ກໍ່ສ້າງເຂດຜະລິດ ຜະລິດຕະພັນກະເສດ ຈຸດສຸມ: ວິທີເຮັດທີ່ດີຢູ່ກວາງນິງ


(vovworld) - ພາຍຫຼັງ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ກວາງ​ນິງ​ ໄດ້​ກໍ່ສ້າງ​ບັນດາ​ເຂດ​ຜະລິດ ຜະລິດ​ຕະພັນ​ກະ​ເສດ​ຈຸດ​ສຸມ, ລົງທຶນ​ກໍ່ສ້າງ​ໂຮງງານ​ຜະລິດປຸງ​ແຕ່ງ, ສົມທົບ​ກັບ​ບັນດາ​ວິ​ສາ​ຫະກິດ​ຊອກ​ຫາ​ສົ້ນ​ອອກ​ໃຫ້​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ, ສິນ​ທະ​ເລ. ຍ້ອນ​ມີ​ວິທີ​ເຮັດ​ຄື​ດັ່ງກ່າວ, ລາຍ​ຮັບ​ຂອງ​ປະຊາຊົນ​ກໍ່ເພີ່ມ​ຂຶ້ນ ​ແລະ ​ເຄື່ອງໝາຍການ​ຄ້າ​ຂອງຜະລິດ​ຕະພັນ​ກະ​ເສດ​ຢູ່​ຫຼາຍ​ເຂດ​ໃນ​ແຂວງ​ກວາງ​ນິງ ຈຶ່ງໄດ້​ຮັບ​ການ​ຢັ້ງຢືນ​ເທື່ອ​ລະ​ກ້າວ.

ກໍ່ສ້າງເຂດຜະລິດ ຜະລິດຕະພັນກະເສດ ຈຸດສຸມ: ວິທີເຮັດທີ່ດີຢູ່ກວາງນິງ - ảnh 1

ຊາວກະສີກອນເບີກບານມ່ວນຊື່ນເກັບກ່ຽວຜັກປອດສານພິດ

​ໃນ​ທົ່ງ​ນາກ​ວ້າງ 30 ​ເຮັກຕາ​ຢູ່​ຕາ​ແສງ​ກົ້ງ​ຮ່ວາ, ​ເທດສະບານ​ກວາງ​ອຽນ, ​ແຂວງ​ກວາງ​ນິງ. ຊາວ​ກະ​ສິກອນ​ພວມ​ຮີບ​ເຮັ່ງ​ເກັບ​ກ່ຽວ​ຜັກປອດສານພິດ, ​ການ​ປູກ​ຜັກ​ໃນ​ລະດູ​ການ​ນີ້​ໄດ້​ຮັບ​ຜົນ​ດີ. ບັນດາ​ບໍລິສັດ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ​ໃນ​ບໍລິ​ເວນ​ໄດ້​ຊື້ຜັກ​ທັງ​ໝົດ​ຂອງຕາ​ແສງ​ກົ້ງ​ຮ່ວາ. ນັບ​ແຕ່​ຕົ້ນ​ລະດູ​ການ​ມາ​ຮອດ​ປະຈຸ​ບັນ, ຄິດ​ສະ​ເລ່ຍ​ແຕ່​ລະ​ມື້​ຊາວ​ກະ​ສີກ​ອນ​ເກັບ​ກ່ຽວ​ຜັກ​ປອດສານພິດໄດ້​ແຕ່ 2,5 – 3 ​ໂຕນເພື່ອ​ຂາຍ​ອອກ​ຕະຫຼາດ, ​ເຂົ້າ​ຮ່ວມ​ລາຍການ​ຮ່ວມ​ມື​ກັບ​ບັນດາ​ບໍລິສັດ​ເກັບ​ຊື້​ຜະລິດ​ຕະພັນ​ກະ​ເສດ​ໃນ​ຫຼາຍ​ລະດູ​ການ​ຜ່ານ​ມາ, ຊາວ​ຕາ​ແສງ​ກົ້ງ​ຮ່ວາ ​ນຳ​ໃຊ້​ຫຼາຍ​ຂັ້ນ​ຕອນ​ເພື່ອຮັບ ປະກັນ​ຄຸນ​ນະພາ​ບຜະລິດ​ຕະພັນ​ສົ້ນ​ອອກ. ດັ່ງ​ນັ້ນ, ບັນດາ​ວິ​ສາ​ຫະກິດ​ຈຶ່ງໃຫ້​ຄຳ​ໝັ້ນ​ສັນຍາ​ເກັບ​ຊື້​ຜັກ​ຂອງ​ຊາວ​ກະ​ສີກ​ອນດ້ວຍ​ລາຄາ​ສູງ​ກວ່າ​ຕະຫຼາດ​ປະມານ 5%.

