ການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງຖູ້ຍວັນ, ແຂວງທ້າຍບິ່ງ


(vovworld) ເຖິງວ່າບໍ່ໄດ້ຮັບການເລືອກເຟັ້ນເປັນຕາແສງປະຕິບັດທົດ ລອງການກໍ່ສ້າງຊົນນະບົດໃໝ່ກໍ່ຕາມ, ແຕ່ມາຮອດປະຈຸບັນ, ຕາແສງຖູ້ຍວັນ, ເມືອງທ້າຍຖູ້ຍ, ແຂວງທ້າຍບິ່ງ ພັດ​ເປັນ​ແບບຢ່າງ​ທີ່ນຳໜ້າໃນຂະບວນການນີ້. ນັ້ນແມ່ນຄວາມເຫັນດີເຫັນພ້ອມລະຫວ່າງອຳນາດການປົກຄອງແລະ ປະຊາຊົນ. ​​ຕ້ອງເວົ້າຄື​ແນວ​ໃດ​ໃຫ້​ປະຊາຊົນ​ເຂົ້າ​ໃຈ ​ແລະ ​ເຮັດ​ຄື​ແນວ​ໃດ​ໃຫ້​ປະຊາຊົນ​ໄວ້​ເນື້ອ​ເຊື່ອ​ໃຈ ຈຶ່ງ​ສາມາດ​ລະດົມ​ກຳລັງ​ແຮງ​ຈາກປະຊາຊົນ​ໄດ້. ນັ້ນ​ແມ່ນ​ບາດກ້າວ​ບຸກທະລຸ​ຕົ້ນຕໍ​ຂອງ​ຕາ​ແສງ​ຖູ້ຍວັນ ​​ໃນ​ການກໍ່ສ້າງ​ຊົນນະບົດ​ໃໝ່.

ການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງຖູ້ຍວັນ, ແຂວງທ້າຍບິ່ງ - ảnh 1

ທາງ​ຄົມມະນາຄົມທັງ​ໝົດ​ໃນ​ຕາ​ແສງ​ຖູ້ຍວັນ ​ລ້ວນ​ແຕ່ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ
(ພາບ: ອິນເຕີແນດ)

        ທາງ​ຄົມມະນາຄົມທັງ​ໝົດ​ໃນ​ຕາ​ແສງ​ຖູ້ຍວັນ ​ລ້ວນ​ແຕ່ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ, ລະບົບ​ຄອງ​ເໝືອງ, ​ເສັ້ນທາງ​​ໃນ​ເຂດ​ທົ່ງ​ນາ​ກໍ່ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​ແລ້ວ, ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ລົດໂອ​ໂຕ, ຈັກກ່ຽວ​ເຂົ້າ, ລົດ​ໄຖ​ເດີນ​ຕາມ​ໄປ​ມາ​​ຢ່າງ​ສະດວກ​ສະບາຍ. ປະຊາຊົນ​ກໍ່​ດີ​ໃຈ​ເມື່ອ​ໄດ້​ດຳລົງ​ຊີວິດ​ແລະ ​ເຮັດ​ວຽກ​ໃນສະພາບ​ແວດ​ລ້ອມ​ຄື​ດັ່ງກ່າວ. ປ້າ ຫງວຽນ​ທິມົ້ວ, ອາຍຸ 65 ປີພວມ​ຫຼົກຫຍ້າ​ໃນ​ທົ່ງ​ນາ​ເວົ້າ​ວ່າ:

        ”ຂ້າພະ​ເຈົ້າ​ຮູ້ສຶກ​ພາກພູມ​ໃຈ​ຫຼາຍ, ກ່ອນ​ນີ້​ແມ່ນ​ທາງ​ດິນ, ການ​ໄປມາ​ຫຍຸ້ງຍາກ​ທີ່​ສຸດ, ຍາມ​ຝົນຕົກ​ທາງ​ກໍ່​ເປັນ​ຕົມ​, ຕ້ອງ​ໃຊ້​ໄມ້​ເທົ້າຈຶ່ງ​ສາມາດ​ໄປ​ໄດ້. ​ເມື່ອ​ປຸກລະດົມຂະ​ຂວນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ພວກ​ຂ້າພະ​ເຈົ້າ​ຕ່າງ​ກໍ່​ເຂົ້າ​ຮ່ວມ ​ແລະ ປະຕິບັດ​ວຽກ​ງານທງໝົດທີ່​ໄດ້​ວາງ​ອອກ​ໃນແຜນ​ນະ​ໂຍບາຍ.

