ການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງ ກວີ່ນມິນ - ທ໋າຍບິ່ນ

(vovworld) - ຜ່ານ 3 ປີ ​ແຫ່ງ​ການ​ປະຕິບັດ​ທົດ​ລອງ​ຢູ່ 8 ຕາ​ແສງ ​ແລະ ​ເກືອ​ບ 1 ປີ ທີ່​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຂວງ ທ໋າຍບິ່ງ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ອູ່​ເຂົ້າອູ່​ປາຂອງພາກ​ເໜືອ​ບັນລຸ​ໄດ້ຜົນ​ງານ​ທີ່​ສຳຄັນ​ໃນ​ເບື້ອງ​ຕົ້ນ​ຈຳນວນ​ໜຶ່ງ.  ການ​ຜະລິດ​ກະ​ສິກຳ​ເກືອບ​ທັງ​ໝົດ​ໄດ້​ນຳ​ໃຊ້​ກົນ​ຈັກ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິດ​ຢ່າງ​​ເຫັນ​ໄດ້​ຊັດ. ມີ​ບາງ​ຕາ​ແສງ​ບັນລຸ​ຜົນງານ​ໃນ​ການຈັດ​ຕັ້ງ​ການ​ຜະລິດ​ຜະລິດ​ຕະພັນ​ກະ​ເສດ​ຕາມ​ແຜນ​ກຳນົດ​ເຂດ​ຜະລິດ​ລວມສູນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ຜັນ​ຂະຫຍາຍ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ບໍ່​ແມ່ນ​ໜ້ອຍ. ​

ການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງ ກວີ່ນມິນ - ທ໋າຍບິ່ນ - ảnh 1

ປະຊາຊົນຕາແສງ ກວີ່ນມິນກໍ່ສ້າງລະບົບຄອງເໝືອງ

(ພາບ: google.com.vn)

        ສຳ​ຫຼັບ​ທ່ານ Nguyen Van Dong ​ແລະ​ ປະຊາຊົນຕາ​ແສງ ກວີ່ນມິນ (Quynh Minh) ​ແລ້ວ, ການ​ບຸລະນະ ​ລະບົບ​ຊົນລະ​ປະທານ, ພ້ອມ​ກັບ​ທິດທາງ ​ຫັນປ່ຽນ​ຜົນລະປູກ, ສ້າງ​ເປັນ​ເຂດ​ປູກ​ພືດ​ສະ​ເພາະ ​ໄດ້​ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ. ຍ້ອນ​ເຂົ້າ​ຮ່ວມ​ຊຸດ​ເຝິກອົບຮົມ​, ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ກະ​ສິກຳເປັນ​ປະຈຳ, ຄອບຄົວ​ທ່ານ Dong ​ໄດ້​ປະສົບ​ຜົນສຳ​ເລັດ ດ້ວຍ​ການ​ລ້ຽງ​ໝູ​ພັນ ​ແລະ ປູກພືດ​ຜັກຄື​ໝາກ​ເຜັດ, ໝາກ​ແຕງ​ສົ່ງ​ອອກ… ລາຍ​ຮັບ​ໃນ​ແຕ່ລະ​ປີ​ບັນລຸ​ເກືອບ 80 ລ້ານ​ດົ່ງ. ທ່ານ Dong  ​​ໃຫ້​ຮູ້​ວ່າ:

        ”ນັບ​ແຕ່​ກໍ່ສ້າງ​ຊົນນະບົດ​ໃໝ່, ບ້ານ​ນາ ກໍ່​ຄື​ຊີວິດ​ຂອງ​ປະຊາຊົນ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ. ​ຍ້ອນ​ລ້ຽງສັດ ​ແລະ ປູກຝັງ, ຄອບຄົວ​ຂ້າພະ​ເຈົ້າ​ກໍ່​ມີ​ຊີວິດ​ການ​ເປັນ​ຢູ່ທີ່ອີ່ມ​ໜຳ​ສຳລານ. ສະຫະກອນ​ຊ່ວຍ​ເຫຼືອ​ປະຊາຊົນ​ຫຼາຍ​ທີ່​ສຸດ​ໃນ​ການ​ສະຫຼອງ​ແນວ​ພັນ, ​ແນະນຳ​ການ​ນຳ​ໃຊ້​ວິທະຍາສາດ​ເຕັກນິກ, ຊ່ວຍ​ເຫຼືອ​ປະຊາຊົນ​ໃນ​ການ​​ເກັບ​ຊື້​ຜະລິດ​ຕະພັນ”

        ກໍ່​ເຊັ່ນ​ດຽວ​ກັນກັບ​ການ Nguyen Van Dong, ປ້າ Nguyen Thi Luyen ຢູ່​ບ້າ​ນ ​ເທືອງ​ຊ໋າ (Thuong Xa) ກໍ່​ດີ​ໃຈຫຼາຍ​ເພາະວ່າ​ໂສມ​ໜ້າ​ຢູ່​ເຂດ​ບ້ານ​ນາ​ໄດ້​ມີ​ການປ່ຽນ​ແປງ​ແລະ​ພັດທະນາ ດ້ວຍ​ເສັ້ນທາງ, ຮ່ອມ​ບ້ານ, ​ເຂດ​ຊຸມ​ຊົນ​ໄດ້​ຮັບ​ການວາງ​ແຜນຜັງ​ຢ່າງ​ສວຍ​ງາມ ​ແລະ ຍ້ອນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ດ້ານ​ແນວ​ພັນ ​ແລະ ທຶນ​ຮອນເພື່ອ​ທຳ​ການ​ຜະລິດ, ຄອບຄົວ​ຂອງ​ປ້າ​​ໄດ້​ຫຼຸດພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ​ໂດຍ​ຮັບ​ຮູ້​ໄດ້ຜົນ​ປະ​ໂຫຍ​ດຂອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ປ້າ Nguyen Thi Luyen ພ້ອມ​ກັບ​ປະຊາຊົນ​ໃນ​ຕາ​ແສງ​ຍາມ​ໃດ​ກໍ່​ສະໜັບ​ສະ​ໜູນ ​ແລະ ນຳ​ໜ້າ​ໃນ​ການ​ມອບ​ທີ່​ດິນ, ບໍລິຈາກ​ເງິນ ​ແລະ ​ປະກອນ​ເຫື່ອແຮງ​ໃຫ້​ແກ່​ການ​ກໍ່ສ້າງ​ທາງ​ຄົມມະນາຄົມ… ປ້າ Luyen  ​ເວົ້າ​ວ່າ:

      ”ຄອບຄົວ​ຂ້າພະ​ເຈົ້າ​ຍາມ​ໃດ​ກໍ່​ສະໜັບສະໜູນ​ທຸກ​ແຜນ​ນະ​ໂຍບາຍ​ເຊິ່ງອຳນາດ​ການ​ປົກຄອງ​ວາງອອກ​… ຂ້າພະ​ເຈົ້າ​ເຫັນ​ວ່າ ວຽກ​ງານ​ໃດ​ທີ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ ​ແລະ ​ເຮັດ​ໃຫ້​ໂສມ​ໜ້າ​ໝູ່​ບ້ານ​ມີ​ການ​ປ່ຽນ​ແປງ, ປະຊາຊົນ​ທຸກ​ຄົນ​ລ້ວນ​ແຕ່​​ໃຫ້ການສະໜັບສະໜູນ”.

ການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງ ກວີ່ນມິນ - ທ໋າຍບິ່ນ - ảnh 2

ການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງ ກວີ່ນມິນ, ແຂວງທ໋າຍບິ່ງ

(ພາບ: google.com.vn)

        ​​ເຖິງ​ວ່າ​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນກໍ່ຕາມ, ​ແຕ່ພາຍຫຼັງ 2 ປີ​ເຄິ່ງ​ແລ້ວ ​ເລື່ອງ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຮູບ​ແບບ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງກວີ່ນມິນ (Quynh Minh) ຍັງ​ມີ 10 ມາດຕະຖານ​ຍັງ​ບໍ່​ທັນ​ສຳ​ເລັດ​ເທື່ອ, ຍ້ອນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ຄົງ​ຄ້າງ​ຫຼາຍ​ຢ່າງ. ລາຍ​ຮັບສະ​ເລ່ຍ​ໃສ່​ຫົວ​ຄົນ​ຢູ່ ກວີ່ນມິນ (Quynh Minh) ພຽງ​ແຕ່​ບັນລຸ​ລະດັບ​ສະ​ເລ່ຍຂອງ​ເມືອງ, ອັດຕາ​​ແຮງ​ງານກະ​ສີ​ກຳ​ຍັງ​ກວມ​ເກືອບ 40%. ພາຍຫຼັງ 4 ​ເດືອນ ​ແຫ່ງ​ການ​ຂົນຂວາຍ​ປະຊາຊົນ, ​ເຖິງ​ວ່າວຽກ​ງານ​ໂອນ​ລວມດິນ​ປູກຝັງ, ປ່ຽນ​ໃໝ່​ຜົນລະປູກ, ​ເຊິ່ງ​ແມ່ນ​ໜ້າ​ທີ່​ຈຸດ​ສູ​ມຂອງ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ ກວີ່ນມິນ (Quynh Minh) ແຂວງ ທ໋າຍບິ່ງ ​ໄດ້​ສຳ​ເລັດ​ແລ້ວ​ກໍ່ຕາມ, ​ແຕ່​ຍັງ​ບໍ​ທັນ​ສ້າງ​ເປັນ​ເຂດ​ຜະລິດ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ໄດ້. ທ່ານ Pham Van Vi ຄະນະ​ຄຸ້ມ​ຄອງ​ສະຫະກອນ​ໃຫ້​ຮູ້​ວ່າ:

        ”ທາງ​ສະຫະກອນ​ພຽງ​ແຕ່​ມີ​ຈັກ​ກ່ຽວ​ແລະ​ຕີເຂົ້າປະສົມ 2 ​ເຄື່ອງ, ຈັກ​ຄາດ​ນາ 2 ​ເຄື່ອງ​ເທົ່າ​ນັ້ນ, ດັ່ງ​ນັ້ນ​ຍັງ​ຂາດ​ເຄື່ອງ​ຈັກ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການໃຫ້​ແກ່ຊາວ​ກະ​ສີ​ກອນ. ​ເພື່ອ​ຮັບ​ໃຊ້ຢ່າງ​ພຽງພໍ​ໃຫ້​ແກ່​ປະຊາຊົນ​ 1.400 ຄອບຄົວ ​ແມ່ນ​ຕ້ອງ​ມີຈັກ​ກ່ຽວ​​ເຂົ້າປະສົມ 7 ​ເຄື່ອງ ​ແລະ ຈັກ​ຄາດ​ນາ ​ແຕ່ 15-16 ​ເຄື່ອງ​. ​”

ການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງ ກວີ່ນມິນ - ທ໋າຍບິ່ນ - ảnh 3

ການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງ ກວີ່ນມິນ, ແຂວງທ໋າຍບິ່ງ

(ພາບ: google.com.vn)