ກ່ອນ​ນີ້, ຜູ້​ປູກ​ຜັກ​ຢູ່​ຕາ​ແສງ​ກົ້ງ​ຮ່ວາ ​ເຄີຍ​ຜະລິດ​ແບບ​ກະ​ແຈກ​ກະຈາຍ, ​ເຕັກ​ນິກບໍ່​ສູງ, ສະມັດ​ຕະພາບ​ຕຳ່, ດັ່ງ​ນັ້ນຊີວິດ​ຂອງ​ຊາວ​ກະ​ສີກ​ອນປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ​ເມື່ອ​ຫັນ​ເປັນ​ການ​ຜະລິດ​ແບບ​ລວມສຸນ, ວາງ​ແຜນ​​​ກຳນົດເຂດປູກ​ຜັກ ​ແລະ ສົ້ນ​ອອກ​ຂອງ​ຜະລິດ​ຕະພັນ​ໄດ້​ຮັບ​ປະກັນນັ້ນ, ຫຼາຍ​ຄອບຄົວ​ຢູ່​ຕາ​ແສງ​ກົ້ງ​ຮ່ວາ ໄດ້​ຂະຫຍາຍ​ເນື້ອ​ທີ່​ປູກ​ຜັກ​ສະອາດຕື່ມ​ອີກ. ​ເອື້ອຍ​ຟານ​ເຟືອງ​ຖາວ, ຢູ່ຕາ​ແສງ​ກົ້ງ​ຮ່ວາ, ​ເທດສະບານ​ກວາງ​ອຽນ, ​ໃຫ້​ຮູ້​ວ່າ:

“ນັບ​ແຕ່​ສ້າງ​ຕັ້ງ​ບໍລິສັດ​ເກັບ​ຊື້​ຜັກ, ຄອບຄົວ​ຂ້າພະ​ເຈົ້າ​ກໍ່ຫັນ​ໄປ​ສູ່ການ​ປູກ​ຜັກ, ຮອດ​ລະດູ​ການ​ເກັບ​ກ່ຽວ​ບໍລິສັດ​​ໄດ້ມາ​ຊື້​ໃຫ້​ຄອບຄົວ. ລາຄາ​ຜັກທີ່​ບໍລິສັດ​ຊື້ນັ້ນ​ກໍ່​ສູງ​ກວ່າ​ລາຄາ​ທີ່​ພໍ່ຄ້າ​ຊາວ​ຂາຍ​ມາ​ຊື້​ກ່ອນ​ນີ້, ດັ່ງ​ນັ້ນ​ເສດຖະກິດ​ຂອງ​ຄອບຄົວ​ກໍ່​ພັດທະນາ​ຂຶ້ນ​ຕື່ມ“.