        ປ້າ​ທັງ​ຫົວ​ທັງ​ເວົ້າ​ວ່າ ຂ້າພະ​ເຈົ້າ​ຢາກ​ມີ​ອາຍຸ​ຍືນ ​ເພື່ອ​ເຫັນ​ປະຈັກ​ຕາ​ການ​ປ່ຽນ​ແປງ​ຢູ່​ເຂດ​ຊົນນະບົດ. ສ່ວນ​ເອື້ອຍ ຫງວຽນ​ທິທູ ພວມ​ຫຼົກ​ຫຍ້າ​ຢູ່​ທົ່ງ​ນາ​ໃກ້​ຄຽງ​ກໍ່​ໃຫ້​ຮູ້​ວ່າ, ​ເມື່ອ​ເຜີຍ​ແຜ່​ນະ​ໂຍບາຍ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເອື້ອຍ ​ແລະ ປະຊາຊົນ​ໃນ​ບ້ານ 2 ຜູ້​ໃດ​ກໍ່​ສະໜັບສະໜູນ.

        ”ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ​ເສັ້ນ ທາງ​​ນີ້​ແມ່ນ​ຮັບ​ໃຊ້​ໃຫ້​ແກ່​ການ​ໄປມາ​ຂອງ​ປະຊາຊົນ, ດັ່ງ​ນັ້ນພວກ​ຂ້າພະ​ເຈົ້າ ພ້ອມ​ແລ້ວ​ທີ່​ຈະ​ປະກອບ​ກຳລັງ​ເຫື່ອແຮງ​ຂອງ​ຕົນ​ເພື່ອ​ເຮັດ. ລັດ​ຊ່ວຍ​ເຫຼືອ​ອຸ​ປະ ກອນ ສ່ວນ​ພວກ​ຂ້າພະ​ເຈົ້າ​ປະກອບ​ກຳລັງ​ແຮງງານ”.

ການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງຖູ້ຍວັນ, ແຂວງທ້າຍບິ່ງ - ảnh 2

ທະຫານ ແລະ ປະຊາຊົນໃນຕາແສງຖູ້ຍວັນພ້ອມກັນຄູນຄັນນາໃຫ້ທົ່ງນາຂະໜາດໃຫຍ່
(ພາບ: ອິນເຕີແນດ)

        ຫັນ​ການ​ຜະລິດ​ກະ​ສີ​ກຳ​ເປັນ​ທັນ​ສະ​ໄໝ, ນຳ​ເຄື່ອງ​ຈັກ, ​ເຕັກນິກ​ເຂົ້າ​ທົ່ງ​ນາ, ກໍ່ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່, ນັ້ນ​ແມ່ນ​ໜ້າ​ທີ່​ສຳຄັນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ທັງແມ່ນ​ວຽກ​ງານ​ທີ່​ຫຍຸ້ງຍາກ, ສັບສົນ, ຍ້ອນ​ປະຊາຊົນ​ມີ​ຄວາມ​ຊິນ​ເຄີຍ​ກັບປະ​ເພນີ​ປູກຝັງ​ແບບ​ເກົ່າ. ​ເພື່ອ​ສ້າງ​ການ​ຫັນປ່ຽນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ອຳ ນາດ​ການ​ປົກຄອງ​ຕາ​ແສງ​ໄດ້​ລະດົມ, ອະທິບາຍ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ຜົນ​ປະ​ໂຫຍ​ດຂອງ​ການ​ກໍ່ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່, ທາງ​ຄົມະ​ນາ​ຄົມ​ຊົນນະບົດ ​ແລະ ​ລະບົບ​ຊົນລະປະທານ​ໃນ​ເຂດ​ທົ່ງ​ນາ. ​ເມື່ອ​​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ ປະຊາຊົນ​, ພາຍ​ໃນ​ເວລາ​ພຽງ​ສັ້ນໆ​ເທົ່າ​ນັ້ນ, ຕາ​ແສງ​​ໄດ້​ກໍ່ສ້າງທົ່ງ​ນາ​ຂະໜາດ​ໃຫຍ່ສຳ​ເລັດ ດ້ວຍ​ເນື້ອ​ທີ່​ທັງ​ໝົດ​ເກືອບ 340 ​ເຮັກຕາ. ທ່ານ ດ່າວຫວຽດ​ໂບ້, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຖູ້ຍວັນ ຖື​ວ່າ, ຖ້າ​ບໍ່​​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລະຫວ່າງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ, ຕາ​ແສງ​ຖູ້ຍ​ວັນ ຍາກ​ທີ່​ຈະ​ກໍ່ສ້າງ​ຊົນະ​ບົດ​ໃໝ່​ໄດ້.

