ກໍ່ສ້າງຊົນນະບົດໃໝ່ຢູ່ຢາລາຍ: ການປ່ຽນໃໝ່ບົນພື້ນຖານເກົ່າ

(vovworld) - ປະຈຸ​ບັນ, ຢາ​ລາຍ​ ພວມ​ນຳ​ໜ້າ​ເຂດ​ໄຕ​ງວຽນ​ ໃນ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ດ້ວຍ 5 ຕາ​ແສງ​ບັນລຸ​ໄດ້ 19 ມາດຖານ, ​ໃນ​ນັ້ນ​ມີ​ບາງ​ຕາ​ແສງ​ຢູ່​ເຂດ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ. ບັນດາ​ການ​ປ່ຽນ​ໃໝ່​ບົນ​ພື້ນຖານ​ເກົ່າ ​ໄດ້​ຊ່ວຍ​ໃຫ້​ຕາ​ແສງ​ເຫຼົ່າ​ນັ້ນ​ມີ​ບາດກ້າວ​ກະ​ໂດດ​ຂັ້ນ​ໃນ​ຫຼາຍ​ຂົງ​ເຂດ. ບົດ​ຂຽນ “ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຢາ​ລາຍ: ການ​ປ່ຽນ​ໃໝ່​ບົນ​ພື້ນຖານ​​ເກົ່າ“ ຂອງ ກົງ​ບັກ, ນັກ​ຂ່າວ​ວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ, ​ໄດ້​ເວົ້າ​ເຖິງ​ຄວາມ​ຈິງ​ຢູ່​ຕາ​ແສງ​ເຂດ 2 ດັກ​ເຮຼີ, ​ເມືອງ ກບາງ.

ກໍ່ສ້າງຊົນນະບົດໃໝ່ຢູ່ຢາລາຍ: ການປ່ຽນໃໝ່ບົນພື້ນຖານເກົ່າ - ảnh 1

​ໃນ​ລະດູ​ຝົນ​ປີ​ນີ້, ຢູ່​ເຂດ​ຮ່ອມ​ພູ ດັກ​ເຮຼີ (ເມືອງ ກບາງ, ​ແຂວງ​ຢາ​ລາຍ) ຖືກ​ປົກ​ຄຸມ​ໄປ​ດ້ວຍ​ສີຂຽວ​ຂອງ​ຕົ້ນ​ອ້ອຍ. ທ່ານ ຕົ໋ງວັນ​ຢາງ, ຢູ່​ບ້ານ 4, ຕາ​ແສງ ດັກ​ເຮຼີ, ​ໃຫ້​ຮູ້​ວ່າ, ​ເຂດ​ນີ້​ສ່ວນ​ຫຼາຍ​ແມ່ນ​ດິນ​ປົນ​ຂີ້​ຊາຍ, ທີ່​ເໝາະ​ສົມ​ກັບ​ຕົ້ນ​ອ້ອຍ. ​ໄລຍະ 3ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຜ່ານ​ມາ, ກໍ່​ແມ່ນ 3 ປີ​ທີ່​ທ່ານ ​ແລະ ປະຊາຊົນ​ໃນ​ຕາ​ແສງ​ຍູ້​ແຮງ​ການ​ນຳ​ໃຊ້​ບັນດາ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ, ​ເຕັກນິກ, ນຳ​ໃຊ້​ກົນ​ຈັກ​ໃນ​ການ​ຜະລິດ, ນຳ​ແນວ​ພັນ​ໃໝ່​ເຂົ້າ​ໃນ​ການ​ປູກຝັງ. ປະສິດທິ​ຜົນ​ໄດ້​​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ສະມັດ​ຕະພາບ​ຕົ້ນ​ອ້ອຍ​ໄດ້​ເພີ່ມ​ຈາກ 60 ​ໂຕນ/​ເຮັກຕາ ຂຶ້ນ 100 ​ໂຕນ/​ເຮັກຕາ, ຊຳ້​ບໍ່​ໜຳ​ມີ​ບາງ​ແຫ່ງ​ບັນລຸ​ເຖິງ 130 ​ໂຕນ/​ເຮັກຕາ. ປະຈຸ​ບັນ, ທ່ານ ຢາງ ພ້ອມ​ກັບ 15 ຄອບຄົວ​ອື່ນ​ໃນ​ຕາ​ແສງ ດັກ​ເຮຼີ ພວມ​ສ້າງ​ຮູບ​ແບບ​ທົ່ງ​ນາ​ຂະໜາດ​ໃຫຍ່​ທົດ​ລອງ, ດ້ວຍ​ເນື້ອ​ທີ່​ເກືອບ 13 ​ເຮັກຕາ ​ເພື່ອ​ສືບ​ຕໍ່​ເສີມ​ຂະຫຍາຍ​ທ່າ​​ແຮງ​ຂອງ​ວິທະຍາສາດ, ​ເຕັກນິກ​ໃນ​ການ​ປູກຕົ້ນ​ອ້ອຍ. ທ່ານ ຕົ໋ງວັນ​ຢາງ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ໂຮງງານ​ຍົກ​ອອກ​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ທົ່ງນາ​ຂະໜາດ​ໃຫຍ່, ຂ້າ​ພະ​ເຈົ້າ​ກໍ່​ລະດົມ​ປະຊາຊົນ​ເຂົ້າ​ຮ່ວມ. ​ເມື່ອ​ເຫັນ​ໄດ້ຜົນ​ປະ​ໂຫຍ​ດຈາກ​ທົ່ງ​ນາ​ຂະໜາດ​ໃຫຍ່​ເຂົາ​ເຈົ້າ​ກໍ່​ເຫັນ​ດີ​ນຳ.

