ກອງທຶນໜູນຊ່ວຍຊາວກະສິກອນນະຄອນໂຮ່ຈິມິນຊ່ວຍຊາວກະສິກອນ ຫຼຸດພົ້ນອອກຈາກຄວາມທຸກຍາກ

(vovworld) –​ ໂດຍ​ປະ​ຕິ​ບັດ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ສຸ​ມ​​ຫຼາຍແຫຼ່ງ​ກຳ​ລັງ​ເພື່ອ​ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ພັດ​ທະ​ນາ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ. ​ການໜູນ​ຊ່ວຍ​ຢ່າງ​ແທດ​ຈິງ​ທີ່​ສຸດ ນັ້ນ​ແມ່ນ​​ການສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ກະ​ສິ​ກອນ​ໄດ້​ກູ້​​ຢືມ​ທຶນ. ຈາກກອງ​ທຶນ​​ໜູ​ນ​ຊ່ວຍຊາວ​ກະ​ສິ​ກອນ, ​ຊາວ​ກະ​ສິ​ກອນ​​ນັບ​ພັນຄອບ​ຄົວ​ຢູ່​ເຂດ​ຊົນ​ນະ​ບົດ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​​ບືນ​ຕົວ​ຂຶ້​ນ​ຫຼຸ​ດ​ພົ້ນອອກ​ຈາກ​ຄວາມ​ທຸກ​ຍາກ. ບົດ​ຂຽນ​ “ກອງ​ທຶນ​ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນນ​ະ​ຄອນ​ໂຮ່​ຈິ​ມິນ​ ຊ່ວຍ​ຊາວ​ກະ​ສິ​ກອນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ” ຂອງນັກ​ຂ່າວ ແທ່ງ​ຈູງ, ປະ​ຈຳ​ນະ​ຄ​ອນ​ໂຮ່​ຈິ​ມິນ.


ກອງທຶນໜູນຊ່ວຍຊາວກະສິກອນນະຄອນໂຮ່ຈິມິນຊ່ວຍຊາວກະສິກອນ ຫຼຸດພົ້ນອອກຈາກຄວາມທຸກຍາກ - ảnh 1
ຜ​ະ​ລິດ​ຜັກງອກ
(ພາບປະ​ກອບ: quyhotronongdan)