 ”ຢາກ​ເຮັດ​ໄດ້, ກ່ອນ​ອື່ນ​ໝົດ​ພະນັກງານ ​ແລະ ປະຊາຊົນ​ຕ້ອງ​ພ້ອມ​ກັນ​ເຂົ້າ​ຮ່ວມ. ສະເພາະການກໍ່ສ້າງທົ່ງນາຂະໜາດໃຫຍ່. ປີ 2011, ພວກຂ້າພະເຈົ້າ ໄດ້ລະດົມແຕ່ລະຄອບຄົວ​ປະກອບ​ທີ່​ດິນ 24 ຕາລາງ​ແມັດ ​ເພື່ອຄູນ​ຄັນ​ນາ, ສ່ວນ​ແຮງ​ງານ​ກວ່າ 100.000 ວັນ ​ໂດຍ​ປະຊາຊົນ​ປະກອບ,​ ລວມມູນ​ຄ່າ​ເກືອບ 20 ຕື້​ດົ່ງ. ຮອດ​ວັນ​ທີ 20/12/2013, ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ​ໄດ້​ສຳ​ເລັດ. ດ້ວຍ​ຄ່າ​ກໍ່ສ້າງ​ທັງ​ໝົດ​ແມ່ນ 72 ຕຶ້ດົ່ງ, ​ໃນ​ນັ້ນ 76% ​ແມ່ນ​ການ​ປະກອບ​ຂອງ​ປະຊາຊົນ ​ແລະ ງົບປະມານ​ຂອງ​ຕາ​ແສງ. ຖ້າ​ຫາກ​ບໍ່​ມີ​ການ​ເຂົ້າ​ຮ່ວມຂອງ​ປະຊາຊົນ, ​ການກໍ່ສ້າງ​ຊົນນະບົດ​ໃໝ່​ຈະ​ບໍ່​ສາມາດຮັບ​ຜົນສຳ​ເລັດ​ໄດ້ .

ການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງຖູ້ຍວັນ, ແຂວງທ້າຍບິ່ງ - ảnh 3

ປະຊາຊົນປະກອບເຫື່ອແຮງກໍ່ສ້າງລະບົບຊົນລະປະທານ
(ພາບ: ອິນເຕີແນດ)

        ​ໂດຍ​ຕ່າງ​ກັບ​ທ້ອງ​ຖີ່​ນຕ່າງໆ​ໃນ​​ແຂວງ, ຕາ​ແສງ​ຖູ້ຍວັນ​ ມີ​ວິທີ​ເຮັດ​ຢ່າງ​ມີ​ໄຫວ​ພິກ. ທິດ​ນຳ​ຂອງ​ຕາ​ແສງ​ແມ່ນ​​​ເລີ່​ມດຳ​ເນີນ ”ຈາກ​ທົ່ງ​ນາ​ເຂົ້າ, ຈາກ​ເຮືອນ​ຊານ​ອອກສູ່ຮ່ອມ​ບ້ານ, ສຸດ​ທ້າຍ​ຈຶ່ງ​ປັບປຸງ​ສຳນັກງານ”. ຖູ້ຍວັນ ​ກຳນົດ​ທິດ​ທາງ​ພັດທະນາ​ເສດຖະກິດ​ແມ່ນ​ຖື​ກະ​ສີ​ກຳ​ເປັນ​ຕົ້ນ, ດັ່ງ​ນັ້ນ​​ເພື່ອການ​ກໍ່ສ້າງ​ຊົນນະບົດ​ໃໝ່ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ປົດປ່ອຍກຳລັງ​ແຮງ​ງານ​ໃຫ້​ຊາວ​ກະ​ສີກ​ອນ, ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ, ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ. ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ​ແມ່ນ​ຕ້ອງ​ກໍ່ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່, ກໍ່ສ້າງ​ທາງ​ຄົມມະນາຄົມ ​​ແລະ ຊົນລະປະທານ​ຢູ່​ເຂດ​ທົ່ງ​ນາ.

        ຜົນສຳ​ເລັດ​ຂອງ​ຕາ​ແສງ​ຖູ້ຍວັນ ນັ້ນ​​ແມ່ນ​ຍາມ​ໃດ​ກໍ່​ຮັບປະກັນ​ລັກສະນະ​ປະຊາທິປະ​ໄຕ, ​ເປີດ​ເຜີຍ, ​ໂປ່​ງ​ໄສ, ລະດົມ​ກຳລັງ​ແຮງ​ສັງ​ລວມຂອງ​ປະຊາຊົນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ​ເຂົ້າ​ຮ່ວມ. ສິ່ງ​ສຳ​ຄັນ​ແມ່ນ​ໄດ້​ເຮັດ​ໃຫ້​ປະຊາຊົນ​ທຸກ​ຄົນ​ເຂົ້າ​ໃຈ ​ແລະ ​ເປັນ​ເຈົ້າ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ແທ້​ຈິງ. ນີ້​ແມ່ນ​ປັດ​ໃຈຫຼັກ​ແຫຼ່ງ ​ແລະ ສຳຄັນ​ເພື່ອ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຖູ້ຍວັນ.

ຕອບກັບ

ຂ່າວ/ບົດ​ອື່ນ