ກໍ່ສ້າງຊົນນະບົດໃໝ່ຢູ່ຢາລາຍ: ການປ່ຽນໃໝ່ບົນພື້ນຖານເກົ່າ - ảnh 2

ໂດຍ​ມີ​ດິນ​ຟ້າ​ອາກາດ ​​ແລະ ທີ່​ດິນ​ເໝາະ​ສົມ​ກັບ​ການ​ປູກ​ຕົ້ນ​ອ້ອຍ, ພ້ອມ​ກັບ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ໂຮງງານ​ຜະລິດ​ນຳ້ຕານ​ອານ​ເຄ ກໍ່​ຄື​ຄວາມ​ມານະ​ພະຍາຍາມ​ຂອງ​ຊາວ​ທ້ອງ​ຖີ່​ນ, ໃນ​ໄລຍະ​ຈະ​ມາ​ເຖິງ ຮູບ​ແບບ​ທົ່ງ​ນາ​ຂະໜາດ​ໃຫຍ່​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ກວ້າງຂວາງ​, ​ເພື່ອ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ເສດຖະກິດ​ສູງ​ກວ່າ​ໃຫ້​ແກ່​ຕາ​ແສງ ດັກ​ເຮຼີ, ​ເມືອງ ກບາງ. ພ້ອມ​ກັບ​ການ​ປ່ຽນ​ໃໝ່​ຈີນ​ຕະນາ​ການ​ໃນ​ການ​ຜະລິດ, ​ໂສມ​ໜ້າ​ຊົນນະບົດ​ໃໝ່​ຢູ່ຕາ​ແສງ ດັກ​ເຮຼີ ​ໄດ້​ມີ​ການ​ປ່ຽນ​ໃໝ່​ໂດຍ​ພື້ນຖານ. ດ້ວຍ​ນຳ້​ໃຈ​ສະໝັກ​ໃຈ, ປະຊາຊົນ​ໃນ​ຕາ​ແສງ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ, ປະ ກອບ​ເຫື່ອ​ແຮງ, ຊັບ​ສິນ ​ເພື່ອ​ກໍ່ສ້າງ​​ເສັ້ນທາງ​​ໃນ​ບ້ານ, ​ໃນ​ເຂດ​ທົ່ງ​ນາ. ມາ​ຮອດ​ປະຈຸ​ບັນ, ​ເສັ້ນທາງ​ໃນຕາ​ແສງ ດັກ​ເຮຼ ກວມ​ກວ່າ 90%, ດ້ວຍ 8 ກມ, ​ແມ່ນ​ໄດ້​ຮັບ​ການ​ປູຢາງ, ກໍ່ສ້າງ​ດ້ວຍ​ເບ​ຕົງ​ແລ້ວ, ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ໄປມາ, ຂົນ​ສົ່ງ​ສິນຄ້າ. ທ່ານ ຫງວຽນ​ແທງ​ເຟື້ອງ, ຢູ່​ບ້ານ 3, ຕາ​ແສງ ດັກ​ເຮຼີ, ​ໃຫ້​ຮູ້​ວ່າ:

        ”ປະຊາຊົນ​ໃນ​ໝູ່​ບ້ານ​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ທີ່​ສຸດ, ​ເພາະວ່າ​ກ່ອນ​ນີ້​ເສັ້ນທາງ​ຖືກ​ເປ​ເພ, ​ເປັນ​ຕົມ, ການ​ໄປ​ມາຍາ​ກຫຼາຍ. ​ເມື່ອ​ມີ​​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດ, ປະຊາຊົນ​ໄດ້​ພ້ອມ​ກັນ​ເຮັດ. ​ເມື່ອ​ມີ​ເສັ້ນທາງ​ໃໝ່​ແລ້ວ​ໝູ່​ບ້ານ​ກໍ່​ສະອາດ, ສວຍ​ງາມ​ກວ່າ.