​ປ້າ ເຈີນ​ທິ​​ຝາຍ, ຢູ່​ຕາ​ແສງ ຕັງ​ເຍີນ​ຟຸ​໋ ບີ, ເມືອງ 9, ໄດ້​ຮັບ​ຄວາມ​ເຄົາ​ລົບ​​ຈາກ​ປະ​ຊາ​ຊົນຍ້ອນ​ມີ​ເຈດ​ຈຳ​ນົງ​​ຜ່ານ​ຜ່າ​ຄວາ​​ມທຸ​ກ​ຍາກ​ເພື່ອບືນ​ຕົວ​ຂຶ້ນ​ ແລະ ຈິ​ດ​ໃຈດຸ້ໝັ່ນຂະຫຍັນພຽນ, ມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ, ກ້າ​​ຄິ​ດ​ກ້າ​ທຳ. ກ່ອນ​ນີ້ 5 ປີ, ຄອບ​ຄົວ​ປ້າ ຝາຍ ຍັງ​ແມ່ນ​ຄອບ​ຄົວ​ທີ່​ທຸກ​ຍາກ​ຢູ່. ຈາກ​​ຈຳນວນ​ເງິນ​ກູ້​ຢ​ືມ​ 30 ລ້ານ​ດົງ​ ດ້ວຍ​ອັດ​ຕາດອກ​ເບ້ຍ​ຕ່ຳ​ພຽງ 0,65%/ປ​ີ ​ຂອງກອງ​ທຶນ​ໜູນ​ຊ່ວ​ຍ​ຊາວ​ກະ​ສິ​ກອນ, ຂຶ້ນ​ກັ​ບ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ນະ​ຄອນ, ປ້​າ ​ຝາຍ ໄດ້​ລ​ົງ​ທຶນ​ຜະ​ລິດ​ຜັກງອກ​ດ້ວຍ​ເນື້ອ​ທີ່ 50 ຕາ​ແມັດ​ຢູ່​ເຮືອນ. ປີ 2010, ຄວາມ​ຫຍຸ້ງ​ຍາກທີ່​ສຸດ​ສຳ​ລັບ​ຜູ້​ຜ​ະ​ລິດ​ຜັກງອກ​ແມ່ນ​ຕະ​ຫຼາດຈຳ​ໜ່າຍ. ເພື່ອ​ແກ້​ໄຂ​ບັນ​ຫານີ້​ໃຫ້​ໄດ​້, ປ້າ ເຈີນ​ທິ​ຟາຍ ຕ້ອງ​ໄປ​ແຕ່​ລະ​ຮ້ານ​ອາ​ຫານ, ໂຮງ​ແຮມ, ຮ້ານ​ກິ​ນ​ດ​ື່ມ, ຮ້ານ​ຊັບ​ພະ​ສິນ​ຄ້າ ເພື່ອ​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ. ​ພາຍ​ຫຼັງ 3 ເດືອນ​ແຫ່ງ​ຄວາມ​ຍື​ດ​ໝັ້ນ ​ຜັກ​​ງອກໂດຍ​ປ້າ​ຜະ​ລິດ​ອອກ ​ສາ​ມາດ​ຈຳ​ໜ່າຍ​ຢູ່​ຮ້ານ​ອາ​ຫານ, ໂຮງ​ແຮ​ມກວ່າ 10 ແຫ່ງ​. ນີ້​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ປ້າ​ເປີດກວ້າງ​ການ​ຜະ​ລິດ. ມາ​ຮອດ​ປະ​ຈຸ​ບັນ, ຄອບ​ຄົວ​ປ້າ ເຈີນ​ທິ​ຟາຍ ​ໄດ້​​ມີ​ຮາກ​ຖານ​ຜະ​ລິດ​​ຜັກ​ງອກ​ດ້ວຍເນື້ອ​ທີ່ 200 ຕາ​ແມັດ ໃນ​ນັ້ນ​ມ​ີ​ລະ​ບົບ​ມອງ, ຫ້ອງ​ເກັບກ່ຽວ, ​ປຸງ​ແຕ່ງ​ບັນ​ລຸ​ມາດ​ຖານ VietGap. ປີນ​ີ້, ຮາກ​ຖານ​​ຜະ​ລິດຂອງ​ປ້າ ໄດ້​ສະ​ໜອງຜັກງອກ​ໃຫ້​ຕະ​ຫຼ​າດ​ໄດ້ເກືອບ 18 ​ໂຕນ, ດ້ວຍ​ລາຍ​ຮັບ 700 ລ້ານ​ດົງ. ປ້າ ຝາຍ ໃຫ້​ຮູ້​ວ່າ.

        “ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ, ກອ​ງ​ທຶນ​ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ຈະ​ເພີ່ມ​ທຶນໃຫ້​ຊາວ​ກະ​ສິ​ກອນກູ້​ຢືມ ເພື່ອ​​ເປີດ​ກ້​ວາງ​ການ​ຜະ​ລິດ ກໍ່​ຄື​ລົງ​ທຶນ​ປະ​ກອບ​ພະ​ຫະ​ນະ​ປຸ​ງ​ແຕ່ງ​ ເພື່ອ​ໃຫ້​ຜະ​ລິດ​ຕະ​ພັນ​ຂອງ​ຕົນ​ບັນ​ລຸມ​ູນ​ຄ່າສູງ​ສຸດ. ຖ້າ​​ຫາກ​ຈຳ​ນວນທຶນບໍ່​ຫຼາຍ​ເຮົາ​​ກໍ່ບໍ່​ສາ​ມາດ​ພັດ​ທະ​ນາ​ໄດ້”.


ກອງທຶນໜູນຊ່ວຍຊາວກະສິກອນນະຄອນໂຮ່ຈິມິນຊ່ວຍຊາວກະສິກອນ ຫຼຸດພົ້ນອອກຈາກຄວາມທຸກຍາກ - ảnh 2
(ພາບປະ​ກອບ: quyhotronongdan)

