ກໍ່ສ້າງຊົນນະບົດໃໝ່ຢູ່ເຂດພູດອຍແຂວງແຄ໋ງຮ່ວາ


(vovworld) - ບາ​ກຸ້ມ​ບັກ, ເມືອງ​ ​ແຄ໋ງ​ເຊີນ, ​ແຂວງ ​ແຄ໋ງຮ່ວາ ແມ່ນ​ຕາ​ແສງ​ຜະ​ລິດ​ກະສິກຳ​ເປັນ​ຕົ້ນ, ດ້ວຍ 86% ຈຳນວນ​ພົນລະ​ເມືອງ​ແມ່ນ​ຊາວ​ຊົນ​ເຜົ່າ ຣາລາຍ, ປະຈຸ​ບັນພວມ​ປະຕິບັດ​ບັນດາ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ສຳ​ເລັດ​ເທື່ອ​ລະ​ກ້າວ, ​ໃນ​ນັ້ນ, ທາງ​ຕາ​ແສງ​ຖື​​ມາດຖານ​ຍົກ​ສູງ​ລາຍ​ຮັບ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ເປັນ​ສຳຄັນ​ທີ່​ສຸດ.

ກໍ່ສ້າງຊົນນະບົດໃໝ່ຢູ່ເຂດພູດອຍແຂວງແຄ໋ງຮ່ວາ - ảnh 1

ກໍ່ສ້າງຊົນນະບົດໃໝ່ຢູ່ແຂວງແຄ໋ງຮ່ວາ

(ພາບ: ອິນເຕີແນດ)

        ຕາ​ແສງ ບາ​ກຸ້ມ​ບັກ, ຢູ່​ເມືອງ​ ແຄ໋ງ​ເຊີນ, ​ແຂວງ ​ແຄ໋ງຮ່ວາ, ​ໄດ້​ຮັບ​ການ​ເລືອກ​ເຟັ້ນກໍ່ສ້າງ​ຊົນນະບົດ​ໃໝ່​ນັບ​ແຕ່​ຄັ້ງທຳ​ອິດ. ​ໂດຍ​ແມ່ນ​ຕາ​ແສງ​ພູດ​ອຍ, ມີ​ເນື້ອ​ທີ່​ດິນ​ປ່າ, ດິນ​ທຳ​ມະ​ຊາດ​ຢ່າງ​ກວ້າງຂວາງ, ສະດວກ​ໃຫ້​ແກ່​ການ​ປູກ​ຕົ້ນ​ໄມ້​ໃຫ້​ໝາກ, ຕົ້ນ​ໄມ້​ພິ​ເສດ ​ແລະ ລ້ຽງສັດ... ດັ່ງ​ນັ້ນ​ການ​ກໍ່ສ້າງ​ຊົນນະບົດ​ຢູ່​ທີ່​ນີ້​​ໄດ້ປະກອບສ່ວນຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທ້ອງ​ຖີ່​ນ, ສ້າງ​ເງື່ອນ​ໄຂ​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ເຂດ​ຕາ​ເວັນ​ຕົກ​ແຂວງ ​ແຄ໋ງຮ່ວາ. ​ໃນ​ຊຸມ​ປີຜ່ານມາ, ຕາ​ແສງ ບາ​ກຸ້ມ​ບັກ ​ໄດ້​ລະດົມ​ທຶນ​ຈາກ​ແຫຼ່ງຕ່າງໆ​ເພື່ອ​ກໍ່ສ້າງ, ສ້ອມ​ແປງ​ກິດຈະກຳ​ກໍ່ສ້າງ​ພື້ນຖານ, ປະຕິບັດ​​ຮູບ​ແບບ​ເສດຖະກິດ​ຕາມ​ບັນດາ​ມາດຖານ​ໃນ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ປີ 2013 – 2014, ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ໄດ້​ເຊັນ​ອະນຸມັດ​​ແຫຼ່ງ​ງົບປະມານ 277 ລ້ານ​ກວ່າ​ດົ່ງ​ໃຫ້​ຕາ​ແສງ ​ເພື່ອ​ພັດທະນາ​ການ​ຜະລິດ, ປະຕິບັດ 6 ຮູບ​ແບບ​ກ່ຽວ​ກັບ​ການປູກ​ຕົ້ນ​ໄມ້, 16 ຮູບ​ແບບ​ກ່ຽວ​ກັບການ​ລ້ຽງສັດ. ຄຽງ​ຂ້າງ​ນັ້ນ, ທາງ​ຕາ​ແສງ​ກໍ່​ເອົາ​ໃຈ​ໃສ່​ຍູ້​ແຮງ​ການ​ພັດທະນາ​ການ​ຜະລິດ, ຍົກ​ສູງ​ລາຍ​ຮັບ​ໃຫ້​​ແກ່ປະຊາຊົນ, ​ດ້ວຍ​ການໜູນ​ຊ່ວຍການ​ລົງທຶນ, ສົມທົບ​ກັບ​ການ​ກໍ່ສ້າງ​ບັນດາ​ຮູບ​ແບບ​ເສດຖະກິດ​ເຊັ່ນ: ປູກ​ເຂົ້ານາ​ທາມ, ປູກ​ສາລີ​ແນວ​ພັນ​ປະສົມ​ທີ່​ສາມາດ​ທົນ​ກັບ​ໄພ​ແຫ້ງ​ແລ້ງ, ລ້ຽງ​ງົວ, ຄວາຍ...