ກໍ່ສ້າງຊົນນະບົດໃໝ່ຢູ່ຢາລາຍ: ການປ່ຽນໃໝ່ບົນພື້ນຖານເກົ່າ - ảnh 3

ໂຄງ​ລ່າງ​ພັດທະນາ, ​ເສດຖະກິດ​ເຕີບ​ໂຕ​ໄດ້​ສ້າງ​ເລື່ອນ​ໄຂ ​ແລະ ​ເປັນ​ກຳລັງ​ໜູນ​ເພື່ອ​ໃຫ້​ຫຼາຍ​ຄອບຄົວ​ຢູ່ ດັກ​ເຮຼີ ກໍ່ສ້າງ​ເຮືອນ​ໃໝ່. ທ່ານ ຫງວຽນ​ວັນ​ທັ໋ງ, ຢູ່​ບ້ານ 2, ຕາ​ແສງ ດັກ​ເຮຼີ ​ໃຫ້​ຮູ້​ວ່າ:

        “ຄອບຄົວ​ຂ້າພະ​ເຈົ້າ​ກຳນົດ​ວ່າ​ຕ້ອງ​ປຸກ​ສ້າງ​ເຮືອນ​ແບບ​ຖາວອນ​ໃຫ້​ສວຍ​ງາມ, ທັງເໝາະ​ສົມ​ກັບ​ຄອບຄົວ​ທັງ​ເໝາະ​ສົມ​ກັບທ້ອງ​ຖີ່​ນໃນ​ໄລຍະ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່“.

        ​ໃນ 3 ປີຜ່ານມາ, ​ໃນ​ບໍລິ​ເວນ​ຕາ​ແສງ ດັກ​ເຮຼີ ​ໄດ້​ມີ​ເຮືອນ​ນັບ​ຮ້ອຍ​ຫຼັງ ​ໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ​ໃໝ່, ​ແຕ່​ລະ​ຫຼັງ​ມີ​ມູນ​ຄ່າ​ນັບ​ຮ້ອຍ​ລ້ານ​ດົ່ງ, ຊຳ້​ບໍ​ໜຳ​ມີ​ບາງ​ຫຼັງ​ມີ​ມູນ​ຄ່າ​ເຖິງ​ຕຶ້ດົ່ງ. ບັນດາ​ເຮືອນ​ທີ່​ໃຫຍ່​ໂຕ​ໂອ​ໂຖງ ​ແລະ ສວຍ​ງາມ​ເຫຼົ່າ​ນັ້ນ​ໄດ້​ເປັນ​ການ​ພິສູດ​ໃຫ້​ແກ່​ການ​ພັດທະນາ​ຂອງ​ດິນ​ແດນ​ແຫ່ງ​ນີ້.

        ຫວນ​ຄືນ​ຫຼັງ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ເຈິ່ນຮື້​ວ​ເຟືອ​ກ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ດັກ​ເຮຼີ, ​ເມືອງ ກບາງ, ​ໃຫ້​ຮູ້​ວ່າ​, ສິ່ງ​ສຳຄັນ​ກວ່າ​ໝູ່ ​ແລະ ປະສົບ​ຜົນສຳ​ເລັດ​ທີ່​ສຸດ​ນັ້ນ​ແມ່ນ​ການ​ປ່ຽນ​ໃໝ່​ໃນ​ຈີນ​ຕະນາ​ການ, ວິທີ​ເຮັດ​ຂອງ​ປະຊາຊົນ. ການ​ປ່ຽນ​ໃໝ່​ນັ້ນ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ. ຕົວຢ່າງ​ຄື, ​ໃນ​ເນື້ອ​ທີ່​ປູກ​ຕົ້ນ​ອ້ອຍ​ປະມານ 1700 ​ເຮັກຕາດຽງ​ກັນ, ​​ແຕ່ລາຍ​ຮັບ​ໃສ່​ຫົວ​ຄົນ ​ໃນປະຈຸ​ບັນ​ບັນລຸ​ປະມານ 27,6 ລ້ານ​ດົ່ງ/ຄົນ, ​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2011. ທັງ​ຕາ​ແສງ​ມີ 800 ຄອບຄົວ, ​ແຕ່​​ມີ​ພຽງ 50 ຄອບຄົວ​ທຸກ​ຍາກເທົ່າ​ນັ້ນ. ທ່ານ ​ເຈິ່ນຮື້​ວ​ເຟືອ​ກ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ, ພວກ​ຂ້າພະ​ເຈົ້າ​ຕ້ອງ​ຊາບ​ຊືມໃຫ້​ພະນັກງານ​ກ່ອນ​, ຫຼັງ​ຈາກ​ນັ້ນ​ຈຶ່ງ​​ແມ່ນປະຊາຊົນ. ​ເມື່ອ​ປະຊາຊົນ​ເຂົ້າ​ໃຈ​ແລ້ວ, ​ເຂົາ​ເຈົ້າ​ຈະ​ເປັນ​ຜູ້ປະຕິບັດ. ລັດ​ພຽງ​ແຕ່​ໜູນ​ຊ່ວຍ, ສ້າງ​ກົນ​ໄກ, ນະ​ໂຍບາຍ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດ​ເທົ່າ​ນັ້ນ.

        ດັກ​ເຮຼີ, ​ແມ່ນ​ຕາ​ແສງ​ທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຂອງ​ເມືອງ ກບາງ, ​ແຂວງ​ຢາ​ລາຍ , ​ແຕ່​ພາຍຫຼັງ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ. ນີ້​ແມ່ນ​ໝາກຜົນ​ແຫ່ງ​ການ​ປ່ຽນ​ໃໝ່​ໂດຍ​ພື້ນຖານ, ​ແທດ​ຈິງ​ບົນ​ພື້ນຖານ​ເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