິ​ເວນ​ຕາ​ແສງມີລວງ​ຍາວ​​ທັງ​ໝົດ​ແມ່ນເກືອບ 80 ກ.ມ. ຕາ​ແສງ​ໄດ້​ລະ​ດົມ​ບັນ​ດາ​ແຫຼ່ງ​ທຶນ, ສົມ​ທົບ​ບັນ​ດາ​ໂຄງ​ການ​ເພື່ອ​ກໍ່ສ້າງທາງ​​ເບ​ຕົງທີ່ມີ​ລວງຍ​າວກວ່າ 30 ກ.ມ. ໃນ​ນັ້ນ​ທາງ​​ເບ​ຕົງລະ​ຫວ່າງ​ບ້ານ, ລະ​ຫວ່າງ​ຕາ​ແສງ​ກວມ 80% ​. ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ພໍ​່​ແມ່​ປະ​ຊາ​ຊົນ​ສຳ​ພັດ​ກັບ​​ຄວາມ​ກ້າວ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ​ເພື່ອ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຕາ​ແສງ​ຊົນນະບົດ​ໃໝ່, ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ ໄດ້​ຈັດ​ຕັ້ງ​ກ​ານ​ສອນ​ວິ​ຊາ​ຊີບ​ໃຫ້​ຄົນ​ງານ​ຊົນ​ນະ​ບົດ, ​ຖ່າຍ​ທອດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​​ໃນ​ການລ້ຽງ​ງົວ​ພັນ ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ກໍ່​ສ້າງ​ບັນ​ດາ​ຮາກ​ຖານ​ຜະ​ລິ​ດ​ປຸງ​ແຕ່ງ, ສ້າງ​ບັນ​ດາໜ່ວຍ​​ບໍ​ລິ​ການ​ຮັບ​ໃຊ້​ການເຮັດນາ ແລະ  ເກ​ັບ​ກ່ຽວ​ເຂົ້າ​​ດ້ວຍ​ກົນ​ຈັກ. ຊີ​ວິດ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ຕາ​ແສງ​ໄດ້​ຍົກ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ, ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ໄດ້ຫຼຸດ​ລົງ​ໃນ​ແຕ່ 3 ຫາ 3,5%/ປີ. ທ່ານ ຫງວຽນ​ເຕີນ​ຟຸກ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເມືອງ​ຢຸຍ​ຊວ​ຽນ, ແຂວງກວາງ​ນາມ ໃຫ້​ຮ​ູ້​ວ່າ.

        “ພໍ່​ແມ່ປ​ະ​ຊາ​ຊົນ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ສະ​ໜັບ​ສະ​ໜູນທີ່​ສຸດ. ຕາ​ແສງ​ຢຸຍ​ເຊີ​ນ ​ເຄີຍ​ນຳ​ໜ້າ​ທົ່ວ​ເມືອງ​ມາຫຼາຍ​ປີ​ຢ່າງ​ລ້ຽນ​ຕິດ​ແລ້ວ ແລະ ປີນີ້ກໍ​ສືບ​ຕໍ່​ນຳ​ໜ້າອີກ. ​​ ພໍ່​ແມ່​ປະ​ຊາ​ຊົນ​​ມີ​ຄວາມ​ຟົດ​ຟື້​ນມ່ວນ​ຊື່ນ​ຫຼາຍ. ສ່ວນ​ທ້ອ​ງ​ຖິ່ນ​ກໍ່ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ໃຫ​້​ມີ​ຄວາມ​​ເບີກບານມ່ວນ​ຊື່​ນ”.

