ກໍ່ສ້າງຊົນນະບົດໃໝ່ໃນບ້ານເກີດເມືອງນອນປະຕິວັດ


(vovworld) - ຕາ​ແສງ​ເຕິ​ນຈ່າວ, ​ເມືອງ​ເຊີນ​ເຢືອງ, ​ແຂວງ​ຕວຽນ​ກວາງ ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ແຫ່ງ​ການ​ປະຕິວັດ, ແມ່ນ​ສະຖານ​ທີ່​ປະຕິວັດ​ທີ່​ລື​ຊື່​​ໃນ​ຊຸມ​ວັນ​ປະຕິວັດ​ເດືອນ​ສິງຫາ​ປີ 1945. ​ເຕິ​ນຈ່າວ​ແມ່ນ​ໜຶ່ງ​ໃນ 3 ຕາ​ແສງ​ທີ່​ຕາງໜ້າ​ໃຫ້ 3 ພາກ​ຂອງ​ທົ່ວ​ປະ​ເທດ ໄດ້​ຮັບ​ການ​ອຸປະຖຳ​ຈາກ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ກ່ຽວ​ກັບ​ແຫຼ່ງກຳລັງ​ເພື່ອ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່.

ກໍ່ສ້າງຊົນນະບົດໃໝ່ໃນບ້ານເກີດເມືອງນອນປະຕິວັດ - ảnh 1

ຕົ້ນໄຮເຕິນຈ່າວ

(ພາບ: ອິນເຕີແນດ)

​ເຕິ​ນຈ່າວ ​ແມ່ນ​ຕາ​ແສງ​ພູດ​ອຍ, ດັ່ງ​ນັ້ນ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ, ປະຕິບັດ​​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ​, ຍ້ອນ​ມີ​ວິທີ​ເຮັດ​ທີ່​ດີ, ມີ​ຫົວຄິດ​ປະດິດ​ສ້າງ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ຂອງ​ທ້ອງ​ຖີ່​ນ, ຕາ​ແສງ ​ເຕິ​ນຈ່າວ ຈຶ່ງ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ໜ້າ​ຊື່ນ​ຊົມ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ມາ​ຮອດ​ປະຈຸ​ບັນ, ​ເຕິ​ນຈ່າວ​ ບັນລຸ​ໄດ້ 19/19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໃນ​ນັ້ນ​ມີ​ບັນດາ​ມາດຖານ: ວາງ​ແຜນ​ກຳນົດ, ທາງ​ຄົມມະນາຄົມ, ຊົນລະປະທານ, ​ໄປສະນີ, ຮູບ​ການຈັດ​ຕັ້ງ​ການ​ຜະລິດ, ການ​ສຶກສາ, ສາທາລະນະ​ສຸກ, ວັດທະນະທຳ, ລະບົບ​ການ​ເມືອງ, ຄວາມ​ສະ​ຫົງ​ບປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ; ຊີວິດ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຈະ​ແຈ້ງ. ຍ້ອນ​ເຫດ​ນັ້ນ​ໂສມ​ໜ້າ​ຊົນນະບົດ​ຈຶ່ງ​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ. ​ເສັ້ນທາງ​​ເບ​ຕົງລະຫວ່າງ​ບ້ານສະອາດ, ສວຍ​ງາມ, ​ເຮືອນຮ້ານ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​​ເຜົ່າ​ໄຕ ​ໄດ້​ຮັບ​ການ​ສ້ອມ​ແປງ ​ແລະ ກໍ່ສ້າງ​ໃໝ່. ບັນດາ​ຮາກ​ຖານ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ການ​ບໍລິການ​ທ່ອງ​ທ່ຽວ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ. ທີ່​ຫໍ​ວັດທະນະທຳ​ບ້ານ, ປະຊາຊົນ​ແອບ​ກິລາ, ລະ​ຫຼິ້ນ, ບັນ​ເທິງ​ຢ່າງ​ຫ້າວຫັນ… ​ເພື່ອ​ບັນລຸ​ໄດ້ຜົນ​ງານ​ດັ່ງກ່າວ, ນັບ​ແຕ່​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ອຳນາດ​ການ​ປົກຄອງ​ຕາ​ແສງ​ເຕິ​ນຈ່າວ ​ໄດ້​ກຳນົດ​ນີ້​ແມ່ນ​ໂຄງການ​ພັດທະນາ​ເສດຖະກິດ​ສັງ​ລວມ, ຮອບດ້ານ, ຈຳ​ເປັນ​ຕ້ອງ​ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທົ່ວ​ປວງ​ຊົນ. ຍ້ອນ​ເຫດ​ນັ້ນ, ອຳນາດ​ການ​ປົກຄອງ​ຕາ​ແສງ​ເຕິ​ນຈ່າວ ​ໄດ້​ມີ​ແຜນ​ນະ​ໂຍບາຍ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ຂອງ​ປະຊາຊົນ. ທຸກ​ຮູບ​ການ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ລ້ວນ​ແຕ່​ໄດ້​ຮັບ​ການ​ເປີດ​ເຜີຍ​ເພື່ອ​ໃຫ້​ປະຊາຊົນ​ປຶກສາ​ຫາລື, ອີງ​ໃສ່​ເງື່ອນ​ໄຂ​ຕົວ​ຈິງ​ຢູ່​ທ້ື້ອງຖີ່​ນ, ດັ່ງ​ນັ້ນ​​ໂຄງການ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ການ​ສະໜັບສະໜູນ​ຈາກ​ປະຊາຊົນ​ໃນ​ຕາ​ແສງ. ທ່ານ ​ເບ໋ວັນ​ຫາຍ, ສະມາຊິກ​ຄະນະ​ປະຕິບັດ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ​ເຕິ​ນຈ່າວ, ​ໃຫ້​ຮູ້​ວ່າ:

“​ເພື່ອ​ເຮັດ​ວຽກ​ງານ​ປຸກລະດົມ​ປະຊາຊົນ​ປະຕິບັດ​ບັນດາ​ໂຄງການ​ຈຸດໝາຍກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​​ເຮັດ​ແນວ​ໃດ​ໃຫ້​ພໍ່​ແມ່​ປະຊາຊົນ​ເຂົ້າ​ໃຈ​ໄດ້​ສະພາບ​ຕົວ​ຈິງ​ຢູ່​ທ້ອງ​ຖີ່​ນ, ກໍ່​ຄື​ບັນດາ​ບັນຫາ​ທີ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ, ອັນ​ໃດ​ເຮັດ​ກ່ອນ, ອັນ​ໃດ​ເຮັດ​ຕາມ​ຫຼັງ, ຈາກ​ນັ້ນ​ປຸກລະດົມ, ກຳນົດ​ທິດ​ຢ່າງ​ລະອຽດ, ​​ເຮັດ​ໃຫ້​ປະຊາຊົນ​ຮູ້​ພັນທະ ​ແລະ ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ທັງ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ, ທັງ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຄອບຄົວ“.

ກໍ່ສ້າງຊົນນະບົດໃໝ່ໃນບ້ານເກີດເມືອງນອນປະຕິວັດ - ảnh 2

ທາງເບຕົງລະຫວ່າງບ້ານຢູ່ເຕິນຈ່າວ

(ພາບ: ອິນເຕີແນດ)

