ກະສິກຳເຕັກໂນໂລຢີສູງ-ທິດພັດທະນາເສດຖະກິດແບບຍືນຍົງຂອງເຂດໄຕງວຽນ


(vovworld) - ​ເຂດ​ໄຕ​ງວຽນ​ລວມມີ​ບັນດາແຂວງ ກອນ​ຕຸ​ມ, ຢາ​ລາຍ, ດັກ​ລັກ, ດັກ​ນົງ ​ແລະ ​ເລິ​ມດົ່ງ, ​ແມ່ນ​ເຂດ​ດິນ​ແດງ bazan ຈະ​ເລີ​ນພັນ, ​ເໝາະ​ສົມ​ກັບ​ຕົ້ນ​ໄມ້​ຫຼາຍ​ຊະນິດ, ດັ່ງ​ນັ້ນ​ຈຶ່ງ​ມີ​ເງື່ອນ​ໄຂ​ຢ່າງ​ພຽງພໍ​ເພື່ອ​ພັດທະນາ​ຂະ​ແໜງ​ກະສິກຳ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ. ຍ້ອນ​ເຫດ​ນັ້ນ​ໃນ​ທິດ​ທາງ​ພັດທະນາ​ເສດຖະກິດ​ເຂດ​ໄຕ​ງວຽນ, ບັນດາ​ແຂວງ​ລ້ວນ​ແຕ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ກະສິກຳ​ຕາມ​ທິດ​​ເຕັກ​ໂນ​ໂລ​ຢີສູງ, ຈາກ​ນັ້ນ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ​ຊຸກຍູ້​ວິວັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ບົດ​ຂຽນ​ຂອງ ກວົກຮອກ, ນັກ​ຂ່າວວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ ທີ່​ມີ​ຫົວ​ຂໍ້​ວ່າ: “ກະສິກຳ​​ເຕັກ​ໂນ​ໂລ​ຢີສູງ-ທິດ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ​ຂອງ​ເຂດ​ໄຕ​ງວຽນ“.

ກະສິກຳເຕັກໂນໂລຢີສູງ-ທິດພັດທະນາເສດຖະກິດແບບຍືນຍົງຂອງເຂດໄຕງວຽນ - ảnh 1

ການບົວລະບັດດອກໄມ້ດ້ວຍການນຳໃຊ້ເຕັກໂນໂລຢີສູງຢູ່ແຂວງດັກນົງ

(ພາບ: ອິນເຕີແນດ)

        ​ເລິ​ມດົ່ງ​ ແມ່ນ​ແຂວງ​ທີ່​ເປັນ​ແບບຢ່າງ​ຢູ່​ເຂດ​ ໄຕ​ງວຽນ​ໃນ​ການ​ພັດທະນາ​ກະສິກຳ​​ໃຊ້​ເຕັກ​ໂນ​ໂລ​ຢີສູງ ທັງ​ແມ່ນ​ແຂວງ​ບັນລຸ​ລະດັບ​ເຕີບ​ໂຕ​ເສດຖະກິດ​ສູງ​ສຸດ​ໃນ 5 ປີຜ່ານມາ (2010-2015). ກະສິກຳ​​ໃຊ້​ເຕັກ​ໂນ​ໂລ​ຢີສູງ ​ແມ່ນ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ ເລິ​ມດົ່ງ​, ປະກອບ​ປະມານ 1/3 ມູນ​ຄ່າ​ການ​ຜະລິດ, ປະກອບສ່ວນ​ເຂົ້າ​ລະດັບ​ເຕີບ​ໂຕ​ຂອງ​​ຂະ​ແໜງ​ອຸດສາຫະກຳ​ທ້ອງ​ຖີ່​ນ​ແມ່ນ​ເກືອບ 8,5%, ສູງ​ທົບ​ສອງ​ເທົ່າ​​ເມື່ອ​ທຽບ​ໃສ່​ທົ່ວ​ປະ​ເທດ. ຕີ​ລາຄາ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​​ແຂວງ ​ເລິ​ມດົ່ງ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍິນ, ຖື​ວ່າ:

        “ຄວາມ​ຈິງ​ກ່ຽວ​ກັບການ​ຜະລິດ​ກະສິກຳ​ຢູ່​ແຂວງ ​ເລິ​ມດົ່ງ ​ໃນ​ໄລຍະ​ຜ່ານ​ມາ​​​ໄດ້ເປັນການພິສູດ​ໃຫ້​ເຫັນ​ປະສິດທິ​ຜົນ​ຂອງ​ຮູບ​ແບບ​ເຕີບ​ໂຕ​ໃໝ່. ​ເລື່ອງ​ກະສິກຳ​​ແຂວງ ​ເລິ​ມດົ່ງ​ເຕີບ​ໂຕດ້ວຍ​ລະດັບ​ສູງ​​ໃນ​ທົ່ວ​ປະ​ເທດ, ບໍ່​ແມ່ນ​ຍ້ອນ​ມີ​ທຶນ​ຫຼາຍ, ຫາກ​ຍ້ອນ​ຫຼາຍ​ປັດ​ໃຈ​ອື່ນໆ. ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​​ການ​ໝູນ​ໃຊ້​ວິທະຍາສາດ​ເຕັກນິກ​​ເຂົ້າຂົງ​ເຂດ​ກະສິກຳ​, ການ​ນຳ​​ໃຊ້​ແນວ​ພັນ​ໃໝ່, ທີ່​ມີຄຸນ​ນະພາ​ບສູງ, ສະມັດ​ຕະພາບ​ສູງ, ມີຂັ້ນ​ຕອນ​ບົວລະບັດ​ທີ່ທັນ​ສະ​ໄໝ. ມີ​ການຮ່ວມ​ສຳພັນ​ລະຫວ່າງ​ວິ​ສາ​ຫະກິດ​ກັບ​ຄອບຄົວ​ຊາວ​ກະສິກອນ ​ແລະ ​ລະຫວ່າງ​ບັນດາ​ຄອບຄົວ​ຊາວ​ກະສິກອນນຳ​ກັນ​ເພື່ອສ້າງ​ຕັ້ງ​ສະຫະກອນ​ແບບ​ໃໝ່​.“

        ຍ້ອນຍູ້ແຮງຄວາມກ້າວໜ້າດ້ານວິທະຍາສາດເຕັກນິກເຂົ້າໃນການ ຜະລິດ, ໃນ 5 ປີຜ່ານມາ, ມູນຄ່າຜະລິດກະສິກຳຂອງແຂວງ  ດັກນົງ ເພີ່ມຂຶ້ນຈາກ 45 ລ້ານຂຶ້ນ 70 ລ້ານດົ່ງ/1ເຮັກຕາ, ປະກອບສ່ວນ ຍົກລາຍຮັບສະເລ່ຍໃສ່ຫົວຄົນຂຶ້ນເກືອບ 36,5 ລ້ານດົ່ງ. ປະຈຸບັນ, ແຂວງ ດັກນົງ ກຳນົດກະສິກຳນຳໃຊ້ເຕັກໂນໂລຢີສູງແມ່ນ ໜຶ່ງ​ໃນ 3 ປາຍ​ແຫຼມ​ທີ່​ຄວນ​ສຸມ​ໃສ່​ລົງທຶນ​ພັດທະນາ​​ໃນ​ໄລຍະ​ຈະ​ມາ​ເຖິງ. ພ້ອມ​ກັບ​ທິດ​ທາງ​ຄື​ດັ່ງກ່າວ, ​ແຂວງ ດັກ​ນົງ ກໍ່​ກຳນົດ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ກະສິກຳ​ຂອງ​ທ້ອງ​ຖີ່​ນ​ເພື່ອ​ຂຸດ​ຄົ້ນ, ນຳ​ໃຊ້​ບັນດາ​ແຫຼ່ງຊັບພະຍາກອນ​​ໃຫ້​ປະຢັດ ​ແລະ ມີ​ປະສິດທິ​ຜົນ, ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​ຊີວະ​ພາບ. ພ້ອມ​ທັງ​ພັດທະນາ​ກະສິກຳ, ປ່າ​ໄມ້, ສິນ​ໃນ​ນຳ້ ຕາມ​ທິດຜະລິດ​ເປັນ​ສິນຄ້າ; ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ຕົ້ນ​ໄມ້​ເປັນ​ຢາທີ່ລຳ້​ຄ່າ ​ແລະ ລ້ຽງສັດ; ຂຸດ​ຄົ້ນ​ອ່າງ​ໄຟຟ້າ​ນຳ້ຕົກ​ເພື່ອ​ລ້ຽງ​ປູກ​ສິນ​ໃນ​ນຳ້, ​ເພີ່ມ​ສະມັດ​ຕະພາບ​​ໃນ​ການນຳ​ໃຊ້​ທີ່​ດິນ ​ແລະ ປ່າ.