​      ພ້ອມ​ກັບ​ແຫຼ່ງ​ທຶນ​ກູ້​​ຢືມ​ຈາກກອງ​ທຶນ​ໜູ​ນ​ຊ່ວຍ​ຊາວ​ກະ​ສິ​ກອນ 20 ລ້ານ​ດົງ​, ທ່ານ ຫວໍ​ວັນ​ເລ, ຢູ່​ບ້ານ ເທີ໋ຍຕື໋, ຕາ​ແສງ ເທີ໋ຍ​ຕາ​ມ​ທົນ, ເມືອງ ຮ໋ອກ​ມົນ ​ຊື້​ງົວ​ພັນໄດ້ 2 ໂຕ​. ຜ່ານ​ການລ້ຽງ​ງົວ​ເປັນ​ເວ​ລາ 4 ປີ​, ທ່ານ ເລ ​ສາ​ມາດ​​ໃຊ້ໜີ້​ໄດ້​ໝົດ. ມາ​ຮອດ​ປະ​ຈຸ​ບັນ, ຝ​ູງ​ງົວ​ຂອງ​ຄອບ​ຄົ​ວ​ທ່ານ ເລ ໄດ້​ມີ 6 ໂຕ, ດ້ວຍຍອດ​​ມູນ​ຄ່າ​ເກືອບ 100 ລ້ານ​ດົງ. ທ່ານ ເລ ໃຫ້​ຮູ້​ວ່າ.

        “ຂ້າ​ພະ​ເຈົ້າ​ກູ​້​ຢືມ​ທຶນໄດ​້​ 20 ລ້ານ​ດົງ ແລະ ຊື້​ງົວ​ນ້ອຍ 2 ໂຕ. ພາຍ​ຫຼັງ​ 1 ກວ່າປີ​ມັນ​ໄດ້ເກີດ​ລູກ. ຂ້າ​ພະ​ເຂົ້າ​ໄດ້​ຂາຍ​ງົວ​ນ້ອຍ​ເພື່ອໃຊ້​ໜີ້​​ ເຫຼືອ​ໂຕໜຶ່ງ​ແມ່ນ​ຂອງ​ຕົນ. ຂີ້​ງົວ​ເຮົາ​ກໍ່​​ສາ​ມາດຂ້າຍ​ໄດ້. ​ເພື່ອ​ຫາ​ກຳ​ໄລເຮົາ​ຕ້ອ​ງ​​ໄປ​ຫາ​ຫຍ້າ​ລ້ຽງ​ງົວ​ເອງ​”.

      ກອງ​ທຶນ​ໜູ​ນ​ຊ່ວຍ​ຊາວ​ກະ​ສິ​ກອນ​ ຂຶ້ນ​ກັບ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ນະ​ຄອນ​ໂຮ​່​ຈິ​ມິນ​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ແຕ່​ເດືອນ 06/2006, ດ້ວຍ​ແຫຼ່ງ​ທຶນ​ຈາກ​ງົບ​ປະ​ມານ​ເບື້ອງ​ຕົ້ນ​ພຽງ 20 ຕື້​ດົງ. ມາ​ຮອດ​ປະ​ຈຸ​ບັ​ນ, ຍອດ​ຈຳ​ນວນ​ທຶນ​ຂອງກອງ​ທຶນ​ໄດ້​ຂຶ້ນ​ເຖິງ 111 ຕື້​ດົງ. ຈາກ​ແຫຼ່ງ​ທຶນ​ດັ່ງ​ກ່າວ, ມີ​ຄອບ​ຄົວ​ຊາວ​ກະ​ສິ​ກອນ​ກ່​ວາ 24.000 ​ເທື່ອຄອບ​ຄົວ​ໄດ້​ກູ້​ຢື​ມ​ທຶນ ແຕ່​ລະ​ເທື່ອ​ແມ່ນ​ແຕ່ 10 – 30 ລ້​ານ​ດົງ, ​ດ້ວຍດອກ​ເ​ບ້ຍ 0,65%/ປີ. ​ຈາກ​ແຫຼ່ງ​ທຶນ​ໜູນ​ຊ່ວຍນີ້ ​ໄດ້ມີ​​ນັບ​ພັນຄອບ​ຄົວ​ບືນ​ຕົວ​ຂຶ້ນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ຜ່ານ​ໄລ​ຍະ 5 ປີ (2011 - 2015), ຢ​ູ່​ບັນ​ດາ​ຕາ​ແສງ​ຊົນ​ນະ​ບົດ​ຂອງ​ນະ​ຄອນ​ໂຮ່​ຈິ​ມິນ​ ໄດ້​ສ້າງ​ຕັ້ງ​​ຫຼ​າຍ​ຮູບ​ແບບ​ຜະ​ລິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຊ່ວຍ​ຊາວ​ກະ​ສິ​ກອນ​ຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກໃນ​ເງື່ອນ​ໄຂ​​ແຫຼ​່ງ​​ເງິນ​ລົງ​ທຶນ​ຜະ​ລິດມ​ີ​ພຽງ 10 – 20 ລ້ານ​ດົງ​ຄື: ຮູບ​ແບບ​ລ້ຽງ​ງົວ​ພັນ, ລ້ຽງ​ປາໂຊ, ປູກ​ຜັກ​ງອກ, ປູກ​ຜັກ​ປອດສານ​​ພິດ… ທ່ານ​ນາງ ຫງວຽນ​ທິ​ກິມດ​ວານ, ປະ​ທານ​ສະມ​າຄົມ​ຊາວ​ກະ​ສິ​ກອນ ຕາ​ແສງ ອານ​ເຍີນ​ໄຕ, ເມືອງ​ກຸ​ຈີ, ໃຫ້​ຮູ້​ວ່າ.