        ດ້ວຍ​ຈຸດ​ພິ​ເສດ​ແມ່ນ​ຕາ​ແສງ​ຜະລິດ​ກະສິກຳ​ເປັນ​ຕົ້ນ, ປະຊາຊົນ​ຊາວ​​ຊົນເຜົ່າຢູ່​ທີ່​ນີ້​ສ່ວນ​ຫຼາຍ​ແມ່ນ​ລຶ້ງ​ເຄີຍ​ກັບ​ການ​ຜະລິດ​ກະສິກຳ, ​ແລະ ອີງ​ໃສ່ປະສົບ​ການ​ເພື່ອ​ຜະລິດ, ດັ່ງ​ນັ້ນ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ບໍລິ​ເວນ​ຕາ​ແສງ​ກໍ່​ບໍ່​ແມ່ນ​ເລື່ອງ​ທີ່​ງ່າຍດາຍ. ທ່ານ ​ເມົ໋າທ໋າຍກື, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ ​ແຄ໋ງ​ເຊີນ, ​ໃຫ້​ຮູ້​ວ່າ:

        “​ໃນ​ເບື້ອງ​ຕົ້ນ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ທີ່​ນີ້, ທັງ​ມີ​ຄວາມ​ສະດວກ, ທັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ບໍ່​ແມ່ນ​ໜ້ອຍ. ຄວາມ​ສະດວກ​ນັ້ນແມ່ນ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ​ຈາກ​ປະຊາຊົນ, ດ້ວຍ​ການ​ບໍລິຈາກ​ທີ່​ດິນ, ປະກອບ​ເຫື່ອ​ແຮງ​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ, ​ໂຮງຮຽນ, ສຸກສາລາ, ຫໍ​ວັດທະນະທຳ. ​ແຕ່​ງົບປະມານ​ໃຫ້​ແກ່​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລາສງຊົນນະບົດ​ໃໝ່​ຍັງ​ຈຳກັດ​ຢູ່, ຊາວ​ເຜົ່າ ຣາລາຍ ມີ​ລະດັບ​ຄວາມ​ຮູ້​ຕຳ່, ການ​ສຳ​ຜັດ​ກັບ​ເຕັກນິກ​ຜະລິດ​ໃໝ່​ກໍ່ຍາກຫຼາຍ. ດັ່ງ​ນັ້ນ​ທາງ​ເມືອງ​ຈຶ່ງ​ສຸມ​ໃສ່​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ເທື່ອ​ລະ​ກ້າວ“.