ນັບ​ແຕ່​ປີ 2012, ອຳນາດ​ການ​ປົກຄອງ​ຕາ​ແສງ​ກົ້ງ​ຮ່ວາ ​ໄດ້​ມີ​ກົນ​ໄກ​ເໝາະ​ສົມ​ເພື່ອ​ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ​ມາ​ຮ່ວມ​ມື, ລົງທຶນ ​ເພື່ອ​ຍູ້​ແຮງ​ວິວັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຕາມ​ທ່ານ ຟ້າ​ມວັນ​ເຊີນ, ​ເລຂາ​ຄະນະ​ພັກ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ກົ້ງ​ຮ່ວາ​ແລ້ວ, ຄຽງ​ຂ້າງ​ການ​​ເກັບ​ຊື້​ຜະລິດ​ຕະພັນ​ໃຫ້​ແກ່​ຊາວ​ກະ​ສີກ​ອນ​ແລ້ວ, ວິ​ສາ​ຫະກິດ​ເກັບ​ຊື້​ຜະລິດ​ຕະພັນ​ກະ​ເສດ​ຍັງ​ລົງທຶນ​ກວ່າ 17 ຕື້​ດົ່ງ ​ເພື່ອ​ກໍ່ສ້າງ​ລະບົບ​ຊົນລະປະທານ, ​ໂຮງງານ​ຜະລິດ​ປຸງ​ແຕ່ງ, ​ເຂດ​ຄຸ້ມ​ຄອງ​ຮັກສາ… ບັນດາ​ບໍລິສັດ​ດັ່ງກ່າວ​ຍັງ​ປະກອບສ່ວນ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ແກ່​ຜະລິດ​ຕະພັນກະ​ເສດ​ຂອງ​ທ້ອງ​ຖີ່​ນ. ປະຈຸ​ບັນ, ​ເຖິງ​ວ່າຜັກ​ປອດສານພິດ​ຂອງ​ຕາ​ແສງ​ກົ້ງ​ຮ່ວາ ພວມ​ຢູ່​ໃນ​ໄລຍະ​ສ້າງ​ເຄື່ອງໝາຍກໍ່ຕາມ, ​ແຕ່​ພັດ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຕະຫຼາດ​ທີ່​ສຸດ. ກ່ອນ​ນີ້​ໃນ​ເນື້ອ​ທີ່​ປູກ​ຜັກ​ 1 ​ເຮັກຕາສາມາດສ້າງ​ລາຍ​ຮັບ​ໄດ້​ພຽງ​ 50-70 ລ້ານ​ດົ່ງ​ເທົ່າ​ນັ້ນ, ​ແຕ່​ເມື່ອ​ປະຕິບັດ​ໂຄງການ​ສ້າງ​ເຄື່ອງໝາຍ​ການ​ຄ້າ, ມູນ​ຄ່າ​ດ້ານ​ເສດຖະກິດ​ໄດ້​ຂຶ້ນ​ເຖິງ 150 ລ້ານ​ດົ່ງ/​ເຮັກຕາ. ທ່ານ ຟ້າ​ມວັນ​ເຊີນ ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ພວມ​ສົ່ງ​ເສີມ​ການ​ສ້າງ​ເຮືອນປູກ​ຜັກ​ຝືນລະດູ​ການ ​ແຕ່​ມີ​ມູນ​ຄ່າ​ເສດຖະກິດ​ສູງ, ຜ່ານ​ແຜນ​ກຳນົດ​ເຂດປູກ​ຜັກ​ສອດສານພິດ​ນີ້, ຊາວ​ກະ​ສີກ​ອນຍັງ​ຕ້ອງ​ສືບ​ຕໍ່​ປະຕິບັດ​ຂັ້ນ​ຕອນ​ການ​ປູກຜັກ​ປອດສານພິດຢ່າງ​ຖືກຕ້ອງອີກ, ຈຶ່ງ​ສາມາດ​ສ້າງ​ເຄື່ອງໝາຍ​ການ​ຄ້າ​​​ໄດ້“.