        “ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ພວກ​ຂ້າ​ພ​ະ​ເຈ​ົ້າ​ໄດ້​ຂົນ​ຂວາຍ​ຊາວ​ກະ​ສິ​ກອນ ​ຮ່ວມ​ສຳ​ພັນນຳ​ກັນ ເພື່ອ​ສ້າງ​ຕັ້ງ​ບັນ​ດາ​ຫົວໜ່ວຍ​​ສະ​ຫະ​ກອນໃນ​ການ​ລ້ຽງ​​ສັດ​ ກໍ​ຄື​ໃນ​ການ​ຜະ​ລິດ. ປະ​ຈຸ​ບັນ, ຕາ​ແສງ ອ​ານ​ເຍ​ີນ​ໄຕ ໄດ້​ສ້າງ​ຕັ້ງ 4 ​ໜ່ວຍ​ລ້ຽງ​ງົວ​ນົມ ແລະ 3 ​ສາ​ຂາສະ​ມາ​ຄົມ​ລ້ຽງ​ງົວ​ນົມ. ບັນ​ດາ​ໜ່ວຍນີ້​ໄດ້​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​​ກັນດ້ານ​ທຶນ ແລະ ວິ​ທະ​ຍາ​ສາດ​ເຕັກ​ນິກ. ກ່ຽວ​ກັບ​​ແຫຼ່ງທຶນ, ພວກ​​ຂ້າ​ພະ​ເຈົ້າ​ໄດ້​ສ້າງກອງ​ທຶນ, ຖ້າ​ຄອບ​ຄົວ​ໃດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຂ້າ​ພະ​ເຂົ້າ​ຈະ​ໃຫ້​ຄອບ​ຄົວ​ນັ້ນ​ກູ້​ຢືມ​ທຶນ”.

        ຄຽ​ງ​ຂ້າງ​ເລື່ອງ​ໜູນ​ຊ່ວຍ​ທຶນ, ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ນະ​ຄອນ​ໂຮ່​ຈິ​ມິນ ຍັງ​ຄົງ​ສົມທົບ​ກັບ​ພະ​ແນກ​ກະ​ສິ​ກ​ຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຍູ້​ແຮງ​ການ​ປະ​ຕິ​ບັດ​ຫັນ​ປ່ຽນ​ໂຄ​ງ​ປະ​ກອບ​ກະ​ສິ​ກຳຕາມ​ທິດ​ກະ​ສິ​ກຳ​ຕົ​ວ​ເມືອງ, ທັນ​ສະ​ໄໝ ດ້ວຍ​ວິ​ທີ​ສ້າງ​ເງື່ອ​ນ​ໄຂ​ໃຫ້​ຊາວ​ກະ​ສິ​ກອນ​ສຳ​ພັດ​ກັບ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຂົ້​າ​ໃນ​ການ​ຜ​ະ​ລິດ. ສະ​ມາ​ຄົມ​ຊາວ​ກະ​ສິ​ກ​​ອນນະ​ຄອນ​ແມ່ນ​ຫົວ​ໜ່ວຍ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ​ນຳ​ຊອບ​ແວ​ສີນ​ເຊື່ອ ແລະ ບັນ​ຊີ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ແຫຼ່ງ​ທຶນ. ຜ່ານ​ການ​ກໍ່​ສ້າງ ແລະ ນຳ​ໃຊ້​ແຫຼ່ງທຶນ ຈາກກອງ​ທຶນ​ໜູ​ນ​ຊ່ວຍ​ຊາວ​ກະ​ສິ​ກອນນັ້ນ​, ສະ​ມາ​ຊິກ, ຊາວ​ກະ​ສິ​ກອນ​ຫ​ຼາຍ​ຄົນມີ​ຄວາມ​​ເຊື່ອ​ໝັ້​ນ​ສະ​ມາ​ຄົມ​ຕື່ມ​ອີກ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ຂະ​ບວນ​ການ​ໂ​ດຍ​ສະ​ມາ​ຄົມ​ປຸກລະ​ດົມ. ທ່ານ​ນາງ ຫວ​ຽນ​ທິ​ແບກ​ມາຍ, ປະ​ທານ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ນະ​ຄອນ​ໂຮ່​ຈິ​ມິນ, ໄດ້ຕີ​ລ​າ​ຄາ​ວ່າ.