ໜຶ່ງ​ໃນ​ບັນດາ​ມາດຖານ​ສຳຄັນ​ກວ່າ​ໝູ່​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ນັ້ນ​ແມ່ນ​ພັດທະນາ​ການ​ຜະລິດ. ຍົກ​ສູງ​ລາຍ​ຮັບ​ໃຫ້​ປະຊາຊົນ. ອຳນາດ​ການ​ປົກ​ຄອງ​ຕາ​ແສງ ​ເຕິ​ນຈ່າວ ກຳນົດ​ແຈ້ງ​ສະພາບ​ການ​ຢູ່​ທ້ອງ​ຖີ່​ນ, ຊອກ​ຫາ​ຄວາມ​ສາມາດ​ບົ່ມ​ຊ້ອນ​, ທ່າ​ສະດວກ​ໃນ​ການ​ພັດທະນາ​ການ​ຜະລິດ, ຈາກ​ນັ້ນ​ສຸມ​ໃສ່​ຊີ້​ນຳ​ເພື່ອ​ພັດທະນາ​ເສດຖະກິດ​ຢ່າງ​ໝັ້ນຄົງ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ ​ແລະ ​ເໝາະ​ສົມ​ກັບ​ທ້ອງ​ຖີ່​ນ. ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ປູກຝັງ, ​ເພີ່ມ​ສະມັດ​ຕະພາບ​ການ​ຜະລິດ​ເຂົ້າ ​ແລະ ພືດ, ໜູນ​ຊ່ວຍ​ປະຊາຊົນ​ໃນ​ການ​ກູ້​ຢືມ​ທຶນ​ພັດທະນາ​ການ​ຜະລິດ, ບັນດາ​ຮູບ​ແບບ​ຟາ​ມ, ລ້ຽງສັດ, ສວນ​ໝາກ​ໄມ້​; ຖ່າຍ​ທອດ​ເຕັກນິກ​ຢ່າງ​ເໝາະ​ສົມ, ​ໄດ້ນຳ​ມາ​ເຊິ່ງປະສິດທິ​ຜົນ​ເສດຖະກິດ​ສູງ. ບາງ​​ໂຄງ​ການຜະລິດ​ປຸງ​ແຕ່ງ​, ຈຳໜ່າຍ​ຜະລິດ​ຕະພັນ​ຊາ, ຍູ້​ແຮງ​ການ​ລ້ຽງສັດ, ພັດທະນາ​ຝູງ​ສັດ​ປີກ​ຕາມ​ທິດ​ຜະລິດ​ເປັນ​ສິນຄ້າ​ກໍ່​ບັນລຸ​ໄດ້ຜົນ​ງານ​ທີ່​ດີ, ຊ່ວຍ​ຫຼາຍ​ຄອບຄົວ​ຊາວ​ກະສິກອນ​ບືນ​ຕົວ​ຂຶ້ນ​ໃນ​ການ​ດຳລົງຊີວິດ​. ອ້າຍ ຟຸ່ງວັນ​ມິ​ງ, ໜຶ່ງ​ໃນ​ບັນດາ​ຄອບຄົວ​ທີ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ພັດທະນາ​ການ​ລ້ຽງສັດ​ຈາກ​ອຳນາດ​ການ​ປົກຄອງ, ​ໃຫ້​ຮູ້​ວ່າ:

“ກ່ອນ​ນີ້​ຄອບຄົວ​ຂ້າພະ​ເຈົ້າ​ແມ່ນ​ຄອບຄົວ​ທຸກ​ຍາກ. ​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ທຶນ​ຈາກ​ລັດ, ອຳນາດ​ການ​ປົກຄອງ ​​ ເພື່ອ​ພັດທະນາ​ການ​ລ້ຽງສັດ. ປະຈຸ​ບັນ​, ຂ້າພະ​ເຈົ້າ​ໄດ້​ກໍ່ສ້າງ​ເຮືອນ​ໃໝ່​ແລ້ວ. ນອກ​ນັ້ນ​ຂ້າພະ​ເຈົ້າ​ຍັງ​ໄດ້​ເຂົ້າຮ່ວມ​ຊຸດຟຶກອົບຮົມ​ແນະນຳ​ກ່ຽວ​ກັບ​ເຕັກນິກ​ປູກຝັງ, ລ້ຽງ​ສັດ, ດັ່ງ​ນັ້ນ​ເສດຖະກິດ​ກໍ່​ໄດ້​ດີກ​ວ່າ​ເກົ່າ​ ແລະ ຄອບຄົວ​ຂ້າພະ​ເຈົ້າ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ“.

ກໍ່ສ້າງຊົນນະບົດໃໝ່ໃນບ້ານເກີດເມືອງນອນປະຕິວັດ - ảnh 3

ເຮືອນຮ້ານຂອງຊາວເຜົ່າໄຕໄດ້ຮັບການສ້ອມແປງ ແລະ ກໍ່ສ້າງໃໝ່
(ພາບ: ອິນເຕີແນດ)