        ຕາມ​ທ່ານ Nguyen VanLam, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ກວີ່ນມິນ (Quynh Minh) ​ແລ້ວ, ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ຂອງ​ຕາ​ແສງ​ໃນ​ປະຈຸ​ບັນ ​ແມ່ນ​ບັນຫາ​ງົບປະມານ, ດັ່ງນັ້ນ, ທາງ​ຕາ​ແສງ​ມີ​ແຜນ​ນະ​ໂຍບາຍ​ປະຕິບັດ​ທິດ​ນຳ​ທີ່​ວ່າ, ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ເຮັດ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ທົ່ວ​ປວງ​ຊົນ, ອີງ​ໃສ່​ປະຊາຊົນ​ເພື່ອ​ຮັບ​ໃຊ້​ປະຊາຊົນ

        ”ບັນດາ​ມາດຕະຖານ​ທີ່​ຍັງ​ບໍ່​ທັນ​ບັນລຸ​ໄດ້​ແມ່ນ​ຍາກ​ທີ່​ຈະ​ປະຕິບັດ​ໄດ້, ຕ້ອງ​ມີ​ເງິນ​ລົງທຶນ​ຫຼາຍ, ດັ່ງ​ນັ້ນ​ຫວັງ​ວ່າ​ຈະ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ກວ່າ​ອີກ​ຈາກ​ລັດ, ຄຽງ​ຂ້າງ​ນັ້ນ​ແມ່ນ​ລະດົມ​ແຫຼ່ງທຶນ​ຈາກ​ປະຊາຊົນ. ນອກ​ນັ້ນ, ​ເມື່ອ​ບຸກ​ເບີກ. ພວກ​ເຮົາ​ໄດ້​ຖອດ​ຖອນ​ເອົາ​ບົດຮຽນ​ທີ່​ວ່າ, ວຽກ​ງານ​ທັງ​ໝົດ​ຕ້ອງ​ປຶກສາ​ຫາລື​ກັບ​ປະຊາຊົນ, ​ແລະ ​ເມື່ອ​ປະຊາຊົນ​ເຫັນ​ດີ​ເຫັນ​ພ້ອມ​ແລ້ວ ວຽກ​ງານ​ທັງ​ໝົດ​ລ້ວນ​ແຕ່​ປະສົບ​ຜົນສຳ​ເລັດ”.

        ການ​ປ່ຽນ​ໃໝ່​ຂອງ ກວີ່ນມິນ (Quynh Minh)  ​ແມ່ນ​ຄວາມ​ພາກພູມ​ໃຈ​ບໍ່​ແມ່ນ​ໜ້ອຍ​ສຳ​ຫຼັບ​ປະຊາຊົນຢູ່​ທີ່​ນີ້, ​ແຕ່​ເພື່ອ​ປະຕິບັດ​ໃຫ້​ໄດ້ 19/19 ມາດຕະຖານ​ຂອງ​ຊົນນະບົດ​ໃໝ່​ໃນ​ປີ 2013 ​ແມ່ນ​ຍັງມີວຽກ​ງານ​ຫຼາຍ​ຢ່າງ​ທີ່​ຈະ​ຕ້ອງ​ເຮັດ. ​ໃນ​ຂະ​ບວນວິວັດ​ດັ່ງກ່າວ, ​ເມື່ອ​ກຳນົດ​ໄດ້​ຄວາມ​ຫຍຸ້ງຍາກ, ສິ່ງ​ຄົງ​ຄ້າງ ​ແມ່ນ​ສັນຍານ​ທີ່​ໜ້າ​ພາກພູມ​ໃຈ, ​ເພາະວ່າ​ບົນ​ພື້ນຖານ​ນັ້ນ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ຈະ​ເປັນ​ເຈົ້າ​ການ​ຊອກ​ຫາ​ບັນດາ​ມາດ​ຕະການ​ເໝາະ​ສົມ​ທີ່​ສຸດ ​ເພື່ອ​ສືບ​ຕໍ່​ແກ້​ໄຂ​ວຽກ​ງານ​ຢ່າງ​ເປັນ​ເອກະ​ພາບ ​ແລະ ຄົບ​ຊຸດ.

 

ຕອບກັບ

ຂ່າວ/ບົດ​ອື່ນ