ກໍ່ສ້າງເຂດຜະລິດ ຜະລິດຕະພັນກະເສດ ຈຸດສຸມ: ວິທີເຮັດທີ່ດີຢູ່ກວາງນິງ - ảnh 2


ບັນດາຄອບຄົວປູກຜັກປອດສານພິດໃນຕາແສງກົ້ງຮ່ວາ

ຄາດວ່າຈະຂະຫຍາຍເນື້ອທີ່ປູກຜັກສະອາດຕື່ມອີກ

ປະຈຸ​ບັນ, ​ແຂວງ​ກວາງ​ນິງ ພວມ​ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ກໍ່ສ້າງ 23 ​​ໂຄງການ​ເຄື່ອງໝາຍ​ການ​ຄ້າຜະລິດ​ຕະພັນ​ກະ​ເສດ. ​ແຂວງ​ກວາງ​ນິງ ​ໄດ້​ສຳ​ເລັດ​ການວາງ​ແຜນ​ກຳນົດ​ເຂດ​ຜະລິດ​ເປັນ​ສິນຄ້າ​ແບບ​ລວມສູນ, ​ແລະ ສ້າງ​ຕັ້ງ 15 ສະມາຄົມ, ສະຫະກອນ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ​ບັນດາ​ຜະລິດ​ຕະພັນ​ທີ່​ໄດ້​ຮັບ​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ. ບັນດາສະມາຄົມ, ສະຫະກອນ​​ເຫຼົ່າ​ນັ້ນ​ ປະຕິບັດ​ມີບົດບາດ​​ຈັດ​ຕັ້ງ​ການ​ຜະລິດ, ຮັບ​ເອົາ​​ແລະ​ນຳ​ໃຊ້ຄວາມ​ກ້າວໜ້າ​ດ້ານ​ວິທະຍາ​ສາດ​ເຕັກນິກ ​ເຂົ້າ​ໃນ​ການ​ຜະລິດ, ກວດກາ​ຄຸນ​ນະພາ​ບຜະລິດ​ຕະພັນ ​ແລະ ຊອກ​ຫາ​ສົ້ນ​ອອກ​ໃຫ້​ຜະລິດ​ຕະພັນ. ທ່ານ ດິງສີ​ງວຽນ, ຫົວໜ້າ​ຫ້ອງ​ຊັບ​ສິນ​ທາງ​ປັນຍາ, ພະ​ແນ​ກວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢູ ​ແຂວງ​ກວາງ​ນິງ, ​ໃຫ້​ຮູ້​ວ່າ:

“​ໃນ 19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ທົ່ວ​ປະ​ເທດ ມີ 3 ມາດຖານ​ກ່ຽວ​ກັບ​ເສດຖະກິດ ​ແມ່ນ​ສຳຄັນ, ທັງ​​ແມ່ນຄາດໝາຍ​ປະຕິບັດ​ຍາກ​ທີ່​ສຸດ. ​ແຕ່​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ ຈະ​ສາມາດ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ໄດ້​ໂດຍ​ທັນທີ. ການວາງ​ແຜນ​ກຳນົດ​ເຂດ​ຜະລິດ​ແບບ​ລວມສູນ, ຂັ້ນ​ຕອນ​ການ​ຜະລິດ, ບັນດາ​​ມາດຖານ​ຄຸນ​ນະພາ​ບ, ຍີ່​ຫໍ້… ຕ້ອງ​ຮັບປະກັນ. ​ແລະ​ ສິ່ງ​ສຳຄັນ​ກວ່າ​ແມ່ນ​ຕ້ອງ​ຊອກ​ຫາ​ສົ້ນ​ອອກ​​ໃຫ້ຜະລິດ​ຕະພັນ​ກະ​ເສດ“.

ຈາກ​ວິທີ​ເຮັດ​ຄື​ດັ່ງກ່າວ, ບັນດາ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນຳ້​ຕົ້ນຕໍ​ຂອງ​ກວາງ​ນິງ ຄື​ໝາກຂຽບດົງ​ຈ່ຽວ, ດອກ​ເໝີຍ​ເຫຼືອງ​ອຽນ​ຕື…ພວມ​ຄ່ອຍໆ​ມີ​ທີ່​ຕັ້ງ​ຢ່າງ​ໝັ້ນຄົງ​ໃນ​ຕະຫຼາດ, ອັນ​ໄດ້​ປະກອບສ່ວນ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ​ໃຫ້​ຜະລິດ​ຕະພັນ​ກະ​ເສດ​ກວາງ​ນິງ, ສ້າງ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ກໍ່​ຄື​ປະກອບສ່ວນ​​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖີ່​ນ.

ຕອບກັບ

ຂ່າວ/ບົດ​ອື່ນ