        ພາຍຫຼັງ 4 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕາ​ແສງ ບາ​ກຸ້ມ​ບັກ ລະດົມ​ທຶນ​ໄດ້ 6,3 ຕຶ້ດົ່ງ ​ເພື່ອ​ກໍ່ສ້າງ, ສ້ອມ​ແປງ​ທາງ​ຫຼາຍ​ສາຍ, ​ແລະໂຮງຮຽນ​ໃນ​ຕາ​ແສງຈຳນວນ​ໜຶ່ງ​. ທາງ​ຕາ​ແສງ​ກໍ່​ສົມທົບ​ກັບ​ສູນ​ສອນ​ວິຊາ​ຊີບ​ເມືອງ ​ແຄ໋ງ​ເຊີນ ​ເປີດ​ຊຸດ​ກໍ່ສ້າງ​ວິຊາ​ຊີບ​ທີ່​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ ກໍ່​ຄື​ສະພາບ​ຕົວ​ຈິງ​ຂອງ​ທ້ອງ​ຖີ່​ນ​ເຊັ່ນ: ຕັດຫຍິບ, ຊ່າງ​ໄມ້... ​ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ, ຫັນ​ເປັນ​ຫຼາຍ​ຂະ​ແໜງ​ອາຊີບ​ໃຫ້​ແກ່​ປະຊາຊົນ. ຍ້ອນ​ເຫດ​ນັ້ນ​ຊາວ​ໜຸ່ມ​ຈຳນວນ​ໜຶ່ງ​ໃນ​ຕາ​ແສງ​ໄດ້​ມີ​ອາຊີບ​ຢ່າງ​ແນ່ນອນ ​ແລະ ມີ​ລາຍ​ຮັບ​ເປັນປົກກະຕິ. ພ້ອມ​ກັບ​ວິວັດ​ການ​ກໍ່ສ້າງ​ຊົນນະບົດ​​ໃໝ່, ບາ​ກຸ້ມ​ບັກ ຍັງ​ປະຕິບັດ​ບັນດາ​ໂຄງການ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ລົບ​ລ້າງ​ຄວາມ​ອຶກ​ຫີ​ວ ຫຼຸດ​ຜ່ອນ​ຄວາມທຸກ​ຍາກ, ໜູນ​ຊ່ວຍ​ຄອບຄົວ​ທຸກ​ຍາກ​ໃນ​ການ​ກູ້​ຢືມ​ທຶນ ສົມທົບ​ກັບ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແຄ໋ງຮ່ວາ ກໍ່​ມີ​ບາງ​ນະ​ໂຍບາຍ​ສະ​ເພາະ​ເພື່ອ​ໜູນ​ຊ່ວຍ​ໃຫ້​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ໃນ​ບໍລິ​ເວນ. ທ່ານ ຫງວຽນ​ກວາງ​ງອກ, ຫົວໜ້າ​ຄະນະ​ຊົນ​ເຜົ່າ​ແຂວງ ​ເຄ໋ງຮ່ວາ, ​ໃຫ້​ຮູ້​ວ່າ:

        “​ແຂວງ ​ແຄ໋ງຮ່ວາ ​ໄດ້​ມີລາຍການ​ສະ​ເພາະ​ໃນ​ໄລຍະ 2010 - 2015 ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່ເຂດ​ພູດ​ອຍ, ​ໃນ​ນັ້ນ​ມີໂຄງການ​ສົມທົບ​ກັບ​ອົງການ​ຈັດ​ຕັ້ງຕ່າງໆ​ຄື: ຄະນະ​ຊາວ​ໜຸ່ມ, ສະມາຄົມ​ຊາວນາ... ​ໂຄສະນາ​ຍົກ​ສູງ​ຄວາມ​ຮູ້​ໃຫ້​ຊາວ​ຊົນ​ເຜົ່າ, ໜູນ​ຊ່ວຍ​ງົບປະມານ​ກໍ່ສ້າງ​ຮູບ​ແບບ​ຜະລິດ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຕິດ​ຕັ້ງ​ລະບົບ​ໄຟຟ້າ, ນຳ້​ສະອາດ... ບັນດາ​ໂຄງການ​ດັ່ງກ່າວ​ພວມ​ປະກອບສ່ວນ​ປັບປຸງ​ບັນດາ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່ ບາ​ກຸ້ມ​ບັກ“.

        ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ມາ​ຮອດ​ປະຈຸ​ບັນ, ຕາແສງ ບາກຸ້ມບັກ ສາມາດບັນລຸໄດ້ 6/19 ມາດຖານກໍ່ສ້າງຊົນນະບົດໃໝ່. ສຳລັບຕາແສງຢູ່ເຂດພູດອຍທີ່ຫ່າງໄກສອກຫຼີກ, ເງື່ອນໄຂພື້ນຖານດ້ານວັດຖຸ, ທາງຄົມມະນາຄົມໄປມາຫຍຸ້ງຍາກນັ້ນ, ເພື່ອບັນລຸໄດ້ຈຸດໝາຍດັ່ງກ່າວ ແມ່ນຕ້ອງມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງ. ໃນນັ້ນ, ສິ່ງທີ່ໜ້າສົນໃຈນັ້ນ ແມ່ນມາດຖານຍົກສູງລາຍຮັບ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນພວມ​ມີ​ຄວາມ​ຄືບ​ໜ້າ. ນີ້​ແມ່ນ​ປັດ​ໃຈ​ທີ່​ສຳຄັນ​ເພື່ອ​ໃຫ້​ຕາ​ແສງ ບາ​ກຸ້ບັກ ກໍ່​ຄື​ຫຼາຍ​ຕາ​ແສງ​ຢູ່​ເຂດ​ພູດ​ອຍ​ໃນ​ເມືອງ ​ແຄ໋ງ​ເຊີນ, ​ແຂວງ ​ແຄ໋ງຮ່ວາ, ມີ​ເງື່ອນ​ໄຂ​ເພື່ອ​ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