        ຜ່ານ​ໄລ​ຍະ 4 ປີ​ແຫ່ງ​ການ​ຮ່ວ​ມ​ແຮງ​ຮ່ວມ​ໃຈ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຕາ​ແສງຢ​ຸຍ​ເຊີນ ບັນ​ລຸ​ໄດ້ 14/19 ມາດ​ຖານກໍ່ສ້າງ​ຊົນ​ນະ​ບົດ​ໃໝ່, ໃນ​ນັ້ນ​ມີ​ບັນ​ດາ​ມາດ​ຖານ​ສຳ​ຄັນ​ຄື: ການ​ວາງ​ແຜນກຳນົດ, ໄຟ​ຟ້າ, ໂຮງ​ຮຽນ, ຕະ​ຫ​ຼາດ​ຊົນ​ນະ​ບົດ, ໄປສະ​ນີ, ເຂດ​ຊຸມ​ຊົນ, ລາຍ​ຮັບ, ໂຄງ​ປະ​ກອບ​ແຮງ​ງານ, ຮູບ​ການ​ຜະ​ລິດ, ກາ​ນ​ສຶກ​ສາ ແລະ ສິ່ງ​ແວດ​ລ້ອມ. ປີ 2014, ທົ່ວຕາ​ແສງ​ຍັງ​ມີ 187 ຄອບ​ຄົວ​ທຸກ​ຍາກ, ຮອດ​ທ້າຍ​ປີ 2015 ຄອບ​ຄົວ​ທຸກ​ຍາກໄດ້ຫຼຸດ​ລົງ​ 50 ຄອບ​ຄົວ. ມາ​ຮອດ​ປະ​ຈຸ​ບັນ, ຕາ​ແສງຢ​ຸຍ​ເຊີນ ໄດ້​ປະ​ຕິ​ບັດ​ບັນ​ດ​າມາດ​ຖານ​​​ດ້ານ​ວັດ​ຖຸ, ວັດ​ທະ​ນະ​ທຳ​ໂດຍ​ພື້ນ​ຖານ. 8 ບ້ານ​ໃນ​ຕາ​ແສງ​ລ້ວນ​ແຕ່​ມີ​ຫໍ​ວັດ​ທະ​ນະ​ທຳ, ໃນ​ນັ້ນ, ປະ​ຊາ​ຊົນ​ໃນ​ບ້ານ​​ລົງ​ທຶນ​ປະກອບອຸ​ປະ​ກອນ​ບັນ​ລຸ​ມາດ​ຖານ​ຫໍ​ວັດ​ທະ​ນະ​ທຳ ແລະ ເຂດ​ກິ​ລາ​ບັນ​ດາ​ບ້ານ. ສະ​ເພາະ​ຫໍ​ວັດ​ທະ​ນະ​ທຳ​ຕາ​ແສງ, ອ​ຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​​ກໍໄດ້​ຮັບ​ການ​ລົງ​ທຶນກວ່າ 4,6 ຕື້​ດົ່ງ ແລະ ຈະກໍ່ສ້າງ​ສຳ​ເລັດ​ໃນ​ໄລ​ຍ​ະ​ຈ​ະ​ມາ​ເຖິງ.

        ໄລ່​ຮອດ​ຊຸມ​ວັນ​​ທ້າຍ​ປີ 2015, ຢຸຍ​ເຊີນ ໄດ້​ປ​ະ​ຕິ​ບັດ​​ໄລຍະ​ສຸດ​ທ້າຍ, ​ເພື່ອປະ​ຕິ​ບັດສຳ​ເລັດ 5 ມາດ​ຖານ​ທີ່​ຍັງ​ເຫຼືອ​​​ແມ່ນ: ຄ​ອບ​ຄົມ​ທຸກ​ຍາກ, ວັດ​ທະ​ນະ​ທຳ, ຄົມ​ມະ​ນາ​ຄົວ, ຊົນ​ລະ​ປະ​ທານ, ພື້ນ​ຖານ​ດ້ານ​ວັດ​ຖຸວັດ​ທະ​ນະ​ທຳ, ເພື່ອ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຕາ​ແສງ​ທຳ​ອິດ​ໃນ​ແຂວງ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