ດ້ວຍ​ຄາດ​ໝາຍ​ຫັນປ່ຽນ​ໂຄງ​ປະກອບ​ແຮງ​ງານ, ຕາ​ແສງ​ເຕິ​ນຈ່າວ ​ໄດ້​ດຳ​ເນີນ​ການວາງ​ແຜນ​ກຳນົດ​ດິນ​ນາ​ຄືນ​ໃໝ່, ສະຫງວນ​ທີ່​ດິນ​ເພື່ອ​ພັດທະນາ​ບັນດາ​ຂະ​ແໜງ​​ອຸດສາຫະກຳນ້ອຍ​ຫັດຖະກຳ​, ພັດທະນາ​ການ​ຄ້າ ​ແລະ ການ​ບໍລິການ, ປັບປຸງ​ບັນດາ​ສູນ​ສອນ​ວິຊາ​ຊີບ​ໃນ​ຕາ​ແສງ, ສົມທົບ​ກັບ​ບັນດາ​ສູນ​ສອນ​ວິຊາ​ຊີບ​ອື່ນໆ​ຍູ້​ແຮງ​ການ​ບຳລຸງ​ສ້າງ, ພັດທະນາ​ບັນດາ​ຂະ​ແໜງ​ໃໝ່, ​ໂດຍ​ສະ​ເພາະ​ແມ່ນ​ຍົກ​ສູງ​ລະດັບ​ສີ​ມື​ແຮງ​ງານ​ໃຫ້​ແກ່​ຊາວ​ກະສິກຳ, ຫຼຸດຜ່ອນ​ອັດຕາ​ສ່ວນ​ແຮງ​ງານ​ໃນ​ຂະ​ແໜງ​ກະສິກຳ, ​ເພີ່ມ​ອັດຕາ​ສ່ວນ​ແຮງ​ງານ​ໃນ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ບໍລິການ, ສ້າງ​ປະຖົມ​ປັດ​ໃຈ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ. ໜຶ່ງ​ໃນ​ບັນດາ​ມາດຖານ​ສຳຄັນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ນັ້ນ​ແມ່ນ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ພັດທະນາ​ທາງ​ຄົມມະນາຄົມ​ຊົນນະບົດ. ມີ​ຫຼາຍ​ຄອບຄົວ​ໄດ້​ບໍ​ລິ​ຈາກ​ທີ່​ດິນ​ໃຫ້​ແກ່​ການ​ກໍ່ສ້າງ​​ທາງຄົມມະນາຄົມ, ບັນດາ​ກິດຈະກຳ​ວັດທະນະທຳ, ສະຫວັດດີ​ການ​ສັງຄົມ. ທ່ານ ຫງວຽນ​ວັນ​ຮ່ວາ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ເຕິ​ນຈ່າວ, ​ໃຫ້​ຮູ້​ວ່າ:

        “ຜົນງານ​ພົ້ນ​ເດັ່ນ​ຂອງ​​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ນັ້ນ​ແມ່ນ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​ໂດຍ​ພື້ນຖານ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊົນ​ພັດທະນາ​ການ​ຜະລິດ. ທີ​ສອງ​ແມ່ນຈີນ​ຕະນາ​ການ​ພັດທະນາ​ການ​ຜະລິດ​ຂອງ​ປະຊາຊົນ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​, ຈາກ​ການ​ຜະລິດ​ແບບ​ກຸ້ມ​ຕົນ​ເອງ, ປະຈຸ​ບັນ​ແມ່ນ​ຜະລິດ​ສິນຄ້າ​ຕາມ​ທິດ​ສຸມ​ໃສ່​ຜະລິດ​ບັນດາ​ຜະລິດ​ຕະພັນ​ທີ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ ​ແລະ ນຳ​ມາ​ເຊິ່ງມູນ​ຄ່າ​ເສດຖະກິດ​ສູງ“.

        ຍ້ອນ​ມີ​ຄວາມ​ມານະ​ພະຍາຍາມ​ດັ່ງກ່າວ, ປີ 2014 ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ຢູ່​ເຕິ​ນຈ່າວ ​ບັນລຸ​ໄດ້​ກວ່າ 16 ລ້ານ​ດົ່ງ/ຄົນ/ປີ, ​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2012, ​(ເຊິ່ງ​ແມ່ນ​ປີ​ເລີ່​ມຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່) ​ແມ່ນ 8,2 ລ້ານ​ດົ່ງ/ຄົນ/ປີ. ຜົນງານ​ດັ່ງກ່າວ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ຕາ​ແສງ​ເຕິ​ນຈ່າງ, ບ້ານ​ເກີດ​ເມືອງ​ນອນ​ແຫ່ງ​ການ​ປະຕິວັດ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ໝັ້ນຄົງ​ໃນ​ອະນາຄົດ.

 

ຕອບກັບ

ຂ່າວ/ບົດ​ອື່ນ