        “​ປະ​ຕິ​ບັດ​ວຽກ​ງານ​ໜູ​ນ​ຊ່ວຍ​ທຶນ​ໃຫ້​ຊາວ​ກະ​ສິ​ກອນ​ນະ​ຄອນ​ໂຮ່​ຈິ​ມິນ, ຈຸດ​ພົ້ນ​ເດັ່ນ​ແ​ມ່ນ​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ, ​ນັ້ນແມ່ນ​​​ກູ້​ຢືມ​ທຶນ​ເພື່ອ​ຊອກ​ຮູ້, ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ ເພື່ອ​ປະ​ກອບ​ສ່ວນ​ພັ​ດ​ທະ​ນາ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ​ຢູ່​ທ້ອງ​ຖິ່ນ. ບັນ​ດາ​ຄອບ​ຄົວ​ມີ​ເງິນ​ລົງ​ທຶນ 50 ລ້ານ​ດົງ ຫຼື 100 ລ້ານ​ດົງ ​ແຕ່ເຂົາ​ເຈົ້າ​ຍັງ​​ຕ້ອງ​ການ​ເງິນ​​ຕື່ມອີ​ກ ເພື່ອ​ປະ​ຕິ​ບັດ​ຮູບ​ແບບ​ການ​ຜະ​ລິດ, ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ນະ​ຄອນ ກໍພ້ອມ​ແ​ລ້ວ​ທີ​ຈະ​ໜູນ​ຊ່ວຍເພື່ອ​ພ້ອມ​ກັບ​ສະ​ມາ​ຊິກ​ພັດ​ທະ​ນາ​ເສດ​ຖະ​ກິດ”.

        ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ນະ​ຄອນ​ພວມ​​ສຸມ​ໃສ່​ປະ​ຕິ​ບັດ​​ຫຼາຍ​ມາດ​ຕະ​ການ​, ສູ້​ຊົນ​ ​ເພີ່ມ​ແຫຼ່ງ​ທຶນເພື່ອຮອດ​ປີ 2020 ຈະ​ມີ​ທຶນ 300 ຕື້​ດົງ​. ເມື່ອ​ແຫຼ່ງ​ທຶນ​ເພີ່ມ​ຂຶ້ນ, ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ນະ​ຄອນ ສາ​ມາດກູ້ຢ​ືມ​​ທຶນ​ເຖິງ 50 ລ້ານ​ດົງ/ຄອບ​ຄົວ ໃນ​ຮອບ​ເວ​ລາ 2 ປີ, ດອກ​ເບ້ຍ​ຍັງ​ຢູ່​ໃນ​ລະ​ດັບ 0,65%/ປີ. ແຫຼ່ງ​ທຶນ​ຂອງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ພ້ອມ​ກັບ​ບັນ​ດາ​ແຫຼ່ງ​ທຶນ​ບຸ​ລິ​ມະ​ສິດ​ອື່ນ​ໄດ້​ຊ່ວຍ​ໃຫ້​ຊາວ​ກະ​ສິ​ກອນ​ນະ​ຄອນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວ​າມ​ທຸກ​ຍາກ, ສ້າງ​ຄວາມ​ຮັ່ງ​ມີ​​ຢ່າງ​ຊອບ​ທຳ, ປະ​ກ​ອບ​ສ່ວນບໍ່​ໜ້ອຍ​ເພື່ອ​ໃຫ້​ນະ​ຄອນ​ປະ​ຕິ​ບັດ​ໂຄງ​ການ​ຈ​ຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໃຫ້​ສຳ​ເລັດ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