ກະສິກຳເຕັກໂນໂລຢີສູງ-ທິດພັດທະນາເສດຖະກິດແບບຍືນຍົງຂອງເຂດໄຕງວຽນ - ảnh 2

ການລ້ຽງສັດດ້ວຍການນຳໃຊ້ເຕັກໂນໂລຢີສູງຢູ່ແຂວງດັກນົງ

(ພາບ: ອິນເຕີແນດ)

        ​ໃຂະນະ​ນັ້ນ, ດັກ​ລັກ ​ແລະ ຢາ​ລາຍ ​ແມ່ນ​ສອງ​ທ້ອງ​ຖີ່​ນທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ກ່ຽວ​ກັບ​ຊັບພະຍາກອນ​ດິນ​ແດງ bazan, ຍ້ອນ​ເຫດ​ນັ້ນ, ​ໃນ​ຊຸຸມປີຜ່ານ​ມາ, ສອງ​ແຂວງ​ນີ້​ໄດ້​ສຸມ​ໃສ່​ພັດທະນາ​ອຸດສາ ຫະກຳຜະລິດ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ພິ​ເສດ​ແມ່ນ​ການ​ຜະລິດ, ປຸງ​ແຕ່ງ, ສົ່ງ​ອອກ​ກາ​ເຟ. ຕາມ​ທ່ານ ​ເຈືອງ​ເຟືອ​ກ​ແອ​ງ , ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ ຢາ​ລາຍແລ້ວ, ​ໃນ​ໄລຍະ​ຜ່ານ​ມາ, ​ແຂວງ​ຢາ​ລາຍ ລົງທຶນ​ພັດທະນາ​ກະສິກຳ, ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ - ​ເຕັກ​​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ ​ເພື່ອ​ແນ​ໃສ່​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ກຳລັງ​ແກ່ງ​ແຍ້​ງຂອງ​ຜະລິດ​ຕະພັນ​ກະ​ເສດ. ຍ້ອນ​ເຫດ​ນັ້ນ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​. ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຫຼາຍ​ເມືອງ, ຕາ​ແສງ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ໜ້າ​ສົ່ງ​ເສີມ. ທ່ານ ​ເຈືອງ​ເຟືອ​ກ​ແອ​ງ ​ໃຫ້​ຮູ້​ວ່າ:

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ຂະ​ແໜງກະສິກຳ​ຍູ້​ແຮງ​ວຽກ​ງານ​ໂຄສະນາ, ຍົກ​ສູງ​ຄວາມ​ຮັບ​ຮູ້, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ຄວາມ​ຕັດສິນ​ໃຈ​ສູງ​​ໃຫ້ວິ​ສາ​ຫະກິດ ​ແລະ ຊາວ​ກະສິກອນ​ໃນ​ການ​ປະຕິບັດ​ໜ້າ​ທີ່​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່​ ຕາມ​ທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່“.

        ຕາມ​ແຜນ​ກຳນົດ​ກໍ່ສ້າງ​​ເຂດ​ໄຕ​ງວຽນ​ເຖິງ​ປີ 2030 ຂອງ​ທ່ານ​ນາຍົກລັດຖະມົນຕີ​ແລ້ວ, ​ເຂດ ​ໄຕ​ງວຽນ​ຈະ​ແມ່ນ​ເຂດ​ຈຸດ​ສຸມ​ພັດທະນາ​ຕົ້ນ​ໄມ້​ອຸດສາຫະກຳ ຍ້ອນ​ເຫດ​ນັ້ນ, ບັນດາ​ແຂວງ ​ໄຕ​ງວຽນ​ພວມ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ຂອງ​ທົ່ວ​ເຂດ​ ດ້ວຍ​ບັນດາ​ນະ​ໂຍບາຍ ​ແລະ​ ມາດ​ຕະການ​ທີ່​ເໝາະ​ສົມ​ກັບ​ທ້ອງ​ຖີ່​ນຢ່າງ​ວ່ອງ​ໄວ. ພ້ອມ​ກັນ​ນັ້ນ​ແມ່ນ​ຍູ້​ແຮງ​ການ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ມີ​ນະ​ໂຍບາຍ​ບຸລິ​ມາ​ສິດ​ສຳ​ສຳລັບ​ຊາວ​ກະສິກອນ, ພິ​ເສດ​ແມ່ນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເພື່ອ​ໃຫ້​ປະຊາຊົນ​ປ່ຽນ​ໃໝ່​ການ​ຜະລິດ, ຍູ້​ແຮງ​ການ​ນຳ​ໃຊ້​​ເຕັກ​ໂນ​ໂລ​ຢີວິທະຍາສາດ ​ເຂົ້າ​ໃນ​ການ​ພັດທະນາ​ກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